ແມ່ ແລະ ເດັກ: ວັນທີ 24 ກຸມພາ 2009

ໃນຣາຍການ ຜູ້ຍິງແລະເດັກນ້ອຍ ປະຈໍາສັປດານີ້ ມະນີຈັນ ຈະນໍາເອົາ ເລື່ອງລາວ ກ່ຽວກັບ ສພາບການ ໂສເພນີ ໃນລາວ ໂດຍສະເພາະ ຢູ່ຕາມຕົວເມືອງ ໃຫຍ່ແລະເຂດ ແຂວງຊາຍແດນ ລາວ ທີ່ຕິດກັບ ປະເທດ ເພື່ອນບ້ານ ຊຶ່ງມີທ່າວ່າ ຮ້າຍແຮງແລະ ເປີດແປນ ຫລາຍຂຶ້ນນັບມື້.

ບັນຫາຍີງໂສເພນີ ຢູ່ສປປລາວ ນັບມື້ນັບໜ້າ ເປັນຫ່ວງໂດຍສະເພາະ ແລ້ວກໍແມ່ນໃນ ຕົວເມືອງໃຫຍ່ຂອງລາວ.

ເວົ້າສະເພາະຢູ່ ຕາມຕົວເມືອງໃຫຍ່ ເປັນຕົ້ນຢູ່ເຂດ ນະຄອນຫລວງວຽງຈັນ ຕາມຂ່າວເມື່ອໄວໆ ມານີ້ກໍວ່າມີ ນາງສາວທີ່ ຫາກິນທາງເພດ ປະເພດຕ່າງໆ ໂດຍຈະ ສັງເກດເຫັນຍ່າງ ຢູ່ຕາມບໍຣິເວນ ໜ້າຮ້ານອາຫານ ຮ້ານກິນດຶ່ມຢູ່ ເລາະລຽບເສັ້ນທາງ ແຄມຂອງ ພໍຕົກຄ້າຍຄໍ່າ ຫລືປະມານ 7 ໂມງແລງ ໄປແຕ່ລະມື້ ໃນນັ້ນຈະມີ ທັງເດັກນ້ອຍ ອາຍຸບໍ່ທັນພົ້ນ ນິຕິພາວະ ຄືຣະຫວ່າງ 15-16 ປີຂຶ້ນໄປຮອດ 30 ກວ່າປີ ແລະ ຜູ້ຍີງປະເພດ 2 ນໍາອີກພ້ອມກັນນັ້ນ ຫລາຍສຖານທີ່ ບໍ່ວ່າຮ້ານອາ ຫານຮ້ານກິນດຶ່ມ ບາຣຂາຍເຫລົ້າຂາຍ ເບັຽຣ ຮ້ານນ້ອຍຮ້ານໃຫຍ່ ກໍມີຜູ້ຍີງສາວ ໄວ້ຄອຍບໍຣິການ ຕ້ອນຮັບແຂກຄົນ ນັກທ່ອງທ່ຽວຫລື ນັກທ່ຽວໃນຍາມ ຣາຕຣີ ຕ່າງໆໂດຍພ້ອມ ທີ່ຈະສເນີຂາຍ ບໍຣິການທາງເພດ ພິເສດອີກດ້ວຍ ສະພາບການຫາ ກິນທາງເພດແບບ ຂ້ອນຂ້າງເປີດແປນ ແລະເຫັນໄດ້ຈະ ແຈ້ງດັ່ງກ່າວສ້າງ ຄວາມບໍ່ພໍໃຈ ໃຫ້ປະຊາຊົນລາວ ບໍ່ໜ້ອຍເພາະຖື ເປັນສີ່ງທີ່ບໍ່ ຄວນກະທໍາເພາະ ເປັນການຝ່າຝືນ ຮີດຄອງປະເພນີ ອັນດີງາມຂອງລາວ ຊາວນະຄອນ ຫລວງວຽງຈັນ ເມືອງຈັນທະບູຣີ ທ່ານນຶ່ງ ກ່າວໃຫ້ຄໍາ ຄິດເຫັນວ່າ:

ເບີ່ງຊິບໍ່ດີ ບໍ່ງາມແລ້ວແຕ່ ບຸກຄົນຊິເບີ່ງ ແຕ່ກໍຫ້າມບໍ່ ໄດ້ດອກແຕ່ກໍຢາກ ບໍ່ໃຫ້ມີຫລາຍ ກໍບໍ່ໄດ້ຕິຫລະ ແລ້ວແຕ່ການຫາກິນ ຂອງໃຜມັນ ແລະວ່າການ ຫາກິນທາງ ເພດຂອງຜູ້ຍີງ ລາວ ເປັນເລື່ອງຈີງທີ່ ເກີດຂຶ້ນ ໃນສັງຄົມລາວ ປັຈຈຸບັນຊຶ່ງ ຫລາຍພາກສ່ວນກໍ ມີຄວາມໜັກໃຈ ບໍ່ໜ້ອຍ ການຫາກິນທາງເພດ ໃນເຂດ ນະຄອນ ຫລວງວຽງຈັນ ຕາມຄໍາເວົ້າຂອງ ນັກຄົ້ນຄ້ວາ ນັກສັງເກດການ ຊາວລາວທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ເມື່ອໄວໆ ມານີ້ແລ້ວແມ່ນ ວ່າຜູ້ຍີງສາວ ຂາຍບໍຣິການ ທາງເພດ ໃນຮ້ານເບັຽຮ້ານ ກິນດື່ມຕ່າງໆ ແມ່ນຄືກັນກັບ ຢູ່ແຂວງອຶ່ນໆ ຂອງລາວສ່ວນໃຫຍ່ ຈະບໍ່ແມ່ນຜູ້ຍີງ ຈາກເຂດຫລືທ້ອງຖີ່ນ ນັ້ນໆຫາກຈະມາ ຈາກເຂດແຂວງອຶ່ນໆ ຂອງລາວ.

ເຂົາຈະຢູ່ຕ່າງແຂວງ ຈະມາເຮັດວຽກ ຢູ່ວຽງຈັນມາຈາກ ຫລວງນໍ້າທາຈາກ ຫລວງພະບາງຈາກ ໄຊຍະຈາກຄໍາມ່ວນ ຖ້າບາງເຂດບ່ອນ ຮ້ານເຂົາຈະມາ ຈາກໄຊຍະ ກໍມາຈາກໄຊຍະ ເກືອບໝົດ ຖ້າອິງຕາມຄໍາເວົ້າ ຂອງນັກຄົ້ນຄ້ວາ ທ່ານນີ້ແລ້ວເຫັນວ່າ ຍີງໂສເພນີ ຢູ່ເຂດຕົວເມືອງ ວຽງຈັນນີ້ ຈະບໍ່ມີມາຈາກ ເຂດແຂວງ ຫົວພັນ ຫາກຈະມາຈາກ ແຂວງ ຄໍາມ່ວນຂ້ອນຂ້າງ ຫລາຍກວ່າແຫ່ງອຶ່ນໆ.

ບັນຫາ ການຂາຍບໍຣິການ ທາງເພດຢູ່ລາວ ແມ່ນໄດ້ເລີ່ມມີ ມາຫລາຍປີແລ້ວ ແລະໃນປັດຈຸບັນ ເຫັນວ່າບັນຫາ ນີ້ຢູ່ໃນທ່າ ຂະຫຍາຍຕົວກວ້າງ ຂວາງຂຶ້ນຕື່ມອີກ  ຊຶ່ງກໍມາຈາກ ຫລາຍສາເຫດແຕ່ ສາເຫດຕົ້ນຕໍ ກໍແມ່ນຄອບຄົວ ຄວາມທຸກຍາກ ຂາດເຂີນ ການຕົວະຍົວະ ຫລອກລວງ ຮວມທັງການເຫີ່ ເຫີມໄປນໍາແສງ ສີວັດຖຸ ຕ່າງໆນາໆແລະ ທາງການ ກໍບໍ່ສາມາດ ໃຫ້ຄວາມອົບອຸ່ນ ຊ່ວຍເຫລືອແກ້ໃຂ ຕົ້ນເຫດຂອງທີ່ ມາອັນແທ້ຈິງ ຂອງບັນຫາໄດ້ ນອກຈາກການແກ້ ໃຂປາຍເຫດດ້ວຍ ການອອກຂໍ້ກໍານົດ ກົດຣະບຽບ ເອົາຜິດເອົາແມ່ນ ກັບຜູ້ກະທໍາຜິດ ເປັນສ່ວນໃຫຍ່ ຊຶ່ງທົ່ວໄປແລ້ວ ຖືກັນວ່າບໍແມ່ນ ປັດໃຈພື້ນຖານ ທີ່ຈະແກ້ໃຂບັນຫາ ບັນຫາ ໂສ ເພນີໃນລາວ ຈະວ່າໄປແລ້ວ ແມ່ນກ່ຽວພັນກັບ ບັນຫາຄວາມຍາກ ຈົນຄວາມ ດ້ອຍໂອກາດ ດ້ານການສຶກສາ ແລະວຽກເຮັດງານ ທໍາເປັນສ່ວນໃຫຍ່ ຕາມແຜນ ພັທນາເສຖກິດ ສັງຄົມ 5 ປີ ຄັ້ງທີ 6 ຂອງພັກປະຊາຊົນ ປະຕິວັດລາວ ອັຕຣາ ແລະໂຄງປະກອບ ຂອງພົລເມືອງລາວ ມີຄົນອາຍຸ ນຸ່ມຫລາຍຄວາມ ຕ້ອງການວຽກ ເຮັດງານທໍາກໍ ເພີ່ມຂຶ້ນໃນແຕ່ ລະປີແຕ່ການສ້າງ ໜ້າວຽກພັດຈໍາກັດ ດັ່ງນັ້ນຈຶ່ງມີ ສພາບໄພຫວ່າງ ງານຫລາຍໃນກຸ່ມ ຄົນໄວນຸ່ມສາວ ແລະເກີດສະພາບ ແຮງງານ ເຫລືອບໍ່ພໍ ຄົນລາວຈໍານວນ ບໍ່ໜ້ອຍໄປຊອກ ວຽກເຮັດງານທໍາ ຢູ່ໄທຊຶ່ງປັຈຈຸບັນ ມີຫລາຍເຖິງ 2 ແສນກວ່າຄົນ ໃນນັ້ນມີພຽງ ປະມານ 80 ພັນຄົນ ເປັນຄົນງານ ຖືກກົດໝາຍ.

ຜູ້ຍີງລາວທີ່ ເປັນໂສເພນີ ຢູ່ໃນລາວ  ນອກຈາກຈະເປັນ ຜູ້ທີ່ທຸກຍາກ ຂາດເຂີນຈາກເຂດ ຊົນນະບົດ ບໍ່ມີຄວາມຮູ້ ຄວາມຫລັກຊອກວຽກ ງານແນວອຶ່ນເຮັດ ບໍ່ໄດ້ ແລ້ວຈໍາເປັນຕ້ອງ ຈໍາໃຈໄດ້ຄ້າ ປະເວນີເພາະບໍ່ ມີທາງເລືອກອຶ່ນ ພ້ອມກັນນັ້ນຍັງ ມີຜູ້ທີ່ເປັນ ນັກສຶກສາອີກ ຈໍານວນນ້ອຍນຶ່ງ ຂາດເຂີນທີ່ຫລົງ ໄຫລນໍາວັດຖຸ ຢາກ ມີຣາຍໄດ້ແບບ ງ່າຍເພື່ອມາຈັບ ຈ່າຍສໍາລັບຕົນ ໂດຍຫລົງຕົວ ຫລົງລືມຮີດຄອງ ປະເພນີອັນ ດີງາມຂອງລາວ ຜູ້ຍີງປະເພດ ນີ້ເຖິງຈະມີ ຈໍານວນໜ້ອຍເຕັມ ທີ່ແຕ່ກໍ ໜ້າເປັນຫ່ວງເພາະ ຈະເປັນການປະ ກອບສ່ວນສ້າງບັນຫາ ໃຫ້ແກ່ຕົນເອງ ຄອບຄົວແລະສັງຄົມ ດ້ວຍ ເຈົ້າໜ້າທີ່ຕໍ່ຕ້ານ ການຄ້າມະນຸດ ໃນລາວ ກ່າວກ່ຽວກັບ ເລື່ອງນີ້ວ່າ

ສໍາລັບນັກສຶກສາ ຢູ່ບ້ານລາວຄິດວ່າ ມັນບໍ່ສົມຄວນເນາະ ຍາມຮຽນໜັງສື ກໍຕ້ອງຮຽນໜັງສື ແຕ່ວ່າມັນກໍ ສິວ່າສັງຄົມ ມັນກໍປ່ຽນໄປ ນີ້ມັນກໍມີ ຫລາຍບ່ອນ ໃຫ້ໄປ ທ່ຽວໄປຫຍັງຕ່າງໆ ພວກເຮົາກໍເຣີ່ມ ເປີດມີບ່ອນຮ້ານ ຕ່າງໆຫລາຍຂຶ້ນ. 

ບັນຫາໂສເພນີ ຊຶ່ງຢູ່ຫລາຍ ປະເທດໃນໂລກ ເປັນທີ່ຜິດກົດ ໝາຍແລະຣັຖບານ ປະເທດຕ່າງໆ ຮວມທັງປະເທດລາວ ຕ່າງກໍພະຍາຍາມ ຕໍ່ຕ້ານເພື່ອຈໍາກັດ ລຸດຜ່ອນ ຫລືກະທັງກໍາຈັດ ໃຫ້ໝົດສີ້ນໄປ  ແຕ່ກໍປາກົດວ່າ ເປັນເລື່ອງທີ່ບໍ່ ງ່າຍດາຍເລີຍເພາະ ມັນກ່ຽວພັນກັບຫລາຍ ບັນຫາຄືດັ່ງ ທີ່ໄດ້ເວົ້າມານັ້ນ ເປັນຕົ້ນບັນຫາ ຄວາມ ຍາກຈົນການຂາດ ໂອກາດ ດ້ານການສຶກສາ ແລະທາງເລືອກໃນ ອາຊີບອື່ນໆ ອີກດ້ວຍ ດັ່ງຈະເຫັນໄດ້ ຢູ່ແຂວງຫລວງ ນໍ້າທາເປັນຕົ້ນ ເຈົ້າໜ້າທີ່ ສະຫະພັນ ແມ່ຍີງ ລາວ ແຂວງຫລວງນໍ້າທາ ກ່າວກ່ຽວກັບການ ລັກລອບຄ້າປະເວນີ ໃນແຂວງວ່າມີ 2 ຮູບແບບຄືແບບ ສມັກໃຈແລະ ແບບແອບແຝງຢູ່ ນໍາອາຊີບຕ່າງໆ ຊຶ່ງກໍເໝືອນ ກັນກັບເຂດແຂວງ ອຶ່ນໆຂອງລາວ ອັນເປັນການຍາກ ທີ່ຈະຄວບຄຸມໄດ້ ແລະພ້ອມກັນນັ້ນ ກໍມີການຄ້າ ປະເວນີແບບ ບໍ່ສມັກໃຈຫາກ ຖືກບັງຄັບ ຖືກຫລອກລວງ ຫລືຊັກຊວນຈາກ ໝູ່ເພື່ອນຈາກຄົນ ຮູ້ຈັກກັນ

ການຄ້າປະເວນີ ມັນກໍວ່າເພາະ ເລື່ອງຄວາມທຸກຍາກ ຂອງປະຊາຊົນ ເຮົາຈໍານວນນຶ່ງ ອັນນີ້ ມັນຈະແອບແຝງ ໃນເລື່ອງຂອງການ ຢູ່ຕາມຮ້ານບັນເທິງ ຫລືຕາມຮ້ານ ອາຫານບໍ່ອັນນີ້ເນາະ ຖ້າເວົ້າເຖິງການ ເຮັດງານຢ່າງອື່ນ ອັນນີ້ກໍຂ້ອນ ຂ້າງຍາກຣະດັບ ການສຶກສາຕໍ່າ ເພາະວ່າໃນສັງຄົມ ປັຈຈຸບັນນີ້ ມັນກໍຕ້ອງການ ຣະດັບຜູ້ທີ່ມີ ຄວາມຮູ້ມີຄວາມ ສາມາດທີ່ວ່າ ທັນຍຸກ ທັນສະໃໝ.

ຢູ່ເຂດ ຊົນນະບົດ ຫ່າງໄກຂອງລາວ ມີພໍ່ແມ່ຈໍານວນ ນຶ່ງຈໍາເປັນຕ້ອງ ໄດ້ໃຫ້ລູກໄປເປັນ ຄົນຮັບໄຊ້ຮັບຈ້າງ ເພື່ອໄດ້ເງິນມາໄຊ້  ແຕ່ເມື່ອໄປແລ້ວ ກໍມີຫລາຍ ກໍຣະນີ ຈໍາຕ້ອງໄດ້ກະ ທໍາທຸກສີ່ງທຸກຢ່າງ ເຮັດວຽກທຸກປະເພດ ທຸກອາຊີບຮວມ ທັງການຂາຍຕົວ ເພື່ອທີ່ຈະໄດ້ ເງິນໄດ້ຄໍາໄຊ້ຈ່າຍ ສໍາລັບຕົນເອງ ແລະທັງສົ່ງເສັຽ ຊ່ວຍພໍ່ ແມ່ທີ່ຢູ່ທາງ ບ້ານດ້ວຍ.

ສລຸບໄດ້ວ່າ ເພື່ອທີ່ຈະແກ້ ໃຂບັນຫາແມ່ຍີງ ຂາຍບໍຣິການ ທາງເພດຢູ່ລາວນີ້ ຄຽງຄູ່ໄປກັບ ການໂຄສນາ ຂົນຂວາຍເພື່ອໃຫ້ ແມ່ຍີງຈໍານວນ ດັ່ງກ່າວ ຫລີກລ່ຽງ ການຂາຍບໍຣິການ ທາງເພດແລ້ວ ຫັນມາປະກອບ ອາຊີບອຶ່ນນັ້ນ ກໍຈະເປັນໄປໄດ້ ຍາກຫາກບໍ່ມີ ການສ້າງໂອກາດ ໃຫ້ພວກເຂົາເຈົ້າ ຮວມທັງການເຮັດ ໃຫ້ຊີວິດ ການເປັນຢູ່ຂອງ ພວກເຂົາເຈົ້າເປັນ ປົກກະຕິ ແລະຍົກຣະດັບ ຄວາມຮູ້ດ້ານການ ສຶກສາແລະສ້າງ ໜ້າວຽກໃຫ້ພຽງ ພໍກັບຄວາມຕ້ອງ ການຂອງສັງຄົມ.

ນອກຈາກບັນຫາ ເປັນໂສເພນີ ຢູ່ລາວແລ້ວຍັງ ມີຜູ້ຍີງລາວ ທັງສມັກໃຈ ແລະທັງຖືກຫລອກ ລວງຂ້າມໄປລັກລອບ ເປັນໂສເພນີ ຢູ່ປະເທດເພື່ອນ ບ້ານນໍາອີກ

ບັນຫາໂສເພນີ ເປັນບັນຫາທີ່ ຫລາຍຄົນເຫັນວ່າ ທຸກພາກສ່ວນຄວນ ຮ່ວມກັນເອົາໃຈໃສ່ ແກ້ໃຂ ຊຶ່ງທາງການ ລາວເອງຜູ້ຮັບ ຜິດຊອບໂດຍກົງ ກ່ຽວກັບເລື່ອງ ນີ້ກໍ ຄວນເພິ່ມທະວີ ຫລາຍຂຶ້ນຕື່ມ ທາງດ້ານວັດຖຸ ແລະຈິດໃຈເພື່ອ ເຮັດໃຫ້ບັນຫາ ດັ່ງກ່າວຖືກກຳຈັດ ແລະໝົດສີ້ນໄປ ໃນທີ່ສຸດ.   

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org