ສັຕຣີລາວ ຊຶ່ງຂ້າພະເຈົ້າ ຢາກນໍາພາທ່ານ ໄປຮູ້ຈັກ ໃນວັນນີ້ ກໍບໍ່ແມ່ນ ໃຜອຶ່ນໃກ ຫາກເປັນລູກຫລານ ຊາວລາວເຂດ ນະຄອນຫລວງ ວຽງຈັນ ແລະກໍເປັນທີ່ ຮູ້ຈັກກັນຂ້ອນ ຂ້າງດີພາຍໃນ ປະເທດລາວໂດຍ ສເພາະໃນວົງ ການກິລາລາວ. ນາງຜູ່ນັ້ນຄື ມາຍຸຣີ ພານຸວົງ ເປັນນັກກິລາ ປະເພດປ້ອງ ກັນຕົວຢູໂດ ເຈົ້າຂອງລາງ ວັນຫລຽນຄໍາ ໃນການແຂ່ງຂັນ ກິລາຊີເກັມສ ທີ່ເມືອງໂຄຣາດ ປະເທດໄທ ເມືອປີ 2007. ມະຍູຣີ ພານຸວົງ ປັຈຈຸບັນເປັນ ນັກສຶກສາມະຫາ ວິທະຍາໄລແຫ່ງຊາດ ຂແນງ ວິຊາຄະນະ ວິສະກັມສາດ ແລະຈະຣຽນຈົບ ໃນອີກ 2 ປີຂ້າງໜ້າ. ມະຍູຣີ ກ່າວຜ່ານທາງ ໂທຣະສັບຈາກ ນະຄອນວຽງຈັນ ວ່າເວລານີ້ ນາງຢູ່ໃນຣະຫວ່າງ ການຝຶກຊ້ອມໜັກ ທຸກມື້ເພື່ອກຽມ ເຂົ້າຮ່ວມແຂ່ງຂັນ ກິລາຊີເກັມສ ຄັ້ງທີ 25 ຊຶ່ງລາວຈະເປັນ ເຈົ້າພາບແຕ່ວັນ ທີ 9 ຫາທີ 18 ທັນວາ ປີ 2009 ນີ້. ໃນປະເພດ ກິລາຢູໂດ ມີຄຣູຝຶກຈາກ ຍີ່ປຸ່ນແລະຈາກ ມົງໂກລີ ມາຊ່ວຍຝຶກ ຊ້ອມໃຫ້:
ທຸກມື້ຝຶກຊ້ອມ ຍົກກ້າມ ເຕຣນນິງ ຫລີ້ນເຫວດ ນຶ່ງຊົ່ວໂມງ ຕອນເຊົ້າ ໂຄຈກໍມີຜູ້ ເກົ່າຄົນເກົາຫລີ ລະກະ ຄົນມົງໂກລ ເພິ່ນມາຄຸມ ທັງເຊົ້າທັງແລງ ສ່ວນຫລາຍໂຄຈ ຍີ່ປຸ່ນຈະຄຸມ ເລື່ອງປະເພດ ກະຕະ ມົງໂກລຈະຄຸມ ເລື່ອງການຕໍ່ສູ້ ເພິ່ນຈະແຍກກັນ ແຕ່ກໍຈະຮ່ວມກັນ ທັງທີມຊາດເລີຍ.
ຄວາມສົນໃຈໃນ ກິລາຢູໂດ ຂອງມະຍູຣີ ເລີ່ມຂຶ້ນໂດຍບັງເອີນ ເມື່ອປະມານ 10 ປີກ່ອນ ຊຶ່ງຕອນນັ້ນ ນາງມີອາຍຸ 12-13 ປີ ພາຍຫລັງທີ່ ໄດ້ຕິດຕາມໄປ ເບີ່ງນ້ອງ ຊາຍຫລີ້ນຢູໂດ ທຸກແລງທີ່ສູນ ກິລາໃນ ນະຄອນວຽງຈັນ ຕອນພັກ ປິດເທີມຮຽນ ແລະກໍຫລີ້ນໄປ ດ້ວຍເຊັ່ນກັນ. ມະຢູຣີ ເລົ່າທົບທວນ ສູ່ຟັງວ່າ:
ເຮົາຊ້ອມທຸກມື້ ລະກະເຮັດໃຫ້ ເຮົາຕິແໜ້ນ ລະກະຮູ້ສຶກ ມັກເລີຍຊ້ອມຫລັງ ຈາກນັ້ນກໍພໍ ດີມີອາຈານ ມາຈາກ ຕ່າງປະເທດ ເພິ່ນມາສອນລະ ຕໍ່ມາເວລາ ມີການແຂ່ງ ຂັນແຕ່ລະ ປະເທດຂະເຈົ້າ ກໍເຊີນມາຖ້າ ວ່າທາງຣັຖບານ ລາວສດວກເພິ່ນ ຊ່ວຍໃນຄ່າໄຊ້ ຈ່າຍໃນການ ເດີນທາງຫລືວ່າ ໃນການເຂົ້າຮ່ວມ ແຂ່ງຂັນພວກເຮົາ ກໍໄດ້ ໄປຮ່ວມການ ແຂ່ງຂັນ (ຮຽນດົນປານໃດ ຈຶ່ງໄດ້ໄປແຂ່ງຂັນ ໄປຮ່ວມທີມຊາດ ນໍາຂະເຈົ້າ) ເຂົ້າເປັນທີມຊາດ ແຂ່ງຣາຍການ ທໍາອິດເລີຍແມ່ນ ຢູ່ຈັງວັດ ບຸນທະບູຣີ ຢູ່ທີ່ປະເທດໄທ ແຂ່ງຣາຍການ ອິນເຕີ ແລ້ວຕໍ່ມາ ຣາຍການທີສອງ ຖັດມາຢູ່ໃນ ປີດຽວກັນຫັ້ນ ລະຄືຊີເກັມສ ວຽດນາມ ປີ 2003 ເລີ່ມຕອນນັ້ນເລີຍ ທີ່ກ້າວເຂົ້າ ທີມຊາດ (ຢູ່ວຽດນາມໄດ້ ຫລຽນຫຍັງບໍ່) ບໍ່ໄດ້ຫລຽນ ເພາະວ່າ ເປັນຣາຍການ ທໍາອິດຣາຍການ ໃຫຍ່ທໍາອິດເລີຍ ທີ່ລົງແຂ່ງຂັນ ລະກະເປັນ ຣາຍການທີ່ຕື່ນ ເຕັ້ນ ຫລາຍ ໃນການແຂ່ງຂັນ ເວລາຂຶ້ນໄປ ແຂ່ງແຕ່ກໍບໍ່ ໄດ້ຊະນະ ເພາະວ່າເຈິະກັບ ທີ ຊາດໄທ.
ຫລັງຈາກທີ່ໄດ້ ປະສົບປະການ ຢູ່ວຽດນາມແລ້ວ ມະຢູຣີ ກໍເລີ່ມຊ້ອມໜັກ ຂຶ້ນໂດຍຫວັງທີ່ ຈະແກ້ຕົວໃຫ້ ໄດ້ໃນການແຂ່ງ ຂັນຄັ້ງຕໍ່ໄປ. ຍ້ອນຄວາມຕັ້ງໃຈ ຝຶກຊ້ອມ ຂອງນາງທາງ ຄຣູຝຶກກໍໄດ້ ສົ່ງນາງໄປຝຶກ ຢູ່ຍີ່ປຸ່ນ ຫລັງຈາກນັ້ນກໍ ໄປຝຶກຢູ່ ວຽດນາມກ່ອນໜ້າ ຈະໄດ້ເຂົ້າຮ່ວມ ແຂ່ງຂັນຣະດັບ ອີນເຕີນາໆຊາດ ທີ່ຈັດຂຶ້ນຢູ່ ວຽດນາມ. ໃນການແຂ່ງຂັນ ເທີນາເມັນ ຢູ່ວຽດນາມ ນັ້ນມະຍູຣີ ກໍເຂົ້າແຂ່ງ ເພື່ອຊິງເອົາ ຫລຽນຄໍາແຕ່ຫາກ ເຂົ້າບໍ່ຮອດໄດ້ ແຕ່ຫລຽນ.
ໄດ້ແຕ່ຫລຽນ ເສັຽໃຫ້ທີມຊາດ ໄທຕາມເຄີຍ. ຫລັງຈາກນັ້ນ ກະແມ່ນຊີເກັມສ ຢູ່ຟິລິບປິນ ກໍເສັຽຄືກັນ ເກິດມີບາດ ເຈັບແດ່. ກ່ອນການແຂ່ງຂັນ ບໍ່ສະບາຍໃນ ມື້ນັ້ນ ແດ່ບໍ່ພ້ອມໃນ ການແຂ່ງຂັນ ແຕ່ແຂ່ງກໍເຮັດ ດີທີ່ສຸດແລ້ວ ແລະຕັ້ງໃຈ ຝຶກຊ້ອມມາຕລອດ ຄືຊິຊ້ອມ ບໍ່ພໍອີກ ຕ້ອງຊ້ອມໄປອີກ ອາຈານເພິ່ນກໍ ບໍ່ໄດ້ວ່າຫຍັງ ຂູ່ແຂ່ງກໍ ທີມຊາດໄທ ຄືເກົ່າ. ຜູ້ທີ່ເສັຽໃຫ້ ເສັຽຫລຽນຄໍາໃຫ້ ຄືເກົ່າເທື່ອກ່ອນ ແປວ່າຫລັງຈາກ ເສັຽຫລຽນຄໍາ ກໍໄປເຈີກັບ ທີມຊາດມຽນມາ ນໍາອີກ.
ແລະກໍເສັຽອີກ ຊຶ່ງກໍເວົ້າໄດ້ວ່າ ເປັນມື້ທີ່ໂຊກ ບໍ່ເຂົ້າຂ້າງ ມະຍູຣີ ເພາະນາງຣູ້ສຶກ ບໍ່ສບາຍໃນຕົວ ໃນມື້ນັ້ນ. ແຕ່ກໍເປັນເລື່ອງ ທັມມະດາຂອງ ນັກກິລາທຸກຄົນ ທີ່ວ່າ ມີຄວາມພ້ອມທີ່ ຈະເສັຽໄຊແລະ ກໍພ້ອມທີ່ຈະ ໄດ້ຣັບໄຊຊະນະ. ແຕ່ເຖິງແນວໃດ ທຸກໆຄັ້ງທີ່ລົງ ແຂ່ງຂັນກໍລ້ວນ ແຕ່ເປັນໂອກາດ ທີ່ໄດ້ສໍາພັດ ກັບປະສົປການໃໝ່ ໃນກິລາ ປະເພດທີ່ຕົນ ເຂົ້າແຂ່ງຂັນ. ສຳລັບ ມະຢູຣີ ພານຸວົງ ກໍຄືກັນການ ເສັຽໄຊບໍ່ວ່າ ຈະຢູ່ວຽດນາມ ຢູ່ໄທ ຢູ່ຟິລິບປິນ ກໍຖືວ່າເປັນ ບົດຮຽນອັນໃຫຍ່ ຫລວງສໍາ ລັບນາງ. ພໍມາເຖິງການ ແຂ່ງຂັນຊີເກັມສ ຄັ້ງທີ 24 ຢູ່ເມືອງໂຄຣາດ ປະເທດໄທ ມະຍູຣີ ກໍໄດ້ລົງ ແຂ່ງຂັນອີກເທື່ອ ນຶ່ງໄດ້ລົງແຂ່ງ ກິລາຢູໂດ 2 ປະເພດຄືແຂ່ງ ກະຕະ ເປັນປະເພດໂຊ ຟ້ອນຄູ່ ແລະກໍຄ້ວາໄດ້ ລາງວັນຫລຽນຄໍາ ໃນທີ່ສຸດ. ສ່ວນອີກປະເພດ ນຶ່ງຄືປະເພດ ຕໍ່ສູ້ກັນນັ້ນ ໃນເບື້ອງຕົ້ນ ມະຢູຣີ ກໍຂ້ອນຂ້າງ ມີຄວາມ ຫວັງແຕ່ແລ້ວກໍ ຕ້ອງພາດໄປ.
ຜ່ານເຂົ້າຮອບ ຕັດເຊືອກ ໄປເຈີກັບ ທີມຊາດວຽດນາມ ພໍດີທີມຊາດ ວຽດນາມ ລາວເກາະຂາ ຂານ້ອງມັນເອັນ ຈີກແລ້ວລະມື້ ນັ້ນບໍ່ໄດ້ໃສ່ ບອກມັນກະເຈັບລະ ເຈັບກ່ອນ ເຈັບໃນການ ແຂ່ງຂັນຫັ້ນລະ ເສັຽໃຫ້ວຽດນາມ ຜ່ານເຂົ້າຮອບຕັດ ເຊືອກແລ້ວ ເສັຽດາຍຂນາດ ແຕ່ກໍໂຊກດີ ໄດ້ຫລຽນຄໍາ ແລ້ວຈຶ່ງເຈັບ ກໍຖືວ່າ ໂຊກດິຢູ່.
ຫລຽນຄໍາ ທີ່ນາງໄດ້ຣັບ ນັ້ນບໍ່ເປັນຫລຽນຄໍາ ຫລັຽນທໍາອິດ ຊຶ່ງນັກລິລາ ຈາກປະເທດລາວ ໄດ້ຮັບໃນການ ແຂ່ງຂັນ ຣະດັບນາໆຊາດ ເພາະຫລຽນຄໍາ ຫລຽນທໍາ ອິດຂອງລາວນັ້ນ ຈະເປັນຂອງ ກິລາເປຕັງ ແຕ່ກໍເປັນ ຫລຽນຄໍາ ຫລຽນທໍາອິດໃນ ຊີເກັມສ ຂອງປະເພດກິລາ ຢູໂດ ແລະກໍເປັນຫລຽນຄໍາ ຫລຽນທໍາອິດຂອງ ມະຢູຣີ ຊຶ່ງນາງກໍມີ ຄວາມຕື່ນເຕັ້ນ ດີໃຈຫລາຍ ເພາະວ່າເປັນໄປ ຕາມທີ່ນາງຄາດ ເອົາໄວ້ແລະໄດ້ ຝຶກຊ້ອມໜັກຮວມ ທັງການໄປຝຶກ ຊ້ອມຢູ່ຍີ່ປຸ່ນ ເປັນເວລາ 2 ເດືອນນໍາດ້ວຍ.
ມະຍູຣີ ໄດ້ຮັບບາດເຈັບ ຢູ່ຊີເກັມສທີ່ ໂຄຣາດ ເຮັດໃຫ້ນາງຕ້ອງ ໄດ້ໄປຜ່າຕັດ ຫົວເຄົ່າແລະພັກຟື້ນ ຮັກສາຕົວເປັນ ເວລານານເຖິງ 6 ເດືອ ແລະຕອນນີ້ກໍ ຫາຍເປັນ ປົກກະຕິແລະ ຊ້ອມໜັກທຸກມື້ ຢູ່ທີ່ສູນກິລາ ໃນນະຄອນວຽງຈັນ ເພື່ອກຽມຄວາມພ້ອມ ເຂົ້າແຂ່ງຂັນ ກິລາຊີເກັມສ ຊຶ່ງລາວຈະເປັນ ເຈົ້າພາບໃນເດືອນ ທັນວາປີນີ້.ສໍາລັບຄູ່ຕໍ່ສູ້ ທີ່ນ່າທ້າທາຍ ຊຶ່ງນາງຈະໄດ້ ພົບໃນການແຂ່ງ ກິລາຢູໂດ ຢູ່ຊີເກັມສຄັ້ງນີ້ ມະຍູຣີ ບອກວ່າ ຍັງບໍ່ຣູ້ຄັກ ເທື່ອເພາະແຕ່ລະ ປະເທດ ຈະບໍ່ນິຍົມ ເອົາຄົນເກົ່າ ເຂົ້າແຂ່ງຂັນ ແລະອີກຢ່າງນຶ່ງ ນາງເອງກໍບໍ່ໄດ້ ໄປເຂົ້າຮ່ວມການ ແຂ່ງຂັນໃດໆ ຫລັງຈາກ ໂຄຣາດມາມີ ແຕ່ລຸ້ນນ້ອງໄປ ແຕ່ກໍໂຊກບໍ່ດີ ບໍ່ໄດ້ຫລຽນ ກັບມາຈັກຄົນ.
ຄູ່ແຂ່ງທ້າທາຍ ກໍຍັງເປັນໄທ ວຽດນາມ ສອງປະເທດນີ້ ທ້າທາຍຫລາຍທັງ ວຽດນາມ ລະກະ ຟິລິບປິນ.
ແລະເມື່ອຖາມເຖິງ ການບໍາຣຸງ ຮ່າງກາຍ ເລື່ອງອາຫານ ການກິນນັ້ນ ມະຢູຣີ ບອກວ່າຄຣູຝຶກ ກໍເອົາໃຈໃສ່ ໂດຍຈະເນັ້ນ ເລື່ອງອາຫານ ປະເພດຜັກ ນົມໝາກໄມ້ຈະ ຂຶ້ນຢູ່ກັບວ່າ ຕົນເປັນນັກ ກິລາທີ່ຈະຕ້ອງ ລຸດຜ່ອນນໍ້າໜັກ ຫລືຈະເພິ່ມນໍ້າໜັກ ແລະການຝຶກຊ້ອມ ກໍຈະໃຫ້ຖືກ ວິທີໄປນໍາດ້ວຍ ເພື່ອເຮັດໃຫ່ຮ່າງ ກາຍສົມບູນແຂງ ແຮງຢູ່ຕລອດ. ເວົ້າສເພາະ ມາຢູຣີ ເອງຕອນນີ້ ຢູ່ຣະຫວ່າງການ ລຸດຜ່ອນນໍ້າໜັກ ແມ່ນຈະຕ້ອງກິນ ນົມກິນເຂົ້າຈ້າວ ຫາກບໍ່ແມ່ນ ເຂົ້າໜຽວກິນຜັກ, ຂອງຫວານໆ ມັນໆແມ່ນ ກິນບໍ່ໄດ້ເລີຍ.
ດຽວນີ້ 47 ໂລຕ້ອງໃຫ້ໜັກ 45 ເພາະແຂ່ງລຸ່ນລົບ 45 ກິໂລ ບໍ່ໃຫ້ເກີນ 45 ຕໍ່າກວ່າ 45 ລົງມາ (ເລື່ອງການບໍາຣຸງ ງົບປມານສ່ວນຕົວ ຣັຖບານຫລື) ສ່ວນຕົວກໍ ມີນ້ອຍນຶ່ງ ລະກະອາຈເປັນ ສະຫະພັນກິລາ ຢູໂດເພິ່ນຈະມີ ຂອງບໍາຣູງໃຫ້ ກະເປັນພວກລົດ ນໍ້າໜັກກໍປະເພດ ນຶ່ງເພິ່ມກໍອີກ ປະເພດນຶ່ງ ຈະມີຄົນ ຄວບຄຸມຄືອາ ຈານຄົນມົງໂກລ. (ກິລາຢູໂດ ຄືຈັ່ງຮູ້ ປະເພນີຂອງ ລາວຜູ້ຍີງລາວ ໄປຄ່ຽມມາຄ່ອຍ ຫາງສຽງເປັນແນວ ໃດຜູ້ຍີງຮຽນ ຢູໂດ … ມີສ່ວນນຶ່ງເວົ້າວ່າ ເປັນຜູ້ຍີງ ໄປຮຽນ ຈັ່ງຊັ້ນ ໝູ່ເພື່ອນນໍາກັນ ຖ້າຜູ້ໃຫຍ່ກໍ ວ່າດີໄປຮຽນ ປ້ອງກັນຕົວ ຜູ້ບ່າວເວົ້າໃຫ້ ຜູ້ສາວວ່າ ກະໂດ່ງກະເດັ່ງ. ມີຄໍາຕອບແນວໃດ ໃຫ້ຂະເຈົ້າ.ຮຽນເພື່ອຄວາມ ຮັກມັນກະ ຂຶ້ນນໍາແຕ່ລະ ຄົນເບິ່ງເພາະວ່າ ມັນກໍບໍ່ແມ່ນວ່າ ໃຫ້ຖືກຕາໝົດ ທຸກຄົນເຮົາກໍ ບໍ່ໄດ້ເຮັດຫຍັງ ໃຫ້ຜິດໄປຈາກ ຮີດຄອງປະເພນີ ກະໂອເຄມັນ ກໍເປັນທັມຊາດ ແລ້ວ.
ກິລາຢູໂດ ເປັນນຶ່ງໃນປະເພດ ກິລາປ້ອງກັນຕົວ ທີ່ຢູ່ບາງປະເທດ ຜູ້ຍີງ ແມ່ນນິຍົມ ກັນຮຽນ ເພື່ອເອົາໄວ້ປ້ອງ ກັນຕົວຈາກການ ລ່ວງເກີນຂອງ ຜູ້ຊາຍຍ້ອນວ່າ ພວກຜູ້ຊາຍ ຈໍານວນນຶ່ງມັກ ຂົ່ມເຫັງຫລີ້ນ ຕະລົກເຢາະເຍີ້ຍ ເພດຍິງທີ່ພວກ ເຂົາຖືວ່າເປັນ ເພດທີ່ອ່ອນແອກວ່າ. ເມື່ອເຫັນຜູ້ຍີງ ຢ່າງຕາມຖນົນ ຜູ້ດຽວ.
ໃນຕອນທ້າຍຂອງ ການໂອ້ລົມ ກັນນັ້ນ ມະຍູຣີ ຍັງຂໍໃຫ້ແຟນໆ ກິລາຢູໂດ ແລະຊາວລາວທຸກຄົນ ຈົ່ງເປັນກໍາລັງ ໃຈເປັນຂາເຊັຽ ຊ່ວຍນາງເພື່ອເປັນ ກໍາລັງດັນ ປະກອບສ່ວນເຂົ້າ ໃນການຊຸກໃຫ້ ໄດ້ຮັບຫລຽນຄໍາອີກ ໃນການແຂ່ງຂັນ ກິລາຊີເກັມສ ຄັ້ງທີ 25 ຊຶ່ງລາວຈະເປັນ ເຈົ້າພາບໃນເດືອນ ທັນວາ ປີ 2009 ນີ້ແລະເວລາ ນີ້ ມະຍູຣີ ກໍຖະໜອມຕົວ ແລະຊ້ອມໜັກ ນາງວ່າຈະຫລີ້ນ ໃຫ້ຈົນສຸດຝີມື ເພື່ອບໍ່ໃຫ້ ຄົນລາວທຸກຄົນ ຜິດຫວັງ.