ປວັຕສາຕລາວ ຕອນ 16

ຣາຊກາລ ຂອງ ພຣະເຈົ້າ ແທນຄໍາ.... ພໍສົມເດັຈ ພຣະເຈົ້າ ໄຊຍະຈັກກະພັຕ ແຜ່ນແຜ້ວ ໄດ້ຮູ້ ຂ່າວວ່າ ກອງທັພລາວ ແຕກແລ້ວ ພຣະອົງຄ໌ ກໍພາ ພຣະປະຢູຣະຍາຕ ລັກໜີ ລົງເຮືອ ລ່ອງມາ ເມືອງຊຽງຄານ, ຝ່າຍກອງທັພ ແກວ ຈຶງໄດ້ ເຂົ້າຢຶດ ນະຄອນ ຊຽງທອງ. ຄັ້ງນັ້ນ, ເຈົ້າແທ່ນຄໍາ ພຣະຣາຊໂອຣົສ ຂອງ ພຣະເຈົ້າ ໄຊຍະຈັກກະພັຕ ແຜ່ນແຜ້ວ ຊື່ງເປັນ ເຈົ້າຄອງ ນະຄອນ ຢູ່ເມືອງ ດ່ານຊ້າຍ ເມື່ອໄດ້ ຮູ້ຂ່າວວ່າ ແກວ ຍົກທັພ ມາຕີ ນະຄອນ ຊຽງທອງ ແລະ ເຂົ້າຢຶດ ເອົາ ພຣະນະຄອນ ໄດ້ແລ້ວ ກໍເກນເອົາ ພົລເມືອງ ຊຽງຄານ, ເມືອງ ດ່ານຊ້າຍ ຍົກຂຶ້ນ ໄປຕີ ຂນາບຫລັງ. ຝ່າຍ ກອງທັພ ແກວ ບໍ່ຮູ້ ວ່າມີ ກອງທັພ ຈາກເມືອງ ອື່ນ ມາຕີ ຕັດຫລັງ ແລະ ຍ້ອນກໍາລັງ ພົລ ກໍອິດເມື່ອຍ ທັງໄດ້ ຮັບບາດເຈັບ ແລະ ລົ້ມຕາຍ ໄປເປັນ ຈໍານວນ ຫລວງຫລາຍ ຢູ່ແລ້ວນັ້ນ ເມື່ອຖືກ ກໍາລັງ ຂອງ ເຈົ້າແທ່ນຄໍາ ບຸກເຂົ້າ ໂຈມຕີ ຈຶ່ງໄດ້ ແຕກພ່າຍ ໜີໄປ.
ວຽງໄຊ
2011.06.23

Watch the video on youtube

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.