ບໍລິສັດເຂື່ອນ ຢືນຢັນຈະຈ່າຍຄ່າຊົດເຊີຍງວດສຸດທ່້າຍໃຫ້ຊາວບ້ານ

ຊາວບ້ານດີໃຈຈະໄດ້ຮັບຄ່າຊົດເຊີຍງວດສຸດທ້າຍ ລາຍການທີ 6

ຊາວບ້ານຜູ້ປະສົບໄພເຊື່ອນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຮູ້ສຶກດີໃຈຫຼາຍ ພາຍຫຼັງທີ່ທາງການລາວ ແລະບໍລິສັດເຂື່ອນເຊປຽນ-ເຊນ້ຳນ້ອຍ ແຈ້ງວ່າ ກຽມມອບເງິນຊົດເຊຍ ລາຍການທີ່ 6 ປະເພດ ຊິບສິນມີຄ່າ ພາຍໃນເດືອນກັນຍານີ້.

ບໍລິສັດເຂື່ອນ ຢືນຢັນຈະຈ່າຍຄ່າຊົດເຊີຍງວດສຸດທ່້າຍໃຫ້ຊາວບ້ານ ບໍລິສັດເຂື່ອນເຊປຽນ-ເຊນ້ຳນ້ອຍ ແຈ້ງວ່າ ກຽມມອບເງິນຊົດເຊຍ ລາຍການທີ່ 6 ປະເພດ ຊິບສິນມີຄ່າ ພາຍໃນເດືອນກັນຍານີ້.

ກ່ຽວກັບເລື່ອງນີ້ ຊາວບ້ານຜູ້ປະສົບໄພເຂື່ອນແຕກ ເມືອງສະໜາມໄຊ ແຂວງອັດຕະປື ເວົ້າວ່າ ພາຍຫຼັງຮັບຮູ້ຂ່າວ ຊາວບ້ານກໍພາກັນດີໃຈ ເພາະເປັນເງິນຊົດເຊຍ ທີ່ຊາວບ້ານຜູ້ປະສົບໄພ ລໍຖ່າມາແຕ່ປີ 2018 ແລ້ວ.

ເຖິງຈະດີໃຈແນວໃດກໍຕາມ ແຕ່ທາງການລາວ ກໍຍັງບໍ່ໄດ້ລະບຸ ມື້ໂອນເງິນເຂົ້າບັນຊີໃຫ້ກັບຊາວບ້ານຜູ້ປະສົບໄພແບບລະອຽດຈະແຈ້ງ ວ່າມື້ໃດແທ້ຈະໄດ້ຮັບເງິນຊົດເຊຍງວດສຸດທ້າຍ.

ຊາວບ້ານຜູ້ປະສົບໄພເຂື່ອນແຕກ ໄດ້ກ່າວວ່າ: ບໍລິສັດມອບແລ້ວເງິນ 10 ລ້ານໂດລ່າ ຫາກບໍ່ເຫັນເພິ່ນຊິ ມື້ໃດເພິ່ນຊິແຈ້ງ ວ່າຊິໃຫ້ປະຊາຊົນ ໃຜໆ ກະດີໃຈຫັ້ນແລ້ວລູກເອ້ຍ 9 ປີ 10 ປີແຫຼະ ນ້ອຍກະໄດ້ ຫຼາຍກະຢາກໄດ້ຫັ້ນແລ້ວລູກເອ້ຍ ເພາະວ່າຊັບສົມບັດເຮົາໄປໝົດ.

ສຳລັບ ການຊົດເຊີຍລາຍການທີ 6 ເຊິ່ງເປັນລາຍການສຸດທ້າຍ, ບໍລິສັດ ເຂື່ອນເຊປຽນ-ເຊນ້ຳນ້ອຍ ໄດ້ມອບເງິນຊົດເຊີຍຈຳນວນ 10 ລ້ານໂດລາສະຫະລັດ ໃຫ້ກັບທາງການແລ້ວ ລວມ​ທັງໝົດ 6 ບ້ານ 1 ຄຸ້ມ ມີຈຳນວນ 968 ຄົວເຮືອນ ທີ່ໄດ້ຮັບການຮັບຮອງຂໍ້ມູນສຸດທ້າຍ ໃນມູນຄ່າລວມທັງໝົດ 102 ຕື້ປາຍກີບ ປະກອບມີ.

ບ້ານໃໝ່: ຄົວເຮືອນທີ່ໄດ້ຮັບຜົນກະທົບ ຈຳນວນ 166 ຄົວເຮືອນ ມີມູນຄ່າຊົດເຊີຍ 32 ຕື້ປາຍກີບ.​

ບ້ານ​ທ່າຫີນ: ຄົວເຮືອນທີ່ໄດ້ຮັບຜົນກະທົບ ຈຳນວນ 184 ຄົວເຮືອນ ມີມູນຄ່າຊົດເຊີຍ 16 ຕື້ປາຍກີບ.

ບ້ານຫີນລາດ: ຄົວເຮືອນທີ່ໄດ້ຮັບຜົນກະທົບ 154 ຄົວເຮືອນ ມີມູນຄ່າຊົດເຊີຍ 16 ຕື້ປາຍກີບ.

ບ້ານທ່າແສງຈັນ: ຄົວເຮືອນທີ່ໄດ້ຮັບຜົນກະທົບ ຈຳນວນ 103 ຄົວເຮືອນ ມີມູນຄ່າຊົດເຊີຍ 8 ຕື້ປາຍກີບ.

ບ້ານສະໝອງໃຕ້: ຄົວເຮືອນທີ່ໄດ້ຮັບຜົນກະທົບ ຈຳນວນ 75 ຄົວເຮືອນ ມີມູນຄ່າຊົດເຊີຍ 13 ຕື້ປາຍກີບ.​

ບ້ານແທ (ຄຸ້ມໂຄກກ່ອງ): ຄົວເຮືອນທີ່ໄດ້ຮັບຜົນກະທົບ ຈຳນວນ 225 ຄົວເຮືອນ ມີມູນຄ່າຊົດເຊີຍ 13 ຕື້ປາຍກີບ.

ບ້ານຕະມໍຢອດ: ຄົວເຮືອນທີ່ໄດ້ຮັບຜົນກະທົບ ຈຳນວນ 61 ຄົວເຮືອນ ມີມູນຄ່າຊົດ​ເຊີຍທັງໝົດ 2 ຕື້ປາຍກີບ.​

ປັດຈຸບັນທາງການລາວກຳລັງຂຸ້ນຂ້ຽວກວດກາຄວາມພ້ອມດ້ານຕ່າງໆໃນການໂອນເງິນຈໍານວນດັ່ງກ່າວເຂົ້າບັນຊີຂອງປະຊາຊົນ ໃຫ້ສໍາເລັດພາຍໃນເດືອນ ກັນຍາ​ ປີ​ 2026 ນີ້.