ປວັດສາຕລາວ ຕອນທີ 25
ພຣະທາຕ ສຣີສອງຮັກ ດິນແດນ ແຫ່ງ ສັຈຈະທັມມ໌ "ພຣະທາຕ ສຣີສອງຮັກ" ໃຫ້ເປັນ ເຄື່ອງໝາຍ ຊາຍແດນ ຣະຫວ່າງ ປະເທສ ທັງສອງ ແລະ ໃຫ້ເປັນ ສັນຍາລັກສ໌ ແຫ່ງຄວາມ ເປັນຍາຕ ສືບຊາຕ ວົງຕຣະກູລ ມາຕັ້ງແຕ່ ຂຸນບຸຣົມ ມະຣາຊາ ດັ່ງທີ່ ພຣະຣາມາທິບໍດີ ອູ່ທອງ ພຣະເຈົ້າ ແຜ່ນດິນ ກຣຸງສຣີ ອະຍຸທຍາ ໄດ້ມີ ພຣະຣາຊສາຣ ເຖີງ ພຣະເຈົ້າ ຟ້າງຸ່ມ ໃນຕອນທີ່ ພຣະເຈົ້າຟ້າງຸ່ມ ຈະຍົກທັພ ເຂົ້າໂຈມຕີ ກຣຸງສຣີ ອະຍຸທຍາ ໃນປີ ຄຣິສຕະສັກຣາຊ 1353 ນັ້ນວ່າ: "ເຮົາຫາກເປັນ ພີ່ນ້ອງກັນ ມາແຕ່ ຂຸນບຸຣົມ ພຸ້ນດາຍ ຄັນ ເຈົ້າພຣະຍາ ຢາກໄດ້ບ້ານ ໄດ້ເມືອງ ກໍໃຫ້ເອົາແຕ່ ເຂຕແດນ ດົງສາມເສົ້າ ດົງພຣະຍາໄຟ ຂຶ້ນເມືອ ເຖິງເທົ້າ ພູພຣະຍາພໍ່ ແລະ ແດນເມືອງ ນະຄອນໄທ ເປັນເຈົ້າຖ້ອນ..."