ຄຣິສຕຽນບ້ານຫ້ວຍເຫີ້ຍ ຮັບການ ອົບຮົມ

ໄຊຍາ
2018.06.18
F-Christian ໂບດຂອງຊາວລາວ ທີ່ນັບຖືສາສນາຄຣິສຕຽນ ຢູ່ໃນ ສປປລາວ
RFA/LX

ທາງການເມືອງໂພນທອງ ແຂວງຫຼວງພຣະບາງ ອົບຮົມຊາວຄຣິສຕຽນ ຢູ່ບ້ານຫ້ວຍເຫີ້ຍ ເຊິ່ງເປັນບ້ານທີ່ມີການນັບຖືສາສນາ ຄຣີສຕຽນ ຫຼາຍທີ່ສຸດຂອງເມືອງ. ການໄປເທື່ອນີ້ມີ ອາຈານ ສອນສາສນາ ຄຣິສຕຽນ ຂັ້ນເມືອງໄປນໍາ ແລະ ຕັກເຕືອນບໍ່ໃຫ້ ປະຊາຊົນຫຼົງເຊື່ອ ງົມງວາຍເກີນໄປ.

ໃນເຣື່ອງນີ້ເຈົ້າໜ້າທີ່ທ້ອງຖິ່ນ ຜູ້ບໍ່ປະສົງອອກຊື່ ຢູ່ເຂດບ້ານດ່ັງກ່າວ ໃຫ້ຣາຍຣະອຽດ ຕໍ່ວິທຍຸເອເຊັຍເສຣີ ໃນມື້ນີ້ວ່າ:

"ມື້ອາທິດແລ້ວ ຂະເຈົ້າລົງໄປໂຄສະນາກ່ຽວກັບເລກທີ 315 ມີອາຈານສອນສາສນາ ໄປນຳກັນຫັ້ນນ່າ ຂະເຈົ້າລົງໂຄສະນາ ກ່ຽວກັບເຣື່ອງ ສາສນາຄຣິສນີ້ ສາສນາເຍຊູ ໂດຍສະເພາະກໍ່ແມ່ນ ເຣື່ອງການງົມງວາຍການເຊື່ອຖືນີິ້ແຫຼະ ບໍ່ໃຫ້ເຂົາເຈົ້າຫຼົງ ເຊື່ອເກີນໄປ ທຸກສີ່ງທຸກຢ່າງ ມັນກໍ່ຢູ່ທີ່ໃຈ ເຣື່ອງການນັບຖື ຫັ້ນນ່າ."

ທ່ານອະທິບາຍວ່າ ການລົງອົບຮົມເຣື່ອງສາສນາ ໃນອາທິດຜ່ານມານີ້ ມີຈຸດປະສົງເພື່ອໃຫ້ປະຊາຊົນ ໃນເຂດບ້ານຫ້ວຍເຫີ້ຍແລະປະຊາຊົນ ເຂດບ້ານອ້ອມຂ້າງ ຈຳນວນນຶ່ງ ທີ່ນັບຖືສາສນາຄຣິສຕຽນ ມີສະຕິ ບໍ່ລືມຄຳສອນ ຂອງພະເຈົ້າ ຫຼືງົມງວາຍ ໄປໃນທາງທີ່ຜິດເພາະວ່າ ໃນໄລຍະຜ່ານມາ ປະຊາຊົນທີ່ນັບຖື ສາສນາຄຣິສຕຽນ ດັ່ງກ່າວມັກຈະປະຕິບັດ ຕົນບໍ່ດີ ຄືກັບຄົນທີ່ນັບຖືສາສນາອື່ນ ທັງສາສນາຜີ ແລະ ສາສນາພຸດ. ເປັນຕົ້ນໃນເວລາເຈັບປ່ວຍໃກ້ຈະເສັຽຊີວິດ ຜູ້ນັບຖືສາສນາ ຄຣິສຕຽນ ຈະບໍ່ໄປໂຮງໝໍ ຕາມຄຳແນະນໍາ ຂອງເຈົ້າໜ້າທີ່ບ້ານ ແຕ່ກັບເອົາຄົນເຈັບ ໄປອ່ານຄຳພີ; ດັ່ງທ່ານໄດ້ກ່າວຕື່ມວ່າ:

"ຄົນທ້ອງຖິ່ນຮາກຖານແລ້ວແມ່ນ ສາສນາ ຜີພໍ່ຜີແມ່ ຫັ້ນນ່າ ຮອດລະຍະນຶ່ງ ນີ້ມີຄຣິສຕຽນ ເຂົ້າມາເນາະ ບາດນີ້ກໍ່ເກີດ ມີການຂັດແຍ່ງກັນ ທາງດ້ານພາຍໃນ ຂະເຈົ້າຫັ້ນແຫຼະ ຍົກຕົວຢ່າງເຮັດພໍ່ເຮັດແມ່ ເຮົາຍາມມີຄົນລົ້ມຕາຍນີ້ ຊ່ວຍກັນມ້ຽນຊ່ວຍກັນ ແຕ່ຄຣິສຕຽນນີ້ເຂົາບໍ່ສົນ ເລີຍ ຄົນເຈັບສິລົ້ມສິຕາຍ ແທນທີ່ຈະເອົາໄປໂຮງໝໍ ໄປສຸກສາລາ ບໍ່ໄປພາກັນໄປອ່ານຄຳພີ."

ເຈົ້າໜ້າທີ່ກ່າວຕື່ມວ່າ ບ້ານຫ້ວຍເຫີ້ຍເປັນເຂດນຶ່ງໃນເມືອງໂພນທອງ ທີ່ມີຄົນນັບຖືສາສນາຄຣິສຫຼາຍທີ່ສຸດ. ກ່ຽວກັບເຣື່ອງນີ້ທາງການລາວ ຣະບຸວ່າ ໃນເຂດບ້ານຫ້ວຍເຫີ້ຍ ມີຊາວມົ້ງ 39 ຄອບຄົວ  ຂະມຸ 61 ຄອບຄົວ ແລະ ລາວລຸ່ມ 61 ຄອບຄົວ ປະຊາຊົນ ທັງໝົດ 1033 ຄົນ ຂນະທີ່ເຂດບ້ານດັ່ງກ່າວ ກໍ່ມີທັງ ຄົນມົ້ງ ຄົນລາວລຸ່ມ ແລະຂະມຸ ບາງຄອບຄົວ ທີ່ນັບຖືສາສນາຄຣິສຕຽນ ດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.