ວັນປູກຕົ້ນໄມ້ແຫ່ງຊາດ

ຈໍາປາທອງ
2020.05.30
F-Tree ທາງການລາວ ຣະດົມເອົານັກຮຽນ ນັກສຶກສາ ຮວມທັງຊາວບ້ານ ເຂົ້າຮ່ວມ ວັນປູກຕົ້ນໄມ້ ແຫ່ງຊາດ
ນັກຂ່າວພົລເມືອງ

ທາງການລາວ ປະກາດແຜນປູກຕົ້ນໄມ້ 11 ລ້ານປາຍຕົ້ນໃນເນື້ອທີ່ 10,000 ເຮັກ ຕາ ໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມິຖຸນາ ເພື່ອຟື້ນຟູປ່າໄມ້ໃຫ້ກວມເອົາພື້ນທີ່ ທັງໝົດຂອງປະເທດ 70% ໃນທ້າຍ ປີ 2020 ນີ້, ຂນະທີ່ອົງການອາຫານ ແລະການກະເສດ ຂອງ ສະຫະປະຊາຊາດ ເວົ້າວ່າ ປ່າໄມ້ຢູ່ລາວປົກຫຸ້ມ 40% ຂອງເນື້ອທີ່ທົ່ວປະເທດ ໃນປີ 2011 ຊຶ່ງ ຍຸທສາດປ່າໄມ້ແຫ່ງຊາດ ທີ່ວ່າຈະເຮັດ ໃຫ້ປ່າໄມ້ໃນລາວ ກວມເອົາພື້ນທີ່ ທົ່ວປະເທດ 70% ແມ່ນມີມາຕັ້ງ ແຕ່ປີ 2005 ຄື ເມື່ອ 15 ປີກ່ອນ.

ແຕ່ຕາມຄໍາເວົ້າຂອງປະຊາຊົນ ທີ່ເຫັນການປູກຕົ້ນໄມ້ ໃນແຕ່ລະປີຜ່ານໆມາ ໃນແຖບແຂວງທີ່ທ່ານຢູ່ ຕໍ່ວິທຍຸເອເຊັຍເສຣີ ເມື່ອອາທິດ ທີ່ ແລ້ວນີ້ວ່າ ອັນທີ່ເພິ່ນວ່າຈະປູກຕົ້ນໄມ້ ໃຫ້ກວມເອົາ 70% ຂອງເນື້ອທີ່ ທົ່ວປະເທດນັ້ນ ແມ່ນເວົ້າໄປຊື່ໆ ບໍ່ຊົງດອກ:

"ປູກກະຄຶວ່າຫັ້ນແຫລ້ວ ປູກແລ້ວບໍ່ຮັກສາ ເມືອງລາວປູກ ບໍ່ຊົງດອກ ເວົ້າໄປຊື່ໆຫັ້ນແລ້ວ."

ເວົ້າເຖິງການປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2020 ນີ້ ທ່ານ Suraphone Inthavong ຮອງຫົວໜ້າ ຜແນກສົ່ງເສີມ ແລະ ຟື້ນຟູປ່າໄມ້ ຣາຍງານໃນມື້ວັນທີ 19 ພຶສພາ ນີ້ວ່າ ພື້ນທີ່ສໍາລັບປູກຕົ້ນໄມ້ ທົ່ວປະເທດລາວ ແບ່ງອອກສໍາລັບ ອະນຸຮັກ ສິ່ງແວດລ້ອມ 2,700 ເຮັກຕາແລະ 7,300 ເຮັກຕາສໍາລັບປູກຕົ້ນໄມ້ ເພື່ອການຄ້າ, ອີງຕາມການຣາຍງານ ຂອງໜັງສືພິມ ວຽງຈັນທາມ ໃນມື້ວັນທີ 20 ພຶສພານີ້.

ທ່ານເວົ້າວ່າ ພື້ນທີ່ສໍາລັບປູກຕົ້ນໄມ້ເພື່ອການຄ້ານັ້ນ ແມ່ນເລັ່ງໃສ່ແຂວງບໍລິຄໍາໄຊ, ຄໍາມ່ວນ, ສວັນນະເຂດ, ສາລະວັນ ແລະ ແຂວງ ຈໍາປາສັກ ຊຶ່ງມີ 4 ບໍຣິສັດກໍາລັງ ກະກຽມປູກ ແລະວ່າ “ການປູກຕົ້ນໄມ້ນັ້ນ ຍັງຈະຊ່ອຍໃຫ້ຣັຖບານຟື້ນຟູ ປ່າໄມ້ທໍາມະຊາດໄດ້ຕາມ ເປົ້າໝາຍ 400,000 ເຮັກຕາ ໃນທ້າຍປີ 2020 ນີ້” ແຕ່ທາງການລາວ ບໍ່ໄດ້ເປີດເຜີຍຊື່ 4 ບໍຣິສັດ ທີ່ວ່ານັ້ນ ວ່າແມ່ນບໍຣິສັດໃດແດ່.

ເວົ້າເຖິງງົບປະມານ ທີ່ຈະໃຊ້ຈ່າຍເຂົ້າໃນການປູກຕົນໄມ້ 11 ລ້ານປາຍຕົ້ນ ໃນເນື້ອທີ່ 10,000 ເຮັກຕາ ທີ່ວ່ານັ້ນ ເຈົ້າໜ້າທີ່ກ່ຽວຂ້ອງ ກັບວຽກງານດັ່ງກ່າວ ຂອງກະຊວງກະສິກັມ ແລະ ປ່າໄມ້ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ເມື່ອບໍ່ດົນມານີ້ວ່າ ງົບປະມານສໍາລັບ ປູກຕົ້ນໄມ້ 7,300 ເຮັກຕາ ເພື່ອການຄ້າ ແມ່ນທຶນຂອງ 4 ບໍຣິສັດ ຊຶ່ງຈະໃຊ້ເງິນປູກ 1,900 ປາຍໂດລາ ສະຫະຣັຖ ຕໍ່ເຮັກຕາ. ແລະວ່າພາຍ ຫຼັງປູກຕົ້ນໄມ້ ແລ້ວຈະມີສັນຍາເຊົ່າກັບຣັຖບານ, ຈຸດປະສົງຂອງການປູກ ແມ່ນເພື່ອຟື້ນຟູປ່າໄມ້ ແລະ ປູກເປັນປ່າຜລິດ ເປັນສິນຄ້າ ສນອງໃຫ້ບັນດາ ໂຮງງານຕ່າງໆ ເຊັ່ນໂຮງງານຜລິດເຈັ້ຍ. ສ່ວນທຶນສໍາລັບປູກຕົ້ນໄມ້ ເພື່ອອະນຸຮັກສິ່ງແວດ 2,700 ເຮັກຕາ ແມ່ນ ງົບປະມານຂອງຣັຖ.

ສໍາລັບແຂວງສວັນນະເຂດ ວ່າຈະປູກຕົ້ນໄມ້ໃຫ້ໄດ້ 1,500 ເຮັກຕາ ຊຶ່ງໃນນັ້ນ ພາກຣັຖຈະປູກ 105 ເຮັກຕາ, ບໍຣິສັດ 1,225 ເຮັກຕາ ແລະປະຊາຊົນ 170 ເຮັກຕາ ແລະເມື່ອກ່ອນນັ້ນ ທາງການລາວ ປະກາດ ເມື່ອວັນທີ 24 ມົກກະຣາ ຜ່ານມາວ່າໂຄງການຄຸ້ມຄອງທີ່ດິນ ແລະປ່າໄມ້ແບບຍືນຍົງ ຢູ່ໃນລະບົບນິເວດປ່າໂຄກ ພາກໃຕ້ຂອງລາວ ໄດ້ຮັບທຶນຈາກກອງທຶນ ສິ່ງແວດລ້ອມໂລກ (GEF6) 10,890,000 ໂດລາສະຫະຣັຖ, ຈາກອົງການສະຫະປະຊາຊາດ ເພື່ອການພັທນາ (UNDP) 1,200,000 ໂດລາ ແລະ ທຶນປະກອບສ່ວນຂອງຣັຖບານ 14,200.000 ໂດລາ ເພື່ອຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ໃນພື້ນທີ່ຂອງໂຄງການ 5 ເມືອງ ຂອງແຂວງສວັນນະເຂດ ແຕ່ປີ 2016 ເຖິງປີ 2022, ອີງຕາມຣາຍງານຂອງໜັງສືພິມ ປະຊາຊົນ ວັນທີ 24 ມົກກະຣາ ທີ່ຜ່ານມາ.

ເວົ້າເຖິງການປູກຕົ້ນໄມ້ຢູ່ລາວ ຕາມຄໍາເວົ້າຂອງປະຊາຊົນລາວ ທີ່ເຫັນການປູກຕົ້ນໄມ້ ແຕ່ບໍ່ມີການບົວຣະບັດ ໃນແຖບແຂວງທີ່ທ່ານຢູ່ວ່າ ໃນຊຸມປີຜ່ານໆມາປູກມາຕລອດ ປູກແລ້ວບໍ່ຮັກສາ:

"ປູກບໍ່ຮັກສາ ງົວຄວາຍກິນ ສັດສາວາສິ່ງຢຽບຍໍ່າ ປູກໃກ້ນີ໊ກະຍັງ ຮັກສາບໍ່ໄດ້ ມັນບໍ່ຊົງດອກ ຈັກແຫຼະສິເຮັດຄັກແນ່ ໄປປູກບ່ອນເຂົາຕັດ ອອກອິສັງພຸ້ນ."

ແລະປະຊາຊົນລາວອີກທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ກໍເວົ້າເຖິງການປູກຕົ້ນໄມ້ ໃນຊຸມປີທີ່ຜ່ານມາຢູ່ແຂວງທີ່ທ່ານຢູ່ວ່າ ປູກຕົ້ນໄມ້ ກໍປູກພໍເປັນຮິດ ປູກພໍແຕ່ວ່າໄດ້ປູກ ປູກແລ້ວ ພໍເຫັນແດ່ເລັກນ້ອຍ ກໍແມ່ນຢູ່ໃນຕົວເມືອງ, ສ່ວນຢູ່ແຫ່ງອື່ນໆແມ່ນເກືອບວ່າຕາຍໄປໝົດ ຍ້ອນບໍ່ມີການບົວຣະບັດຮັກສາ, ປູກແລ້ວກໍບໍ່ໄດ້ລໍ້າໄລນໍາ.

ເວົ້າເຣຶ່ອງການປົກປັກຮັກສາ ແລະຂຍາຍເນື້ອທີ່ປ່າໄມ້ຢູ່ລາວ ຜູ້ນໍາພັກປະຊາຊົນປະຕິວັດລາວ ໄດ້ເວົ້າມາແຕ່ປີ 2011 ທີ່ວ່າຈະເອົາໃຈໃສ່ ຫລາຍກວ່າເກົ່າ ຕໍ່ການຄຸ້ມຄອງປ່າໄມ້ ເພິ່ມເນື້ອທີ່ສີຂຽວ ໃຫ້ກວມເນື້ອທີ່ສ່ວນໃຫຍ່ ຂອງປະເທດ ແລະ ໃນເດືອນມົກກະຣາ 2016 ກໍໄດ້ ເວົ້າຢູ່ໃນ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ທີ່ວ່າຈະຕ້ອງຟື້ນຟູ ແລະຂຍາຍເນື້ອທີ່ປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ.

ແຕ່ກໍປະຕິບັດບໍ່ໄດ້ຈັກເທື່ອ ຊຶ່ງຫຼາຍຄົນເວົ້າວ່າ ຕົ້ນໄມ້ໃຫຍ່ໃນປະເທດລາວ ຖືກຕັດສົ່ງອອກໄປຂາຍຕ່າງປະເທດ ເປັນຕົ້ນແມ່ນວຽດນາມ ແລະຈີນ ຢ່າງຫລວງຫລາຍໃນແຕ່ລະປີ ເຖິງມີຄໍາສັ່ງຫ້າມ ຂອງ ຣັຖບານ ມາໂດຍຕລອດກໍຕາມ.

ເຣຶ່ອງການຕັດໄມ້ທໍາລາຍປ່າ ຢູ່ລາວ ແລະ ການສົ່ງໄມ້ອອກໄປຂາຍ ຕ່າງປະເທດ ທ່ານ ສົມຈິດ ສຸວັນນະຄີລີ ຮອງປະທານອົງການ ອໍານາດປະຊາຊົນລາວ ຜູ້ທີ່ໄດ້ເຫັນສະພາບຄວາມເປັນຈິງ ກ່ຽວປ່າໄມ້ ຕອນທີ່ທ່ານໄດ້ໄປຢ້ຽມບ້ານເກີດ ທີ່ແຂວງສວັນນະເຂດກ່າວຕໍ່ ວິທຍຸເອເຊັຍເສຣີໃນມື້ວັນທີ 25 ພຶສພານີ້ວ່າ ແຕ່ກ່ອນປ່າໄມ້ມີຫລວງຫລາຍ ແຕ່ເວລາທີ່ທ່ານ ກັບໄປເຫັນນັ້ນ ແມ່ນເປົ່າແປນໝົດ: ... ສຽງ...

ແຕ່ເຖິງຢ່າງໃດກໍຕາມ ເວົ້າເຖິງການປູກຕົ້ນໄມ້ ຢູ່ລາວ ໃນປີນີ້ ເປັນຕົ້ນຢູ່ທາງພາກເໜືຶອ ຂອງປະເທດ ເຈົ້າໜ້າທີ່ກົມປ່າໄມ້ ກະຊວງ ກະສິກັມ ແລະປ່າໄມ້ ຂອງລາວ ກໍເວົ້າວ່າ ການປູກຕົ້ນໄມ້ຈະຊ່ອຍໃຫ້ ການຟື້ນຟູປ່າໄມ້ ຢູ່ແຂວງພາກເໜືອ ຄືແຂວງຜົ້ງສາລີ, ຫຼວງ ນໍ້າທາ, ອຸດົມໄຊ ແລະ ແຂວງຫລວງພະບາງ ຊຶ່ງຖືກໄຟໃໝ້ເສັຍຫາຍ ຫລາຍພັນເຮັກຕາ ເມື່ອເດືອນເມສາ ທີ່ຜ່ານມາ.

ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກແຈ້ງການ ສະບັບເລກທີ 43 ວັນທີ 9 ພຶສພາ ນີ້ ຮຽກຮ້ອງໃຫ້ທຸກພາກສ່ວນ ປະກອບສ່ວນເຂົ້າ ໃນການກຽມ ເບັ້ຍຕົ້ນໄມ້ ເພື່ອປູກໃຫ້ບັນລຸໄດ້ຕາມເປົ້າໝາຍ ໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ທີ່ຈະມາເຖິງນີ້.

ກະຊວງດັ່ງກ່າວເວົ້າຕື່ມວ່າ ທຸກກິຈກໍາເພື່ອວັນປູກຕົ້ນໄມ້ ແຫ່ງຊາດນີ້ ຕ້ອງເປັນໄປຕາມມາຕການຕ່າງໆ ຂອງຣັຖບານເພື່ອປ້ອງກັນບໍ່ໃຫ້ ການຣະບາດຂອງ ເຊື້ອພຍາດ ໂຄວິດ-19 ເກີດຊໍ້າອີກ ແລະ ການວາງສະແດງ ເບັ້ຽຕົ້ນໄມ້ ກໍຈະຕ້ອງຈັດຢູ່ ໃນສະຖານທີ່ ທີ່ເໝາະສົມ ໂດຍມີຈໍານວນຜູ້ເຂົ້າຮ່ວມ ໃນແຕ່ລະກິຈກັມຈໍາກັດ ແລະ ພິທີສລອງກໍຄວນໃຊ້ເວລສັ້ນທີ່ສຸດ ເທົ່າທີ່ຈະເຮັດໄດ້. ແລະໜ່ວຍງານປ່າໄມ້ ຄວນຮ່ວມມືກັບຜແນກສຶກສາທິການ ແລະກິລາແຂວງ ເພື່ອຊຸກຍູ້ໃຫ້ໂຮງຮຽນ, ວິທຍາລັຍເອກກະຊົນ ແລະຂອງຣັຖ ແລະອົງການຈັດ ຕັ້ງອື່ນໆ ຈັດກິຈກັມ ປູກຕົ້ນໄມ້ໃນເຂດຂອງຕົນ ໂດຍສະເພາະຢູ່ສວນ ສາທາຣະນະ ແລະ ຕາມແຄມທາງຖນົນ ຊຶ່ງປະຊາຊົນເວົ້າວ່າ ຢູ່ຕາມແຄມທາງ ທີ່ວ່າເຄີຍມີການປູກຕົ້ນໄມ້ໃສ່ນັ້ນ ແມ່ນຕາຍໝົດແລ້ວ

"ສິມີມາແຕ່ໃສ ຕົ້ນໄມ້ແຄມຖອກແຄມທາງຫັ້ນ ກະປູກຢູ່ຕລອດ ວັນທີ 1 ເດືອນ 6 ປູກກົກໄມ້ ວັນປູກກົກໄມ້ ວັນເດັກ ນ້ອຍສາກົລປູກ, ປູກຮ້ອຍນຶ່ງ ຕາຍສອງຮ້ອຍ ໂຕເກົ່າກະຕາຍນໍາ."

ສລຸບແລ້ວຫຼາຍຄົນເວົ້າວ່າ ການປູກຕົ້ນໄມ້ຕາມແຜນຂອງທາງການລາວ ເພື່ອຟື້ນຟູປ່າໄມ້ໃຫ້ກວມເອົາພື້ນທີ່ ທັງໝົດຂອງປະເທດ 70% ໃນທ້າຍປີ 2020 ນີ້ນັ້ນ ຈະບໍ່ສໍາເຣັດ ຍ້ອນວ່າປູກແລ້ວ ບໍ່ມີການ ບົວຣະບັດຮັກສາ ຕົ້ນໄມ້ຖືກທໍາລາຍຫລາຍກວ່າປູກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.