ສາລະວັນ ເອົາດິນປະຊາຊົນ 2,000 ເຮັກຕາ ໃຫ້ນັກລົງທຶນຈີນ

ຊາວບ້ານ ໄດ້ຮັບຄ່າຊົດເຊີຍໜ້ອຍ ທຽບໃສ່ລາຄາດິນ

ທາງການແຂວງສາລະວັນ ເອົາດິນຂອງຊາວບ້ານ ເກືອບ 2,000 ເຮັກຕາ ຢູ່ບ້ານບຶງໄຊ ບ້ານໜອງບົວນ້ອຍ ບ້ານບຶງຂາມບ້ານຈານໃຕ້ ແລະ ບ້ານນາພະນວນ ໃນເມືອງສາລະວັນ ເຮັດໃຫ້ຊາວບ້ານຫຼາຍຄົນ ເກິດຄວາມບໍ່ພໍໃຈ ແລະຮຽກຮ້ອງໃຫ້ທາງການແຂວງ ສະແດງຄວາມຮັບຜິດຊອບ ແລະຊົດເຊີຍເງິນຢ່າງສົມເຫດສົມຜົນ.

ສາລະວັນ ເອົາດິນປະຊາຊົນ 2,000 ເຮັກຕາ ໃຫ້ນັກລົງທຶນຈີນ

ເຖິງວ່າ ທາງການແຂວງສາລະວັນ ເອົາທີ່ດິນຄືນຈາກຊາວບ້ານທັງໝົດ ແຕ່ກໍໄດ້ມີການມອບເງິນຊົດເຊີຍໃຫ້ກັບຊາວບ້ານຜູ້ໄດ້ຮັບຜົນກະທົບແລ້ວ.

ແຕ່ຊາວບ້ານທີ່ໄດ້ຮັບຜົນກະທົບ ໄດ້ເປີດເຜີຍວ່າ ທາງການແຂວງສາລະວັນມອບເງິນຊົດເຊີຍໃຫ້ກັບຊາວບ້ານແທ້ ແຕ່ເປັນຈຳນວນເງິນທີ່ບໍ່ສົມເຫດສົມຜົນ ໂຕຢ່າງ ບາງຄອບຄົວ ສູນເສີຍທີ່ດິນ 2 ເຮັກຕາ ໄດ້ເງິນຊົດເຊີຍ ປະມານ 5-7 ແສນກີບ ເຊິ່ງລາຄາປະເມີນໃນຕະຫຼາດ ແມ່ນສູງເຖິງ 70 ຫາ 100 ລ້ານກີບ.

ເຈົ້າໜ້າທີ່ ພະແນກກະສິກຳແລະສິ່ງແວດລ້ອມ ແຂວງສາລະວັນ ໄດ້ກ່າວວ່າ: ມັນເປັນບ້ານບຶງໄຊເກົ່າ ແຕ່ກີ້ບຶງໄຊມັນຫັ້ນ ມັນບໍ່ໄດ້ຍ້າຍມາຢູ່ແຄມທາງເນາະ ມັນຢູ່ໃນເນາະແຕ່ກ່ອນຫັ້ນ ບໍ່ໄດ້ອອກໄປໃບຕາດິນໃຫ້ແຕ່ດົນແລ້ວ ເປັນດິນສະຫງວນ ບໍ່ໃຫ້ເຮັດອັນອື່ນ ມີແຕ່ວ່າ ຄັນລັດຖະບານຊິເອົາລະ ແມ່ນເອົາໄດ້ ບາດນີ້ລັດຖະບານເອົາແລ້ວ ເຂົາບໍ່ຍອມພວກນັ້ນຫັ້ນນ່າ ກະມັນປະທ້ວງກັນນ່າ.

ກ່ຽວກັບເລື່ອງນີ້ ທາງການແຂວງສາລະວັນ ເວົ້າວ່າ ທີ່ດິນຕອນດັ່ງກ່າວ ແມ່ນເປັນດິນສະຫງວນຂອງລັດຖະບານ ບໍ່ໄດ້ມີການອອກໃບຕາດິນຖາວອນໃຫ້ກັບຊາວບ້ານຢູ່ແລ້ວ ເຖິງວ່າ ຊາວບ້ານຈະທຳການກະເສດມາຫຼາຍປີ ຫຼື ເປັນທີ່ດິນມູນມັງກໍຕາມ.

ເມື່ອປີ 2024 ລັດຖະບານລາວ ໄດ້ອະນຸຍາດໃຫ້ເອກກະຊົນລາວ ແລະຈີນ ລວມ 3 ບໍລິສັດ ຄື ບໍລິສັດ ເລືອງສິດ, ບໍລິສັດ ຈິງລູຍ ແລະບໍລິສັດ ກຽງໄກ ເພື່ອລົງທຶນໃນໂຄງການປູກກ້ວຍ ໝາກຖັ່ວລຽນ ແລະໄມ້ໃຫ້ໝາກຊະນິດອື່ນໆ ເພື່ອສົ່ງອອກໄປປະເທດຈີນ ຢູ່ບ້ານໜອງບົວນ້ອຍ ແລະ ບ້ານໃກ້ຄຽງ ເມືອງສາລະວັນ.

ປັດຈຸບັນ ທາງການແຂວງສາລະວັນ ກໍຍັງບຸກເບິກເນື້ອທີ່ອອກໄປເລື່ອຍໆ ເພື່ອຮອງຮັບການປູກໄມ້ໃຫ້ໝາກຂອງບໍລິສັດເອກກະຊົນຂອງຈີນ ທີ່ເຂົ້າມາລົງທຶນໃນພື້ນທີ່ດັ່ງກ່າວ.