ຊາວລາວສລອງບຸນປີໃໝ່ ພ ສ 2561

ໄມຊູລີ
2018.04.16
F-New-year ຄິວຣົດເມສາຍເໜືອ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
RFA/LX

ຊາວລາວ ທົ່ວປະເທສ ສເລີມສລອງ ບຸນປີໃໝ່ ລາວ ຕາມປະເພນີ ປະຈຳ ຄສ 2018 ຫຼື ພສ 2561 ຊຶ່ງແຕ່ລະຫ້ອງການ ສຳຄັນຕ່າງໆ ຂອງຣັຖ ທັງຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ຈັດພິທີບາສີສູ່ຂວັນ ຂໍພອນແລະຫົດນ້ຳດຳຫົວ ຜູ້ຫລັກຜູ້ໃຫຍ່ເພື່ອ ຕ້ອນຮັບ ປີໃໝ່ຕລອດເຖິງ ບັນດາຫ້າງຮ້ານ, ບໍຣິສັດ ແລະຕາມເຮືອນຊານ ຂອງປະຊາຊົນ ກໍພາກັນ ສເລີມສລອງປີໃໝ່ລາວ ຢ່າງຄຶກຄື້ນ. ດັ່ງຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນວັນທີ 13 ເມສາ 2018 ນີ້ວ່າ:

“ເອີ່, ເພິ່ນເຣີ້ມສລອງແລ້ວ ບາງຫ້ອງລ້າຫ້ອງການ ເພິ່ນກະມີການກິນລ້ຽງ, ແມ່ນລະ ຕອນເຊົ້າເພິ່ນກະມີພິທີບາສີສູ່ຂວັນ ຕອນສວາຍໆ ແລງໆໜ້ອຍນຶ່ງເພິ່ນກະກິນລ້ຽງສັງສັນກັນ ຕາມຮີດຄອງປະເພນີ ອັນນີ້ຍັງບໍ່ໄດ້ສົງພຣະເທື່ອ ຍັງບໍ່ຮອດມື້ ແຕ່ວ່າຫົດນໍ໊າ ຫຼິ້ນນ້ຳນີ້ມີ ສົງພຣະໜ້າຈະແມ່ນເຣີ້ມວັນທີ 14 ມື້ອື່ນເປັນຕົ້ນໄປ."

ໃນຂນະດຽວກັນ ຊາວລາວຈຳນວນຫຼາຍ ກໍພາກັນເດີນທາງກັບເມືອບ້ານ ຂອງໃຜລາວເພື່ອສລອງ ບຸນປີໃໝ່ ນໍາຄອບຄົວ, ພວກເຂົາເຈົ້າ ພາກັນລໍຖ້າ ຄິວຣົດເມ ຢ່າງອັ່ງອໍ ໂດຍສະເພາະ ຄິວຣົດເມສາຍເໜືອ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແມ່ນ ເຕັມໄປດ້ວຍຜູ້ຄົນ ມາລໍຖ້າຂຶ້ນຣົດເມ ຕັ້ງແຕ່ເວລາ 4 ໂມງເຊົ້າ ດັ່ງຜູ້ຈັດການຄິວຣົດເມສາຍເໜືອ ກ່າວຕໍ່ເອເຊັຽເສຣີໃນວັນທີ 13 ເມສາ 2018 ນີ້ວ່າ:

“ຊ້ວງປີ່ໃໝ່ນີ້ເຮົາເຣີ້ມເປີດຫ້ອງການຕັ້ງແຕ່ 4 ໂມງເຊົ້າ ກະເຣີ້ມມີຜູ້ໂດຍສານມາແຫຼະ ຂາຍເຕັມທີ່ນັ່ງເຕັມທີ່ນັ່ງລະກະອອກ ແບບບໍ່ຕົກຄ້າງ ແບບສະດວກດີຫັ້ນແຫຼະ, ວ່າຊັ້ນສາ. ຕັ້ງແຕ່ 4 ໂມງເຊົ້າຈຳພີ້ນ່າ 9 ໂມງແລງ ຜູ້ໂດຍສານໝົດລະຈັ່ງໄດ້ເມືອ. ຄົນໂດຍສານ ບໍ່ມີຕົກຄ້າງ ພວກເຮົາກຽມພ້ອມ ໃຫ້ຜູ້ໂດຍສານໄດ້ກັບບ້ານກັບເຮືອນ ສູ່ຄົນເປັນປົກກະຕິ ບໍ່ມີຕົກຄ້າງ."

ຢ່າງໃດກໍຕາມ ບຸນປີໃໝ່ລາວ ປະຈຳປີ 2018ນີ້ ໄດ້ເຣີ້ມມາແຕ່ ວັນທີ 13 ເມສາ ຈົນເຖິງ ວັນທີ 16 ເມສາ ຄືມື້ສັງຂານຂຶ້ນ ແຕ່ພິເສດ ສໍາລັບປີນີ້ ກໍຄືທາງການລາວໄດ້ປະກາດ ໃຫ້ພະນັກງານພັກຣັຖ ພັກການຈົນຮອດວັນທີ 18 ເມສາ ແລະກັບມາເຮັດວຽກ ຕາມປົກກະຕິ ໃນວັນທີ 19 ເມສາ 2018.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.