ເຈົ້າໜ້າທີ່ແຂວງສາລະວັນທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ແຮງຈູງໃຈໃນການຍິງໃນຄັ້ງນີ້ ມາຈາກຂໍ້ຂັດແຍ່ງທາງດ້ານທຸລະກິດ ເພາະວ່າ ຜູ້ເສັຍຊີວິດທັງ 3 ຄົນ ເຮັດທຸລະກິດຂຸດຄົ້ນຄໍາ ຢູ່ເມືອງກະລຶມ ແຂວງເຊກອງ.
ເຈົ້າໜ້າທີ່ທ່ານນີ້ ຍັງຕື່ມວ່່າ: ຢູ່ໃນລົດຂອງຜູ້ເສັຍຊີວິດ ມີຖົງແຮ່ຄໍາທີ່ຍັງບໍ່ທັນໄດ້ສະກັດປະມານ 5-6 ຖົງ ລວມນໍ້າໜັກປະມານ 30 ກິໂລກຼາມ ຊຶ່ງແຮ່ຄໍາດັ່ງກ່າວຈະຂົນສົ່ງຂຶ້ນໄປນະຄອນຫລວງວຽງຈັນ.
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທ່ານນີ້, ການຂຸດຄໍາຢູ່ເມືອງກະລຶມແຂວງເຊກອງ ດໍາເນີນໄປໂດຍ ບໍລິສັດຂອງຜູ້້ເສັຍຊີວິດ ໄປຮ່ວມມືເຊົ່ານໍາຊາວບ້ານ ແລ້ວດໍາເນີນການຂຸດຄົ້ນ ເປັນການລັກລອບຂຸດຄໍາ ໂດຍຈ້າງເຈົ້າໜ້າທີ່ບ້ານ ແລະ ເຈົ້າໜ້າທີ່ເມືອງ.
ປັດຈຸບັນ ຢູ່ປະເທດລາວ ມີຄົນຈີນເປັນຈໍານວນຫຼາຍເຂົ້າມາຂຸດຄົ້ນຄໍາຢູ່ປະເທດລາວ ບາງບໍລິສັດ ກໍດໍາເນີນການຕາມກົດໝາຍໄດ້ຮັບສໍາປະທານຈາກລັດຖະບານ, ກໍລະນີ ກໍແມ່ນ ບຸກຄົນເຂົ້າມາດໍາເນີນການເອງໂດຍຮ່ວມມືໂດຍກົງກັບຊາວບ້ານ ເຈົ້າໜ້າທີ່ເມືອງບາງຄົນ.
ເຈົ້າໜ້າທີ່ກົມບໍ່ແຮ່ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສລີວ່າ ລັດຖະບານ ໄດ້ອອກລະບຽບການຫ້າມສ່ວນບຸກຄົນຂຸດຄໍາ, ແຕ່ ກໍຍັງມີການລັກລອບຂຸດຄົ້ນຢູ່.
