ມີຜູ້ເຄາະຮ້າຍຈາກລະບອບຄອມມູນນີສ ປະມານ 100 ລ້ານ ຄົນ

ໄວ້ອາໄລວາງພວງມະລາ ເຖິງດວງວິນຍານ ຜູ້ທີ່ປະສົບເຄາະຮ້າຍ ຈາກລະບອບຄອມມູນນີສ

ມີຜູ້ປະສົບເຄາະຮ້າຍຈາກລະບອບຄອມມູນນີສ ປະມານ 100 ລ້ານ ຄົນ ອີງຕາມຂໍ້ມູນຈາກມູນິທິຜູ້ເຄາະຮ້າຍຈາກລະບອບຄົມມູນນີສ, ສະນັ້ນ ຈຶ່ງມີການລໍາເລິກເຖິງດວງວິນຍານ ຈາກລະບອບຄອມມູນນີສຂຶ້ນ.

ມີຜູ້ເຄາະຮ້າຍຈາກລະບອບຄອມມູນນີສ ປະມານ 100 ລ້ານ ຄົນ ຜູ້ຄົນມາຢືນໄວ້ອາໄລ ແກ່ຜູ້ເຄາະເສັຍຊີວິດ ຈາກລະບອບຄອມມູນນີສ (RFA Video)

ຊຸມຊົນຜູ້ທີ່ຖືວ່າ ໂຕເອງໄດ້ຮັບຜົນກະທົບຈາກລະບອບຄອມມູນນີສ ພາກັນມາວາງພວງມະລາ ຢູ່ທີ່ອະນຸສອນສະຖານ ຜູ້ປະສົບເຄາະຮ້າຍຈາກລະບອບຄອມມູນນີສ ຢູ່ ນະຄອນຫລວງ ວໍຊິງຕັນ ດີຊີ ໃນວັນທີ 23 ເມສາ 2026 ນີ້.

ຄົນອາເມລິກາ ເຊື້ອສາຍລາວ ເຊື້ອສາຍຈີນ ເຊື້ອສາຍຄິວບາ ເຊື້ອສາຍຫວຽດນາມ ເຊື້ອສານເກົາຫຼືເໜືອ ແລະ ເຊື້ອສາຍອື່ນໆ ກໍພາກັນມາໂຮມຊຸມນຸມ ໄວ້ອາໄລວາງ ພວງມະລາ ເຖິງດວງວິນຍານ ຜູ້ທີ່ປະສົບເຄາະຮ້າຍ ຈາກລະບອບ ຄອມມູນນີສ ນີ້.

ໃນນັ້ນ ປະເທດລາວ ຫຼືວ່າ ຊຸມຊົນຄົນລາວ ທີ່ມາອາໄສຢູ່ສະຫະລັດອາເມລິກາ ກໍເປັນຄົນນຶ່ງ ທີ່ຖືວ່າ ໂຕເອງປະສົບເຄາະຮ້າຍ ຈາກລະບອບຄອມມູນນີສ ເຊັ່ນດຽວກັນ.

ທ່ານ ນາງ ປາກຍິນສ ລີ່ຟ້ອງ ໂຕແທນອົງການ LCPD ໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ພວກເຮົາມີຄວາມເປັນຫ່ວງເລື່ອງສິດທິມະນຸດໃນລາວ ຍ້ອນ ລັດບໍ່ມີຄວາມຮັບຊອບຫຍັງແຕ່ໃດມາ ໃນຄວາມຈິງທີ່ປະເທດລາວ ມີຜູ້ຖືກບັງຄັບ ໃຫ້ຫາຍສາບສູນຫຼາຍຄົນ ຄືກັບພໍ່ຕູ້ຂອງຂ້ອຍ ທີ່ຫາຍສາບສູນໄປຕະຫຼອດການ ເຊິ່ງກໍເປັນເລື່ອງໜັກໃຈຫຼາຍສໍາລັບຄອບຄົວຂ້ອຍ ທີ່ໄດ້ຮັບຜົນກະທົບໂດຍກົງ.

ທ່ານ ບາຣະມີ ມິດທິວົງ ໂຕແທນອົງການ LCPD ໄດ້ກ່າວຕໍ່ເອເຊັຍເສລີ ວ່າ: ມີ້ນີ້ເປັນທີ່ລະເລິກທີ່ວ່າ ພວກທີ່ຖືກເຄາະຮ້າຍ ຈາກລະບົບຄອມມູນນີສ ນີ້ນ່າ ໂດຍສະເພາະຢູ່ໃນປະເທດລາວ ແລະ ທົ່ວໂລກ ເພື່ອມາລະເລິກເຖິງ ດວງວິນຍານທີ່ຂະເຈົ້າເສີຍຊີວິດໄປໃຫ້ລະບົບທີ່ໂຫດຮ້າຍ.