ເຄີຍເຫັນແຕ່ເຈົ້າໜ້າທີ່ກັກໂຕຊາວບ້ານຍ້ອນລັກຕັດໄມ້ ແຕ່ ເລື່ອງຕໍ່ໄປນີ້ ພັດວ່າ ເປັນຊາວບ້ານກັກໂຕເຈົ້າໜ້າທີ່ ຍ້ອນເຈົ້າໜ້າທີ່ລົງໄປກວດກາການລັກລອບຕັດໄມ້ຂອງຊາວບ້ານ.
ມີການລັກລອບຕັດໄມ້ທ່ອນ ແລະ ໄມ້ຕັບ ຢູ່ເມືອງໝອກ ແຂວງຊຽງຂວາງ ຫລ້າສຸດໃນເດືອນເມສາ ທີ່ຜ່ານມາ ຄະນະເຈົ້າໜ້າທີ່ກວດກາໄມ້ແຂວງ ກໍຖືກຊາວບ້ານກັກໂຕ.
ຊາວບ້ານປະມານ 30 ຄົນ ທີ່ເປັນຜູ້ຊາຍ ເຂົ້າມາປິດລ້ອມ-ກັກໂຕ ຄະນະເຈົ້າໜ້າທີ່ທີ່ລົງໄປກວດກາໄມ້ ຢູ່ເຂດບ້ານນໍ້າທ່ຽງ ເມືອງໝອກ ແຂວງຊຽງຂວາງ.
ເຫດເກີດຂຶ້ນໃນວັນທີ 23 ເມສາ 2026 ເວລາປະມານ 4 ໂມງແລງ ໃນຂະນະທີ່ ຄະນະເຈົ້າໜ້າທີ່ລົງໄປກວດກາໄມ້ຮິ້ງຫອມ ທີ່ເປັນໄມ້ຫວງຫ້າມ ແຕ່ໃນດຽວກັນ ຊາວບ້ານທີ່ເປັນຊາຍຊະກັນຈໍານວນປະມານ 30 ຄົນ ມີຜ້າປິດນ້າ ຖືຄອນ ມີດ ພ້າ ແລະ ດາບ ເຈົ້າມາປິດລ້ອມ ເຈົ້າໜ້າທີ່ ແລະ ໃຊ້ຄ້ອນທຸບລົດເຈົ້າໜ້າທີ່ ອີງຕາມໜັງສືຊີ້ແຈງ ຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຊຽງຂວາງ.
ນອກຈາກນີ້ ກຸ່ມຊາວບ້ານ ຍັງນາບຂູ່ເຈົ້າໜ້າທີ່ບໍ່ໃຫ້ໃຊ້ໂທລະສັບ ແລະ ຫ້າມບໍ່ໃຫ້ຖ່າຍຮູບ ແລະ ບໍ່ໃຫ້ເຈົ້າໜ້າທີ່ອອກໄປໃສ ແລະ ຕໍ່ມາ ຊາວບ້ານທີ່ເປັນກຸ່ມຊາຍຊະກັນ ເອົາລົດ 4 ຄັນ ມາແກ່ເອົາໄມ້ຕັບຢູ່ເຂດບ້ານດັ່ງກ່າວອອກໄປ.
ເຫດການເລີ່ມຜ່ອນຄາຍລົງ ໃນເວລາ ປະມານ 7 ໂມງແລງ, ເຈົ້າໜ້າທີ່ ປກສ ເມືອງ ໝອກ ແລະ ເຈົ້າໜ້າທີ່ແຂວງຈໍານວນນຶ່ງ ຈຶ່ງເຂົ້າໄປຊ່ວຍເຈົ້າໜ້າທີ່ກວດກາໄມ້ທີ່ຖືກກັກໂຕຢູ່ ສ່ວນວ່າ ຊາວບ້ານກັກໂຕເຈົ້າໜ້າທີ່ກໍພາກັນຫລົບໜີ.
ຟັງເບິ່ງເຫດການແລ້ວ ບໍ່ຕ່າງຫຍັງກັບເກີດຂຶ້ນຄືຢູ່ໃນໂທລະທັດ ຫຼື ຊີຣີ ໃນ ເນັດຟິກ Netflix.
ຢູ່ເມືອງໝອກແຂວງຊຽງຂວາງ ມີການລັກລອບຕັດໄມ້ ເປັນຕົ້ນ ໄມ້ຮິ້ງຫ້ອມ, ໄມ້ໂລ່ງເລ່ງ ເຊິ່ງເປັນໄມ້ຫວງຫ້າມ, ແລະ ມີການຕັດໄມ້ທ່ອນ ແລ້ວເອົາແກ່ອອກຈາກປ່າ ແບບບໍ່ມີການຄວບຄຸມ ແລະ ຄຸ້ມຄອງ.
