ຫວນຄືນອະດີດ ການແຕ້ມຮູບ ໂພສເຕີຣ໌ ພາພຍົນ ບົວສວັນ ຂອງລາວ ເຊໂດນ

0:00 / 0:00

ສະ​ບາຍ​ດີ ທ່ານ​ຜູ້​ຟັງ ທີ່​ເຄົາ​ຣົບ…

ຣາຍ​ການຊີ​ວິຕ​ຊາວ​ລາວ ໃນ​ຕ່າ​ງ​ແດນ ໃນ​ສັ​ປ​ດາ​ນີ້ ຂ້າ​ພະ​ເຈົ້າ, ພອນ ພູມ​ມີ​ທອນ, ຈະ​ນຳ​ເອົາ​ການ​ສັມ​ພາດ ທ່ານ​ລາວ​ ເຊ​ໂດນ ຕອນ​ທີ່ 2 ມາ​ສ​ເນີ​ທ່ານ.

ຜ່ານ​ມາ ທ່ານ​ລາວ ເຊໂດນ ກໍ​ໄດ້​ເລົ່າ​ສູ່​ຟັງ ຊີ​ວະ​ປ​ວັດ ຂອງ​ທ່ານ ໂດຍ​ສັງ​ເຂບ ແລະ ກິ​ຈ​ກັມ ການ​ອະ​ນຸ​ຮັກ ແລະ ເຜີຍ​ແຜ່ ເພງ​ລາວອະ​ມະ​ຕະ ໄປ​ແລ້ວ, ໃນ​ສັ​ປ​ດາ​ນີ້ ທ່ານ ຈ​ະ​ເລົ່າ​ສູ່​ຟັງ ກ່ຽວ​ກັບ ສິ​ລ​ປະ ການ​ແຕ້ມ​ຮູບ ຂອງ​ທ່ານ ແລະ ເສັ້ນ​ທາງ ຊີ​ວິຕ ຂອງ​ທ່ານ ຈາກ ປ​ະ​ເທດ​ລາວ ຜ່ານ​ປະ​ເທດ​ໄທ​ຍ ມາ​ເຖິງ ດິນ​ແດນ ສີ​ວິ​ໄລ ຄືປະ​ເທດ ກາ​ນາ​ດາ.