ເສຖກິດລາວທຸກຂແນງ ອ່ອນແຮງ ຍ້ອນໂຄວິດ-19

ຈໍາປາທອງ
2020.06.04
F-Pumpkins ໝາກອຶ ທີ່ຊາວສວນເກັບມາ ເພື່ອສົ່ງອອກຂາຍໄປຈີນ ແຕ່ກັບມາຄ້າງຢູ່ເດີ່ນບ້ານ ຍ້ອນການຂົນສົ່ງຕິດຂັດ ໃນໄລຍະ ໂຄວິດ-19 ຣະບາດ
Citizen Journalist

ທະນາຄານໂລກ ປະຈໍາປະເທດລາວ ປະເມີນວ່າ ການຣະບາດຂອງ ໄວຣັສໂຄວິດ-19 ຈະມີ ຜົລກະທົບຕໍ່ການຂຍາຍໂຕ ຕໍ່ດ້ານເສຖກິດ, ການລົງທຶນ ແລະ ຣາຍໄດ້ຂອງຣັຖບານ ອັນຈະເຮັດໃຫ້ໜີ້ສິນ ຂອງລາວ ໃນປີ 2020 ນີ້ເພິ່ມຫລາຍຂຶ້ນ ຍ້ອນຫົວໜ່ວຍທຸຣະກິດ ເກືອບ ທຸກຂແນງການ ໃນທົ່ວປະເທດ ຢຸດການເຄື່ອນໄຫວກິຈການ, ດັ່ງເຈົ້າໜ້າທີ່ ທະນາຄານໂລກ ປະຈໍາປະເທດລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມິຖຸນາ ນີ້ວ່າ:

“ໂຄວິດ919 ມັນມີຜົລຕໍ່ເສຖກິດ ຍ້ອນວ່າມັນມີຜົລຕໍ່ການຄ້າ ເນາະ service sector ອິຫຍັງຕ່າງໆມັນມີຜົລ ແລ້ວມັນກໍແຮງມາຊໍ້າເຕີມ economics ທີ່ມັນກໍາລັງອ່ອນແອ ຢູ່ແລ້ວຫັ້ນນ່າເສຖກິດມັນຍັງບໍ່ ໄດ້ແບບແຂງແຮງພໍ ແຕ່ມາເຈິໂຄວິດ ມັນກະແຮງຊໍ້າໄປອີກ. ແລ້ວ ໜີ້ສິນມາເຈິ ເສິກໂຄວິດ ມັນກະແຮງໜັກ ຕື່ມອີກຫັ້ນນະ.”

ທ່ານເວົ້າວ່າ ທຸກປະເທດ ທີ່ປະເຊີນກັບບັນຫາ ການຣະບາດ ຂອງໄວຣັສໂຄວິດ-19 ຈະມີໜີ້ສິນເພິ່ມຂຶ້ນ ຢ່າງມະຫາສານ ຊຶ່ງບໍ່ພຽງແຕ່ ປະເທດລາວເທົ່ານັ້ນ. ສໍາລັບລາວ ຍ້ອນສະພາບທາງດ້ານເສຖກິດ ແລະ ເງິນສໍາລອງຂອງລາວ ມີໜ້ອຍ ແລະບໍ່ໝັ້ນຄົງ ຈະເຮັດໃຫ້ ຣັຖບານລາວ ກູ້ຢືມເງິນຈາກທະນາຄານ ຕ່າງໆເພິ່ມຂຶ້ນ ເພື່ອນໍາມາແກ້ໄຂບັນຫາ ເສຖກິດ ຫລັງການຣະບາດ ຂອງໄວຣັສໂຄວິດ-19 ອັນຈະເຮັດໃຫ້ ໜີ້ສິນຂອງລາວ ເພິ່ມຫລາຍຂຶ້ນຕື່ມອີກ.

ອີງຕາມການຣາຍງານ ຂອງທະນາຄານໂລກ ວັນທີ 20 ພຶສພາ 2020, ຍ້ອນສະພາບເສຖກິດ ຂຍາຍໂຕຊ້າ, ການເກັບຣາຍຮັບໄດ້ ບໍ່ເຕັມເມັດ ເຕັມໜ່ວຍ, ມີການກູ້ຢືມເງິນ ອັນຈະເຮັດໃຫ້ຈໍານວນໜີ້ສິນ ເພິ່ມຂຶ້ນເປັນ 65 ຫາ 68% ຂອງລວມຍອດມູນຄ່າຜລິຕພັນ ພາຍໃນ ຫລື GDP ໃນປີ 2020 ຄືເພິ່ມຂຶ້ນຈາກ 59% ໃນປີ 2019 ແລະຄັງສໍາລອງເງິນຕຣາ ຕ່າງປະເທດ ກໍຄາດວ່າ ຈະຫລຸດລົງ ໃນປີ-2020 ນີ້.

ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ໃນນະຄອນຫຼວງວຽງຈັນຜູ້ນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າສະພາບ ເສຖກິດ ໃນນະຄອນຫລວງວຽງຈັນ ຕອນນີ້ ມິດງຽບຫລາຍ ຍ້ອນບໍ່ມີຄົນອອກ ຈາກເຮືອນ ໄປຈັບຈ່າຍຊື້-ຂາຍ ສິນຄ້າ, ນັກທ່ອງທ່ຽວ ຕ່າງປະເທດ ກໍບໍ່ມີມາຄື ແຕ່ກ່ອນ, ສິນຄ້າບາງປະເພດ ກໍເລີ້ມແພງຂຶ້ນ, ຄ່ານໍ້າ ຄ່າໄຟຟ້າ ທຸກຢ່າງແພງໄປໝົດ.

ນາງເວົ້າຕື່ມອີກວ່າ ເຖິງພາກຣັຖຈະຜ່ອນຜັນໃຫ້ທຸຣະກິດ ເຄື່ອນໄຫວກິຈການ ແລະອະນຸຍາດໃຫ້ ຜູ້ຄົນເດີນທາງໄປມາໄດ້ແລ້ວແຕ່ກໍຍັງມີ ມາຕການເຝົ້າຣະວັງ ທີ່ເຂັ້ມງວດຢູ່ ເຮັດໃຫ້ຄົນຈໍານວນ ນຶ່ງຍັງບໍ່ກ້າ ອອກເຮືອນໄປໃສ ຍ້ອນຢ້ານໄວຣັສ ໂຄວິດ-19 ຣະບາດຊໍ້ານັ້ນ ກໍເຮັດໃຫ້ເສຖກິດ ບໍ່ເຄື່ອນໄຫວໄດ້ ຢ່າງເຕັມເມັດເຕັມໜ່ວຍ.

ແລະຜູ້ປະກອບການຮ້ານອາຫານ ໃນນະຄອນຫລວງພະບາງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ໃນໄລຍະທີ່ມີ ການຣະບາດ ຂອງໄວຣັສໂຄວິດ-19 ທຸຣະກິດທຸກຢ່າງປິດໝົດ, ບໍ່ມີການເຄື່ອນໄຫວ, ບໍ່ມີຣາຍໄດ້. ແຕ່ປັດຈຸບັນ ເສຖກິດກໍເລີ້ມກັບມາຄຶກຄັກ ຂຶ້ນແລ້ວ ເພາະມີຄົນລາວ ຈາກຕ່າງແຂວງ ມາທ່ອງທ່ຽວຫລາຍຂຶ້ນ ດັ່ງທີ່ທ່ານກ່າວວ່າ:

“ຄຶກຄັກແລ້ວ ເພາະວ່າດຽວນີ້ ຂະເຈົ້າກະເປີດເປັນທາງການ ບ້ານເຮົາເມືອງເຮົາ ເພິ່ນເປີດໝົດ ແລ້ວເດ໋ ມີແຕ່ຄົນບ້ານເຮົາ ສວັນນະເຂດ ວຽງຈັນເນາະ ຍັງແຕ່ຕ່າງປະເທດ ເພິ່ນບໍ່ໃຫ້ເຂົ້າມາ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ຂອງລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ມິຖຸນາ ນີ້ວ່າ ປັດຈຸບັນ ມາຕການຊ່ອຍເຫລືອ ຜູ້ທີ່ໄດ້ຮັບຜົລກະທົບ ແລະແຜນ ການຟື້ນຟູເສຖກິດ ແລະແກ້ໄຂບັນຫາ ໜີ້ສິນ ທາງສໍານັກງານ ນາຍົກຣັຖມົນຕຣີ ຈະເປັນຜູ້ຄົ້ນຄວ້າ ຮ່ວມກັບຄະນະສະເພາະກິດ ດ້ານເສຖກິດ ດັ່ງທີ່ທ່ານກ່າວວ່າ:

“ຂອງກະຊວງເຮົາສິບໍ່ມີເນາະ ມັນກະມີແຕ່ມາຕການ ສິເປັນຂອງຣັຸບານເລີຍ ຂອງຄະນະສະເພາະກິດ ທາງດ້ານເສຖກິດຫັ້ນນ່າ ກະແມ່ນ ທາງທ່ານນາຍົກຫັ້ນແຫຼະ ກະໃນນັ້ນ ກະສິມີກະຊວງເຮົາຢູ່ໃນຄະນະ ຢູ່.”

ນອກຈາກນີ້ ນັກເສຖສາຕລາວ ທ່ານນຶ່ງໄດ້ໃຫ້ທັສນະຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອບໍ່ດົນມານີ້ວ່າ ເສຖກິຈລາວ ຈະຂຍາຍໂຕຕາມ ເປົ້າໝາຍ ຫຼືຂຍາຍໂຕຊ້າ ແລະ ຈະດີຂຶ້ນ ຫຼືບໍ່ ໃນປີ 2020 ນີ້ ມັນຂຶ້ນກັບ ສະພາບເສຖກິຈ ໃນປະເທດຄູ່ຄ້າ ຂອງປະເທດລາວ ເປັນ ປັດຈັຍຫຼັກ ເປັນຕົ້ນແມ່ນຈີນ, ໄທຍ ແລະ ວຽດນາມ. ຖ້າຫາກປະເທດເຫຼົ່ານັ້ນ, ຍັງປະສົພກັບວິກິຈ ຈາກສະພາບໂຄວິດ-19 ຢູ່ ກໍຈະສົ່ງ ຜົລສະທ້ອນ ທາງດ້ານການຄ້າ ແລະ ການລົງທຶນ ກັບປະເທດລາວ ເຊັ່ນກັນ.

“ຈີນ ເປັນແຫລ່ງລົງທຶນ ທີ່ສໍາຄັນທີ່ສຸດ ເປັນແຫລ່ງຕລາດທີ່ສົ່ງອອກ ທີ່ສໍາຄັນທີ່ສຸດຂອງລາວ ໄທ ສິເປັນຈັ່ງໃດເຮົາກະຍັງບໍ່ທັນແນ່ ມັນຂຶ້ນກັບສະພາບຢູ່ ບໍຣິເວນແຖວນີ້ນໍາ. ໄທ ກໍເປັນຄູ່ການຄ້າຫລັກໆ ແຫລ່ງລົງທຶນ ທີ່ສໍາຄັນ. ວຽດນາມຄືກັນ ສໍາຄັນທີ່ສຸດແມ່ນ ຄູ່ການຄ້າ ຂອງລາວ.”

ຈາກການປະເມີນຜົລກະທົບ ຕໍ່ເສຖກິດ ແລະໜີ້ສິນຂອງປະເທດລາວ ໃນປີ 2020 ແລ້ວ ທະນາຄານໂລກ ໄດ້ສເນີມາຕການຫລຸດຜ່ອນ ຜົລກະທົບນັ້ນ ຕໍ່ຣັຖບານລາວ ທີ່ຄວນຫາແນວທາງ ກະຕຸ້ນເສຖກິດ ໃນທັນທີ ເພື່ອເຮັດໃຫ້ເສຖກິດຟື້ນໂຕ ແລະມີຄວາມໝັ້ນຄົງໃນໄລຍະ ກາງ ແລະ ໄລຍະຍາວ; ດ້ວຍງົບປະມານ ທີ່ຈໍາກັດ ຣັຖບານລາວ ຄວນຈັດລໍາດັບຄວາມສໍາຄັນ ໃນການໃຊ້ຈ່າຍເງິນ ໃຫ້ມີປະສິດທິພາບ ສູງສຸດ ເພື່ອ ຫລຸດຜ່ອນການໃຊ້ຈ່າຍ ທີ່ບໍ່ຈໍາເປັນ ແລະ ຄວນພັທນາ ຊັພຍາກອນມະນຸດ ໃນປະເທດໃຫ້ຫຼາຍຂຶ້ນກວ່່າເກົ່າ ເພື່ອກຽມພ້ອມ ຮັບມືກັບຜົລກະທົບ ທີ່ອາດຈະເກີດຂຶ້ນ ໃນອະນາຄົດ ໂດຍສະເພາະ ທາງດ້ານສາທາຣະນະສຸຂ ແລະດ້ານເສຖກິດ-ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.