ຄົນຈີນ ໄລ່ແມ່ຄ້າລາວ ອອກຕລາດ ທີ່ໄຊຍະ
2020.11.24
ເມື່ອວັນທີ 21 ພຶສຈິກາ ທີ່ຜ່ານມານີ້, ພະນັກງານຊາວຈີນ ຂອງບໍຣິສັດ ຮາວຮຸ້ຍລາວ ຈຳກັດ ຂອງນັກລົງທຶນຈີນ, ເຊິ່ງເປັນບໍຣິສັດ ຜູ້ສັມປະທານ ຕລາດຮາວຮຸ້ຍລາວ ຢູ່ບ້ານສີມຸງຄຸນ, ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ໄດ້ຮ້າຍໃສ່ ແມ່ຄ້າຊາວລາວ ຣາຍນຶ່ງ ທີ່ຕັ້ງຮ້ານຂາຍຜັກ ຢູ່ໃນຕລາດ ດັ່ງກ່າວ ຢ່າງດຸເດືອດ ພ້ອມທັງໄລ່ ອອກຕລາດ. ເຖິງແມ່ນວ່າ ແມ່ຄ້າຈະຂໍ ມ້ຽນເຄື່ອງກ່ອນກໍຕາມ, ແຕ່ຄົນຈີນ ບໍ່ຟັງ ແລະ ພະຍາຍາມ ທຳລາຍເຄື່ອງຂອງ ຍ້ອນບໍ່ພໍໃຈ ທີ່ແມ່ຄ້າ ຄົນດັ່ງກ່າວ ບໍ່ເຮັດຕາມຣະບຽບ, ໂດຍຕັ້ງຮ້ານຂາຍຜັກ ເກີນເນື້ອທີ່ ຂອບເຂດ ທີ່ກຳນົດ ແລະ ກາຍອອກມາ ທາງຍ່າງ. ດັ່ງຊາວບ້ານທີ່ເຫັນເຫດການ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 23 ພຶສຈິກາ 2020 ວ່າ:
"ແມ່ນຕັ້ງຮ້ານ ພື້ນທີ່ເກີນແດນ, ແຕ່ວ່າ ໜ້າຈະຈະແມ່ນ ຜິດຣະບຽບ ຂອງເຂົາຫັ້ນແຫຼະ. ເຮົາກາບໍ່ໄດ້ຂາຍ ຢູ່ຕລາດ ບໍ່ປານໃດ ບໍ່ທັນຮູ້ດີ ບໍ່ໄດ້ເຊົ່ານໍາຈີນ."
ພໍ່ຄ້າ ແຂວງໄຊຍະບູຣີ ທີ່ຂາຍເຄື່ອງ ໃນຕລາດ ຮາວຮຸ້ຍລາວ ເວົ້າວ່າ ການເຮັດແບບນັ້ນ ຂອງພະນັກງານ ຊາວຈີນ ຖືວ່າຮຸນແຮງ ເກີນໄປ ແລະ ໃຊ້ອຳນາດ ເກີນຂອບເຂດ. ອັນທີ່ຈິງ, ຫາກພົບວ່າ ແມ່ຄ້າຄົນໃດ ເຮັດຜິດກົດຣະບຽບ ກໍຄວນເວົ້າ ນໍາຂະເຈົ້າດີໆ ຫຼືຕັກເຕືອນກໍໄດ້. ດັ່ງທ່ານໄດ້ກ່າວວ່າ:
"ສຳລັບທຽບກັບຄົນລາວ ມັນກາຊິຄື ເກີນເຫດເນາະ. ເຣື່ອງສ່ຳນີ້ ບອກກັນດີໆເນາະ, ຕັກເຕືຶອນກັນ ຄັ້ງທຳອິດ ກະບໍ່ໃຫ້ຂາຍ, ຊີ້ເນາະ. ເກີດມີເທື່ອໜ້າ, ກະປັບໄໝ, ຊີ້ເນາະ. ແບບນີ້, ມັນກະຄືວ່າ ຮຸນແຮງໂພດ, ຊີ້ເນາະ. ແບບຮ້າຍ ຢຽບເຂົ້າຂອງເພິ່ນ, ທຳລາຍເຂົ້າຂອງເພິ່ນ, ຊີ້ນ້າ. ເກີດເຫດຫັ້ນນ່າ ເຂົາບອກດີ, ຊີ້ນ່າ. ແລ້ວໄປໂວຍວາຍເຂົາ ຢຽບເຂົ້າຂອງເຂົາ."
ທ່ານເວົ້າຕື່ມວ່າ ສຳລັບເຫດການ ດັ່ງກ່າວ ແມ່ນເຫດການ ຄັ້ງທຳອິດ ທີ່ເກີດຂຶ້ນ ຢູ່ຕລາດແຫ່ງນີ້, ເຊິ່ງນັບຕັ້ງແຕ່ ຕົນໄດ້ເປີດ ຮ້ານຂາຍເຄື່ອງ ຢູ່ຕລາດຫຼາຍປີ ກໍບໍ່ເຄີຍເຫັນ ກໍຣະນີແມ່ຄ້າ ຖືກໄລ່ອອກ. ແຕ່ເຖິງຢ່າງໃດກໍຕາມ, ຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ລົງມາແກ້ໄຂ ສະພາບການ ດັ່ງກ່າວ ເພື່ອໃຫ້ຄວາມເປັນທັມ ແກ່ທັງສອງຝ່າຍ ຮວມທັງບໍ່ໃຫ້ເກີດ ບັນຫາແນວນີ້.
ໃນຂະນະດຽວກັນ, ພໍ່ຄ້າອີກທ່ານນຶ່ງ ທີ່ຂາຍເຄື່ອງ ຢູ່ຕລາດ ແຫ່ງດຽວກັນນີ້ ໄດ້ເວົ້າວ່າ ກໍຣະນີ ທີ່ເກີດຂຶ້ນນັ້ນ, ເປັນຍ້ອນພະນັກງານ ຊາວຈີນ ໄດ້ຕັກເຕືອນ ແມ່ຄ້າດັ່ງກ່າວ ຫຼາຍເທື່ອແລ້ວ, ແຕ່ແມ່ຄ້າ ບໍ່ຟັງ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຊາວຈີນ ບໍ່ພໍໃຈ.
"ຂະເຈົ້າວ່າ ເພິ່ນຫັ້ນກຳນົດເຂດ ໃຫ້ຂະເຈົ້າ ຂາຍເຄື່ອງເນາະ, ແຕ່ວ່າເພິ່ນ ແບບຂາຍກາຍເຂດ ແບບວ່າທາງຫຍັງ ແບບຂະເຈົ້າ ຄົນຍ່າງ ກາຍໄປກາຍມາ ໄດ້ເຕືອນຫຼາຍເທື່ອແລ້ວ ເພາະວ່າ ເສັ້ນແລວຂີດ ຕະກີ້ຫັ້ນ ຈະເອົາປູນຂາວຫັ້ນນ່າ ໄປໂຮຍໆເນາະ. ແຕ່ວ່າດຽວນີ້, ເຮົາຍັງຣະເມີດ ຣະບຽບຂອງຂະເຈົ້າຢູ່, ຊີ້ນ່າ. ຊິແມ່ນເຫຼືອໃຈແຮງຕິເບາະ."
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງໄຊຍະບູຣີ ກ່າວວ່າ ໃນເບື້ອງຕົ້ນ ໄດ້ສົ່ງເຈົ້າໜ້າທີ່ ໄປກວດສອບ ເຣື່ອງດັ່ງກ່າວແລ້ວ ພ້ອມທັງກຳລັງ ກວດກາ ຕົ້ນປາຍສາເຫດ ຂອງກໍຣະນີ ດັ່ງກ່າວ ເພື່ອຫາແນວທາງ ແກ້ໄຂ ແລະ ໃຫ້ຄວາມເປັນທັມ ຄູ່ກໍຣະນີ ທັງສອງຝ່າຍ. ດັ່ງທ່ານກ່າວວ່າ:
"ຂາຍເກີນຂອບເຂດ ກຳນົດນ່າ ແບບວ່າ ສົມມຸດກຳນົດນີ້ ບໍ່ໃຫ້ລື່ນອອກ ມາຈັກແມັຕ ແລ້ວເຂົາວາງເກີນ, ຊີ້ນ່າ ເພາະວ່າຕລາດນີ້ ແມ່ນແຂວງຄຸ້ມຄອງເນາະ. ກຳລັງກວດສອບ ກັນຢູ່ນີ້ແຫຼະ, ເຮົາກາຍັງບໍ່ຮູ້ ຕົ້ນປາຍສາດເຫດ ເທື່ອດອກ."
ວິທຍຸເອເຊັຽເສຣີ, ພະຍາຍາມ ຕິດຕໍ່ໄປຫາ ຜູ້ສັມປະທານ ຕລາດຮາວຮຸ້ຍລາວ ເພື່ອຂໍຖາມ ຄວາມຈິງເພີ່ມຕື່ມ, ແຕ່ບໍ່ມີ ເຈົ້າໜ້າທີ່ ພາກສ່ວນໃດ ຮູ້ເບີໂທຣະສັບ ຂອງຜູ້ສັມປະທານ ຕລາດດັ່ງກ່າວ.
ຢ່າງໃດກໍຕາມ, ສຳລັບເຫດການ ທີ່ເກີດຂຶ້ນ ໄດ້ມີຊາວບ້ານ ໄດ້ຖ່າຍຄລິບ ວີດີໂອ ເຫດການເອົາໄວ້ ພ້ອມທັງ ໄດ້ເຜີຍແຜ່ ຜ່ານສື່ສັງຄົມອອນລາຍ, ເຊິ່ງບັນດາ ຜູ້ໃຊ້ສື່ສັງຄົມອອນລາຍ ຫຼາຍຄົນ ທີ່ໄດ້ເຫັນເຫດການ ກໍສະແດງຄວາມບໍ່ພໍໃຈ ທີ່ຊາວຈີນ ເຮັດກັບຄົນລາວ ແບບນັ້ນ ທັງທີ່ເຂົ້າມາ ເຮັດທຸຣະກິຈ ຢູ່ໃນລາວ ແລະ ອີກຫຼາຍຄົນ ກໍຮັບບໍ່ໄດ້ ທີ່ເຫັນຄົນຈີນ ເຂົ້າມາໃຊ້ອຳນາດ ກັບຄົນຫາເຊົ້າກິນຄໍ່າ ແລະ ມີສິດຫຍັງ ຈຶ່ງໄປໄລ່ຄົນລາວ ອອກຈາກບ່ອນ ທີ່ຂະເຈົ້າຂາຍເຄື່ອງ.
ບໍຣິສັດຮາວຮຸ້ຍລາວ ຈຳກັດ ໄດ້ເຂົ້າມາ ສັມປະທານ ຕລາດດັ່ງກ່າວ ບໍ່ຮູ້ວັນ, ເດືອນ, ປີ ຄັກແນ່, ແຕ່ເກີດຂຶ້ນ ໃນໄລຍະ 3 ປີຜ່ານມາ, ເຊິ່ງແຕ່ກ່ອນ ຕລາດແຫ່ງນີ້ ແມ່ນບໍຣິສັດເອກະຊົນ ຂອງລາວ ເປັນຜູ້ສັມປະທານ ແລະ ໄດ້ປ່ຽນເປັນ ຂອງຄົນຈີນ, ເຊິ່ງຫຼັງຈາກ ນັກລົງທຶນຈີນ ໄດ້ເຂົ້າມາ ສັມປະທານ ກໍໄດ້ກໍ່ສ້າງ ສິ່ງປຸກສ້າງຕ່າງໆ ພາຍໃນຕລາດ ພ້ອມທັງອອກຣະບຽບ ການຄ້າ-ຂາຍ ຫຼາຍຂໍ້ ເພື່ອໃຫ້ແມ່ຄ້າລາວ ປະຕິບັດຕາມ, ອີງຕາມຄວາມເວົ້າ ຂອງຊາວບ້ານ ບ້ານສີມຸງຄຸນ ທີ່ບໍ່ປະສົ່ງອອກຊື່ ແລະ ສຽງ.