ປະຊາຊົນ ຈະພົ້ນຈາກຄວາມທຸກຍາກ ໃນປີ 2020 ນັ້ນ ຄົງເປັນໄປບໍ່ໄດ້

ຈຳປາທອງ
2018.08.06
F-INCITHONG ທ່ານອິນຊີທອງ ໂຄສົກອົງການລາວເສຣີ
Inxithong/RFA

ມາຕຖານພົ້ນທຸກ ແລະ ມາຕຖານພັທນາຂອງຣັຖບາລ ສປປລາວ ກໍາ ນົດເອົາໄວ້ຢູ່ໃນດຳຣັດ ຂອງຣັຖບາລເລຂທີ 348 ຊຶ່ງຖືກເຜີຍແຜ່ ແລະຜັນຂຍາຍ ຢູ່ໃນກອງປະຊຸມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໃນມື້ວັນທີ 16 ແລະ 17 ກໍຣະກະດາ 2018 ໂດຍທີ່ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ແນະນຳບັນດາຣັຖມົນຕຣີ, ຫົວໜ້າອົງການຣັຖທຽບເທົ່າກະຊວງ, ເຈົ້າແຂວງ ຮອງເຈົ້າແຂວງ ຈາກ ທົ່ວປະເທສ ໃນມື້ວັນທີ 17 ກໍຣະກະດາວ່າ ເຖິງເວລາແລ້ວ ທີ່ຈະປ່ຽນແປງການຢູ່ກິນແບບເກົ່າ ແລະຄວາມເຄີຍຊິນ ທີ່ບໍ່ສອດຄ່ອງກັບຍຸກ ປັດຈຸບັນ. ແລະການຮູ້ເຖິງວິທີ ການບໍຣິຫານຈັດການໃນການໃຊ້ຊັພພະຍາກອນຂອງຊາດແບບຍືນຍົງຫຼາຍຂຶ້ນ ເພື່ອການດໍາຣົງຊີວິດ ທີ່ດີຂຶ້ນ ກໍເປັນສິ່ງຈໍາເປັນ ເຊັ່ນກັນ, ອີງ​ຕາມ​ຣາຍ​ງານ ຂອງ Vientiane Times.

ໃນປັດຈຸບັນ, ທຽບໃສ່ທ້າຍປີ 2015, ຄອບຄົວທຸກຍາກຫຼຸດລົງ 1,011 ຄອບ ຄົວ ຄືຫຼຸດລົງ 1,25%, ຄືຍັງມີຄອບຄົວທຸກຍາກຢູ່ຈຳນວນ 64,593 ຄອບຄົວ ເທົ່າກັບ 5,34%; ບ້ານທຸກຍາກໄດ້ຫຼຸດລົງ 200 ບ້ານ ຄືຫຼຸດລົງ 2,37% ຍັງເຫຼືອບ້ານທຸກຍາກ 1,536 ບ້ານ ຫລື 18,13%. ເວົ້າເຖິງຄອບຄົວທີ່ຍັງທຸກຍາກ ເກືອບ 64,600 ຄອບຄົວທີ່ວ່ານັ້ນ ຕາມຄໍາເວົ້າແບບສັງລວມຂອງເຈົ້າໜ້າທີ່ທາງການລາວ ຜູ້ບໍ່ປະສົງອອກຊື່ ແລະສຽງ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 23 ກໍຣະກະດາ 2018 ນີ້ວ່າ:

"ຈະແກ້ໄຂໄດ້ຍາກ ຍ້ອນມັນເປັນກຸ່ມທີ່ທຸກຍາກທີ່ສຸດ ຊຶ່ງຂອດແກ້ໄຂນັ້ນ ຈະຕ້ອງໄດ້ອາສັຍຫລາຍພາກສ່ວນ ໃຫ້ການຊຸກຍູ້ ແລະສນັບສນູນ ໂດຍສະເພາະແມ່ນຊ່ອຍພວກເຂົາເຈົ້າ ໃຫ້ສາມາດສ້າງໄດ້ອາຊີບປ່ຽນແທນ.”

ທາງການ ສປປລາວ ເວົ້າວ່າ ທົ່ວປະເທດມີບ້ານພັທນາ 4,138 ບ້ານ ແລະບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ ໃນເຂດຊົນນະບົດ 56 ບ້ານ ໃນຂນະທີ່ຫຼາຍຄົນຍັງເວົ້າວ່າ ສະພາບໃນເຂດຊົນນະບົດຂອງລາວຍັງບໍ່ມີການປ່ຽນ ແປງພໍເທົ່າໃດ ເປັນຕົ້ນດ້ານການທໍາມາຫາກິນຫຍຸ້ງຍາກ ແລະ ຊີວິດການເປັນຢູ່ຝືດເຄືອງ, ຂາດເຂີນໂພສະນາການ, ການສຶກສາແລະສາທາຣະນະສຸຂ ຍັງມີຄວາມຫຍຸ້ງຍາກ, ເດັກນ້ອຍຈໍານວນ ຫຼວງຫຼາຍບໍ່ມີໂອກາດ ໄດ້ເຂົ້າໂຮງຮຽນໃນຍາມເຈັບປ່ວຍ ປະຊາຊົນບໍ່ໄດ້ຮັບການປິ່ນປົວຢ່າງທົ່ວເຖິງ ດັ່ງທ່ານ ອິນຊີທອງ ຄນະນໍາ ແລະ ທັງເປັນໂຄສົກ ອົງການລາວເສຣີ Free Laos Campaign ທີ່ສະຫະຣັຖອາເມຣິກາ  ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກໍຣະກະດາ ນີ້ວ່າ:

(ຟັງ​ສຽງ)

ເຖິງແມ່ນນາຍົກ ທອງລຸນ ໂຄສະນາວ່າ ຜົລສໍາເຣັດໃນການພັທນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນຊຸມປີຜ່ານມາ ໄດ້ເຮັດໃຫ້ ຊົນນະບົດມີການປ່ຽນແປງ ທີ່ຕັ້ງໜ້າຫຼາຍປະການ ເຮັດໃຫ້ຊົນນະບົດ ມີໃບໜ້າໃໝ່, ຊີວິດການເປັນຢູ່ ດ້ານວັດຖຸ ແລະ ຈິດໃຈ ຂອງຊາວ ຊົນນະບົດ ໄດ້ຮັບການປັບປຸງດີຂຶ້ນ ກວ່າແຕ່ກ່ອນຫຼາຍ ແລະທັງໄດ້ສເນີບາງທັດສະນະ ກ່ຽວກັບກະສິກຳຊົນນະບົດ ຊຶ່ງເປັນໂຄງສ້າງອັນນຶ່ງ ສຳຄັນທີ່ສຸດ ຢູ່ໃນຍຸດທະສາດ ການພັທນາ ເສຖກິຈ-ສັງຄົມແຫ່ງຊາດ, ການຍົກສູງຊີວິດການເປັນຢູ່ ທາງດ້ານວັດຖຸ ແລະຈິດໃຈ ຂອງຊາວ ຊົນນະບົດ ຕ້ອງຢູ່ບົນພື້ນຖານ ກົນໄກເສຖກິຈຕລາດ ຕາມທິດສັງຄົມນິຍົມ ແລະອື່ນໆ ທີ່ຫຼາຍຄົນເວົ້າວ່າ ເປັນການ ໂຄສະນາຊວນເຊື່ອ ໃຫ້ປະຊາຊົນ ເປັນຕົ້ນຊາວຊົນນະບົດ ຫລົງໄຫລໄປຕາມ ຄືດັ່ງທີ່ຜູ້ນໍາພັກ ປະຊາຊົນປະຕິວັດລາວ ປະຕິບັດມາໃນຣະຍະ 40 ປາຍປີມານີ້ ດັ່ງທີ່ທ່ານ ອິນຊີທອງ ກ່າວວ່າ:

(ຟັງ​ສຽງ)

ປັດຈຸບັນ ຢູ່ ສປປລາວ ກໍາລັງກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຕາມທິດ 3 ສ້າງ. ໃນນັ້ນຈະມີການກວດກາເບິ່ງຄາດໝາຍ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັທນາ ຕາມທີ່ ໄດ້ກຳນົດໄວ້ ໃນຄຳສັ່ງຂອງນາຍົກຣັຖມົນຕຣີເລຂ ທີ 34. ແຕ່ຕົ້ນຕໍກໍແມ່ນຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກທີ່ກໍານົດເອົາໄວ້ວ່າ ການພັທນາຊົນະບົດ ຮອບດ້ານ ຢ່າງແຂງແຮງ ຕໍ່ເນື່ອງຕາມ 4 ເນື້ອໃນ 4 ຄາດໝາຍ ເປັນມາຕການຍຸທສາດຍາວນານ ສຸມໃສ່ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ດ້ວຍການຊຸກຍູ້ສົ່ງເສີມ ການຜລິດເປັນສິນຄ້າ ຕິດພັນກັບການຈັດສັນອາຊີບ ແລະ ພູມລໍາເນົາຄົງທີ່ ໂດຍ ສະເພາະຢູ່ເຂດຊົນນະບົດ, ພູດອຍຫ່າງໄກສອກຫລີກ ຊຶ່ງເຈົ້າໜ້າທີ່ທາງການລາວກ່າວວ່າ:

"ມາຮອດປັດຈຸບັນ ພວກທ່ານ ກໍາລັງມີເຄຶ່ອງມື ໂດຍສະເພາະກໍແມ່ນ ດໍາຣັຖ 348 ສະບັບໃໝ່ນີ້ ທີ່ເປັນເຄື່ອງ ມືເພື່ອກວດກາຄືນວ່າ ສະພາບທຸກຍາກຂອງບ້ານນັ້ນ ຍັງຈະເຫລືອເທົ່າໃດ ຊຶ່ງກະວ່າຈະແມ່ນປະມານເດືອນກັນຍາ ທີ່ຈະມາເຖິງນີ້ ຈະໄດ້ຕົວເລກອອກມາໃໝ່.”

ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ລຽນ ທິແກ້ວ ຣັຖມົນຕຣີ ກະຊວງກະສິກໍາ ແລະ ປ່າໄມ້ ກໍກ່າວແນະນຳ ໃຫ້ບັນດາກະຊວງ, ອົງການຣັຖ ທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນຮັບຮູ້, ເຂົ້າໃຈເປັນເອກະພາບ ແລະດຳເນີນ ການຈັດຕັ້ງ ຜັນຂຍາຍດໍາຣັຖດັ່ງກ່າວ ຕາມພາລະບົດບາດ ໜ້າທີ່ຂອງຕົນ ເພື່ອກະກຽມໃຫ້ແກ່ການດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນ ດັ່ງທີ່ກ່າວມານັ້ນ.

ເວົ້າເຖິງເງື່ອນໄຂຕ່າງໆ ທີ່ກໍານົດໄວ້ຢູ່ໃນດໍາຣັຖ ວ່າດ້ວຍມາຕຖານພົ້ນທຸກແລະມາຕຖານພັທນາ ເຈົ້າໜ້າທີ່ທາງການລາວທ່ານດຽວກັນນີ້ ກ່າວບາງຕອນແບບສັງລວມວ່າ:

”ດຽວນີ້ທາງຣັຖບາລ ເພີ່ນໄດ້ກໍານົດເງື່ອນໄຂ ລັກສະນະທຸກຍາກ ແລະທັງເຣື່ອງສາເຫດທີ່ພາໃຫ້ທຸກຍາກ. ຈະໄດ້ດໍາເນີນການກວດກາຄືນ ໃນທົ່ວປະເທສ ໃນອີກສອງເດືອນຂ້າງໜ້ານີ້. ພ້ອມກັນນັ້ນ ທ່ານກໍເວົ້າເຖິງ ເນື້ອໃນ ຈິດໃຈໃຫຍ່ຂອງດໍາຣັຖເລກທີ 348 ວ່າ ຕົ້ນຕໍກໍແມ່ນ ພວກທ່ານໄດ້ສືບຕໍ່ຜັນຂຍາຍດໍຣັຖ 309 ໃນຣະຍະຜ່ານມາຊຶ່ງຕົ້ນຕໍກໍແມ່ນຈະໄດ້ກວດກາປະເມີນ ກ່ຽວກັບມາດຕະຖານພົ້ນທຸກແລະພັທນາ. ໃນນັ້ນມາດຕະຖານ ພົ້ນທຸກນີ້ ກໍຈະມີການກວດກາປະເມີນຄືນ ມາຕຖານຄອບຄົວພົ້ນທຸກ, ຄອບຄົວພັທນາ, ບ້ານພົນທຸກ ບ້ານພັທນາ ແລະຈະມີການກວດກາປະເມີນມາຕຖານສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ຕລອດເຖິງ ເມືອງພົ້ນທຸກ ເມືອງເຂັ້ມແຂງ ຮອບດ້ານ.”

ດໍາຣັຖຂອງຣັຖບາລ ສປປລາວ ວ່າດ້ວຍມາຕຖານພົ້ນທຸກແລະມາຕຖານພັທນາ ປະກອບດ້ວຍ 6 ໝວດ 19 ມາດຕຣາ. ໃນນັ້ນບັນຫາ ທີ່ເປັນໃຈກາງກວ່າໝູ່ ແມ່ນຢູ່ໃນໝວດທີ 3 ທີ່ກຳນົດມາຕຖານພັທນາ. ມາດຕຣາ 7 ມາຕຖານ ຄອບຄົວພັທນາ ມີ 5 ເງື່ອນໄຂ; ມາດຕຣາ 8 -ມາຕຖານບ້ານພັທນາ ມີ 11 ເງື່ອນໄຂ; ມາດຕຣາ 9 -ມາຕຖານເມືອງເຂັ້ມແຂງຮອບດ້ານ ມີ 10 ເງື່ອນໄຂ ແລະ ມາດຕຣາ 10 ມາຕຖານບ້ານໃຫຍ່ ເປັນຕົວເມືອງນ້ອຍ ໃນຊົນນະບົດ ມີ 14 ເງື່ອນໄຂ.

ຜູ້ນໍາພັກປະຊາຊົນ ປະຕິວັດລາວ ເວົ້າວ່າ ຈະເຮັດໃຫ້ ສປປລາວ ຫລຸດພົ້ນອອກຈາກ ປະເທສດ້ອຍພັທນາ ແລະ ຈະພັທນາຊົນນະບົດ ແລະ ເຮັດໃຫ້ປະຊາຊົນ ພົ້ນຈາກຄວາມທຸກຍາກ ໃນປີ 2020 ແຕ່ຫຼາຍຄົນຮວມທັງໂຄສົກ ອົງການລາວເສຣີເວົ້າວ່າເປັນໄປບໍ່ໄດ້ ເຖິງແມ່ນ ຜູ້ນໍາພັກຈະກໍານົດເອົາໄວ້ວ່າ ໃນປີ 2020 ຈະສູ້ຊົນເຮັດໃຫ້ຣາຍໄດ້ແຫ່ງຊາດ ສເລັ່ຽຕໍ່ຫົວຄົນ ບັນລຸໄດ້ປະມານ 2,250 ໂດລາສະຫະຣັຖ, ຕ້ອງສູ້ຊົນໃຫ້ດັດສະນີຄວາມບອບບາງ ທາງດ້ານເສຖກິຈ (EVI) ບັນລຸຕໍ່າກວ່າ 32 ແລະເຮັດໃຫ້ລວມຍອດມູນຄ່າຜລິດຕະພັນພາຍໃນ ຫຼື GDP ຂຍາຍຕົວສເລັ່ຽບໍ່ໃຫ້ຫຼຸດ 7.5% ຕໍ່ປີກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.