ເຈົ້າໜ້າທີ່ໂຍທາທິການແລະຂົນສົ່ງ ທ່ານນຶ່ງໄດ້ຢືນຢັນຕໍ່ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ການກໍ່ສ້າງ ເສັ້ນທາງແຕ່ 3 ແຍກ ຈີ່ນາຍໂມ້ ໄປຫາເຂດບ້ານຫ້ອມ ບ້ານທ່າແຂກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເລື່ອນການກໍ່ສ້າງອອກໄປ ຢ່າງບໍ່ມີກຳນົດເນື່ອງຈາກວ່າ ຜູ້ຮັບເໝົາກໍ່ສ້າງບໍ່ມີງົບປະມານ ທີ່ວ່າຈະສ້າງໃຫ້ແລ້ວກ່ອນປີໃໝ່ລາວ 2018 ນີ້ ແລະໄດ້ໂຈະການກໍ່ສ້າງມາໄດ້ 6 ເດືອນປາຍແລ້ວ ແຕ່ໃນ ປະຈຸບັນ ທາງບໍຣິສັດຜູ້ຮັບເໝົາກໍ່ສ້າງ ທີ່ເປັນບໍຣິສັດຈີນ ກໍຍັງຢູ່ໃນຂັ້ນຕອນຂໍເງິນກູ້ ເພື່ອສືບຕໍ່ການກໍ່ສ້າງ, ດັ່ງທ່ານກ່າວໃນຕອນນຶ່ງວ່າ:
“ປະຈຸບັນໂຈະ ໂຈະມາໄດ້ 6 ເດືອນແລ້ວ ຖ້າເງິນກູ້ເພື່ອມາສືບຕໍ່ໃໝ່ ດຽວນີ້ເຂົາໄປແລ່ນເງິນກະໃຊ້ເວລາຢູ່ ປະມານ 1 ເດືອນ ຕາມລົມກັບ ປະສານງານກັບຈີນ, ກຳນົດບໍ່ໄດ້ ເພາະວ່າກຳລັງແລ່ນເງິນກູ້ໃໝ່.”
ທ່ານກ່າວຕື່ມວ່າພາກສ່ວນກ່ຽວຂ້ອງກຳລັງຂໍເງິນກູ້ ຈາກທະນາຄານເອກຊົນ ໂດຍສເນີໃຫ້ຣັຖບານ ຄ້ຳປະກັນການຊຳຣະໃຫ້ ເພື່ອກໍ່ສ້າງທາງ ສາຍນີ້ ໃຫ້ສຳເຣັດ:
“ເງິນຂະເຈົ້າໝົດ ຂະເຈົ້າໄປກູ້ເງິນມາ ບາດນີ້ກູ້ເງິນມາມັນຕ້ອງແມ່ນໃຫ້ ຣັຖບານຄ້ຳ ທະນາຄານເອກຊົນເຂົາຈັ່ງປ່ອຍ, ຫັ້ນນ່າ. ນຳສເນີຫາ ນາຍົກຢູ່ວ່າໃຫ້ຣັຖບານເຮົາ ອອກເອກສານຄ້ຳປະກັນ ການຊຳຣະໃຫ້ເຂົາ ລະເຂົາຈັ່ງໄດ້ເງິນກູ້ ມາສືບຕໍ່ໃຫ້ ມັນແລ້ວ.”
ໃນຂນະດຽວກັນ ຊາວບ້ານທີ່ອາສັຍໃນເຂດບ້ານຫ້ອມ ໄປຫາ ບ້ານທ່າແຂກ ຕ່າງກໍຢາກໃຫ້ຣັຖບານ ຫຼືພາກສ່ວນກ່ຽວຂ້ອງ ດຳເນີນການ ກໍ່ສ້າງ ໃຫ້ໄວເພາະວ່າ ເສັ້ນທາງດັ່ງກ່າວ ກໍ່ສ້າງບໍ່ແລ້ວຈັກເທື່ອມາແຕ່ດົນແລ້ວ ເຮັດໃຫ້ຊາວບ້ານ ມີຄວາມລຳບາກ. ດັ່ງຊາວບ້ານທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 10 ເມສາ 2018 ນີ້ວ່າ:
“ເອີ່, ຄັນແມ່ນວ່າເພິ່ນປັບປຸງໄດ້ ກະດີໃຈ ຢາກໃຫ້ເຮັດຈັ່ງຊັ້ນແຫຼະ ພວກຊາວຮົ້ວຊາວສວນນ່າ ຂະເຈົ້າກະເອົາຜັກເອົາໝີ່ເນາະ ໄປປ້ອນ ຕລາດ ແມ່ນບໍ່ລະ ມັນກະໄປມາຍາກລຳບາກ. ຄັນຍາມຝົນກະຝົນເນາະ ມັນກະເປັນຕົມ ຄັນວ່າຍາມແລ້ງກະເປັນ ຝຸ່ນ.”
ປະຈຸບັນການກໍ່ສ້າງເສັ້ນທາງແຕ່ 3ແຍກ ຈີ່ນາຍໂມ້ ຫາບ້ານຫ້ອມ ໄປຫາບ້ານທ່າແຂກ ຖືກຮັບເໝົາໂດຍບໍຣິສັດຫາຍໜານ ວິສວະກັມ ກໍ່ສ້າງຂອງຈີນ ເປັນຜູ້ຮັບເໝົາມາແຕ່ປີ 2015 ຕໍ່ຈາກບໍຣິສັດຂອງລາວ ທີ່ມີບັນຫາທາງການເງິນ
ເຖິງຢ່າງໃດກໍ່ຕາມ ພາຍຫຼັງທີ່ກໍ່ສ້າງມາຮອດ ເຂດບ້ານແກ້ງປາຢ້າງ ຫຼືໄດ້ພຽງເຄິ່ງນຶ່ງຂອງໂຄງການບໍຣິສັດຈີນ ມີບັນຫາທາງການເງິນອີກ ແລະຍັງບໍ່ຮູ້ວ່າ ຈະມາສືບຕໍ່ກໍ່ສ້າງໃຫ້ສຳເຣັດເມື່ອໃດ.