ເມື່ອບໍ່ດົນມານີ້ ມີຂ່າວວ່າ ຣັດວິສາຫະກິດ ໄຟຟ້າລາວ ຈະລົດຄ່າໄຟຟ້າລົງ 50 ເປີເຊັນ ໃຫ້ແກ່ປະຊາຊົນຜູ້ທີ່ໃຊ້ໄຟຟ້າພາຍໃນຄົວເຮືອນ ບໍ່ເກີນ 150 ກິໂລວັດໂມງ. ອີງຕາມແຈ້ງການຂອງ ຣັດວິສາຫະກິດໄຟຟ້າ ລາວ ລົງວັນທີ 11 ເມສາ.
ປັດຈຸບັນ ຄ່າໄຟຟ້າສຳລັບຄົວເຮືອນ ຢູ່ທີ່ໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດໂມງ - ມີສອງລາຄາ ຄື: 1. ສຳລັບຄອບຄົວທີ່ໃຊ້ໄຟ້າແຕ່ 0-25 ກິໂລວັດໂມງ ຕໍ່ເດືອນ ຈະໄດ້ເສັຽໃນລາຄາ 348 ກີບ ຕໍ່ກິໂລວັດໂມງ ແລະ 2. ສຳລັບຄອບຄົວ ທີ່ໃຊ້ໄຟຟ້າແຕ່ 26-150 ກິໂລວັດໂມງ ຕໍ່ເດືອນ ຈະຈ່າຍໃນລາຄາ 414 ກີບ ຕໍ່ກິໂລວັດໂມງ. ຊຶ່ງຖ້າສະເລັ່ຽ ສອງລາຄາລວມ ຜູ້ທີ່ໃຊ້ໄຟຟ້າບໍ່ເກີນ 150 ກິໂລວັດໂມງ ຕໍ່ເດືອນ ເສັຽຄ່າໄຟ 381 ກີບ ຕໍ່ກິໂລວັດໂມງ.
ແຕ່ລາຄາໃໝ່ ທີ່ມີການປັບໃໝ່ ທີ່ຈະມີຜົນບັງຄັບໃຊ້ໃນເດືອນ ພຶສພາ ທີ່ຈະມາເຖິງນີ້ ແມ່ນ 355 ກີບ ຕໍ່ກິໂລວັດໂມງ. ຖ້າທຽບລາຄາ ປັດຈຸບັບ 381 ກີບ ກັບ ລາຄາທີ່ຈະປັບຄືນໃໝ່ ໃນປັດຈຸບັນ 355 ກີບ ຕໍ່ ກິໂລວັດໂມງ ນັ້ນ ຈະລື່ນກັນພຽງແຕ່ 26 ກີບເທົ່ານັ້ນ.
ຄ່າໄຟຟ້າຈະຫລຸດພຽງແຕ່ 26 ກີບ ຕໍ່ກິໂລວັດໂມງ ໃນເດືອນພຶສພາ ທີ່ຈະມາເຖິງນີ້, ແຕ່ຖ້າຄິດໄລ່ເປັນອັດຕຣາສ່ວນແລ້ວ ຈະບໍ່ຫລຸດຮອດ 50 ເປີເຊັນ ຕາມທີ່ມີ. ປະຊາຊົນຜູ້ທີ່ໃຊ້ໄຟ້ຟ້າ ກໍເຫັນວ່າຈະບໍ່ຫຼຸດຄ່າ ໄຟຟ້າບໍ່ຮອດ 50 ເປີເຊັນ ຕາມທີ່ມີຣາຍງານອອກໄປ ແລະ ບໍ່ເຊື່ອ ວ່າຣັດວິສາຫະກິດ ໄຟຟ້າລາວ ຈະຫລຸດລາຄາແທ້, ໃຫ້ທ່ານ ໄປຟັງສຽງສຳພາດເບິ່ງ.