ຊາວລາວໜັກໃຈໃນເຣື້ອງ ທໍາມາ ຫາກິນ

ອຸ່ນແກ້ວ ສຸກສະຫວັນ
2020.07.06
F-LP-Dam ຊາວບ້ານໃກ້ຄຽງເຂດການກໍ່ສ້າງ ເຂື່ອນຫຼວງພຣະບາງ ພາກັນຫ້າງຫາປຸກຮ້ານຂາຍຂອງ ຕາມແຄມທາງພໍມີຣາຍໄດ້ ຫາເຮັດຕາມພາສາ ຊາວບ້ານ ເພື່ອເອົາໂຕລອດ
ນັກຂ່າວພົລເມືອງ

ຊາວລາວມີຄວາມກັງວົນນໍາການທີ່ ບໍ່ມີວຽດເຮັດງານທຳ ແລະບໍ່ມີຣາຍໄດ້ມາລ້ຽງຄອບຄົວ ຍ້ອນວ່າຊອກຫາວຽກເຮັດງານທຳຍາກ ແລະ ບໍຣິສັດຫ້າງຮ້ານຫຼາຍແຫ່ງ ກໍບໍ່ຮັບລູກຈ້າງເພີ່ມ. ຊາວລາວຄົນນຶ່ງ ຜູ້ທີ່ວ່າງງານ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 2 ກໍຣະກະດາ ວ່າ:

"ກໍກັງວົນແຫຼະ ບໍ່ມີບ່ອນຊອກບ່ອນຫາເງິນ ເພາະວ່າ ບໍຣິສັດເຂົາເຈົ້າ ບໍ່ເປີດປົກກະຕິເທື່ອ ກໍຫາຫຍຸ້ງຍາກຫຼາຍແຫຼະ ບໍ່ມີບ່ອນຫາເງິນ,ໄປ ສມັກຂໍເປັນແມ່ບ້ານ ໄປລ້າງຖ້ວຍລ້າງບ່ວງ ອັນນີ້ ອັນນັ້ນ ຫລື ວ່າໄປເຮັດສວນ ແຕ່ເຂົາເຈົ້າກໍບໍ່ເອົາຄົນ ເທື່ອ ໄປຖາມບ່ອນໃດກະບໍ່ໄດ້."

ຖ້າຜູ້ໃດ ໄປດຳນາຈ້າງຣາຍວັນ ໃນໄລຍະລະດູການເຮັດນາ ເຂົາເຈົ້າກໍໄດ້ຄ່າຈ້າງພຽງແຕ່ 50 ພັນກີບ ຕໍ່ມື້, ແຕ່ຈະບໍ່ມີເງິນເກັບ. ແລະ ປະຊາຊົນ ບາງຄົນກໍບໍ່ມີທີ່ດິນ ທຳການຜລິດ ແລະ ບໍ່ມີວຽກເຮັດນຳອີກ ຍິ່ງມີຄວາມຫຍຸ້ງຍາກ, ດັ່ງທ່ານກ່າວຕື່ມອີກວ່າ:

"ບໍ່ມີໄທເຮົານີ້ ບໍ່ມີເງິນ ບໍ່ມີດິນ ເຮັດຊີ້ຄຳຈະກິນໂອ້ຍາກ ຈັ່ງຊື້ຈັ່ງຊັ້ນ ກະບໍ່ພໍ ກະບໍ່ຮູ້ບ່ອນໄປຫາເງິນ ຢາກໃຫ້ຊ່ວຍ ຍ້ອນທຸກຍ້ອນຍາກ ຫັ້ນແຫຼະ ຢາກໃຫ້ຊ່ວຍຍ້ອນຂາດເຂີນ ມີບ່ອນ ເຮັດບ່ອນໄປ ຊ່ວຍເຫລືອກະສິກັມ ສົມມຸດຊ່ວຍປູກຝັງ ອັນນີ້ ອັນນັ້ນ ສົມມຸດບໍ່ມີດິນຈະ ເຮັດຈັ່ງໃດ."

ຊາວລາວອີກທ່ານນຶ່ງ ກ່າວວ່າ ມີຄວາມກັງວົນ ຖ້າການລະບາດຂອງໂຄວິດ19 ແກ່ຍາວອອກໄປ:

"ກັງວົນແຫຼະເນາະ ຖ້າມັນແກ່ຍາວເລີຍຈັ່ງຊີ້ ກໍແລ້ວລະເນາະ ບໍ່ໄດ້ເຮັດງານ ບໍ່ມີເງິນແລ້ວເນາະ ບ້ານເຮົາມັນວ່າງງານຫຼາຍ ງານບ້ານເຮົາ ມັນຫາຍາກ ຈັກຈະໄປສະໝັກອີ່ຫຍັງ ມັນບໍ່ມີ ງານ ເຂົ້າເຮັດວຽກຕາມໂຮງງານ ມັນກະຍາກ ບາງຄົນເຂົາກໍເອົາຄົນຮູ້ຈັກ ສົມມຸດວ່າເຮົາໄປ ເຮັດນຳກໍ່ສ້າງ ເປັນກຳມະກອນກະແຫ່ງຖືກ ມັນກະວຽກໜັກກະໄດ້ຢູ່ 50 ພັນເທົ່ານັ້ນແຫຼະ."

ຜູ້ທີ່ມີດິນທຳກິນ ກໍຍັງສາມາດເຮັດນາ ເຮັດສວນ ໄດ້ພໍກຸ້ມກິນ, ແລະ ບາງຄັ້ງກໍໄປຫາຮັບຈ້າງທົ່ວໄປ ພໍໄດ້ເງິນມາຈ່າຍ, ຊາວລາວອີກທ່ານ ນຶ່ງໄດ້ກ່າວວ່າ:

"ບໍ່ມີວຽກເຮັດກະຢູ່ເຮືອນຫັ້ນແຫຼະ ກະຊອກແຕ່ຢູ່ບ້ານກິນຫັ້ນແຫຼະ ໄປຫາຟູ່ປ່າກິນຫັ້ນແຫຼະ ກະບໍ່ກັງວົນແຫຼະເຮັດແຕ່ນາ ຫັ້ນແຫຼະກະບໍ່ພຽງ ພໍ, ແພງກະຊື້ ຄັນມີວຽກເຮັດ ກໍໄປຮັບຈ້າງ ແນວນີ້ແນວນັ້ນ ກໍໄປເຮັວວຽກເຮັດ ກໍໄປຮັບຈ້າງແນວນີ້ ແນວນັ້ນ ກໍໄປວຽກ ກໍເຮັດທຸກສິ່ງ ທຸກຢ່າງຫັ້ນແຫຼະ." 

ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ຜູ້ທີ່ບໍ່ປະສົງອອກ ຊື່ແລະສຽງ ໄດ້ກ່າວວ່າ ໄດ້ມີການປຶກສາຫາລື ກັນແລ້ວ ໃນກອງ ປະຊຸມສະໄໝສາມັນ ເທື່ອ 9 ຂອງສະພາ ແຫ່ງຊາດຊຸດທີ 8 ກ່ຽວກັບການຊ່ວຍເຫລືອ ກຸ່ມຄົນງານລາວ ທີ່ກັບມາຈາກຕ່າງປະເທດທີ່ຈະ ວ່າງງານໃນອະນາຄົດ ຈຳນວນ 120 ພັນຄົນ ຍ້ອນໄດ້ຮັບຜົນກະທົບ ຈາກໂຄວິດ-19.

ແຕ່ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ ຫລື FAO ໄດ້ເຮັດປະເມີນໃນເດືອນມິຖຸນາ ວ່າ ໃນໄລຍະໂຄວິດ19 ລະບາດ ມີຄົນງານລາວຕົກງານ  350 ພັນຄົນ ໃນນັ້ນຂະແໜງການທ່ອງທ່ຽວ ຕົກງານ 50 ພັນຄົນ, ໂຮງຈັກໂຮງງານ 100 ພັນຄົນ, ແລະ ຄົນງານລາວທີ່ມາຈາກ ປະເທດໄທ 200 ພັນຄົນ.

ທ່ານເຈົ້າໜ້າທີ່ກະຂວງແຮງງານ ແລະ ສວັດດີການສັງຄົມ ກ່າວຕື່ມວ່າກະຊວງແຮງງານ ແລະສວັດດີການສັງຄົມ ໃນເບື້ອງຕົ້ນຈະສົ່ງເສີມ ກຸ່ມຄົນງານລາວ ທີ່ມີຄວາມສາມາດ ສ້າງອາຊີບ ດ້ວຍຕົນເອງ ໂດຍສະເພາະ ດ້ານການກະເສດ, ງານຊ່າງ, ການຜລິດສິນຄ້າພາຍໃນ, ຜລິດສະບຽງອາຫານ, ຫລື ະລິດສິນຄ້າ ສົ່ງອອກໄປຕ່າງປະເທດໄດ້. ນອກຈາກນີ້ ຣັຖບານ ກໍມີງົບປະມານ ໃຫ້ປະມານ 77 ຕື້ ກີບ ເພື່ອສົ່ງເສີມວຽກງານການກະເສດ ໃຫ້ຜູ້ວ່າງງານ ທີ່ຕ້ອງການກູ້ຢືມໄປ ສ້າງອາຊີບ ໃນອັດຕຣາ ດອກເບັ້ຽຕ່ຳ.

ກະຊວງແຮງງານ ແລະສວັດດີການສັງຄົມ ຈະຊ່ວຍເຫຼືອແຮງງານລາວທີ່ວ່າງງານໃນໄລຍະການຣະບາດ ຂອງໂຄວິດ19 ແລະທີ່ຜ່ານມາ ກໍໄດ້ອອກນະໂຍບາຍ ຊ່ວຍເຫລືອ ຄົນງານຜູ້ທີ່ມີລະບົບ ປະກັນສັງຄົມ ໂດຍ ຣັຖບານຈະຈ່າຍເງິນອຸດໜູນວ່າງງານໃຫ້.

ປັດຈຸບັນ ພາກສ່ວນກ່ຽວຂ້ອງ ໄດ້ເກັບກຳຂໍ້ມູນກ່ຽວກັບ ຈຳນວນຄົນງານ ທີ່ຕ້ອງການຄວາມຊ່ວຍເຫລືອ ຫລື ກຸ່ມສ່ຽງ ທີ່ໄດ້ຮັບຜົນກະທົບ ຈາກການຣະບາດຂອງ ໂຄວິດ19.

ເມື່ອບໍ່ດົນມານີ້ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຼີກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຕໍ່ສະມາຊິກ ສະພາແຫ່ງຊາດວ່າ ພາກສ່ວນກ່ຽວຂ້ອງ ແລະ ໜ່ວຍງານຕ່າງໆ ໃນກະຊວງຂອງ ທ່ານ ໄດ້ເອົາໃຈໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດຄົນງານລາວໃນທົ່ວ ປະເທດ ຢ່າງເຕັມທີ່ ໂດຍສະເພາະກຸ່ມຄົນງານລາວ ທີ່ມີສິດ ໄດ້ຮັບເງິນຊົດເຊີຍຈາກກອງທຶນ ປະກັນສັງຄົມ ໃນຂນະດຽວກັນ ກະຊວງ ແຮງງານ ແລະ ສວັດດີການສັງຄົມ ກໍາລັງປະສານກັບ ໜ່ວຍງານຕ່າງໆ ເພື່ອເກັບກຳຂໍ້ມູນ ຜູ້ວ່າງງານ ໃນທົ່ວປະເທດ ແລະ ຫາວິທີ ຊ່ວຍເຫລືອ ໃຫ້ເຂົາເຈົ້າມີວຽກເຮັດໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.