ທົວຈີນ ທໍາລາຍ ທົວລາວ

ນັກທ່ອງທ່ຽວຈີນເຫຼົ່ານັ້ນ ສ່ວນໃຫຍ່ຈະບໍ່ໃຊ້ບໍລິການທຸລະກິດລາວ ແຕ່ຫັນໄປໃຊ້ບໍລິການຂອງພວກເຂົາເຈົ້າເອງ

ທົວຈີນ ທີ່ເຂົ້າມາທ່ອງທ່ຽວຢູ່ລາວ ໂດຍສະເພາະໃນນະຄອນຫຼວງພະບາງ ແລະເມືອງວັງວຽງ ນັບມື້ນັບຫຼາຍຂຶ້ນ ແຕ່ ນັກທ່ອງທ່ຽວຈີນເຫຼົ່ານັ້ນ ສ່ວນໃຫຍ່ຈະບໍ່ໃຊ້ບໍລິການທຸລະກິດລາວ ແຕ່ຫັນໄປໃຊ້ບໍລິການຂອງພວກເຂົາເຈົ້າເອງ ເຮັດໃຫ້ຜູ້ປະກອບການທຸລະກິດຂອງຄົນລາວ ໄດ້ຮັບຜົນກະທົບ ທັງເລື່ອງຂອງລາຍຮັບ ແລະ ການຍາດແຍ່ງອາຊີບ.

ທົວຈີນ ທໍາລາຍ ທົວລາວ ຄົນລາວ ໄດ້ຜົນປະໂຫຍດໜ້ອຍຫຼາຍຈາກນັກທ່ອງທ່ຽວຈີນ ເຂົ້າມາລາວ (RFA Video)

ຜູ້ປະກອບການລົດໂດຍສານ ເມືອງຫຼວງພະບາງ ແຂວງຫຼວງພະບາງ ໄດ້ກ່າວວ່າ: “ນັກທ່ອງທ່ຽວຈີນນີ້ນ່າ ເຂົ້າມາດ້ວຍຈຳນວນຫຼາຍຂຶ້ນ ສ່ວນຫຼາຍເຂົາຈະໄປທີ່ຮ້ານອາຫານຈີນຢ່າງດຽວ ໄປຮ້ານຄ້າຈີນຢ່າງດຽວ ເຂົາກໍມາເປີດຕະຫຼາດຂອງເຂົາເຈົ້າເອງຢູ່ພີ້ ດຶງລູກຄ້າທົວເຂົ້າມາປຶບ ແລ້ວກະໄປຫາຕະຫຼາດຂອງເຂົາເຈົ້າເອງ ເຂົາຈະວາງແຜນຍູ່ແລ້ວ ແລ້ວເຂົາຈຶ່ງເຂົ້າມາຕາມແຜນຂອງເຂົາເຈົ້າ ຄືດຽວນີ້ນີ້ເນາະ

ຄົນບໍ່ໄດ້ຫ້າມນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ແຕ່ພຶດຕິກຳໃນການເຮັດທຸລະ ກິດຂອງຄົນຈີນ ກໍເຮັດໃຫ້ຜູ້ປະກອບການຄົນລາວ ເສັຍປຽບ ແທນທີ່ຈະສ້າງຮາຍຮັບໄດ້ເຕັມເມັດເຕັມໜ່ວຍ.

ນັບແຕ່ເປິດເສັ້ນທາງລົດໄຟລາວ-ຈີນ ກໍມີນັກທຸລະກິດຈີນ ເຂົ້າມາເຊົ່າ ສຳປະທານ ແຫຼ່ງທ່ອງທ່ຽວ ໂຮງແຮມ ເຮືອນພັກ ຮ້ານອາຫານ ແລະ ອາຄານສຳນັກງານ ເພື່ອເປິດກິດຈະການທ່ອງທ່ຽວຄົບວົງຈອນ ສຳລັບຮອງຮັບກຸ່ມນັກທ່ອງທ່ຽວຈີນ. ໂດຍສະເພາະ ຍົກໂຕຢ່າງ ການມາເຊົ່າອາຄານການທ່ອງ ທ່ຽວຫຼວງພະບາງ ເພື່ອສ້າງຮ້ານປິ້ງຍ່າງຕ້າຫຼົງຢ້ຽນ.

ສະເພາະປີ 2025 ຜ່ານມາ ມີນັກທ່ອງທ່ຽວສາກົນ ທີ່ເຂົ້າມາລາວທັງໝົດ 4 ລ້ານ 5 ແສນຄົນ ເພີ່ມຂຶ້ນ 11% ຈາກປີ 2024, ໃນນີ້ ສະເພາະນັກທ່ອງທ່ຽວຈີນ ມີ 1 ລ້ານ 1 ແສນປາຍຄົນ ເພີ່ມຂຶ້ນ 10% ຈັດຢູ່ອັນດັບສອງ ຮອງຈາກນັກທ່ອງທ່ຽວໄທທີ່ເຂົ້າມາທ່ອງທ່ຽວລາວຫຼາຍກວ່າໝູ່.