ເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ 10 ຄົນ ທີ່ຖືກສານຕັດສິນໂທດ.

ອາດີດ ເຈົ້າໜ້າທີ່ທະນາຄານ 10 ຄົນ ເກມແລ້ວ ຖືກສານຕັດສິນ.

ສານປະຊາຊົນນະຄອນຫຼວງວຽງຈັນ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ ເສຍຫາຍກວ່າ 2,000 ຕື້ກີບ.

ເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ 10 ຄົນ ທີ່ຖືກສານຕັດສິນໂທດ. ສານປະຊາຊົນນະຄອນຫຼວງວຽງຈັນ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ ເສຍຫາຍກວ່າ 2,000 ຕື້ກີບ.

ໃນວັນທີ 8 ກັນຍາ 2026 ຄະນະສານອາຍາຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນ 2 ຄະດີ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ໂດຍມີຈຳເລີຍລວມ 10 ຄົນ ເປັນຍິງ 5 ຄົນ ແລະ ທັງໝົດເປັນອະດີດພະນັກງານໃນຂົງເຂດທະນາຄານ.

ຄະດີທີ 1 ມີ ທ້າວ ຄຳພຸດ ສິດທິລາດ ອະດີດຫົວໜ້າກົມນະໂຍບາຍເງິນຕາ ແລະ ທ້າວ ອ໋ອດ ພົນຊຽງດີ ອະດີດຫົວໜ້າກົມບໍລິການຂອງທະນາຄານແຫ່ງ ສປປ ລາວ.

ທັງສອງຖືກກ່າວຫາວ່າ ໄດ້ສວຍໃຊ້ຕຳແໜ່ງ ແລະ ສິດອຳນາດ ນຳເງິນຕາຕ່າງປະເທດຈາກຄັງສຳຮອງຂອງທະນາຄານ ອອກມາໃຫ້ບໍລິການແລກປ່ຽນໂດຍບໍ່ຈຳກັດວົງເງິນ.

ສານລົງໂທດ ທ້າວ ຄຳພຸດ ຈຳຄຸກຕະຫຼອດຊີວິດ ແລະ ປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ. ສ່ວນ ທ້າວ ອ໋ອດ ໄດ້ເສຍຊີວິດໃນລະຫວ່າງດຳເນີນຄະດີ ເຮັດໃຫ້ໂທດທາງອາຍາຕົກໄປ.

ສຳລັບຄະດີທີ 2 ມີຈຳເລີຍ 8 ຄົນ ປະກອບດ້ວຍ ທ້າວ ຄຳແກ້ວ, ນາງ ຄຳຫຼ້າ, ທ້າວ ບຸນລ້ວນ, ນາງ ສຸກທາດາ, ທ້າວ ຢ່າງຈຸ ຕົ່ງຊາ, ນາງ ມະນີລັກ, ທ້າວ ບຸນຖົມ ແລະ ນາງ ສຸທິດາ.

ຈຳເລີຍກຸ່ມນີ້ຖືກຕັດສິນໃນຂໍ້ຫາສໍ້ລາດບັງຫຼວງ ແລະ ຟອກເງິນ ຈາກການສວຍໃຊ້ຕຳແໜ່ງ ແລະ ສິດອຳນາດ ຫາຜົນປະໂຫຍດຈາກການແລກປ່ຽນເງິນຕາ.

ສານລົງໂທດ ທ້າວ ຄຳແກ້ວ ແລະ ທ້າວ ບຸນລ້ວນ ຈຳຄຸກຕະຫຼອດຊີວິດ. ນາງ ສຸກທາດາ ແລະ ນາງ ສຸທິດາ ຖືກລົງໂທດ 16 ປີ. ສ່ວນ ທ້າວ ຢ່າງຈຸ ຕົ່ງຊາ, ນາງ ມະນີລັກ ແລະ ນາງ ວົງສາ ຖືກລົງໂທດ 17 ປີ. ຂະນະທີ່ ນາງ ຄຳຫຼ້າ ຖືກລົງໂທດ 4 ປີ ຫຼັງຈາກສານຫຼຸດໂທດຈາກ 7 ປີ ເນື່ອງຈາກຈິງໃຈໃຊ້ແທນຄວາມເສຍຫາຍ.

ຄະດີນີ້ມີມູນຄ່າຄວາມເສຍຫາຍລວມ ກວ່າ 2,000ຕື້ກີບ. ນອກຈາກໂທດຈຳຄຸກ ສານຍັງສັ່ງປັບໃໝ 1% ຂອງມູນຄ່າຄວາມເສຍຫາຍ ແລະ ຮິບຊັບສິນ ເງິນໃນບັນຊີ, ທີ່ດິນ ແລະ ພາຫະນະ ເຂົ້າເປັນຂອງລັດ.