ຊາວບ້ານກັງວົນຜົນກະທົບໂຮງໄຟຟ້າຖ່ານຫີນ ແຂວງຊຽງຂວາງ

ລັດຖະ ບານລາວ ແລະ ນັກລົງທຶນຈີນ ກຽມກໍ່ສ້າງໂຮງໄຟຟ້າຖ່ານຫີນ ຂະໜາດ 300 ເມກາວັດ ມູນຄ່າ 200 ລ້ານ

ຊາວບ້ານເມືອງຄູນ ແຂວງ ຊຽງຂວາງ ກັງວົນໃຈ ພາຍຫຼັງຮັບຮູ້ຂ່າວວ່າ ລັດຖະ ບານລາວ ແລະ ນັກລົງທຶນຈີນ ກຽມກໍ່ສ້າງໂຮງໄຟຟ້າຖ່ານຫີນ ຂະໜາດ 300 ເມກາວັດ ມູນຄ່າ 200 ລ້ານໂດລາສະຫະລັດ ຢູ່ໃນເຂດເມືອງຄູນ.

ຊາວບ້ານກັງວົນຜົນກະທົບໂຮງໄຟຟ້າຖ່ານຫີນ ແຂວງຊຽງຂວາງ ລັດຖະ ບານລາວ ແລະ ນັກລົງທຶນຈີນ ກຽມກໍ່ສ້າງໂຮງໄຟຟ້າຖ່ານຫີນ ຂະໜາດ 300 ເມກາວັດ ມູນຄ່າ 200 ລ້ານ

ໄລຍະຜ່ານມາ ຫຼາຍໂຄງການທີ່ເຄີຍອະນຸມັດໄປແລ້ວ ມັກຈະເກິດຜົນກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ ແຕ່ຜ່ານມາບໍ່ເຫັນໂຄງການໃດ ຈະໄດ້ຮັບການແກ້ໄຂບັນຫາໃຫ້ດີຂຶ້ນ.

ຍິ່ງເປັນໂຮງໄຟຟ້າຖ່ານຫີນ ຜົນກະທົບຈະຍິ່ງຮຸນແຮງຕໍ່ສິ່ງແວດລ້ອມ, ສຸຂະ ພາບຂອງຂາວບ້ານ ແລະ ລະບົບນິເວດໃນພື້ນທີ່ ກໍຍິ່ງສ້າງຄວາມກັງວົນໃຈໃຫ້ກັບຊາວບ້ານໃນພື້ນທີ່.

ປະຊາຊົນເມືອງຄູນ ແຂວງຊຽງຂວາງ: ຕາມຫາງສຽງປະຊາຊົນເຂົາກະວ່າ ຄັນໄດ້ເຮັດຂຶ້ນແທ້ນີ້ ຢ້ານວ່າ ຊີມີຜົນສະທ້ອນຫຼາຍແນວເຂົາວ່າຊັ້ນ ມັນແຕະຕ້ອງເຖິງສຸຂະພາບເນາະ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ເມືອງຄູນ ແຂວງ ຊຽງຂວາງ ກ່າວວ່າ ບໍ່ໄດ້ຮູ້ລາຍລະອຽດກ່ຽວກັບໂຄງການນີ້ຫຼາຍໃດ ເພາະເປັນໂຄງການຂອງລັດຖະບານລາວ ຈະສົ່ງຜົນກະທົບໜ້ອຍ-ຫຼາຍປານໃດ ກໍຍັງບໍ່ມີລາຍລະອຽດຈະແຈ້ງ.

ເຈົ້າໜ້າທີ່ຫ້ອງການປົກຄອງເມືອງຄູນ ແຂວງ ຊຽງຂວາງ: ເຂົາເຮັດແນວໃດ ກະຍັງບໍ່ທັນຮູ້ລະອຽດເນາະ ທາງເມືອງກະບໍ່ຮູ້ເລີຍ ຍັງບໍ່ທັນໄດ້ໄປກວດ ຍັງບໍ່ມີເງິນໄປເຮັດວຽກແດ່ເນາະ ບໍ່ໄດ້ກວດນຳເຂົາ ມັນຫຼາຍຂະແໜງການເນາະ.

ໂຮງໄຟຟ້າຖ່ານຫີນແຫ່ງນີ້ ແມ່ນຖືກລິເລີ່ມຄັ້ງທຳອິດ ຈາກການສຶກສາຄວາມໄປໄດ້ ແຕ່ປີ 2015 ຜ່ານມາແລ້ວ 10 ປີ ຈຶ່ງເຮັດໃຫ້ຫຼາຍພາກສ່ວນ ເກີດຄວາມກັງວົນວ່າ ໂຄງການຈະໄດ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ສະອາດພຽງພໍ ຫຼື ບໍ່ ເພື່ອຫຼຸດຜ່ອນການປ່ອຍມົນລະພິດໃຫ້ໄດ້ໜ້ອຍທີ່ສຸດ.

ນອກຈາກນີ້ ຊາວບ້ານຍັງຕ້ອງການໃຫ້ມີການເປີດເຜີຍຂໍ້ມູນກ່ຽວກັບ ບົດວິພາກຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຫຼື EIA ຢ່າງຈະແຈ້ງ, ລວມທັງການຈັດເວທີຮັບຟັງຄວາມຄິດເຫັນຂອງຊຸມຊົນຢ່າງທົ່ວເຖິງ.

ເຖິງວ່າໃນພາກພື້ນແຫ່ງນີ້ ຈະມີໂຮງໄຟຟ້າຖ່ານຫີນເປັນຈຳນວນຫຼາຍ ແຕ່ທຸກໂຄງການກະຍັງຖືກຕັ້ງຄຳຖາມ ດ້ານຄວາມປອດໄພ, ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມມາຢ່າງຕໍ່ເນື່ອງ ເປັນຕົ້ນ ໂຮງໄຟຟ້າຖ່ານຫີນຫົງສາ ແຂວງໄຊຍະບູລີ ແລະໂຮງໄຟຟ້າຖ່ານຫີນແມ່ເມາະ ແຂວງລຳປາງ ໃນປະເທດໄທ.