ນັກທຸລະກິດໄມ້ຂູ່ເອົາຊີວິດຜູ້ທີ່ໃຫ້ຂໍ້ມູນນັກຂ່າວ ເລື່ອງລົດແກ່ໄມ້ນໍ້າໜັກເກີນ

ລັດຖະບານສັ່ງເຂັ້ມງວດລົດແກ່ໄມ້ນໍ້າໜັກເກີນ

ລັດຖະບານໄດ້ສັ່ງເຂັ້ມງວດກວດກາລົດແກ່ໄມ້ນໍ້າໜັກເກີນ ເພື່ອປ້ອງກັນເສັ້ນທາງເປ່ເພ ສ່ວນ ນັກທຸລະກິດລົດແກ່ໄມ້ບາງຄົນຜູ້ເສຍຜົນປະໂຫຍດ ໄດ້ຂົ່ມຂູ່ຊິເອົາຊີວິດຜູ້ທີ່ເອົາຂໍ້ມູນໃຫ້ນັກຂ່າວ.

ນັກທຸລະກິດໄມ້ຂູ່ເອົາຊີວິດຜູ້ທີ່ໃຫ້ຂໍ້ມູນນັກຂ່າວ ເລື່ອງລົດແກ່ໄມ້ນໍ້າໜັກເກີນ ລົດແກ່ໄມ້ຢູ່ແຂວງຄໍາມ່ວນ ກໍາລັງຈະລົງໄປແຂວງ ອັດຕະປື. ວັນທີ 31 ສິງຫາ 2026. (ພາບ ຈາກພົນລະເມືອງ)

ໃນວັນທີ 3 ກັນຍາທີ່ຜ່ານມາ, ວິທະເອເຊຍເສລີ ໄດ້ລາຍງານຂ່າວກ່ຽວກັບລົດແກ່ໄມ້ວິກທີ່ບັນທຸກນໍ້າໜັກເກີນ ຈາກແຂວງຄໍາມ່ວນລົງໄປແຂວງອັດຕະປື ໂດຍໃຊ້ເສັ້ນທາງເວັ້ນຢູ່ແຂວງສາລະວັນ.

ຕາມມາດຕະຖານແລ້ວ ລົດບັນທຸກ 22 ລໍ້ ເຂົາໃຫ້ຮັບນໍ້າໜັກສິນຄ້າໄດ້ 30 ໂຕນ, ແຕ່ ໃນໂຕຈິງເຂົາເຈົ້າຈະບັນທຸກໄມ້ເຖິງ 50 ໂຕນ ອັນເປັນສາເຫດ ເຮັດໃຫ້ເສັ້ນທາງເປ່ເພ.

ຕໍ່ມາໃນວັນທີ 4 ກັນຍາ, ລັດຖະບານ ສັ່ງໃຫ້ກວດກາ ແລະ ຫ້າມບໍ່ໃຫ້່ມີລົດແກ່ໄມ້ວິກນໍ້າໜັກເກີນຜ່ານເສັ້ນທາງແຂວງສາລະວັນ ລວມທັງເສັ້ນທາງອື່ນໆ ທົ່ວປະເທດ ອີງຕາມຂໍ້ມູນຈາກຜູ້ທີ່ຮູ້ເຫດການ.

ຕໍ່ກໍລະນີດັ່ງກ່າວ, ນັກທຸລະກິດຜູ້ທີ່ເປັນເຈົ້າຂອງລົດແກ່ໄມ້ບາງທ່ານ ຜູ້ທີ່ເສຍຜົນປະໂຫຍດ ໄດ້ອອກຄໍາຂູ່ໄປວ່າ ຈະມີການລົງຂັນກັນ 2-3 ລ້ານບາດ ເພື່ອກໍາຈັດ ຜູ້ທີ່ໃຫ້ຂໍ້ມູນແກ່ນັກຂ່າວວິທະເອເຊຍເສລີ.

ນັກທຸລະກິດຄົນນັ້ນ ໄດ້ກ່າວວ່າ: ຄັນຮູ້ແລ້ວນໍາເກັບໃຫ້ໄດ້ ເງິນບໍລິສັດເຂົ້າຕັ້ງຂຶ້ນມາແລ້ວ ຫຼາຍບໍລິສັດ ເຂົາບໍ່ໄດ້ເສຍດາຍດອກ ບໍ່ເວົ້າແຕ່ 2 ລ້ານບາດ 3 ລ້ານບາດ ຄົນບໍ່ດີຕ້ອງເກັບ ເກັບໃຫ້ຈົບເກມເລີຍ ບໍ່ໃຫ້ເຫຼືອສິ້ນຊາກ ມັນຕ້ອງຮູ້ເບີວອດແອບ ຜູ້ໃດສົ່ງໃຫ້ນັກຂ່າວຫັ້ນ.