ຊາວບ້ານກັບມາປູກ ຢາງພາລາ
2020.07.23
ປັດຈຸບັນ ປະຊາຊົນຢູ່ບ້ານໂພນທອງ ເມືອງຫ້ວຍຊາຍ ແລະຢູ່ບ້ານດອນເງິນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງໝົດປະມານ 20 ຄອບຄົວ ທີ່ມີເນື້ອທີ່ດິນ ທັງໝົດ 9 ເຮັກຕາ ກັບມາປູກ ຢາງພາລາຄືນໃໝ່ 5 ເຮັກຕາ ແລະ ປູກໝາກນັດ 4 ເຮັກຕາ ພາຍຫລັງທີ່ຈີນເຊົ່າປູກກ້ວຍ ມາໄດ້ 4 ປີແລ້ວ. ດັ່ງຊາວສວນຢາງພາລາ ບ້ານດອນເງິນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກໍຣະກະດາ ນີ້ວ່າ:
"ຈີນເຊົ່າປູກແລ້ວ ຈີນ ກໍບໍ່ເຊົ່າເນາະ ປະມານມົ້ງ 20 ຄອບຄົວນີ້ແຫລະ ກໍກັບມາປູກຢາງຄືນນະ ບາງບ່ອນກະປູກໝາກນັດ."
ຊາວສວນຢາງຄົນດັ່ງກ່າວ ເວົ້າຕື່ມອີກວ່າ ເມື່ອປີ 2015 ຊາວສວນຢາງທັງສອງບ້ານນີ້ ໄດ້ຕັດຕົ້ນຢາງ 4,000 ຕົ້ນຖິ້ມ ຍ້ອນຣາຄາຢາງ ໃນ ໄລຍະນັ້ນຕົກຕໍ່າ ແລ້ວເຮັດສັນຍາ ໃຫ້ຈີນ ເຊົ່າດິນນັ້ນເພື່ອປູກກ້ວຍ. ແຕ່ຈີນເຊົາເຊົ່າຍ້ອນດິນນັ້ນຈືດແລ້ວ.
ສໍາລັບຢູ່ແຂວງຫຼວງນໍ້າທາ ກໍມີຊາວສວນຢາງບ້ານໜອງຄໍາ ເມືອງລອງ 3 ຄອບຄົວຊຶ່ງມີເນື້ອທີ່ດິນລວມກັນ 6 ເຮັກຕາກັບມາປູກຢາງພາລາ ຄືນໃໝ່ ພາຍຫລັງໄດ້ດິນຄືນ ຈາກຈີນ ທີ່ເຊົາເຊົ່າປູກກ້ວຍເມື່ອປີກາຍ, ດັ່ງຊາວສວນຢາງບ້ານໜອງຄໍາ ຜູ້ນຶ່ງເວົ້າວ່າ.
"ມີປະມານ 2-3 ຄອບຄົວ ກໍມີຫຼາຍຕັດຕົ້ນຢາງ ໃຫ້ຄົນຈີນມາເຊົ່ານີ້ ເຊົ່າປູກກ້ວຍ ຈີນເຂົາບໍ່ປູກເຂົາກັບ ກໍພາໃຫ້ບໍ່ມີຫຍັງເຮັດບໍ່ມີຫຍັງປູກ ກໍປູກຢາງຄືນໃໝ່ນັ້ນແຫລະ."
ທ່ານກ່າວວ່າ ປີ 2015 ຊາວສວນຢາງບ້ານນີ້ 3 ຄອບຄົວ ຕັດຕົ້ນຢາງຖິ້ມ 2,700 ຕົ້ນ ຍ້ອນວ່າຣາຄາຢາງ ໃນເວລານັ້ນຕົກຕໍ່າ ແລະຈີນ ສັນຍາວ່າຈະເຊົ່າດິນ 10 ປີ ໃນມູນຄ່າເຮັກຕາ ນຶ່ງ 8 ລ້ານ 9 ລ້ານກີບ ໂດຍຈະຕໍ່ສັນຍາໄດ້ ທຸກ 4 ປີ ແຕ່ຈີນຍົກເລີກສັນຍາ.
ກ່ຽວກັບເຣຶ່ອງຊາວສວນຕັດຕົ້ນຢາງຖິ້ມ ເພື່ອໃຫ້ຈີນເຊົ່າດິນປູກກ້ວຍ ຄືທີ່ວ່ານັ້ນ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງບໍ່ແກ້ວເວົ້າ ວ່າມີຈໍານວນໜ້ອຍ ທີ່ໄດ້ຕັດຕົ້ນຢາງຖິ້ມ ຍ້ອນ ເຈົ້າໜ້າທີ່ໄດ້ລົງໄປຫ້າມ ເພາະຢາງພາລາເປັນທີ່ຕ້ອງການ ແລະ ຢາກໃຫ້ຊາວສວນປູກ ເພື່ອມີຣາຍໄດ້ ເຂົ້າຄອບຄົວ ແຕ່ກໍມີຈໍານວນນຶ່ງບໍ່ຟັງ:
"ໄທເຮົາກໍຫ້າມກັນແຫຼະ ຫ້າມທີ່ສຸດ ຄັນຄອບຄົວໃດບໍ່ຟັງຄວາມກໍຖືວ່າ ກໍສຸດແລ້ວແຕ່ກໍຣະນີຂອງເຈົ້າ ເພາະວ່າມັນສິດຂອງເຈົ້າປະຊາຊົນ ອັນນີ້ໄທເຮົາ ກໍວ່າກັນຢູ່ ມີໜ້ອຍເນາະ ບໍ່ເກີນຫຼາຍດອກ ໄທເຮົາລົງພື້ນຖານກ່ອນ ກໍເສັຍໃຈຢູ່ ຈໍານວນນຶ່ງກໍຕັດນະ ຢູ່ແຂວງບໍ່ແກ້ວໄທ ເຮົານີ້ ຕັ້ງເປັນພືດທົດແທນໃຫ້ກັບເຮັດໄຮ່ເລື່ອນລອຍ ການຫລຸດຜ່ອນ ອອກຈາກຄວາມ ທຸກຍາກນີ້ແຫລະ."
ແລະຊາວສວນຢາງ ຢູ່ບ້ານຜາລະແວກ ເມືອງຮຸນ ແຂວງອຸດົມໄຊ ທີ່ມີຕົ້ນຢາງ 8,000 ຕົ້ນ ກໍເວົ້າວ່າ ຕົນ ແລະເພື່ອນທີ່ປູກຢາງພາລາ ເປັນອາຊີບນັ້ນ ບໍ່ມີແນວຄິດວ່າຈະປູກ ຕົ້ນຢາງ ອີກຕື່ມ ຍ້ອນວ່າ ປັດຈຸບັນ ຣາຄາຢາງຕົກຕໍ່າຫລາຍ, ແຕ່ກ່ອນຂາຍໄດ້ກິໂລນຶ່ງ 9,000 ກີບ, ມາດຽວນີ້ຕົກມາເປັນ 5,400 ກີບ.
ທ່ານກ່າວຕື່ມວ່າ ຫາກຣາຄາຢາງຍັງຕົກຕໍ່າຢູ່ຕໍ່ໄປ ກໍຈະເຮັດໃຫ້ຊາວບ້ານ ໃນເຂດນີ້ ທຸກຍາກຫລາຍຂຶ້ນ ຍ້ອນວ່າດິນເຂດນີ້ ຢູ່ພູດອຍ, ປູກພືດອື່ນ ແລະລ້ຽງສັດໃສ່ບໍ່ໄດ້, ເໝາະແຕ່ ສໍາລັບປູກຕົ້ນຢາງພະລາໃສ່ເທົ່ານັ້ນ:
"ກໍເຂົາບໍ່ຂາຍປີນີ້ກໍຍ້ອນວ່າຣາຄານີ້ມັນຕົກ ມີແນວຄິດທີ່ວ່າບໍ່ປູກຕື່ມ ມີຫລາຍຢູ່ຜູ້ຢຸດບໍ່ປູກແລ້ວ ມີຢູ່ອັນຜູ້ປູກແລ້ວປະໄວ້ຢູ່ຫັ້ນ ຍັງໄປປັບ ປຸງຢູ່ ຕາມຄິດນີ້ກໍເຣຶ່ອງ ຄົນທຸກຍາກເພິ່ມຂຶ້ນ ຍ້ອນວ່າຣາຄານີ້ມັນຕົກ.”
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າແຂວງຫລວງນໍ້າທາ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ກໍຣະກະດາ ນີ້ວ່າ ໃນໄລຍະເຊື້ອພຍາດໂຄວິດ-19 ຣະບາດນີ້ເສຖກິດຂອງຈີນ, ວຽດນາມ ແລະ ໄທຍ ທີ່ຮັບຊື້ຢາງພາລານັ້ນ ຖອຍຫລັງ ເຮັດໃຫ້ ຣາຄາຢາງຕົກຕໍ່າ.
ທ່ານເວົ້າວ່າ ຣາຄາຢາງພາລາຫລຸດລົງ ຍ້ອນວ່າຣາຄາຢາງໃນຕລາດໂລກ ຕົກຕໍ່າ ໃນໄລຍະເຊື້ອພຍາດໂຄວິດ-19 ຣະບາດນີ້, ພາກຣັຖ ມີແຕ່ຄຸ້ມຄອງ ແລະຕິດຕາມຣາຄາຢາງ ບໍ່ໃຫ້ຫລຸດຫຼາຍເກີນໄປ, ຂນະນີ້ຂາຍໄດ້ກິໂລນຶ່ງຢູ່ໃນຣະຫວ່າງ 5,200 ຫາ 5,400 ກີບ ກໍຖືວ່າ ຢູ່ໃນຣະດັບດີແລ້ວ ແລະວ່າ ຕລາດທາງນອກ ຣາຄາກໍຊໍ່າດຽວກັນ, ເວົ້າສະເພາະປີນີ້ ຣາຄາຢາງມັນກໍບໍ່ຕໍ່າສຸດ ມັນຢູ່ໃນຣາຄາຂັ້ນກາງ ຂາຍໄດ້ຢູ່ ແຕ່ວ່າທາງຣັຖ ບໍ່ໄດ້ກໍານົດ ຣາຄາຕາຍໂຕ ວ່າຕ້ອງຂຶ້ນຊໍ່ານີ້ ຫລຸດຊໍ່ານັ້ນ.
ທ່ານກ່າວຕື່ມວ່າ ພາຍຫລັງທີ່ບໍ່ເຊົ່າດິນ ປະຊາຊົນປູກກ້ວຍຕໍ່ ຢູ່ເມືອງຕ່າງໆ ຂອງແຂວງຫລວງນໍ້າທາ, ບໍ່ແກ້ວ ແລະ ແຂວງອຸດົມໄຊແລ້ວ ພວກນັກລົງທຶນຈີນ ກໍໄປຫາເຊົ່າດິນ ປູກກ້ວຍ ຢູ່ເມືອງ ແລະແຂວງອື່ນໆເພື່ອປູກກ້ວຍຕໍ່ ເປັນຕົ້ນເມືອງປາກງື່ມ ນະຄອນຫລວງວຽງຈັນ, ແຂວງໄຊຍະບູລີ ແລະ ແຂວງຫລວງພຣະບາງ ຍ້ອນວ່າ ດິນ ທີ່ຈີນ ໄດ້ເຊົ່າປູກກ້ວຍ ໄປແລ້ວ ນັ້ນ ກາຍເປັນດິນຈືດໄປແລ້ວ, ຈະປູກໃສ່ຕໍ່ ກໍບໍ່ໄດ້ຮັບຜົລດີ ເພາະດິນນັ້ນປູກກ້ວຍ ໃສ່ມາໄດ້ 4 ປີແລ້ວ, ຕ້ອງໄດ້ພັກຟື້ນຟູດິນໄປປະມານ 5 ປີຫາ 10 ປີ ກ່ອນທີ່ຈະກັບມາປູກຄືນໃໝ່ ໄດ້. ໃນທົ່ວປະເທດລາວ ມີເນື້ອທີ່ປູກຢາງພາລາ ທັງໝົດປະມານ 3 ແສນເຮັກຕາ.