ທາງຣົດໄຟ ສວັນ-ລາວບາວ ໄດ້ ສຳຣວດໃຫມ່

ສິດນີ
2016.10.04
F-lao-bao ສວັນ-ລາວບາວ
RFA

ບໍຣິສັດ Giant Rail Corporation ຂອງ ມາເລເຊັຽ ຈະສຳຣວດ ເນື້ອທີ່ ໂຄງການ ເສັ້ນທາງ ຣົດໄຟ ສວັນ-ລາວບາວ ຄືນໃຫມ່ ໂດຍມີ ພາກສ່ວນ ທີ່ກ່ຽວຂ້ອງ ຂອງ ທາງການລາວ ຮ່ວມນຳ ຍ້ອນ ຂໍ້ມູນ ທີ່ຜ່ານມາ ບໍ່ຈະແຈ້ງ ໂດຍສະເພາະ ຂໍ້ມູນ ເສັ້ນທາງ ແລະ ການ ເວນຄືນ ທີ່ດິນ ປະຊາຊົນ ຍັງບໍ່ຣະອຽດ. ດັ່ງ ເຈົ້າຫນ້າທີ່ ໂຍທາທິການ ແລະ ຂົນສົ່ງ ທ່ານນຶ່ງ ກ່າວ ໃນວັນທີ 3 ຕຸລາ ນີ້ວ່າ:

"ຂະເຈົ້າ ລົງມາແລ້ວ ທາງ ຝ່າຍລາວເຮົາ ໃຫ້ສຳຣວດ ເກັບກຳຂໍ້ມູນ ກ່ອນຊື່ໆ ເຣື້ອງທາງ ມັນບໍ່ທັນ ລະອຽດເດ ເພາະວ່າ ເວນຄືນ ເຂດຫຍັງ ມັນບໍ່ທັນ ລະອຽດ ເຂົາຍັງສຳຣວດ ເກັບກຳ ຂໍ້ມູນ ຄືນໃຫມ່ ຮ່ວມກັບ ຫຼາຍກະຊວງເດ ອຳນາດ ການປົກຄອງ ແຕ່ລະເມືອງ 5 ເມືອງຫັ້ນເດ".

ທ່ານກ່າວ ຕື່ມວ່າ ຜ່ານມາ ໂຄງການ ຣົດໄຟ ສວັນ-ລາວບາວ ສຳເຣັດ ພຽງແຕ່ ວຽກງານ ການວາງ ແຣວທາງ ແລະ ການເກັບ ກູ້ຣະເບີດ ທີ່ ບໍ່ທັນແຕກ ສ່ວນ ຜົລກະທົບ ທີ່ ຈະເກີດຂຶ້ນ ຕໍ່ ປະຊາຊົນ ນັ້ນຍັງບໍ່ ຣະອຽດເທື່ອ. ການສຳຣວດໃຫມ່ ເທື່ອນີ້ ຍັງບໍ່ຮູ້ວ່າ ຈະໃຊ້ເວລາ ດົນປານໃດ ແຕ່ ຕາມການ ຄາດຄະເນ ອາດຈະ ສຳເຣັດ ພາຍໃນ ປີຫນ້າ ຫຼັງຈາກນັ້ນ ກໍຈະເລີ່ມ ລົງມືສ້າງໄດ້.

ຂ່າວຂອງທາງການລາວ ຣາຍງານວ່າ ເມື່ອ ອາທິດ ທີ່ຜ່ານມາ ບໍຣິສັດ ຣົດໄຟ ມາເລເຊັຽ ໄດ້ລົງນາມ ກັບ ທາງການລາວ ໃນການ ປັກຫຼັກ ຫມາຍແຣວ ເສັ້ນທາງ ໂດຍໃຫ້ເລີ້ມ ລົງມື ແຕ່ ເດືອນນີ້ ເປັນຕົ້ນໄປ ຄາດວ່າ ຈະສຳເຣັດ ພາຍໃນ ສາມເດືອນ ຂ້າງຫນ້າ.

ໂຄງການ ຣົດໄຟ ສວັນ-ລາວບາວ ມີຄວາມຍາວ ປະມານ 2 ຮ້ອຍ 20 ກິໂລແມaດ ຜ່ານເມືອງ ອຸທຸມພອນ, ເມືອງ ໄກສອນ ພົມວິຫານ ເມືອງ ພະລານໄຊ ເມືອງພີນ ແລະ ເມືອງ ເຊໂປນ ໃນນັ້ນ ຈະສ້າງ 15 ສtຖານີ ແລະ ໂຄງການນີ້ ຈະໃຊ້ເງິນ ກໍ່ສ້າງກວ່າ 5 ຕື້ ໂດລາ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.