ການຄ້າ ຫຼາຍແຂວງ ເຂັ້ມງວດລາຄາສິນຄ້າ ໃນງານບຸນອອກພັນສາ
2023.10.26
ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ໃນຫຼາຍແຂວງ ລົງຕິດຕາມລາຄາສິນຄ້າ ຢ່າງເຂັ້ມງວດ ໃນໄລຍະບຸນອອກພັນສາ ແລະ ບຸນຊ່ວງເຮືອ ພ້ອມມີແຈ້ງການ ຫ້າມພໍ່ຄ້າ-ແມ່ຄ້າ ກັກຕຸນສິນຄ້າ ແລະ ຂຶ້ນລາຄາສິນຄ້າ ຕາມໃຈ.
ໃນອາທິດທີ່ຜ່ານມາ, ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ຫຼາຍແຂວງ ມີແຜນການລົງຕິດຕາມລາຄາສິນຄ້າ ໃນໄລຍະບຸນອອກພັນສາ ແລະ ບຸນຊ່ວງເຮືອ ທີ່ຈະຈັດຂຶ້ນໃນວັນທີ 27-29 ຕຸລາ 2023 ແລະ ໄດ້ອອກແຈ້ງການໃຫ້ຊາວຄ້າຂາຍ ຫ້າມຂຶ້ນລາຄາສິນຄ້າຕາມ ລໍາພັງໃຈ ແລະ ການຂາຍຕ້ອງຕິດລາຄາເປັນເງິນກີບ.
ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ຢູ່ແຂວງພາກໃຕ້ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 26 ຕຸລາ ວ່າ:
“ອໍ້. ມີ ມີຢູ່ໄດ໋ ກວດກາສິນຄ້າ ເຄື່ອງອຸປະໂພກ-ບໍລິໂພກເນາະ ແລ້ວກໍເຄື່ອງຕ່າງໆ ທີ່ການນໍາໃຊ້ ຄິດກາລາວ ຫຼືວ່າ ໂຕໜັງສືລາວຫັ້ນ. ແລ້ວກວດກາກ່ຽວກັບສິນຄ້າໝົດອາຍຸຫັ້ນ. ເຮົາເບິ່ງເນາະ ສົມມຸດວ່າໝາກໄມ້ເນາະ ເຮົາກໍເບິ່ງເນາະ. ເຮົາກໍເບິາງເນາະວ່າ ເປັນໝາກໄມ້ປະເພດໃດເນາະ.”
ກະຊວງອຸດສາຫະກັມ ແລະ ການຄ້າ ບໍ່ອະນຸຍາດໃຫ້ ຊາວຄ້າຂາຍ ກັກຕຸນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ພ້ອມລົງພື້ນທີ່ກວດກາສິນຄ້າ ບໍ່ວ່າ ຈະເປັນສູນການຄ້າ, ຊຸບເປີມາເກັດ, ຮ້ານສະດວກຊື້ ແລະ ຕລາດ ໃນເຂດຕ່າງໆ.
ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ແມ່ນເພິ່ນກໍຊິລົງ. ແຕ່ກ່ອນເພິ່ນກໍລົງທຸກປີ. ຮ້ານຄ້າ ສະດວກຊື້ ກໍຕາມຕລາດກໍລົງ ເພິ່ນກໍແບ່ງກັນກັບເມືອງກັບແຂວງ ເພິ່ນກໍລົງກັນ.”
ທ່ານ ກ່າວຕື່ມວ່າ ທີ່ຜ່ານມາ ເຈົ້າໜ້າທີ່ກວດກາການຄ້າ ໄດ້ສົມທົບກັບເມືອງ ແລະ ຜູ້ຈັດສັນຕລາດ ລົງຕິດຕາມບັນຫາຕລາດໃນເມືອງຕ່າງໆ ເພື່ອກວດກາລາຄາສິນຄ້າ ຖ້າຫາກພົບເຫັນມີການກັກຕຸນ ຫຼື ຂຶ້ນລາຄາ ແມ່ນຈະຖືກປັບໃໝ ຕາມລະບຽບກົດໝາຍ ເປັນຕົ້ນ ຖ້າຫາກຜູ້ປະກອບການທຸຣະກິຈ ສວຍໂອກາດ ຂຶ້ນລາຄາສິນຄ້າ ຫຼື ຄ່າບໍຣິການ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກລົງໂທດຕັດອິສຣະພາບແຕ່ 6 ເດືອນ ຫາ 2 ປີ ແລະ ຈະຖືກປັບໃໝ ແຕ່ 3-10 ລ້ານ ກີບ ຫຼືຖ້າຜູ້ປະກອບການທຸຣະກິຈ ສວຍໂອກາດກັກຕຸນ, ຊຸກເຊື່ອສິນຄ້າໄວ້ໃນວິສາຫະກິຈ, ບໍຣິສັດ, ຫ້າງຮ້ານຂອງຕົນ ຫຼື ຢູ່ບ່ອນອື່ນ ເພື່ອສ້າງຄວາມປັ່ນປ່ວນ ທາງດ້ານເສຖກິຈ ແລະ ຊີວິດຄວາມເປັນຢູ່ ຂອງປະຊາຊົນ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 1-4 ປີ ແລະ ຈະຖືກປັບໃໝ 10-50 ລ້ານກີບ.
ຂະນະທີ່ ພໍ່ແມ່ປະຊາຊົນສ່ວນຫຼາຍ ມີຄວາມເຫັນວ່າ ສິນຄ້າອຸປະໂພກບໍຣິໂພກ ເກືອບທຸກປະເພດ ມີການປັບຂຶ້ນຢ່າງຕໍ່ເນື່ອງ ບໍ່ແມ່ນແຕ່ສະເພາະໃນຊ້ວງເທດສະການ ໂດຍສະເພາະ ສິນຄ້ານໍາເຂົ້າຈາກຕ່າງປະເທດ ຍ້ອນບັນຫາອັດຕຣາເງິນກິີບເຟີ້.
ພໍ່ຄ້າ ຂາຍເຄື່ອງໄຊໄຟຟ້າ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ:
“ລາຄາສິນຄ້າ ເພິ່ນບໍ່ຄ່ອຍໄດ້ປັບຂຶ້ນຫັ້ນນ່າ ຂະເຈົ້າບໍ່ໄດ້ປັບ ມີແຕ່ແລກເງິນມັນຂຶ້ນສູງບໍ່. ບາງທີ ມັນອາດຊິມີຂຶ້ນຢູ່ ແຕ່ວ່າ ພັດຫາກບໍ່ຂຶ້ນຫຼາຍ ຖ້າທຽບໃສ່ເງິນບາດບໍ່ ກໍຄືເກົ່າຫັ້ນນ່າ ແຕ່ວ່າ ຖ້າແລກເປັນເງິນກີບຫັ້ນນ່າ. ມັນກໍຈະສູງຂຶ້ນ ເຮົາສັ່ງ ເຮົາສັ່ງເຄື່ອງມາ ຮອບນີ້ ສໍ່ານີ້ ແລ້ວເຮົາໄປສັ່ງຮອບໃໝ່ ແລ້ວ ມັນຈະເຄື່ອງມັນຈະໄປຄູນ. ເວລາເຣດເງິນຫັ້ນ ເງິນມັນອ່ອນຄ່າເນາະ. ເຮົາກໍໄດ້ຄູນຕາມເຣດເງິນ ເຮົາກໍໄດ້ຄູນຂາຍຕາມນັ້ນຫັ້ນນ່າ.”
ທ່ານ ກ່າວຕື່ມວ່າ ສໍາລັບສິນຄ້າ ທີ່ມີການປັບຂຶ້ນລາຄາຫຼາຍກ່ອນໝູ່ ແມ່ນເປັນສິນຄ້າຂນາດໃຫຍ່ ທີ່ນໍາເຂົ້າຈາກຕ່າງປະເທດ ເປັນຕົ້ນ ອຸປະກອນກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ ສ່ວນສິນຄ້າອຸປະໂພກ ບໍຣິໂພກ ທົ່ວໄປ ທີ່ບໍ່ຈໍາເປັນຕ້ອງນໍາເຂົ້າ ຈາກຕ່າງປະເທດ ເປັນຕົ້ນ ຜັກ ແລະ ໝາກໄມ້ ພັດບໍ່ທັນໄດ້ມີການປັບຂຶ້ນລາຄາ ພໍເທົ່າໃດ.
ທ່ານ ກ່າວຕື່ມອີກວ່າ ທະນາຄານແຫ່ງປະເທດລາວ ກໍານົດອັດຕຣາແລກປ່ຽນເງິນ 570-605 ກີບ ຕໍ່ 1 ບາດ ສະກຸນເງິນໄທຍ ແຕ່ ອັດຕຣາແລກປ່ຽນຢູ່ຕລາດນອກລະບົບ ແມ່ນຕົກຢູ່ 640-680 ກີບ ຕໍ່ 1 ບາທ.
ການຂາຍເຄື່ອງຢູ່ ບຸນຊ່ວງເຮືອສ່ວນຫຼາຍຈະເປັນເຄື່ອງຢູ່ຂອງກິນ ແລະ ເຄື່ອງໃຊ້ ໃນໄລຍະເວລາສັ້ນ ເຖິງວ່າ ຈະມີການປັບຂຶ້ນກໍຕາມ.
ຊາວນະຄອນຫລວງວຽງຈັນ ນາງນຶ່ງ ໄດ້ກ່າວວ່າ:
“ບຸນຊ່ວງເຮືອນີ້ກໍ ກໍມັນກໍບໍ່ໄດ້ ກະທົບຫຼາຍ ເພາະວ່າ ສ່ວນຫຼາຍຂະເຈົ້າຂາຍຫັ້ນ. ແມ່ນ ຂະເຈົ້າຂາຍເປັນເຄືອງ ເປັນຂອງຢູ່ຂອງກິນ ແຕ່ວ່າ ຢູຕາມຕລາດຫັ້ນແມ່ນກໍລາຄາປົກກະຕິ. ກໍບໍ່ໄດ້ປັບຂຶ້ນໃດໆ ຄັນວ່າ ເປັນຊ້ວງອັນ ເປັນເທສການບຸນປີໃໝ່ບໍ່, ບຸນວຽດນາມ ອິຫຍັງບໍ່. ມັນເປັນແບບທົ່ວໄປປະເທດອິຫຍັງ ມັນຈຶ່ງເປັນແບບປັບຂຶ້ນ ຂຶ້ນເໜັງຕິງອິຫຍັງຫັ້ນນ່າ.”
ອີງຕາມຂໍ້ມູນ ຈາກສູນສະຖິຕິແຫ່ງຊາຕ, ອັດຕຣາເງິນເຟີ້ໃນເດືອນກັນຍາ ເກືອບ 26%.
ນອກຈາກນີ້ ຍັງມີການຈັດແບ່ງອັດຕຣາເງິນເຟີ້ໄປຕາມແຕ່ລະໝວດ ເປັນຕົ້ນ:
- ໝວດຮ້ານອາຫານ ແລະ ໂຮງແຮມ ອັດຕຣເງິນເຟີ້ 34%.
- ໝວດເຄື່ອງນຸງຮົ່ມ ແລະ ເກີບ ອັດຕຣາເງິນເຟີ້ ເກືອບ 30%.
- ໝວດສະບຽງອາຫານ ແລະ ເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ອັດຕຣາເງິນເຟີ້ ຢູ່ທີ່ 24%.
- ໝວດເຄື່ອງໃຊ້ໃນເຮືອນ ອັດຕຣາເງິນເຟີ້ ຢູ່ທີ່ 24%.
- ໝວດເຫຼົ້າ ແລະ ຢາສູບ ອັດຕຣາເງິນເຟີ້ ຢູ່ທີ່ 23%.
- ໝວດບໍຣິການຮັກສາສຸຂພາບ ແລະ ຢາ ອັດຕຣາເງິນເຟີ້ ຢູ່ທີ່ 21%.
- ໝວດຄົມມະນາຄົມ ແລະ ຂົນສົ່ງ ອັດຕຣາເງິນເຟີ້ ເກືອບ 21%.
- ໝວດທີ່ພັກອາໄສ, ນໍ້າປະພາ, ໄຟຟ້າ ແລະ ເຊື້ອເພິງ ອັດຕຣາເງິນເຟີ້ 16%.
- ໝວດສິນຄ້າ ແລະ ການບໍຣິການອື່ນໆ ອັດຕຣາເງິນເຟີ້ ຢູ່ທີ່ 17%.