ແຂວງບໍ່ແກ້ວ ນຳເຂົ້າສິນຄ້າກະເສດ ຈາກຕ່າງປະເທດ 70%

ໄຊຍາ
2023.06.07
ແຂວງບໍ່ແກ້ວ ນຳເຂົ້າສິນຄ້າກະເສດ ຈາກຕ່າງປະເທດ 70% ສິນຄ້າກະເສດ ທີ່ຕລາດແຫ່ງນຶ່ງ ໃນ ສປປ ລາວ. ເດືອນທັນວາ 2022.
RFA

ໃນໄລຍະບໍ່ດົນມານີ້ ແຂວງບໍ່ແກ້ວ ມີການນໍາເຂົ້າສິນຄ້າ ກະເສດຈາກຕ່າງປະເທດ ປະມານ 70%, ໃນນີ້ສ່ວນຫຼາຍແມ່ນເປັນ ຊີ້ນ, ປາ, ພືດຜັກ ແລະ ໝາກໄມ້ ເຊິ່ງມາຈາກປະເທດໄທຍ ຍ້ອນການຜລິດພາຍໃນແຂວງ ຍັງບໍ່ທັນພຽງພໍ ຕໍ່ຄວາມຕ້ອງການ ຂອງຕລາດ ເນື່ອງຈາກເປັນໄລຍະຣະດູຝົນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 07 ມິຖຸນາ 2023 ນີ້ວ່າ:

“[ເປັນ] ປາ, ເປັນຊີ້ນ ປາຫັ້ນເດ ຜັກເປັນ ຜັກກາດຫອມນີ້ນ່າ ເຫັດບໍ່ ກະທຽມ ທຸກຢ່າງນ່າ ໄດ້ຢູ່ ແຕ່ມັນເປັນຣະດູການ ລາວເຮົາບໍ່ໄດ້ເຮັດແບບວ່າ ຫຼາຍໆ ປີທີ່ເອົາແຕ່ຕ່າງປະເທດຫັ້ນນ່າ ຊ່ວງນີ້ຖືວ່າ ບໍ່ມີເລີຍມັນກໍມີຂໍ້ຫຍຸ້ງຍາກຢູ່ເດີ້ ເວົ້າເຣື່ອງເງິນ ເວົ້າເຣື່ອງເງິນກີບ ຫັ້ນເນາະ. ອ່າໄປຊື້ເຂົ້າມາ ສົ່ງປ່ຽນທຸກຢ່າງເປັນເງິນກີບເນາະ ພໍປ່ຽນເປັນເງິນບາທ ອັດຕຣາແລກປ່ຽນ ມັນກໍຫຍຸ້ງຍາກເນາະ”.

ທ່ານກ່າວຕື່ມວ່າ ທາງໜ່ວຍງານ ຂອງທ່ານ ໄດ້ດຳເນີນການຄຸ້ມຄອງ ລາຄາສິນຄ້າ ແລະບໍຣິການລວມທັງສິນຄ້າ ອຸປະໂພກ-ບໍຣິໂພກ ໂດຍສະເພາະສິນຄ້າ ທີ່ຢູ່ໃນບັນຊີ ຄວບຄຸມ ຂອງຜແນກອຸດສາຫະກັມແລະການຄ້າ ມີຈຳນວນ 8 ໝວດ, 23 ຣາຍການ ໃນນີ້ສ່ວນຫຼາຍ ແມ່ນກ່ຽວຂ້ອງ ກັບສະບຽງອາຫານໄປພ້ອມການຕິດຕາມ ການເໜັງຕີງ ຂອງສະພາບລາຄາກົລໄກຕລາດ ບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄາ ແບບບໍ່ສົມເຫດສົມຜົລ ຫຼືເອົາປຽບຜູ້ບໍຣິໂພກ. ເຖິງແມ່ນວ່າ ການນໍາເຂົ້າສິນຄ້າ ຈາກໄທຍ ຈະມີລາຄາເພີ່ມສູງຂຶ້ນ ຍ້ອນອັດຕຣາເງິນກີບ ອ່ອນຄ່າລົງ, ແຕ່ແຂວງບໍ່ແກ້ວ ພັດຍັງຕ້ອງນຳເຂົ້າ ພືດຜັກໝາກໄມ້ ຈາກປະເທດໄທຍ ຕໍ່ເນື່ອງ ຍ້ອນການຜລິດພາຍໃນປະເທດ ຍັງມີຂໍ້ຈຳກັດ ທາງດ້ານເທັກໂນໂລຈີໃນການຜລິດ ແລະຄຸນນະພາບ ຂອງສິນຄ້າ.

ດັ່ງແມ່ຄ້າ ຂາຍຜັກ ແລະໝາກໄມ້ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວນາງນຶ່ງກ່າວວ່າ:

“ສ່ວນຫຼາຍກໍເປັນໝາກມ່ວງ ເປັນໝາກໄມ້ສົດ ຕາມຣະດູການແດ່ເນາະ ຜັກນີ້ເຮົາກໍຍັງເອົາມາຫຼາຍ ເປັນປົກກະຕິ ເປັນຜັກຫອມ ຜັກກາດ ເອົາເຂົ້າໄປສາມຫຼ່ຽມແດ່ ເອົາຂາຍຢູ່ຕລາດແດ່ ຖ້າວ່າຢູ່ທາງໄທຍຫັ້ນ ຂະເຈົ້າສົ່ງຂຶ້ນສົ່ງຢູ່ ລາຄາແພງ ແພງຫຼາຍ ຄືກັບວ່າ ໝາກແຕງນີ້ ໝາກມີ້ ຢູ່ລາວ ອາດຈະຖືກກ່ວາຢູ່ໄທຍຫັ້ນ ສົ່ງໂລລະ 20 ບາທ ແຕ່ຢູ່ໄທຍແລ້ວ ບໍ່ສ່າງເອົາມາຂາຍ ແຕງກວາ ແມ່ນບາງຢ່າງ ແມ່ນຊິວ່າຢູ່ລາວຖືກກໍເອົາຢູ່ລາວ.”

ກ່ຽວກັບເຣື່ອງນີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ພາຍໃນແຂວງບໍ່ແກ້ວ ກໍໄດ້ສົ່ງເສີມໃຫ້ ຊາວລາວ ປູກພືດຜັກ ແລະໝາກໄມ້ ຕາມຣະດູການ ເພື່ອຫຼຸດການນຳເຂົ້າ ຈາກຕ່າງປະເທດ ບໍ່ວາຈະເປັນການປູກພືດຜັກ ເຮືອນຮົ່ມ, ການຜລິດໝາກກ້ຽງນ້ອຍ, ໝາກນັດ, ໝາກກ້ວຍ, ການລ້ຽງໝູ ແລະ ໄກ່ ຢູ່ເມືອງຫ້ວຍຊາຍ ແລະເມືອງຕົ້ນເຜິ້ງ ເພື່ອນຳໄປຂາຍ ໃຫ້ແກ່ບໍຣິສັດດອກງີ້ວຄຳ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ອີກທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ກໍມີຢູ່ສິນຄ້ານີ້ ກໍບໍ່ສ່າງຊິເວົ້າ ລະເນີ້ ມັນກໍມີຫຼາຍປະເພດຢູ່ ປະເພດກະສິກັມ ກໍມີ ແຜນໂຕນີ້ກໍມີຢູ່ ເປັນໂຕປະຕິບັດ ໃນແຕ່ລະເຣື່ອງ ແຕ່ວ່າຫາກມັນ ມັນຍັງບໍ່ພຽງພໍ ອັນຊ່ວງຣະດູຝົນນີ້ ມັນກໍມັນມີຫຼາຍຢູ່ ແຕ່ວ່າມັນມີບາງຊ່ວງ ທີ່ວ່າມັນຂາດ.

ສິນຄ້າສ່ວນຫຼາຍ ແມ່ນນຳເຂົ້າທາງເຮືອ ຂ້າມນໍ້າຂອງ ຈາກເມືອງຊຽງຂອງ ແຂວງຊຽງຮາຍ ຂອງປະເທດໄທຍ ສຳລັບນຳໄປຂາຍ ຢູ່ຕລາດທ້ອງຖິ່ນ, ຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ລວມເຖິງພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໃນແຂວງບໍ່ແກ້ວ ເຊິ່ງເປັນສະຖານທີ່ ເຮັດວຽກ ແລະຢູ່ອາສັຍຂອງຄົນລາວ ແລະຄົນຕ່າງປະເທດ ຈຳນວນຫຼາຍ.

ດັ່ງຊາວລາວ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກ່າວວ່າ:

ໃຊ້ຢູ່ ໃຊ້ຢູ່ໃນກາສິໂນ ກໍຊິເປັນກາສິໂນຕິ ໂອ້ນຳເຂົ້າແຕ່ໄທຍຫຼາຍ ສ່ວນຫຼາຍກໍອັນດັບນຶ່ງຫັ້ນແຫຼະ ນຳເຂົ້າແຕ່ໄທຍຫັ້ນນ່າ ປູກກໍສ່ວນຫຼາຍ ເພິ່ນປູກບໍ່ທັນແດ່ເນາະ ສ່ວນຫຼາຍກໍປູກບໍ່ທັນຫັ້ນແຫຼະ ຜັກຫອມເຄື່ອງປຸງແຕ່ງ ທຸກຢ່າງ ຊື້ໄທຍຫັ້ນແຫຼະ ຕິດກັບໄທຍເລີຍ ຫັ້ນນ່າ ສຳລັບຜັກຫອມ ໝາກໄມ້ ໝາກມ່ວງໝາກນອຍ ໝາກໄມ້ ທຸກຊະນິດຫັ້ນແຫຼະ ຈີນກໍໃຊ້ຂອງໄທຍ ຄືກັນ ໃຊ້ໄທຍ ແລ້ວກໍໃຊ້ຈີນເດ້.

ກ່ອນໜ້ານີ້ ໃນຕົ້ນເດືອນມິຖຸນາ ຜ່ານມາ ທ່ານ ວັນໄຊ ແກ້ວກາງເພັງ, ຫົວໜ້າຜແນກ ການຄ້າພາຍໃນ ຜແນກອຸດສາຫະກັມ ແລະການຄ້າ ແຂວງບໍ່ແກ້ວ ກ່າວວ່າ ປັດຈຸບັນລາຄາສິນຄ້າ ແລະ ຄ່າບໍຣິການມີການເໜັງຕີງ ເພີ່ມຂຶ້ນ ເກືອບທຸກຣາຍການ ໃນຂອບເຂດທົ່ວປະເທດ ແລະ ສຳລັບແຂວງບໍ່ແກ້ວ ໂດຍສະເພາະ ໝວດສະບຽງອາຫານ ເຊິ່ງປຽບທຽບໃສ່ເດືອນພຶສພາ 2022 ນັ້ນ ເຂົ້າກິນມີລາຄາ ສະເລັ່ຍເພີ່ມຂຶ້ນ 15.59%, ຊີ້ນເພີ່ມຂຶ້ນ 15.42%, ສ່ວນປະເພດນໍ້າປາ, ນໍ້າສະອີ້ວ, ແປ້ງນົວ ແລະ ນໍ້າມັນພືດ ເພີ່ມຂຶ້ນ 25.43%, ຂະນະທີ່ ປະເພດພືດຜັກ ເພີ່ມຂຶ້ນ 13.41%.

ທ່ານກ່າວອີກວ່າ ສາເຫດຫຼັກທີ່ເຮັດໃຫ້ລາຄາສິນຄ້າ ເໜັງຕີງຕໍ່ເນື່ອງ ເປັນຍ້ອນອັດຕຣາແລກປ່ຽນເງິນຕຣາ ຕ່າງປະເທດ ທີ່ມີການເໜັງຕີງ ເພີ່ມຂຶ້ນ ໂດຍສະເພາະສະກຸນເງິນບາທ ເຊິ່ງໃນໄລຍະ 4 ເດືອນ ຕົ້ນປີ 2023 ມານີ້ ເພີ່ມຂຶ້ນ 1.14% ແລະ ເມື່ອທຽບໃສ່ເດືອນພຶສພາ 2022 ເພີ່ມຂຶ້ນ 16.26%. ອີກທັງພາຍໃນ ຕລາດເທສບານ ມີສັດສ່ວນການນໍາເຂົ້າ ພືດຜັກ ຈາກຕ່າງປະເທດ ມາວາງຂາຍ ປະມານ 70%, ສ່ວນພືດຜັກ ຂາຍພາຍໃນປະເທດ ແມ່ມີພຽງແຕ່ ບາງລາຍການ ເທົ່ານັ້ນ ສະນັ້ນລາຄາສິນຄ້າຊື້-ຂາຍ ພືດຜັກຈຶ່ງເໜັງຕີງ ໄປຕາມປະເທດຕົ້ນທາງ ທີ່ນຳເຂົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.