ພຸທພິທີ ເປີດໃຊ້ ຣົຖໄຟ ລາວ-ຈີນ ຍິນດີ ທົ່ວໜ້າ

ຈຳປາທອງ
2021.12.02
ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ພິທີເປີດໃຊ້ຣົຖໄຟລາວ-ຈີນ

ໃນໂອກາດສລອງວັນຊາດຂອງ ສາທາຣະນະຣັຖ ປະຊາຊທິປະໄຕ ປະຊາຊົນລາວ ຄົບ ຮອບ 46 ປີ ວັນທີ 2 ທັນວາ, ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງ ສູນການພັກປະຊາຊົນ ປະຕິວັດລາວ ນາຍົກຣັຖມົນຕຣີ ໄດ້ເປັນປະທານພິທີ ອວຍພອນໂຊກໄຊໃຫ້ທາງຣົຖ ໄຟລາວ-ຈີນ ຢູ່ສະຖານີຣົຖໄຟນະຄອນຫຼວງວຽງຈັນທນ໌ ທີ່ບ້ານໄຊ ເມືອງໄຊທານີ ກ່ອນຈະເປີດໃຊ້ ຢ່າງເປັນທາງການໃນມື້ວັນທີ 3 ທັນວາ ແລະຈະເປີດໃຫ້ບໍຣິການ ນັບຕັ້ງ ແຕ່ມື້ວັນທີ 4 ທັນວາເປັນຕົ້ນໄປ. ເຈົ້າໜ້າທີ່ເມືອງໄຊທານີທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ທັນວານີ້ວ່າ:

ເພິ່ນເປີດແທ້ມື້ນີ້ນ່າ ຢູ່ບ້ານໄຊເພິ່ນກະໃຫ້ໄປແຕ່ລະບ້ານນ່າ ນາຍບ້ານແຕ່ລະບ້ານຫັ້ນແຫລະ ກະດີໃຈແລ້ວຖ້າໄດ້ໃຊ້ຣົຖໄຟ ມັນບໍ່ເຄີຍີ ພວກເຮົາເດີນທາງກະສະດວກ.

ສໍາລັບພິທີການໃນມື້ນີ້ ຫຼັກໆ ກໍເປັນພິທີທາງສາສນາພຸທ, ມີທັງເຈົ້າໜ້າທີ່ຣະດັບສູງ, ພຣະສົງ ແລະພຸທສາສນິກກະຊົນ ເຂົ້າຮ່ວມເປັນຈໍານວນຫຼາຍ ໂດຍມີທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ເປັນຜູ້ລັ່ນຄ້ອງ 9 ບາດ ເພື່ອຄວາມເປັນສີຣິມຸງຄຸນ ຕາມຄວາມເຊື່ອທາງສາສນາ, ພ້ອມກັບຟັງການເທສນາ ແລະຮັບນໍ້າມົນຈາກພຣະສົງ.

ຊາວບ້ານຄົນນຶ່ງ ທີ່ຢູ່ໃກ້ກັບສະຖານີຣົຖໄຟ ນະຄອນຫຼວງວຽງຈັນທນ໌ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ທັນວານີ້ວ່າ ຫຼາຍຄົນກໍໄດ້ໄປຮ່ວມເບິ່ງພິທີນັ້ນ ແລະຮູ້ສຶກຍິນດີ ທີ່ຈະໄດ້ນໍາໃຊ້ທາງຣົຖ ໄຟລາວ-ຈີນຢ່າງເປັນທາງການ ຕັ້ງແຕ່ວັນທີ 3 ທັນວານີ້ເປັນຕົ້ນໄປ.

ໂອ໋ ດີໃຈໆມື້ນີ້ຫັ້ນນ່າ ມີຄົນໄປເບິ່ງໄປຍັງຢູ່ ສົນໃຈຫຼາຍ ເຮົາຢູ່ໃກ້ໆສະຖານີເລີຍ ສິໄດ້ເລີ່ມເປີດແລ້ວເດ໋ ເປັນທາງການ.

ມີຊາວລາວສ່ວນນຶ່ງ ເຫັນວ່າ ຈໍານວນຄົນ ທີ່ຈະໃຊ້ບໍຣິການຣົຖໄຟລາວ-ຈີນ ໄປແຂວງທາງພາກເໜືອຂອງປະເທດ ໃນໄລຍະເລີ່ມຕົ້ນເປີດໃຊ້ນີ້ ຈະບໍ່ຫຼາຍປານໃດ ຍ້ອນຍັງຢູ່ໃນໄລຍະປິດປະເທດຢູ່, ຫຼາຍຄົນຍັງບໍ່ມີແຜນທີ່ີຈະໄປຊື້ປີ້ໂດຍສານເທື່ອ ດັ່ງປະຊາຊົນລາວອີກຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ຣົຖໄຟເຮົານີ້ຍັງບໍ່ທັນເຂົ້າຈີນໄດ້ ຍົກໂຕຢ່າງ ຍັງເຂົ້າໄປຮອດແຕ່ບໍ່ເຕັນ ອັນນີ້ແມ່ນຂັ້ນທົດສອບ ແບບວ່າເຮົາແລ່ນຢູ່ໃນປະເທດ ເມືອງຫລວງບໍ່ ບໍ່ເຕັນບໍ່ ວັງສຽງບໍ່ ໄປຈັ່ງຊີ້ນ່າ. ມັນຍັງບໍ່ໄດ້ເຖິງຂັ້ນອອກໄປຈີນ ອອກໄປຫຍັງເດ໋. ຄັນແມ່ນເພິ່ນປ່ອຍປັບ ບາງທີແຂກທ່ອງທ່ຽວແບບບ້ານໃກ້ເຮືອນຄຽງ ແບບໄທຍແບບຫຍັງ ຂະເຈົ້າຢາກໄປ ໄປບຶດດຽວນຶ່ງຮອດເນາະ.

ຜູ້ປະກອບການໂຮງແຮມທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 2 ທັນວານີ້ວ່າ ຜູ້ປະ ກອບການທຸຣະກິດທ່ອງທ່ຽວຫຼາຍຄົນ ກໍມີແຜນທີ່ຈະໃຊ້ປໂຍດ ຈາກເສັ້ນທາງຣົຖໄຟລາວ-ຈີນ ໂດຍສະເພາະການຕ້ອນຮັບນັກທ່ອງທ່ຽວ. ຖ້າເປີດຮັບນັກທ່ອງທ່ຽວ ແບບເປັນທາງການແລ້ວ ໂຮງແຮມຫຼາຍແຫ່ງ ກໍຈະຈັດຣົຖຮັບ-ສົ່ງນັກທ່ອງທ່ຽວ ລະຫວ່າງສະຖາ ນີຣົຖໄຟ ກັບໂຮງແຮມ.

ຕໍ່ໜ້າໄປ ຖ້າວ່າມັນມີຄວາມຮຽກຮ້ອງຕ້ອງການ ກໍຈະສິເຮັດ ຖ້າວ່າມັນມີແຂກຫັ້ນນ່າຄວາມໝາຍ ແນ່ນອນຮອດນີ້ເຮົາສິພະຍາຍາມ ສິຕ້ອນຮັບ ຖ້າມັນມີນັກທ່ອງທ່ຽວມາ ເຮົາກະສິມີຣົຖ ກະຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າແຫລະ ສະຖານີຣົຖໄຟ ກະໂຕນີ້ກະສິປະມານຂີ່ຣົຖໄປ 10 ນາທີ.

ຄົນຂັບຣົຖຕູ້ຜູ້ນຶ່ງເວົ້າວ່າ ຜູ້ປະກອບການຣົຖຕູ້ນໍາທ່ຽວ ຫຼາຍຄົນກໍມີແຜນທີ່ຈະໄປຮັບ-ສົ່ງນັກທ່ອງທ່ຽວ ຢູ່ຕາມສະຖານີຣົຖໄຟແຕ່ລະແຫ່ງ, ຖ້າວ່າເພິ່ນເປີດໂອກາດໃຫ້ຣົຖຕູ້ ເຂົ້າໄປລໍຖ້າຮັບນັກທ່ອງທ່ຽວໄດ້ ແບບບໍ່ເສັຽຄ່າຈອດຣົຖ ຊຶ່ງຕົນເຊື່ອວ່າ ຜູ້ໃຊ້ບໍຣິການຣົຖໄຟ ລາວ-ຈີນ ຫຼາຍຄົນ ກໍຢາກຈະໃຊ້ບໍຣິການຣົຖຕູ້ ເພື່ອເດີນທາງຈາກສະຖານີ ເຂົ້າສູ່ຕົວເມືອງ.

ຕໍ່ໄປກະນ່າຈະແມ່ນ ເຮົາກໍແລ່ນໄປສົ່ງ ຖ້າຟັງເບິ່ງເຂົາເປີດເປັນແນວໃດແນ່ ການຈັດການມັນເປັນຈັ່ງໃດ ເຮົາບໍ່ທັນຮູ້ຄືກັນ.

ອີງຕາມແຈ້ງການ ຂອງຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ວັນທີ 1 ທັນວາ 2021, ພິທີເປີດໃຊ້ທາງຣົຖໄຟ ລາວ-ຈີນ ຢ່າງເປັນທາງການ ກໍານົດມີຂຶ້ນ ໃນມື້ວັນທີ 3 ທັນວາ ນີ້ໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ ຈະເຂົ້າຮ່ວມ ແລະທ່ານ ສີຈິ້ນຜິງ ປະທານປະເທດຈີນ ຈະເຂົ້າຮ່ວມພິທີດັ່ງກ່າວ ໂດຍຜ່ານລະບົບ ວິດິໂອທາງໄກ ຊຶ່ງຈະມີການຖ່າຍທອດສົດ ພິທີເປີດນໍາໃຊ້ທາງຣົຖໄຟ ນັ້ນ ຕັ້ງແຕ່ເວລາ 14:00 ໂມງຫາ 16:00 ໂມງ ຕາມເວລາໃນລາວ ແລະຈະເປີດໃຫ້ບໍຣິການ ນັບຕັ້ງແຕ່ວັນທີ 4 ທັນວານີ້ເປັນຕົ້ນໄປ.

ໃນເບື້ອງຕົ້ນ ທາງຣົຖໄຟ ລາວ-ຈີນ ຈະເປີດໃຊ້ພຽງແຕ່ 6 ສະຖານີ ຈາກທັງໝົດ 10 ສະ ຖານີ ຢູ່ປະເທດລາວ ຄື: ສະຖານີ ນະຄອນຫຼວງວຽງຈັນທນ໌, ສະຖານີໂພນໂຮງ, ສະຖານີວັງວຽງ, ສະຖານີຫຼວງພຣະບາງ, ສະຖານີເມືອງໄຊ ແລະສະຖານີບໍ່ເຕັນ,  ສ່ວນວ່າຈະແລ່ນເຂົ້າໄປໃນປະເທດຈີນນັ້ນ ຍັງບໍ່ທັນເປີດເທື່ອ. ສໍາລັບຜູ້ໂດຍສານ ທີ່ຈະຂຶ້ນຣົຖໄຟໄດ້ ຕ້ອງຜ່ານການສັກວັກຊິນປ້ອງກັນໂຄວິດ-19 ຄົບ 2 ເຂັມແລ້ວເທົ່ານັ້ນ, ອີງຕາມຂໍ້ມູນຈາກ ບໍຣິສັດທາງຣົດໄຟ ລາວ-ຈີນຈໍາກັດ.

ແຕ່ເຖິງຢ່າງໃດກໍຕາມ ມາຮອດມື້ນີ້ ກໍຍັງມີປະຊາຊົນລາວຈໍານວນນຶ່ງ ທີ່ຍັງບໍ່ທັນໄດ້ຄ່າຊົດເຊີຍຄວາມເສັຽຫາຍ ຈາກທາງໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ເທື່ອ ຮວມທັງປະຊາຊົນ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນທນ໌ ທີ່ມີປະມານ 100 ຄອບຄົວ ຍັງລໍຖ້າ ເງິນຊົດເຊີຍນັ້ນຢູ່ ຊຶ່ງຄາດວ່າ ຄົງຈະໄດ້ຮັບ ພາຍຫລັງທີ່ທາງຣົຖໄຟ ໄດ້ເປີດໃຊ້ໄປແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.