ຫົວໜ່ວຍທຸຣະກິດ ຕ້ອງໃຫ້້ ປະກັນ ສັງຄົມ ຄົນງານ

ສຸພັດຕາ
2018.05.04
F-NAS ສະຖາບັນສູງສຸດ ສະພາ ແຫ່ງຊາຕ ສປປລາວ ທີ່ ນະຄອນຫຼວງວຽງຈັນ
Public Domain

ທາງການລາວ ເຕືອນບໍຣິສັດເອກຊົນ ແລະຣັຖວິສາຫະກິຈ ໃນທົ່ວປະເທດ ທີ່ຈົດທະບຽນຖືກຕ້ອງ ແຕ່ບໍ່ມີປະກັນສັງຄົມ ແລະສວັດດີການ ໃຫ້ແກ່ຜູ້ອອກແຮງງານ ຂອງຕົນ ຖືວ່າບໍຣິສັດເຫຼົ່ານັ້ນ ຣະເມີດກົດໝາຍແຮງງານ ແລະ ສວັດດີການສັງຄົມ, ດັ່ງ ຍານາງ ດວງເດືອນ ຈັນທະວົງ ຫົວໜ້າຜແນກ ປະຊາສັມພັນ ຫ້ອງການກອງທຶນ ປະກັນສັງຄົມແຫ່ງຊາດ ກ່າວຕໍ່ ວິທຍຸເອເຊັຍ ເສຣີ ໃນວັນທີ 4 ພຶສພາ ນີ້ວ່າ:

“ຂະເຈົ້າບໍ່ປະຕິບັດກົດໝາຍ ປະກັນສັງຄົມໄດ້ຫັ້ນນ່າ ທັມມະດານີ້ ທຸກບໍລິສັດ ທຸກໜ່ວຍວິສາຫະກິດ ຕ້ອງໄດ້ເຂົ້າ ປະກັນສັງຄົມ ໝົດໄດ້ ຫັ້ນນະ ເປັນລະບົບບັງຄັບເລີຍໄດ໋ ບໍ່ແມ່ນແບບສະໝັກໃຈໄດ໋ ເພາະວ່ານາຍຈ້າງນີ້ເນາະຫຼືວ່າບໍລິສັດ ຕ້ອງຈ່າຍເງິນສົມທົບ ໃຫ້ພະນັກງານ ຕົນເອງ.”

ທ່ານກ່າວຕື່ມວ່າ ນາຍຈ້າງຫຼືບໍຣິສັດ ຈະຕ້ອງສົມທົບເງິນເຂົ້າກອງທຶນປະກັນສັງຄົມ 6 ສ່ວນຮ້ອຍ ຕາມກົດໝາຍກຳນົດ ແລະ ພະນັກງານ ຜູ້ອອກແຮງງານສົມທົບ 5,5 ສ່ວນຮ້ອຍ ລວມທັງໝົດ 11,5 ສ່ວນຮ້ອຍ ທີ່ຕ້ອງສົມທົບ ເຂົ້າກອງທຶນ ປະກັນສັງຄົມ ແຫ່ງຊາດ.

ຖ້າຫາກວ່າພະນັກງານ ຜູ້ອອກແຮງງານ ເກີດອຸບັດຕິເຫດ ຫຼືເຈັບປ່ວຍສຸກເສີນ ຕ້ອງໄດ້ປິ່ນປົວ ກໍສາມາດໃຊ້ສິດ ປະກັນສັງຄົມນັ້ນໄດ້ ໂດຍບໍ່ໄດ້ເສັຍຄ່າໃຊ້ຈ່າຍຫຍັງຕື່ມ ເພາະຖືວ່າບໍຣິສັດນັ້ນ ໄດ້ເຮັດປະກັນສັງຄົມ ຄຸ້ມຄອງສວັດດີການ ໃຫ້ກັບພະນັກງານ ຕາມຣະບຽບ ກົດໝາຍ. ແຕ່ຖ້າຫາກບໍຣິສັດ ຫຼື ຣັຖວິສາຫະກິຈ ໃດບໍ່ປະຕິບັດຕາມ ກໍຈະຖືກປັບໃໝ; ດັ່ງ ທີ່ທ່ານກ່າວວ່າ:

“ຕົວນີ້ເພິ່ນເຮັດເຄັ່ງຄັັດຂຶ້ນກວ່າເກົ່າ ຖ້າວ່າເພິ່ນເຕືອນສາມເທື່ອແລ້ວ ເພິ່ນປັບໃໝໄດ໋ ສົມມຸດວ່າປີນີ້ ເຈົ້າກໍ່ບໍ່ເຂົ້າ ຈັກໜ່ອຍ ຂະເຈົ້າເຕືອນ ອີກ ກໍ່ບໍ່ເຂົ້າ ເຕືອນອີກກໍ່ບໍ່ເຂົ້າ ແລ້ວເຂົາປັບໃໝບາດນີ້ ນິເດ້ໃກ້ສິອອກ ສະພາເພິ່ນຮັບຮອງ ເອົາໃນເດືອນ 5 ນີ້ເດ.”

ທ່ານກ່າວເພີ້ມວ່າ ຜແນກອຸດສະຫະກັມແລະການຄ້າຂັ້ນແຂວງ ຈະຕ້ອງໄດ້ລົງກວດກາ ບໍຣິສັດເອກຊົນ ແລະຣັຖວິສາຫະກິຈ ທຸກແຫ່ງ ທີ່ມີການຈົດທະບຽນ ດຳເນີນທຸຣະກິຈ ຢ່າງຖືກຕ້ອງຕາມກົດໝາຍ ແລະ ຜແນກແຮງງານ ສວັດດີການສັງຄົມ ກໍຈະຕ້ອງລົງສົມທົບເພື່ອ ກວດກາ ນາຍຈ້າງ ຫຼື ບໍຣິສັດນັ້ນໆ ວ່າໄດ້ສົມທົບເງິນ ເຂົ້າກອງທຶນປະກັນສັງຄົມ ແຫ່ງຊາດ ຕາມກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປະກັນສັງຄົມ ຫຼືບໍ່ ເພື່ອເປັນການປົກປ້ອງ ຄຸ້ມຄອງພະນັກງານ ຜູ້ອອກ ແຮງງານ ໃຫ້ໄດ້ຮັບສິດແລະຜົນປະໂຫຍດ ທັງປະກັນສັງຄົມ ແລະ ປະກັນສຸຂພາບ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.