ພາກທຸຣະກິຈ ສເນີຫຼຸດຜ່ອນ ຂັ້ນຕອນເຂົ້າປະເທດ ກະຕຸ້ນທ່ອງທ່ຽວ

ພູວົງສ໌
2022.04.05
ພາກທຸຣະກິຈ ສເນີຫຼຸດຜ່ອນ ຂັ້ນຕອນເຂົ້າປະເທດ ກະຕຸ້ນທ່ອງທ່ຽວ ບັນຍາກາດ ຕາມຖນົນສັກກະລິນ ອັນມີຊື່ສຽງ ທີ່ລຽງລາຍໄປດ້ວຍອາຄານເກົ່າ ເມື່ອຄາວສມັຍຝຣັ່ງເສດປົກຄອງລາວ ຫຼື ອາຄານ French Colonial -ຖ່າຍໂດຍ: TS
RFA

ການທົດລອງ ເປີດຮັບນັກທ່ອງທ່ຽວ ຕ່າງປະເທດ ໄລຍະທຳອິດ ຕັ້ງແຕ່ຕົ້ນປີ 2022 ຈົນມາຮອດປັດຈຸບັນນີ້, ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ອງທ່ຽວປະເທດລາວ ພຽງແຕ່ 505 ຄົນເທົ່ານັ້ນ, ເຊິ່ງຖືວ່າໜ້ອຍຫຼາຍ ເມື່ອທຽບໃສ່ປະເທດວຽດນາມ ແລະ ໄທຍ, ອີງຕາມການຣາຍງານ ຂອງກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ໃນມື້ວັນທີ 2 ເມສາ 2022 ນີ້.

ຂະນະທີ່ ເຈົ້າໜ້າທີ່ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກ່າວວ່າ ສາເຫດທີ່ເຮັດໃຫ້ນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ອງທ່ຽວປະເທດລາວ ໜ້ອຍນັ້ນ ຍ້ອນວ່າ ຂັ້ນຕອນການເດີນທາງ ຍັງມີຄວາມຫຍຸ້ງຍາກ ຂໍ້ມູນບໍ່ຈະແຈ້ງ ແລະ ທາງການລາວ ຍັງຈຳກັດພື້ນທີ່ ການທ່ອງທ່ຽວ ພຽງແຕ່ 3 ແຂວງເທົ່ານັ້ນ.

ດັ່ງເຈົ້າໜ້າທີ່ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສາ ນີ້ວ່າ:

“ບໍ່ໄດ້ເປີດປົກກະຕິ, ແຕ່ວ່າເຂົ້າມາໄດ້ ແຕ່ກັກໂຕ 2 ມື້ເທົ່ານັ້ນ ແຕ່ວ່າ ຕ້ອງມີໜັງສືເຂົ້າມາ. (ນັກທ່ອງທ່ຽວ ຕ່າງປະເທດ) ກະມີຢູ່, ແຕ່ບໍ່ຫຼາຍ ບໍ່ຫຼາຍເທື່ອ ໂອມິຄຣອນ ເຂົ້າມາແລ້ວ ກະມັນຫຍຸ້ງຍາກໜ້ອຍນຶ່ງ.”

ທ່ານກ່າວຕື່ມວ່າ ສຳລັບນັກທ່ອງທ່ຽວ ຕ່າງປະເທດ ທີ່ຈະເດີນທາງ ເຂົ້າມາທ່ອງທ່ຽວລາວ ໃນໄລຍະນີ້, ຕ້ອງຕິດຕໍ່ຫາ ບໍຣິສັດທ່ອງທ່ຽວ, ຕ້ອງຊື້ປະກັນພັຍໂຄວິດ-19, ຕ້ອງຂໍວີ່ຊ້າ, ຕ້ອງກວດຫາໂຄວິດ-19 ກ່ອນເດີນທາງ ເຂົ້າປະເທດ 72 ຊົ່ວໂມງ, ຕ້ອງກັກໂຕ 2 ມື້ ແລະ ກວດຫາເຊື້ອໂຄວິດ-19 ມື້ລະ 2 ຄັ້ງ, ເຊິ່ງຄ່າໃຊ້ຈ່າຍທັງໝົດ ນັກທ່ອງທ່ຽວ ຕ່່າງປະເທດ ຕ້ອງເປັນຜູ້ຈ່າຍເອງທັງໝົດ ລວມປະມານ 300-500 ໂດ່ລ້າຣ໌ສະຫະຣັຖ ກາຍເປັນບັນຫາວ່າ ນັກທ່ອງທ່ຽວ ຕ່າງປະເທດ ຍັງລັງເລ ທີ່ຈະເຂົ້າມາທ່ຽວປະເທດລາວ.

ກ່ຽວກັບເຣື່ອງນີ້, ຜູ້ປະກອບການ ທຸຣະກິຈທ່ອງທ່ຽວໃນລາວ ເຫັນວ່າ ທາງການລາວ ຄວນພິຈາຣະນາຫຼຸດຜ່ອນ ບາງຂັ້ນຕອນອອກໄປ ເພື່ອອຳນວຍ ຄວາມສະດວກສບາຍ ໃຫ້ກັບນັກທ່ອງທ່ຽວ ຕ່າງປະເທດ ເປັນຕົ້ນ ນັກທ່ອງທ່ຽວ ຕ່າງປະເທດ ສາມາດເດີນທາງ ເຂົ້າມາທ່ອງທ່ຽວລາວໄດ້ ໂດຍບໍ່ຜ່ານບໍຣິສັດທ່ອງທ່ຽວ, ໃຫ້ກັກໂຕ 1 ມື້, ຫາກບໍ່ພົບເຊື້ອໂຄວິດ-19 ກໍອອກໄປທ່ອງທ່ຽວໄດ້, ບໍ່ເກັບເງິນເພີ່ມ ຈາກນັກທ່ອງທ່ຽວ ແລະ ບໍ່ຕ້ອງຈຳກັດພື້ນທີ່ທ່ອງທ່ຽວ.

ດັ່ງຜູ້ປະກອບການ ບໍຣິສັດທ່ອງທ່ຽວ ແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ເມສາ ນີ້ວ່າ:

“ເພາະວ່າຂັ້ນຕອນ ມັນຂ້ອນຂ້າງຫຍຸ້ງຍາກຫຼາຍ ເພາະວ່າມັນຍັງບໍ່ລົງໂຕເທື່ອ ກ່ຽວກັບເຣື່ອງຄ່າໃຊ້ຈ່າຍນີ້ແຫຼະ. ຫຼາຍຝ່າຍຂະເຈົ້າ ກະສເນີ ຢາກໃຫ້ມັນ ຜ່ອນບາງລົງ ມັນຂ້ອນຂ້າງບໍ່ຈະແຈ້ງຫຼາຍ.”

ເຈົ້າຂອງໂຮງແຮມ ແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ ໄດ້ຍິນແຕ່ວ່າ ທາງການລາວ ໄດ້ເປີດປະເທດ ຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດແລ້ວ, ແຕ່ມາຮອດປັດຈຸບັນ ສະພາບການທ່ອງທ່ຽວ ກໍຍັງມິດງຽບ ບໍ່ມີຮອດນັກທ່ອງທ່ຽວ ຕ່າງປະເທດ ມາທ່ອງທ່ຽວ. ຂະນະທີ່ ສະພາບການຣະບາດ ຂອງໂຄວິດ-19 ກໍກັບມາຣະບາດໜັກ ໃນລາວ, ເຊິ່ງກໍຄາດວ່າ ທາງການລາວ ອາຈຍັງບໍ່ສາມາດ ເປີດປະເທດໄດ້ ເຕັມຮູບແບບເທື່ອ.

ຢ່າງໃດກໍຕາມ, ທ່ານຢາກໃຫ້ທາງການລາວ ເລັ່ງຄວບຄຸມການຣະບາດ ຂອງໂຄວິດ-19 ບໍ່ໃຫ້ແຜ່ຣະບາດ ໄປໜັກກວ່ານີ້ ແລະ ເປີດປະເທດ ເພື່ອດຶງດູດນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ຽວລາວ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອກະຕຸ້ນການທ່ອງທ່ຽວ ໃຫ້ກັບມາຄຶກຄັກຄືເກົ່າ.

ດັ່ງຜູ້ປະກອບການໂຮງແຮມ ແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຕອນນີ້ ໄດ້ຍິນຄ້າວໆ ວ່າເປີດຢູ່, ແຕ່ວ່າ ກະຍັງບໍ່ມີເຂົ້າມາເທື່ອເນາະ ອັນຕ່າງປະເທດນີ້. ສ່ວນຫຼາຍ ກະຍັງມີແຕ່ນັກທ່ອງທ່ຽວພາຍໃນຢູ່ ດຽວນີ້, ໂຄວິດ-19 ມາອີກນີ້ ຂ້ອຍກະບໍ່ແນ່ໃຈວ່າ ເພິ່ນຊິເປີດ ຫຼືບໍ່ນິ່.”

ເຈົ້າຂອງຮ້ານອາຫານ ແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວວ່າ ກັບມາເປີດຮ້ານອາຫານ ຄືເກົ່າແລ້ວ ຫຼັງຈາກປິດກິຈການ ໄປຫຼາຍເດືອນ ເພື່ອຈະເປີດຂາຍ ໃຫ້ກັບນັກທ່ອງທ່ຽວ ຕ່າງປະເທດ ໄລຍະທີ່ທາງການລາວ ທົດລອງເປີດປະເທດ, ແຕ່ປະກົດວ່າ ນັກທ່ອງທ່ຽວ ຕ່າງປະເທດ ໜ້ອຍຫຼາຍ ບໍ່ຮອດ 10 ຄົນຕໍ່ມື້. ສ່ວນຫຼາຍ ກະເປັນນັກທ່ອງທ່ຽວລາວ.

ດັ່ງເຈົ້າຂອງຮ້ານອາຫານ ແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເພາະວ່າ ມັນບໍ່ມີລູກຄ້າ ຫຼາຍຄືແຕ່ກີ້, ຫັ້ນນ່າ. ມັນກະ ເຮົາກະອຸກໃຈກັນຢູ່ ຄັນວ່າເພິ່ນບໍ່ເປີດດ່ານ, ເຮົາກະບໍ່ມີແຂກ ບໍ່ມີຫຍັງ, ຫັ້ນນ່າ. ໄລຍະນີ້ ກະມີແຕ່ແຂກພາຍໃນ ຂະເຈົ້າກະມາ ບໍ່ຫຼາຍຄືແຕ່ກີ້ເນາະ.”

ເຈົ້າຂອງຮ້ານອາຫານ ແຫ່ງນີ້ ຍັງກ່າວຕື່ມວ່າ ໄລຍະນີ້, ນັກທ່ອງທ່ຽວ ຕ່າງປະເທດ ຈຳນວນຫຼາຍ ມາທ່ອງທ່ຽວ ໃນປະເທດໄທຍ ແລະ ວຽດນາມ ຫາກທາງການລາວ ເປີດດ່ານສາກົລ ຫຼືສາຍການບິນ ກໍຈະຊ່ອຍໃຫ້ນັກທ່ອງທ່ຽວເຫຼົ່ານັ້ນ, ສາມາດເດີນທາງ ມາທ່ອງທ່ຽວ ປະເທດລາວໄດ້ ຄືກັບໄລຍະຜ່ານມາ.

ທາງດ້ານນັກວິຊາການ ຈາກກົມຄຸ້ມຄອງ ການທ່ອງທ່ຽວ, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກ່າວວ່າ ການເປີດປະເທດ ຕ້ອນຮັບນັກທ່ອງທ່ຽວ ຖືເປັນເຣື່ອງຫຍຸ້ງຍາກ ຫຼາຍສົມຄວນ ທີ່ຈະກະຕຸ້ນ ໃຫ້ນັກທ່ອງທ່ຽວ ຕ່າງປະເທດ ມາທ່ອງທ່ຽວ ປະເທດລາວໄດ້ ເປັນຈຳນວນຫຼາຍ ເພາະນັກທ່ອງທ່ຽວ ຕ່າງປະເທດ ຈະເບິ່ງເຖິງເຣື່ອງຂັ້ນຕອນ, ງົບປະມານ, ຄວາມສະດວກສບາຍ ໃນການເດີນທາງ, ແຫຼ່ງທ່ອງທ່ຽວຕ່າງໆ ທັງໝົດ ລ້ວນເປັນປັດຈັຍສຳຄັນ.

ນອກຈາກນີ້, ປະເທດລາວ ຖືເປັນປະເທດຕົ້ນໆ ຂອງພາກພື້ນ ທີ່ປະກາດວ່າ ຈະເປີດຮັບນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ອງທ່ຽວ, ແຕ່ໃນທາງປະຕິບັດ ແມ່ນຖືວ່າ ຫຍຸ້ງຍາກ ແລະ ເກີດຄວາມຊັກຊ້າ ເພາະເຈົ້າໜ້າທີ່ພາກຣັຖ ກໍບໍ່ໄດ້ເອົາໃຈໃສ່ ເທົ່າທີ່ຄວນ ບໍ່ສາມາດປັບໂຕເອງ ໃຫ້ທັນກັບສະຖານະການໄດ້ ເມື່ອທຽບໃສ່ປະເທດເພື່ອນບ້ານ ທີ່ມີນັກທ່ອງທ່ຽວ ເຂົ້າມາຫຼາຍແສນຄົນ.

ດັ່ງນັກວິຊາການ ຈາກກົມຄຸ້ມຄອງ ການທ່ອງທ່ຽວ, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ການກະຕຸ້ນສື່ ຂອງຂະເຈົ້າ ຍັງບໍ່ເຂົ້າເຖິງ ກຸ່ມເປົ້າໝາຍ. ທ່ານຣັຖມົນຕຣີ ກະສັ່ງມາ, ແຕ່ວ່າ ເຮົາມັນກະຄ່ອຍໆໄປ, ແຜນເຮົາອາຈອອກມາກ່ອນປະເທດອື່ນ, ແຕ່ວ່າການປະຕິບັດວຽກ ອາຈຊ້າກວ່າປະເທດອື່ນ.”

ຂະນະທີ່ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ສເນີໃຫ້ຣັຖບານລາວ ເປີດການທ່ອງທ່ຽວ ເຕັມຮູບແບບ ຄື 1. ເປີດຮັບນັກທ່ອງທ່ຽວ ຕ່າງປະເທດ ທີ່ສັກວັກຊິນ ປ້ອງກັນໂຄວິດ-19 ຄົບໂດສແລ້ວ ໃຫ້ກວດຫາເຊື້ອໂຄວິດ-19 ພຽງລໍຖ້າ 2 ຊົ່ວໂມງ, ໂດຍບໍ່ຕ້ອງກັກໂຕ ແລະ ບໍ່ຈຳກັດບໍຣິເວນ ແລະ ສາມາດທ່ອງທ່ຽວໄດ້ 8 ແຂວງ ຈາກເດີມທີ່ມີພຽງແຕ່ 3 ແຂວງເທົ່ານັ້ນ.

ແລະ 2. ເປີດຮັບນັກທ່ອງທ່ຽວ ຕ່າງປະເທດ, ໂດຍຜູ້ບໍ່ທັນສັກວັກຊິນ ປ້ອງກັນໂຄວິດ-19 ກໍສາມາດເດີນທາງ ມາທ່ອງທ່ຽວໄດ້, ແຕ່ໃຫ້ຈຳກັດບໍຣິເວນ ບໍ່ເກີນ 7 ມື້, ແຕ່ນັກທ່ອງທ່ຽວ ຕ່າງປະເທດ ຍັງຕ້ອງຊື້ປະກັນພັຍ ໂຄວິດ-19 ທີ່ມີວົງເງິນປະກັນພັຍ ບໍ່ຕ່ຳກວ່າ 10,000 ໂດ່ລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.