ພາກທຸຣະກິຈ ບາງສ່ວນ ບໍ່ສາມາດປະກອບການໄດ້ ປົກກະຕິ

ໃນຮອບສອງສັປດາ ທີ່ຜ່ານມາຊາວລາວ ຈໍານວນນຶ່ງໃນຫຼາຍເມືອງ ແລະຫຼາຍແຂວງທົ່ວປະທດ ບໍ່ສາມາດເຮັດວຽກ ແລະປະກອບກິຈການ ໄດ້ຕາມປົກກະຕິ ຍ້ອນບັນຫາຂາດແຄນນໍ້າ ມັນກາຊວນພາຍໃນປະເທດ.
ໄຊຍາ
2024.01.30
ພາກທຸຣະກິຈ ບາງສ່ວນ ບໍ່ສາມາດປະກອບການໄດ້ ປົກກະຕິ ປ້ຳນ້ຳມັນ ປຕທ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ຂຶ້ນປ້າຍບອກລູກຄ້າວ່າ ນ້ຳມັນກາຊວນໝົດແລ້ວ. ວັນທີ 24 ມົກກະຣາ 2024.
ນັກຂ່າວ ພົລເມືອງ

ໃນຮອບສອງສັປດາ ທີ່ຜ່ານມາຊາວລາວຈໍານວນນຶ່ງໃນຫຼາຍເມືອງ ແລະຫຼາຍແຂວງທົ່ວປະທດ ບໍ່ສາມາດເຮັດວຽກ ແລະປະກອບກິຈການ ໄດ້ຕາມປົກກະຕິ ຍ້ອນບັນຫາຂາດແຄນນໍ້າ ມັນກາຊວນພາຍໃນປະເທດ.

ດັ່ງເຈົ້າຂອງກິຈການ ຣົຖຂົນສົ່ງສິນຄ້າພາຍໃນປະເທດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມົກກະຣາ 2024 ນີ້ວ່າ:

“ແຕ່ວ່າຣົຖນໍ້າມັນກໍເຫັນເຂົ້າຢູ່ ແຕ່ວ່າຄືຂາດຈັ່ງວ່າ ຫຼືວ່າເຂົາເກັງກິນກໍາໄລ ບໍ່ກໍບໍ່ຮູ້ນໍາເຂົາຫັ້ນແຫຼະ ສ່ວນໃຫຍ່ເປັນກາຊວນເນາະ ໃຊ້ປິກອັບປິກເອິບມັນຕ້ອງໄດ້ກິນກາຊວນ ກໍມື້ວານນີ້ອ້າຍໄປໃສ່ ກໍຕໍ່ຄິວແຕ່ 8 ໂມງ. ເຊົ້າຈົນເຖິງ 11 ໂມງສວຍມື້ວານນີ້ ໃສ່ໄດ້ຢູ່ໄປຕໍ່ຄີວກັນ ແມ່ນໆ ມີໆ ເພາະວ່າຮັບງານມາແລ້ວບໍ່ມີນໍ້າມັນໃສ່ຣົຖມັນກໍໄປບໍ່ໄດ້.”

ນໍ້າມັນກາຊວນ ທີ່ມີຂາຍຢູ່ໃນປະເທດໃນປັດຈຸບັນນີ້ ພັດມີລາຄາເພີ່ມຂຶ້ນເລື້ອຍໆ ອີກທັງເຈົ້າຂອງປໍ້ານໍ້າມັນ ຈຳນວນນຶ່ງຂາຍນໍ້າມັນກາຊວນແພງກ່ວາ ລາຄາທີ່ທາງການກຳນົດ ແລະເຖິງແມ່ນວ່າ ປະຊຊົນຈະບໍ່ຢາກຊື້ນໍ້າມັນ ໃນລາຄາແພງກໍຕາມ, ແຕ່ກໍຈໍາເປັນຕ້ອງໄດ້ຊື້ ຍ້ອນຍັງຈຳເປັນຕ້ອງເດີນທາງ ແລະໃຊ້ຊີວິດປະຈຳວັນ.

ດັ່ງເຈົ້າຂອງກິຈການ ຣົຖຂົນສິນຄ້າພາຍໃນປະເທດ ກ່າວຕື່ມວ່າ:

“ກະຊວນນ່າ ມັນກໍຫຍຸ້ງຍາກໂຕທີ່ວ່ານຶ່ງ ບໍ່ມີນໍ້າມັນເນາະ. ໂຕທີສອງ ຕ້ອງຂຶ້ນຕື່ມຫັ້ນນ່າ. ລາຄາກໍຂຶ້ນ. ລາຄາຂົນສົ່ງກໍຂຶ້ນ. ລາຄານໍ້າມັນກໍຂຶ້ນ ແຕ່ວ່າພັດບໍ່ມີນໍ້າມັນຂາຍໜ້າປໍ້າ ຂຶ້ນມື້ວານນີ້ 400 ປາຍ ເປັນ 21,000 ປາຍ. ບາງປໍ້າກໍຂາຍ 23,000 ພຸ້ນນ່າ. ແມ່ນແຫຼະມັນຕ້ອງໄດ້ຕື່ມ ພາກກາງນີ້ໜ້າຈະຫຼາຍເລີຍນ່າ ພາກໃຕ້ກໍຄືວ່າບໍ່ຂາດພໍເທົ່າໃດ ແຕ່ວ່າຫາກເຂົາຂາຍລາຄາໜ້າປໍ້າ ມັນຈະບວກຕື່ມນີ້ນ່າ. ຂຽນໜ້າປໍ້າລາຄານຶ່ງຂາຍແທ້ໆ ລາຄານຶ່ງ ບໍ່ເຂົ້າໃຈດອກພັກ-ຣັຖ ປະເທດລາວ ຈະເຮັດແນວໃດ.

ທ່ານກ່າວຕື່ມວ່າ ໃນຮອບ 2 ປີປາຍທີ່ຜ່ານມາ ນໍ້າມັນເຊື້ອເພີງ ທຸກປະເພດພາຍໃນປະເທດ ມີລາຄາເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຜູ້ປະກອບການດ້ານການຂົນສົ່ງ ຈຳເປັນຕ້ອງໄດ້ປັບຂຶ້ນ ລາຄາຄ່າບໍຣິການ ແລະເຖິງແມ່ນວ່າ ລາຄານໍ້າມັນຈະຂຶ້ນ-ລົງ ເປັນປະຈຳທຸກສັປດາ ແຕ່ຜູ້ປະກອບການ ບໍ່ສາມາດຂຶ້ນລາຄາຄ່າບໍຣິການ ຢ່າງຕໍ່ເນື່ອງໄດ້. ສະນັ້ນຈຶ່ງເຮັດໃຫ້ບັນດາຜູ້ປະກອບການ ດ້ານການຂົນສົ່ງລຸບທຶນ ແລະຈຳເປັນຕ້ອງໄດ້ແບກຮັບຕົ້ນທຶນ ທີ່ເພີ່ມສູງຂຶ້ນດ້ວຍໂຕເອງ.

ໃນພື້ນທີ່ຫຼາຍເມືອງ ແລະຫຼາຍແຂວງ ພາຍໃນປະເທດ ເຣີ່ມປະສົບບັນຫາ ຂາດແຄນນໍ້າມັນກາຊວນ ຈຶ່ງເຮັດໃຫ້ປະຊາຊົນ ຈຳນວນນຶ່ງຈຳເປັນຕ້ອງໄດ້ອອກມາລຽນຄີວ ເພື່ອລໍຖ້າຕື່ມນໍ້າມັນເຊື້ອເພີງ.

ດັ່ງພະນັກງານເສີບ ຢູ່ຮ້ານອາຫານ ໃນແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ແມ່ນນໍ້າມັນຂາດ ຂາດຫຼາຍແຂວງ ຢູ່ເຂດທົ່ວໄປເລີຍ. ບາງປໍ້າກໍໄດ້ລຽນຄີວຫັ້ນແຫຼະ ບາງປໍ້າກໍບໍ່ມີຂາຍຫັ້ນນ່າ. ກໍຄືຫັ້ນແຫຼະບ່ອນໃດ ບໍ່ມີບ່ອນໃດມີກໍຢາກຊື້ຂະເຈົ້າໄດ້ຊື້ ຈຳເປັນເດ້.ອໍ! ບໍ່ມີນໍ້າມັນຊິຫວາ. ອໍ! ທຳອິດ ຖ້າເປັນຫຼາຍມື້ ຫຼາຍມື້ຕໍ່ໄປ ມີບັນຫາສຳລັບຣົຖໃຊ້ນໍ້າມັນກາຊວນ ກໍບໍ່ຮຸນແຮງ ເຖິງຂັ້ນປີກາຍນີ້ເທື່ອ.”

ເຖິງວ່າບັນຫາການຂາດແຄນນໍ້າມັນ ທີ່ເກີດຂຶ້ນຈະຫາກໍເກີດຂຶ້ນບໍ່ດົນ ແຕ່ຄົນລາວ ຢາກໃຫ້ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງດຳເນີນການແກ້ໄຂຢ່າງຈິງຈັງ ຖ້າຫາກບັນຫາດັ່ງກ່າວຍັງສືບຕໍ່ ຈະເຮັດໃຫ້ປະຊາຊົນທົ່ວໄປ ແລະຜູ້ປະກອບການ ດ້ານການຂົນສົ່ງ ປະສົບຄວາມຫຍຸ້ງຍາກ ໃນການໃຊ້ຊີວິດປະຈຳວັນ ແລະເຮັດທຸຣະກິຈ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:

“ໂອ້! ຍັງຂາດຢູ່ກໍທົ່ວປະເທດ ກໍພໍໄປໄດ້ຢູ່ກໍມີ. ບາງປໍ້າເຂົາຍັງເປີດໃຫ້ບໍຣິການຢູ່ ປົກກະຕິຄືເກົ່າຫັ້ນແຫຼະ. ກໍຂຶ້ນຢູ່. ໂອ້! ເພິ່ນແຈ້ງການຂຶ້ນຢູ່. ຕາມແຈ້ງການເພິ່ນ 22,000, 23,000 ກີບນີ້ແຫຼະ ແຕກຕ່າງກັນໜ້ອຍນຶ່ງ ຫຼຸດລື່ນກັນໜ້ອຍດຽວ.”

ອີງຕາມແຈ້ງການ ຂອງກະຊວງອຸດສາຫະກັມ ແລະການຄ້າລະບຸວ່າ ໃນວັນທີ 30 ມົກກະຣາ 2024 ນີ້ປໍ້ານໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໄດ້ປັບຂຶ້ນລາຄານໍ້າມັນກາຊວນ 430 ກີບ/ລິດຫຼືຈາກ 20,780 ກີບມາເປັນ 21,210 ກີບ/ລິດ ປັບຂຶ້ນລາຄານໍ້າມັນ ແອັດຊັງທັມມະດາ 380 ກີບ/ລິດ ຫຼື ຈາກ 22,840 ກີບ/ລິດເປັນ 23,220 ກີບ/ລິດ ແລະ ປັບຂຶ້ນລາຄານໍ້າມັນແອັດຊັງພິເສດ 1,200 ກີບ ຫຼື ຈາກ 29,740 ກີບເປັນ 30,940 ກີບ/ລິດ.

ທັງນີ້ຖ້າຫາກຢູ່ໃນພື້ນທີ່ ຫ່າງໄກ ນໍ້າມັນກໍຈະມີລາຄາແພງກ່ວາ ທີ່ແຈ້ງການໄວ້ ຍ້ອນຈໍາເປັນຕ້ອງໄດ້ມີຄ່າຂົນສົ່ງ ທີ່ເພີ່ມຂຶ້ນ. ສຳລັບເດືອນທຳອິດ ຂອງປີ 2024 ນີ້ ທາງການລາວ ໄດ້ອອກແຈ້ງການ ເພື່ອປັບຂຶ້ນລາຄານໍ້າມັນໄປແລ້ວ ຈຳນວນ 4 ຄັ້ງ. ໂດຍປໍ້ານໍ້າມັນເຊື້ອເພີງ ທັງຫຼາຍຫົວໜ່ວຍ ພາຍໃນປະເທດ ຈະມີການກຳນົດການເປີດຂາຍນໍ້າມັນ ໃຫ້ແກ່ປະຊາຊົນ ແຕ່ເມື່ອມາຮອດໄລຍະທີ່ກຳນົດ ຜູ້ປະກອບການນໍ້າມັນເຊື້ອເພີງ ຣາຍຍ່ອຍບໍ່ມີນໍ້າມັນຂາຍຢ່າງພຽງພໍ.

ດັ່ງເຈົ້າຂອງປໍ້ານໍ້າມັນ ຢູ່ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ນາງນຶ່ງກ່າວວ່າ:

“ຍັງຂາດຢູ່ນ່າ. ອໍ! ເພິ່ນອັນມີຢູ່ປໍ້າເຊື້ອໄຟ ພວກຂະເຈົ້າກໍແບ່ງກັນຂາຍ ຜູ້ລະໜ້ອຍຊີ້ນ່າ. ມັນບໍ່ພໍຂາຍ. ອໍ! ມື້ນີ້ (30 ມົກຣ 2024​) ລາຄາຂຶ້ນ. ອໍ! ຂາຍມານີ້ປະມານ ສອງອາທິດນີ້ແຫຼະ. ບໍ່ໆ ບໍ່ມີເລີຍມີແຕ່ແອັດຊັງ ກາຊວນບໍ່ມີ. ອໍ! ກໍມີບາງປໍ້າ ຂະເຈົ້າກໍທຽວກັນຢູ່.”

ປັດຈຸບັນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການ ນໍາເຂົ້ານໍ້າມັນເຊື້ອເພີງ ຈຳນວນນຶ່ງຈາກປະເທດວຽດນາມ ເພື່ອແກ້ໄຂບັນຫາດັ່ງກ່າວ ແຕ່ກໍຍັງຄົງນໍ້າເຂົ້ານໍ້າມັນຈາກປະເທດໄທຍ ເຊັ່ນເດີມແຕ່ໃນຈຳນວນທີ່ຫຼຸດລົງ.

ດັ່ງພະນັກງານປໍ້ານໍ້າມັນເຊື້ອເພີງ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ:

“ແລ້ວແຕ່ບໍຣິສັດແມ່. ຂະເຈົ້າຈະແບ່ງໃຫ້ ເພາະວ່າເອື້ອຍກໍຢູ່ໂຊນອັນປໍ້າຢູ່ນອກຫັ້ນເນາະ. ປໍ້າຢູ່ນອກເມືອງຫັ້ນນ່າ ແລ້ວຂະເຈົ້າກໍແບ່ງໃຫ້ໄປ ແຕ່ລະປໍ້າ. ມັນມີຫຼາຍບໍຣິສັດຫັ້ນນ່າ ຄືຂອງເອື້ອຍນີ້ ມັນຂາຍກັບຣັຖບານ ເຊື້ອໄຟລາວ. ມັນຈະມີ ປຕທ ແລ້ວແຕ່ບາງປໍ້າ ມັນກໍມີ ບາງປໍ້າມັນກໍບໍ່ມີ ຫັ້ນນ່າ. ຕາມນີ້ຊ່ວງເຫັນໆ ຂອງ ປຕທ ຫັ້ນຂາດເນາະ ເຫັນເຂົາປ້າຍຕິດວ່າກາວ່າບໍ່ມີຫັ້ນນ່າ.”

ກ່ຽວກັບເຣື່ອງນີ້ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ອະນຸຍາດ ໃຫ້ບໍຣິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ຈຳກັດ (NTP Company Limited) ຈັດຕັ້ງຈຸດ ບໍຣິການນໍ້າມັນເຊື້ອໄຟຊົ່ວຄາວ ຢູ່ເຂດເສຖກິຈພິເສດ ບຶງທາດຫຼວງ ໃນໄລຍະທີ່ການສນອງນໍ້າມັນ ຢູ່ບັນດາປໍ້ານໍ້າມັນ ບໍ່ທັນກັບຄວາມຕ້ອງການ ຂອງຜູ້ຊົມໃຊ້ເປັນໄລຍະເວລາ 1 ເດືອນ ນັບແຕ່ມື້ນີ້ຈົນຮອດວັນທີ 29 ກຸມພາ 2024.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວວ່າ:

ໂດຍແມ່ນແລ້ວພວກເຮົາມີນໍ້າມັນ ມາໃຫ້ບໍຣິການ ຢູ່ເຂດບຶງທາດຫຼວງ. ລາຄາເຮົາ ເປັນລາຄາປໍ້າເລີຍ. ນໍ້າມັນເຮົາກໍໄດ້ມາຕຖານ. ໂຕນີ້ຖ້າຄັນຖາມວ່າ ຊົ່ວຄາວບໍ່ ກໍຊິແມ່ນ ກໍມາໃຫ້ບໍຣິການ ໃຫ້ກັບຊາວນະຄອນຫຼວງວຽງຈັນ. ຕອນນີ້ພວກເຮົາ ຈະມີສະເພາະໃນນະຄອນຫຼວງວຽງຈັນ ມີຄົບທັງກາຊວນ ແລະແອດຊັງ ນໍາເຂົ້າຈາກປະເທດໄທຍ.

ອີງຕາມບົດຣາຍງານ ຂອງຣັຖວິສາຫະກິຈ ນໍ້າມັນເຊື້ອໄຟລາວ ເມື່ອວັນທີ 23 ມົກກະຣາ 2024 ລະບຸວ່າ ປະເທດລາວ ໄດ້ນໍາເຂົ້ານໍ້າມັນເຊື້ອເພີງ ຈາກປະເທດໄທຍ ແລະປະເທດວຽດນາມ ແລະ ໃນຮອບປີ 2023 ຜ່ານມາໄດ້ນໍາເຂົ້ານໍ້າມັນທັງໝົດ 1,654,000,000 ລິດ ໃນນີ້ເປັນກາຊວນ 1,259 ລ້ານລິດ, ແອັດຊັງທັມມະດາ 365 ລ້ານລິດ ແລະ ແອັດຊັງພິເສດ 30 ລ້ານລິດ. ອີງຕາມສະຖິຕິ ຈາກສູນຂໍ້ມູນຂ່າວສານ ການຄ້າ ກະຊວງອຸດສາຫະກັມ ແລະ ການຄ້າ ລະບຸວ່າ ການນຳເຂົ້ານໍ້າມັນເຊື້ອເພີງ ໃນຮອບປີດັ່ງກ່າວນີ້ ມີມູນຄ່າ 1,184 ລ້ານໂດລ້າຣ໌ ສະຫະຣັຖ ແລະເປັນສິນຄ້າ ນໍາເຂົ້າທີ່ມີມູນຄ່າສູງ ເປັນອັນດັບທຳອິດ ຂອງປະເທດລາວ.

ໃນໄລຍະສັປດາທີ່ຜ່ານມາ ທ່ານ ພິຣະພັນ ສາລີຣັຖວິພາກ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີວ່າການກະຊວງ ພະລັງງານ ແລະບໍ່ແຮ່ ຂອງໄທຍກ່າວວ່າ ໃນປີ 2024 ນີ້ກະຊວງພະລັງງານ ຈະເລັ່ງປັບປຸງໂຄງສ້າງນໍ້າຍ້ອນຫຼາຍປີຜ່ານມາມີການນໍາໃຊ້ກອງທືນເຊື້ອເພີງເຂົ້າມາດູແລລາຄານໍ້າມັນໃນປະເທດເປັນໄລຍະເວລາດົນແຕ່ກັບບໍ່ສາມາດແກ້ໄຂບັນຫາແບບຍືນຍົງ. ສະນັ້ນຖານປັບໂຄງສ້າງນໍ້າມັນຈະຊ່ອຍໃຫ້ກະຊວງພລັງງານຮັບຮູ້ຂໍ້ມູນຕົ້ນທືນລາຄານໍ້າມັນຕາມສະພາບໂຕຈິງເພື່ອນໍາໄປສູ່ການປ່ຽນແປງທີ່ດີຂຶ້ນແລະເປັນທຳກັບທຸກຝ່າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.