ຊິ້ນສ່ວນປະກອບ ລາງຣົດໄຟ ຖືກລັກ

ອຸ່ນແກ້ວ ສຸກສະຫວັນ
2021.04.07
ຊິ້ນສ່ວນປະກອບ ລາງຣົດໄຟ ຖືກລັກ ເຈົ້າໜ້າທີ່ຕໍາຣວດ ເມືອງໄຊເສດຖາ ຈັບກຸ່ມຄົນ ລັກອຸປກອນ ຈາກ ທາງຣົດໄຟ ລາວ-ຈີນ
ນັກຂ່າວພົລເມືອງ

ຊາວລາວຫຼາຍຄົນ ຮູ້ສຶກເປັນຫ່ວງ ເລື່ອງຄວາມປອດພັຍ ຖ້າຫາກພາກສ່ວນກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂບັນຫາ ທີ່ມີກຸ່ມຄົນ ກໍ່ເຫດລັກເອົານ໊ອຕ ແລະສາຍໄຟ ໄປຂາຍ ຊຶ່ງຈະສ້າງ ຜົນເສັຽຫາຍ ແລະເປັນອັນຕະລາຍຕໍ່ຜູ້ໂດຍສານ. ຊາວລາວທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ເມສາ ວ່າ:

"ໂຕທີ່ລັກໄປຂາຍ ໂອ! ມັນກະມີຄວາມສ່ຽງນີ້ແຫຼະ ຄວາມປອດພັຍມັນຍັງບໍ່ສົມບູນ ຄົນເຮົາໜ້າຈະໄດ້ໃຊ້ຫຼາຍຢູ່ຄື ທາງດ່ວນເນາະ ຕ້ອງໃຫ້ມັນຮັດກຸມຂຶ້ນຕື່ມຫັ້ນແຫຼະ."

ທ່ານກ່າວຕື່ມວ່າ ສຳລັບກຸ່ມຄົນບໍ່ດີ ທີ່ກໍ່ເຫດລັກອຸປກອນ ຂອງໂຄງການສ້າງທາງຣົດໄຟ ລາວ-ຈີນ ໄປຂາຍນັ້ນ ຕົນກໍຢາກຮູ້ຄັກແນ່ ວ່າພວກຂະເຈົ້າລັກໄປຂາຍ ຍ້ອນຢາກໄດ້ເງິນ ໄປຊື້ຢາເສບຕິດ ຫຼືເກີດຈາກແນວຄິດ ຢາກສ້າງຄວາມວຸ້ນວາຍ ໃນສັງຄົມ ຈຶ່ງຢາກ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ດຳເນີນຄະດີກັບຜູ້ກ່ຽວ ຕາມກົດໝາຍ, ພ້ອມທັງມີການປ້ອງກັນແບບ ຮັດກຸມຂຶ້ນຕື່ມ ເພື່ອບໍ່ໃຫ້ເກີດເຫດການ ຄົນມາລັກອຸປກອນ ຂອງໂຄງການອີກ.

ຊາວລາວອີກທ່ານນຶ່ງ ໄດ້ກ່າວວ່າ ກໍຮູ້ສຶກເປັນຫ່ວງ ເລື່ອງຄວາມປອດພັຍ ກ່ຽວກັບເຫດການທີ່ເກີດຂຶ້ນ ແລະ ຢາກໃຫ້ພາກສ່ວນ ກ່ຽວຂ້ອງມີການກວດກາຄືນ ແລະ ເພິ່ມມາຕການ ຮັກສາຄວາມປອດພັຍ ທີ່ເຂັ້ມງວດຂຶ້ນ ພ້ອມທັງລົງໂທດກຸ່ມຄົນຜູ້ກໍ່ເຫດຕາມ ກົດໝາຍ.

"ລັກເຫຼັກບໍ່, ກະມີຜົນແນ່ນອນແຫຼະ ຕ້ອງມີການກວດກາຄືນແນ່ນອນ ເພາະວ່າດຽວນີ້ ມັນກະຍັງບໍ່ທັນເປີດໃຊ້ເປັນທາງການນະ ແຕ່ວ່າເລື່ອງກົດໝາຍເບາະ ເລື່ອງອັນນັ້ນ ເພິ່ນກະຊິ ດຳເນີນການຮ້າຍແຮງຢູ່ເພາະວ່າ ໂຕນີ້ ເພິ່ນອອກກົດລະບຽບ ອອກຂໍ້ກຳນົດ ໄວ້ແລ້ວ."

ໃນວັນທີ 2 ເມສາ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຣວດ ນະຄອນຫຼວງວຽງຈັນ ໄດ້ຈັບກຸ່ມຄົນຂີ້ລັກຈຳນວນ 6 ຄົນ ທີ່ກໍ່ເຫດລັກ ຊິ້ນສ່ວນທີ່ໃຊ້ໃນການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ເຂດບ້ານນາຄວາຍ ເມືອງໄຊເສດຖາ ແລະ ປັດຈຸບັນ ເຈົ້າໜ້າທີ່ກຳລັງ ສືບສວນ-ສອບສວນ ຢູ່. ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

"ໂຕນີ້ ໄທເຮົາກະບໍ່ຮູ້ເດີ ຮູ້ແຕ່ວ່າ ເພິ່ນໄປລັກເຫຼັກ ລັກຫຍັງ ແລ້ວທາງຕຳຣວດເຮົາຈັບໄວ້ຫັ້ນນະ ປະຕິບັດຕາມໜ້າທີ່ລະບຽບ ກົດໝາຍ."

ອີງຕາມຂໍ້ມູນເພິ່ມເຕີມ ຈາກກອງບັນຊາການປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ໄດ້ພົບວ່າທີ່ຜ່ານມາ ມີການລັກອຸປກອນ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໂດຍສະເພາະ ແມ່ນເຫຼັກ ມີນ້ຳໜັກຫຼາຍກວ່າ 1 ຕັນ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ໄດ້ ຂໍຄວາມຮ່ວມມື ນຳຮ້ານຮັບຊື້ເຫຼັກເສດ ແຕ່ລະແຫ່ງ ເພື່ອໃຫ້ຊ່ວຍກວດກາເຫຼັກ ທີ່ມີຄົນນຳມາຂາຍໃຫ້ ແລະຖ້າກວດພົບວ່າ ເປັນເຫຼັກທີ່ມາຈາກ ໂຄງການທາງຣົດໄຟ ລາວ-ຈີນ ກໍໃຫ້ແຈ້ງເຈົ້າໜ້າທີ່.

ມາເຖິງເດືອນເມສາ ກໍເຫຼືອເວລາອີກປະມານ 8 ເດືອນ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ກໍມີກຳນົດສ້າງສຳເຣັດ ແລະ ທົດລອງເປີດໃຊ້ ພາຍໃນທ້າຍປີນີ້ ແຕ່ຍັງມີຊາວບ້ານ ຈຳນວນນຶ່ງ ທີ່ໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ ຍັງບໍ່ທັນໄດ້ຮັບ ເງິນຄ່າຊົດເຊີຍເທື່ອ ແລະ ມາເຖິງປັດຈຸບັນ ກໍບໍ່ມີພາກສ່ວນໃດ ແຈ້ງຂ່າວຄວາມຄືບໜ້າ ກ່ຽວກັບການຊົດເຊີຍ ໃຫ້ຮູ້.

ຊາວບ້ານຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການສ້າງ ທາງຣົດໄຟ ລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

"ບໍ່ທັນໄດ້ເທື່ອແຫຼະ ໂອ ມູນຄ່ານີ້ ແມັດນຶ່ງ 2 ແສນກີບ ແຕ່ວ່າຈັກຍາມໃດຊິໄດ້ ມາແທກມາຫຍັງໝົດແລ້ວ ບໍ່ທັນໄດ້ແຈ້ງ ມິດຢູ່ ເຮົາເວົ້າຫຼາຍກະເວົ້າບໍ່ໄດ້."

ໃນຂນະທີ່ຊາວບ້ານ ຢູ່ ແຂວງຫລວງນ້ຳທາ ທ່ານນຶ່ງ ທີ່ຫາກໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການທາງຣົດໄຟ ລາວ-ຈີນ ໃນເດືອນມິນາ ທີ່ຜ່ານມາ ໄດ້ກ່າວວ່າ ເຖິງວ່າຈະໄດ້ຮັບຄ່າ ຊົດເຊີຍ ແຕ່ວ່າ ຄ່າຊົດເຊີຍນັ້ນບໍ່ກຸ້ມຄ່າກັບຄາລາດິນທີ່ເສັຽໄປ.

"ເງິນເຂົ້າລ້ານປາຍ ບໍ່ຫຼາຍ ຄັນຊິວ່າ ມັນກະບໍ່ກຸ້ມຄ່າແຫຼະ ແບບວ່າ ເຂົາລ້ອມຮົ້ວ ອັດແລ້ວມັນ ດິນຫັ້ນ ເຄີຍເຮັດຮ້ານ ເຮັດຫັ້ນ ແລ້ວມັນບໍ່ໄດ້ຮັດຫຍັງເລີຍ ເພິ່ນໃຫ້ຖືກຕາມຫັ້ນແລ້ວ ບໍ່ກະບໍ່ຮູ້."

ມາຮອດປັດຈຸບັນ ການສ້າງທາງຣົດໄຟ ລາວ-ຈີນ ຖືວ່າມີຄວາມຄືບໜ້າແລ້ວ ປະມານ 80 ເປີເຊັນ ແລະ ຄາດວ່າການວາງລາງ ຣົດໄຟແຕ່ ນະຄອນຫລວງວຽງຈັນ ຫາສະຖານນີ ບໍ່ເຕັນ ແຂວງຫລວງນ້ຳທາ ຈະສຳເຣັດໃນເດືອນພຶສພາ ປີນີ້ ເພື່ອໃຫ້ໂຄງການ ສຳເຣັດ ແລະ ເປີດໃຊ້ຕາມແຜນພາຍໃນ ທ້າຍປີ 2021.

ອີງຕາມການລາຍງານຂອງທ່ານ ຫູ ປິ່ນ ຫົວໜ້າບັນຊາການ ແລະ ວິສວະກອນລະດັບສູງ ຂອງກຸ່ມບໍຣິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ທີ່ໄດ້ກ່າວຕໍ່ສື່ມວນຊົນ ໃນວັນທີ 30 ມິນາ ທີ່ຜ່ານມາ.

ນອກຈາກນີ້ ການສະໜອງໄຟຟ້າ ໃຫ້ແກ່ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ແຕ່ແຂວງຫລວງນ້ຳທາ ມາຮອດ ນະຄອນຫຼວງ ວຽງຈັນ ກໍສຳເຣັດແລ້ວ ແລະຜ່ານການທົດສອບ ຈາກ ກະຊວງພະລັງງານ ແລະບໍ່ແຮ່, ຣັຖວິສາຫະກິດໄຟຟ້າລາວ ແລະບໍຣິສັດ Laos-China Power Investment ໄດ້ຕິດຕັ້ງຮູບແບບ ສາຍສົ່ງຂະໜາດ 115 ກິໂລໂວນ ມີຄວາມຍາວ 257 ກິໂລແມັດ ອີງຕາມການລາຍງານ ຂອງ ໜັງສືພິມວຽງຈັນທາມ ໃນວັນທີ 6 ເມສາ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.