ໂຮງງານຜລິດ ແປ້ງມັນຕົ້ນ ສຳເຣັດຮູບ ຈູເບົາແຍນ ຂອງຈີນ ຢູ່ເມືອງລອງ ແຂວງຫຼວງນ້ຳທາ ທີ່ໄດ້ເລີ້ມສ້າງ ອ່າງເກັບນ້ຳເສັຽ ຕື່ມອີກ 4 ອ່າງ ມາແຕ່ເດືອນ ພຶສຈິກາ ທີ່ແລ້ວນັ້ນ ກຳລັງເລັ່ງ ສ້າງ ໃຫ້ແລ້ວ ພາຍໃນ ເດືອນ ທັນວານີ້ ກ່ອນທີ່ທາງ ໂຮງງານ ຈະດຳເນີນ ການ ຜລິດແປ້ງ ຄືນ ໃນຕົ້ນປີ 2017, ເພື່ອ ຮັບປະກັນ ບໍ່ໃຫ້ ນ້ຳເສັຽຈາກ ໂຮງງານ ລົ້ນອ່າງ ໄຫຼລົງຫ້ວຍ ຕື່ມອີກ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ການຄ້າ ເມືອງລອງ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 1 ທັນວານີ້:
"ໂຮງງານມັນຕົ້ນຈີນ ເຂົາເຈົ້າ ພວມເຮັດເດ້ ກະສິປະມານ ເດືອນນຶ່ງ ເດືອນປາຍ ກະແລ້ວ ເຊັນສັນຍາ ກັນແລ້ວວ່າ ເຂົາເຈົ້າ ສິເຮັດນະ ກະມີຄນະ ກັມການກວດກາ ຢູ່ເດ້ ປີໃໝ່ ຂະເຈົ້າ ຊິກັບມາ ຜລິດນະ".
ທ່ານເວົ້າວ່າ ການສ້າງ ອ່າງເກັບນ້ຳເສັຽ ດັ່ງກ່າວ ຈຳເປັນຕ້ອງ ມີຄນະກຳມະການແຂວງ ໄປຕິດຕາມ ກວດກາ ຢ່າງໃກ້ຊິດ ເພື່ອເຮັດໃຫ້ ອ່າງເກັບນ້ຳເສັຽ ທີ່ສ້າງ ຂຶ້ນນັ້ນໄດ້ ມາຕຖານດີ ເພື່ອ ບໍ່ໃຫ້ເກີດ ບັນຫາ ນ້ຳເສັຽ ຈາກໂຮງງານ ໄຫລລົງຫ້ວຍອີກ ແລະເຮັດໃຫ້ ຊາວບ້ານ ເຂດໃກ້ຄຽງ ຮູ້ສຶກອຸ່ນໃຈ ຫຼາຍຂຶ້ນ. ເມື່ອເດືອນຕຸລາ ຜ່ານມາ ເຈົ້າຂອງ ໂຮງງານ ມັນຕົ້ນຈີນ ຮັບປາກກັບ ທາງການ ແຂວງ ຫຼວງນ້ຳທາ ວ່າສະສາງ ອ່າງເກັບນ້ຳເສັຽ ນັ້ນໃຫ້ແລ້ວ ໃນທ້າຍ ເດືອນ ພຶສຈິກາ ແຕ່ກໍສ້າງ ບໍ່ແລ້ວ ຍ້ອນການກໍ່ສ້າງ ລ້າຊ້າ.
ໂຮງງານແຫ່ງນີ້ ເຄີຍປ່ອຍນ້ຳເສັຽ ໄຫລລົງຫ້ວຍ ຫລັງໂຮງງານ ເຮັດໃຫ້ນ້ຳ ເປິເປື້ອນ ຊຶ່ງ ເຈົ້າໜ້າທີ່ ຂແນງ ສິ່ງແວດລ້ອມ ແຂວງຫຼວງ ນ້ຳທາ ແລະຫ້ອງການ ເມືອງລອງ ໄດ້ຕັກເຕືອນ ແລະ ປັບໄໝ ມາແລ້ວ ຈຳນວນນຶ່ງ ແຕ່ບໍ່ໄດ້ ມີການ ເປີດເຜີຍ ຣາຍລະອຽດ.
ທ່ານກ່າວຕື່ມວ່າ ຊາວກະສິກອນ ເມືອງລອງ ປູກມັນຕົ້ນ ໃນເນື້ອທີ່ 1 ພັນປາຍເຮັກຕາ ແລະຈະເລີ້ມ ຂາຍໃຫ້ໂຮງງານ ໃນທ້າຍເດືອນ ທັນວາ ນີ້ ໃນຣາຄາ ສະເລັ່ຽຕັນນຶ່ງ 8 ແສນກີບ.