ຈີນເຂົ້າມາ ຄວບຄຸມຫຼາຍກິຈການ ທີ່ເປັນແຫຼ່ງລາຍຮັບຫຼັກ ຂອງລາວ

0:00 / 0:00

ປັດ​ຈຸ​ບັນ ຈີນ​ໄດ້​ເຂົ້າ​ມາຄວບ​ຄຸມ​ຫຼາຍ​ຂ​ແນງ​ການ ​ທີ່​ເປັນ​ແຫຼ່ງ​ສ້າງ​ລາຍ​ໄດ້​ຫຼັກຂອງ​ປະ​ເທດລາວ ບໍ່​ວ່າ​ຈະ​ເປັນ​ການ​​ຄ້າ, ​ທ່ອງ​ທ່ຽວ, ການ​ຂົນ​ສົ່ງ, ຄົນ​ຈີນ​ເຂົ້າ​ມາ​ຊື້​ທີ່​ດິນ​ໂດຍ​ໃສ່​ຊື່​ຄົນ​ລາວ, ແລະ ໄຟ​ຟ້າ.

ເຈົ້າ​ໜ້າ​ທີ່ ​ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມລາວ ທ່ານ​ນຶ່ງ ໄດ້​ໃຫ້​ສັມ​ພາດ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

ຈີນ​ເຂົ້າ​ມາ​ຄວບ​ຄຸມ​ເທົ່າ​ທີ່​ຮູ້ ນຶ່ງ ວຽກການ​ຄ້າ​ຊະ​ເປັນ​ສ່ວນ​ໃຫຍ່​ເນາະ ການ​ຄ້າ​ການ​ລົງ​ທຶນ ການ​ຄ້ານີ້​ເຮົາ​ກະ​ຮູ້​ວ່າ​ຫຼາຍໆ​ຮ້ານ ຢູ່​ລາວນີ້ ຢູ່​ທົ່ວ​ປະ​ເທດ ຢູ່​ທົ່ວ​ທຸກ​ເມືອງ​ພຸ້ນ​ແຫຼະ ມີ​ຮ້ານ​ຄ້າ​ຮ້ານ​ຂາຍ​ຂອງ​ຈີນ ເຊິ່ງ​ຄົນຈີນ ເປັນ​ເຈົ້າ​ຂອງ​ເອງ.

ລົ​ງ​ທຶນ​ຂນ​າດ​ໃຫຍ່ໆ ກະ​ເວົ້າ​ເລື່ອງບໍ່​ແຮ່ ຫຼື ເຂື່ອນ​ໄຟ​ຟ້າ​ຈັ່ງ​ຊິ​ກະ​ໃຫຍ່ໆ ຫຼາຍໆ ແຫ່ງ​ຢູ່​ລາວນີ້​ກະ​ແມ່ນ ຈີນ​ເຂົ້າ​ໄປ Take Over ນີ້​ກະ​ຫຼາຍ​ແລ້ວ ແລະ ຈີນ​ລົງ​ທຶນ​ເອງນີ້​ກະ​ຫຼາຍ ໂດຍ​ສະ​ເພາະ​ຄື​ຍົກ​ໂຕ​ຢ່າງ​ເຂື່ອນ​ນ້ຳ​ອູ 1 ຮອດ 7 ກະ​ເປັນ​ຂອງ​ຈີນ​ໝົດ ແມ່ນ​ຈີນ​ເຂົ້າ​ມາ​ຄຸມ​ລະ​ກະ​ທີ​ນຶ່ງ.

ອັນ​ທີ່​ມັນ​ຕໍ່​ເນື່ອງ​ໄຟ​ຟ້າ​ກະ​ແມ່​ນ​ສາຍ​ສົ່ງ​ແຮງ​ສູງ ຢູ່​ທົ່ວ​ປະ​ເທດນີ້ ເຂົ້າ​ມາ​ລົງ​ທຶນລະ​ກະ​ມັນ​ເຮັດ​ໃຫ້ EDL ເປັນ​ໜີ້​ເປັນ​ລູກ​ໜີ້ ​ຂອ​ງ​ຈີນ​ຫຼາຍໆ​ຢ່າງ ປ່ຽນ​ຜູ້​ຖື​ຮຸ້ນ​ກາຍ​ເປັນ​ວ່າຈີນ 90% ໂຄງ​ການ​ຂ​ນາດ​ໃຫຍ່ແມ່ນ ຈີນເຂົ້າ​ມາ Take Over ໝົດ​ແລ້ວ. ນອກ​ຈາກ​ນັ້ນ​ກະ​ເສັ້​ນ​ທາງ​ຣົຖ​ໄຟ.

ຄວາມ​ຍືນ​ຍົງ​ສຳ​ລັບ​ ຜົ​ລ​ປ​ໂຍດ​ທີ່​ຈະ​ໄດ້​ຈາກ​ປະ​ເທດ​ຈີນ ສຳ​ລັບ​ຄົນ​ລາວນີ້ ສຳ​ລັບ​ຄົນ​ລາວ ຫຼື ປະ​ເທດ​ລາວ​ແທ້ ຄຶດ​ວ່າ ໄດ້​ຜົ​ລ​ປ​ໂຍດ​ໜ້ອຍ​ສຸດ ເປັນ​ຫຍັງ​ຈຶ່ງວ່າ​ໜ້ອຍ​ສຸດ ກະ​ຍ້ອນ​ຄົນ​ຈີນບໍ່​ໄດ້​ມີ​ຈັນ​ຍາ​ບັນ​ເລື່ອງ ຄວາມ​ເອື້ອຍ​ເຟື້ອ​ເພື່ອ​ແຜ່ ລະ​ກະ​ເລື່ອງ​ສະ​ພາບ​ແວດ​ລ້ອມບໍ່ ຜົ​ລ​ກະ​ທົບ​ຕ່າງໆ ຂະ​ເຈົ້າກະ​ບໍ່​ໄດ້​ຄຶດ​ເຖິງ​ອີກ ຄະ​ເຈົ້າ​ລະ​ບໍ່​ໄດ້​ສົນ​ໃຈ ຄະ​ເຈົ້າ​ລະ​ຄິດ​ແຕ່​ຜົ​ລ​ປ​ໂຍດ​ເຂົາ.

ລະ​ບົບ​ຂອງ​ທຶນ​ຈີນ ​ຢູ່​ລາວນີ້​ລະ​ແມ່ນ​ຫຼາຍ ຢູ່​ລາວ​ເບາະ ຫຼື ຢູ່​ຂະ​ເໝນ​ ຈັ່ງ​ຊີ້​ ປະ​ເທດ​ທີ່​ອ່ອນ​ແອ ລະ​ບຽບ ຫຼື ກົດ​ລະ​ບຽບ​ອ່ອນ​ແອ ແມ່ນ​ຈີນ​ເຂົ້າ​ໄປ ມີ​ບົດ​ບາດ​ຫຼາຍ ລະ​ຜົ​ລ​ປ​ໂຍດ​ທີ່​ໄດ້ກະ​ແມ່ນ​ໜ້ອຍ.

ນັກ​ຂ່າວ: ຄື​ເວົ້າ​ເລື່ອງ​ທ່ອ​ງ​ທ່ຽວ​ເດ້ ເປັນ​ຈັ່ງ​ໃດ?

ເຈົ້າ​ໜ້າ​ທີ່: ທ່ອງ​ທ່ຽວນີ້​ກະ​ແມ່ນ​ລັກ​ສະ​ນະ​ຄ້າຍໆກັນ ຮູບ​ແບບ​ຄື​ຍົກ​ໂຕ​ຢ່າງ ຂ້າ​ພະ​ເຈົ້າ​ໄປ​ທ່ຽວ​ຫລວງ​ພ​ຣະ​ບາງ ຄື ທ້າຍ​ເດືອນ​ທີ່​ຜ່ານ​ມາ​ຫັ້ນ ມີ​ໝູ່​ຢູ່​ຫລວງ​ພ​ຣະ​ບາງ ຄົນ​ຮູ້​ຈັກ​ກັນ​ດີ ໄປ​ກິນ​ເຂົ້າ​ນັ່ງ​ລົມ​ກັນ​ກະ ລະ​ລົມ​ສູ່​ກັນ​ຟັງ​ກະ​ຮູ້​ວ່າ ກະ​ນຶກ​ເຖິງ​ພາບ​ເລີຍ​ວ່າ ທົວ​ສູນ​ຫຼຽນ ທີ່​ໄທ​ຍ​ເຄີຍ​ພໍ້ ເມື່ອ​ປີ​ກ່ອນ ຫຼາຍ​ປີ​ກ່ອນ​ນີ້ ຄື​ກິນ​ຕັ້ງ​ແຕ່​ຕົ້​ນ​ນ້ຳ​ຈົນ​ຮອດ​ປາຍ​ນ້ຳ.

ທົວ​ຣ໌ຄົນ​ຈີນ ຮັບ​ແຂກ​ຄົນ​ຈີນ ເອົາ​ຣົ​ຖ​ຄົນ​ຈີນ ນອນ​ຢູ່​ໂຮງ​ແຮມ​ຈີນ ຮ້ານ​ອາ​ຫານ​ຈີນ ໃສ່​ນ້ຳ​ມັນ​ຈີນ. ລາວ​ຊິບໍ່​ໄດ້​ຜົ​ລ​ປ​ໂຍດ​ຫຍັງ ​ຄັນ​ຖ້າ​ວ່າ ບໍ່​ໄດ້​ຄວບ​ຄຸມ​ເລື່ອງ ຄົນ​ເຂົ້າ​ຄົນ​ອອກ ຫຼືວ່າ ຍານ​ພາ​ຫະ​ນະ​ເຂົ້າ​ອອກ ເພາະ​ວ່າ ມັນ​ເສ​ຣີເດ້. ມັນ​ຕ່າງ​ເວ​ລາ​ລາວ​ເອົາ​ຣົ​ຖ​ໃຫຍ່​ໄປ​ເອງ ບໍ່​ໄດ້.

ນັກ​ຂ່າວ: ຄັນ​ຊັ້ນ​ຜົ​ລ​ກະ​ທົບ​ທີ່​ຈະ​ເກີດ​ຂຶ້ນ​ເດ້ ມັນ​ຄື​ຫຍັງ?

ເຈົ້າ​ໜ້າ​ທີ່: ຜົ​ລ​ກະ​ທົບ​ນີ້ ມັນ​ກະ​ມີ​ຫຼາຍໆ​ຢ່າງ ໃນ​ມຸມ​ກວ້າງ​ເນາະ ອັນ​ທີ​ນຶ່ງ ລະ​ບຽບ​ເຈົ້າ​ອ່ອນ​ແອ ມັນ​ໝາ​ຍ​ເຖິງ ໃນ​ຂ​ະ​ນະ​ດຽວ​ກັນ ລະ​ບຽບ​ປົກ​ປ້ອງ ຄຸ້ມ​ຄອງ​ຄົນ​ພາຍ​ໃນ​ຊາຕ​ເຈົ້າ ບໍ່​ເຂັ້ມ​ແຂງ ມັນ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ເສັຽ​ຫາຍ ເສັຽ​ຜົ​ລ​ປ​ໂຍດ ຕໍ່​ບຸກ​ຄົນ ຕໍ່​ຊຸມ​ຊົນ.

ຕໍ່​ຊັບ​ພະ​ຍາ​ກອນ​ທັມ​ຊາຕ ເຂົາ​ກະ​ບຸກ​ລຸກ ເຂົາ​ກະບຸກ​ລຸກ​ເຂົາ​ກະ​ທຳ​ລາຍ​ໄປ ເຂົາ​ກະ​ບໍ່​ໄດ້​ສົນ​ໃຈ ເນາະ ມັນ​ກະ​ທຳ​ລາຍ​ສິ່ງ​ແວດ​ລ້ອມ ເຮົາ​ກະເຫັນ​ເປັນ​ຂ່າວ​ຢູ່​ເປັນ​ໄລ​ຍະໄລ​ຍະ​ເນາະ ທຸ​ຣະ​ກິ​ຈ​ຈີນ​ໄປ​ເຮັດ​ລະ​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ນ້ຳ ຕໍ່​ປ່າ​ໄມ້ ທຳ​ມະ​ຊາຕ​ຕ້າງໆ.

ນັກ​ຂ່າວ: ແລ້ວ​ມາ​ເບິ່ງ ຄື​ກໍ​ລະ​ນີ ການ​ຈັບ​ຈອງ​ທີ່​ດິນ ຢູ່​ຕາມ​ສະ​ຖານ​ທີ່​ຕ່າງໆເດ້ ຢູ່​ປະ​ເທດ​ລາວ ເຮົາ​ເຫັນ​ວ່າ ມີ​ໂຕ​ແທນ​ຂອງ ບໍ​ຣິ​ສັດ​ຈີນ ຫຼື ຄົນ​ຈີນ​ເຂົ້າ​ມາ​ຊື້​ດິນ​ ຫຼືວ່າ ຈັບ​ຈອງ​ທີ່​ດິນ​ຫຼາຍບໍ່ ຢູ່​ບ້ານ​ເຮົາ.

ເຈົ້າ​ໜ້າ​ທີ່: ເລື່ອງ​ດິນນີ້​ໂອ​ຫຼາຍໆ ໜ້າ​ຈະ​ເປັນ​ນຶ່ງ​ໃນ​ນະ​ໂຍ​ບາຍ ​ເອົາ​ຄົນ​ອອກ​ປະ​ເທດ ຂອງ​ຈີນ ຫຼື ຄົນ​ຈີນ​ເຂົາ​ຢາກຢູ່ ໃນ​ປະ​ເທດ​ລາວ ມັນ​ດິນ​ແດນກວ້າງ​ຂວາງ ແຕ່​ຈຳ​ນວນ​ຄົນ​ໜ້ອຍ​ເນາະ ເລື່ອງ​ດິນ​ຫັ້ນ ໂດຍ​ກົດ​ໝາຍ​ແລ້ວ ຄົນ​ຕ່າງ​ປະ​ເທດບໍ່​ມີ​ສິດ​ໃນ​ການ​ຄອບ​ຄອງ ແຕ່​ໃນ​ທາງ​ປະ​ຕິ​ບັດ​ຫັ້ນ​ນ່າ ຈີນ​ໃຫ້​ຄົນ​ລາວເປັນ​ນໍ​ມິນີ ຫຼື ເປັນ​ໂຕ​ແທນ​ໃຫ້.

ໂຮງ​ແຮມ​, ດິນດອນ​ຕ່ອນ​ຫຍ້າ ຊື້​ບ່ອນ​ໃດ​ທີ່​ເປັນ​ທຸ​ຣະ​ກິ​ຈ ມັນ​ກວ້ານ​ຊື້​ເອົາ​ໝົດ ລະ​ກະ​ໄດ້ ແລະ ກະ​ວິ​ທີ​ການ​ອື່​ນ ທີ່​ເຂົາ​ເຮັດ​ນັ້ນ​ກະ​ຄື ເອົາ​ເມັຽ​ຄົນ​ລາວ ພະ​ຍາມ​ເອົາ​ເມັຽ​ຄົນ​ລາວ ເພື່ອ​ຈະ​ໄດ້​ສິດ​ທິ​ໃນ​ການ ເປັນ​ເຈົ້າ​ຂອງ​ຊັບ​ສິນ​ດິນດອນ​ຕ່າງໆ ຫຼາຍໆ ໂອ້ຍ​ໜ້າ​ເປັນ​ຫ່ວງ​ສຸດ​ແຫຼະ ໃນ​ຍຸກນີ້ ຍຸກ​ທີ່​ກົດ​ໝາຍ​ລະ​ບຽບ​ອ່ອນ​ແອ ຖື​ວ່າ ເສັຽ​ປຽບ​ຫຼາຍ.

ນັກ​ຂ່າວ: ແຕ່​ວ່າ ຜົ​ລ​ປ​ໂຍດນີ້ ເພາະ​ວ່າ ເຫັນ​ທາງ​ການ​ເພິ່ນປະ​ກາດ​ ໂຄ​ສະ​ນາ​ຢູ່ ໃນ​ການ​ລົງ​ຂ່າວ​ປະ​ຊາ​ສັມ​ພັນ​ກ່ຽວ​ກັບ​ການ​ລົງ​ທຶນ ​ຂອງ​ຈີນມັນ​ໃຫ້​ຜົ​ລ​ດີ ແຕ່​ວ່າ ໃນ​ແງ່​ຂອງ​ເຮົາ​ເດ້ ເຮົາ​ເຫັນ​ວ່າ ເປັນ​ແນວ​ໃດ.

ເຈົ້າ​ໜ້າ​ທີ່: ລະ​ຫວ່າງ ຣັ​ຖ ກັບ​ ນັກ​ລົງ​ທຶນ​ຫັ້ນ ເຂົາ​ໄດ້​ຜົ​ລ​ປ​ໂຍດ​ຢູ່​ແລ້ວ ອາ​ດ​ຈ​ະ​ທາງ​ກົດ ​ຫຼື​ ທາງ​ອ້ອມ ແຕ່​ວ່າ ຜົ​ລ​ປ​ໂຍດ​ທີີ່​ຈະ​ກັບ​ມາ​ຫາ​ປະ​ຊາ​ຊົນ ຫຼື ຊຸມ​ຊົນ​ທີ່​ນັກ​ທຸ​ຣະ​ກິ​ຈ ໄປ​ຢູ່​ຫັ້ນ​ນ່າ ແມ່ນ​ມີ ແຕ່​ໜ້ອຍ​ສຸດ.

ໄດ້​ຜົ​ລ​ປ​ໂຍດ​ແຕ່​ໜ້ອຍ​ສຸດ ຍ້ອນ​ຫຍັງ ຍ້ອນ​ລະ​ບຽບ​ເຮົາ ບໍ່​ເຂັ້ມ​ແຂງ ຍ້ອນ​ກົດ​ລະ​ບຽບ​ເຮົາ​ບໍ່​ເຂັ້ມ​ແຂງ ຜູ້​ເຮັດ​ຜິດ ກະ​ບໍ່​ໄດ້​ຖືກ​ລົງ​ໂທດ​ອີ່​ຫຍັງ ກະ​ຄື ຍົກ​ໂຕ​ຢ່າງ​ເຮົາ​ເຫັນ​ຫຼາຍ​ຄັ້ງ​ຜ່ານ​ມາ ຄື ຈີນ​ຢູ່​ຜົ້ງ​ສາ​ລີ ໄລ່​ຕີ​ຄົນ​ລາວ ໄລ່​ຍິງ​ຄົນ​ລາວ ຫຼືວ່າ ຈີນ​ຢູ່​ໃສ ຢູ່​ບໍ່​ແກ້ວ​ເບາະ ຕີ​ຄົນ​ລາວ ທຸບ​ຄົນ​ລາວ ເອົາ​ປຽບ ຄື​ເຮົາ​ເສັຽ​ປຽບ​ຫຼາຍ​ຢ່າງ.

ເພາະ​ວ່າ ເຮົາ​ບໍ່​ໄດ້​ໄປ​ໃຊ້​ມາ​ດ​ຕະ​ການ​ໃດ​ລົງ​ໂທດ ຫຼື​ວ່າ ປົກ​ປ້ອງ​ຄຸ້ມ​ຄອງ​ເນາະ ແມ້​ກະ​ທັ້ງ​ຫຼາຍໆ ອາ​ຊີບ​ທີ່​ຈີນ​ເຂົ້າ​ມາ​ແລ້ວ ຄົນ​ລາວ​ຕາຍ​ໄປ ຄື​ຍົກ​ໂຕ​ຢ່າງ​ລ້ຽງ​ປະ​ກະ​ຊັງ ຢູ່​ເລາະ​ນ້ຳ​ງື່ມນີ້ ຫຼາຍ​ອັນ​ຄົນ​ລາວ​ຕາຍ​ໄປ​ເອງ, ແຕ່​ວ່າ ເນື່ອງ​ຈາກວ່າ ພາກ​ຣັ​ຖ​ເອງບໍ່​ໄດ້ ຄຸ້ມ​ຄອງ​ປົກ​ປ້ອງ ແລະ ກະ​ບໍ່​ໄດ້ເບິ່ງ​ຜົ​ລ​ປ​ໂຍດ​ກະ​ເຮັດ​ໃຫ້​ຄົນ​ລາວ​ໄດ້​ຕາຍ​ໄປ.

ຈີນ​ມັນ​ກະ​ທຸ້ມ​ຊື້​ໂອ​ເຄ ມັນ​ມາ​ຂາຍ​ໃຫ້​ເຈົ້າ​ລາ​ຄາ 17,000 ກີບ ທຳ​ມະ​ດາ​ເຄີຍ​ຂາຍ​ໃນ​ລາ​ຄາກິ​ໂລ​ລະ 20,000 ກີບ. ມັນ​ໄປ​ຂາຍ​ແຕ່ 17,000 ກີບ ຄົນ​ກະ​ຫຼຸ​ໄປ​ເອົາ​ນຳ​ມັນ ບາດນີ້ ໃນ​ເວ​ລາ​ຄົນ​ລາວ ​ຕາຍ​ໄປ ກິ​ຈ​ການ​ຄົນ​ລາວ​ຕາຍ​ໄປ, ຈີນ​ມັນ​ກະ​ຂຶ້ນ​ເນາະ ເພາະ​ວ່າ ລາ​ຄາ​ມັນ​ຜູກ​ຂາດ​ໄດ້​ເດ້.

ໂຕນີ້​ກະ​ອັນ​ຕ​ະ​ລາຍ​ສຸດ ຍ້ອນ​ຫຍັງ ຍ້ອນ​ວ່າ​ລະ​ບຽບ​ມະ​ຫາ​ພາກ​ກະ​ຄື ກົດ​ໝາຍ​ແລະ​ການ​ຄຸ້ມ​ຄອງ​ມັນ ມັນ​ບໍ່​ເຂັ້ມ​ແຂງ​ ເຮັດ​ໃຫ້ຄົນ​ລາວ​ເສັຽ​ປຽບເນາະ ກະ​ລາມ​ໄປ​ອີກ​ໂຕ​ນຶ່ງ​ເວົ້າ​ເລື່ອງ​ທຸ​ຣະ​ກິ​ຈ ການ​ລົງ​ທຶນ​ຫຍັງ​ການ​ຄ້າ​ຫຍັງ​ຕ່າງໆ ກະ​ຄື ຄື​ຕາມ​ລະ​ບົບ​ຂອງ​ຈີນ​ເນາະ ເຂົາ​ເປັນ​ຄົນ​ທີ່​ມີ​ຊາຕ​ນິ​ຍົມ​ສູງ.

ຈິນ​ເຮັດ​ທຸ​ຣະ​ກິ​ຈ ຈີນ​ເອົາ​ຄົນ​ຈີນ​ມາ​ຄຸມ ຈີນ​ເອົາ​ກຳ​ມະ​ກອນມາ​ຄຸມ ຈີນ​ເອົາ​ຣົ​ຖ ຈີນ​ມາ​ໃຊ້​ທຸກ​ຢ່າງ ເກືອບ​ວ່າ​ເປັນ​ຈີນ​ໝົດ ສະ​ນັ້ນ​ແຫຼະ ເຂົາ​ຮ້ອງວ່າ ກິນ​ແຕ່​ຕົ້ນ​ນ້ຳ​ຈົນ​ປາຍ​ນ້ຳ ອັນ​ນີ້​ຜົ​ລ​ປ​ໂຍດ​ຕົກ​ຢູ່​ປະ​ເທດ​ລາວນີ້​ໜ້ອຍ​ດຽວ.

ນອກ​ຈາກນີ້ ນັກ​ທຸ​ຣະ​ກິ​ຈ ລາວ ທ່ານ​ນຶ່ງ ໄດ້​ໃຫ​ສັມພາດ​ຕໍ່​ວິທຍຸເອ​ເຊັຽ​ເສຣີ ວ່າ:

ຜູ້​ໃດ​ຄຸມ​ເງິນ​ກະ​ຜູ້​ນັ້ນ​ແຫຼ​ເອົາ ຜູ້​ຖືກ​ຄຸ​ມ​ມັນ​ກະຈົບ​ເຫ່​ແຫຼະ ບໍ່​ວ່າ​ລະ​ດັບ​ບຸກ​ຄົນ ບໍ່​ວ່າ​ລະ​ດັບ​ປະ​ເທດພຸ້ນ ຜູ້​ຖືກ​ຄຸມ​ແມ່​ນ​ຈົບ​ແຫຼະ ບໍ່​ວ່າ​ແຕ່​ຊາຕ​ໃດ​ແຫຼະ ບໍ່​ຕິ ຢ່າ​ຊິ​ໄປ​ວ່າ ຊາຕ​ນັ້ນ​ບໍ່​ເອົາ ຊາຕນີ້​ເປັນ​ມິດ​ຊ່ວຍ​ເຫຼືອ​ລ້າ ປາກຊື່ືໆ ຊ່ວຍ​ເຫຼືອ​ລ້າ ມີ​ຢູ່​ໃສ​ຊ່ວຍ​ເຫຼືອ​ລ້າ ໃຫ້​ເຈົ້າ​ລ້າ ມັນ​ກະ​ເອົາ​ທາງ​ອື່ນຄັນ​ເຈົ້າ​ເປີດ​ໂອ​ກາດ​ໃຫ້​ມັນ​ທາງ​ການ​ເມືອງ ທາງ​ຄວາມ​ໝັ້ນ​ຄົງ.

ຄົນ​ຈີນ​ພາ​ກັນ​ເຂົ້າ​ມາ​ຊື້​ທີ່​ດິນ​ ນຳ​ປະ​ຊາ​ຊົນ​ເອົາ​ໄວ້ ໂດຍ ໃສ່​ຊື່​ຄົນ​ລາວເພື່ອ​ຂາຍ​ກິນ​ກຳ​ໄລ ແລະ ປູກ​ພືດ​ກະ​ສິ​ກັມ, ແລະ ບາງ​ກໍ​ລະ​ນີຄົນ​ຈີນ ກໍ​ໄດ້​ຮັບ​ສັມ​ປະ​ທານ ​ນຳ​ຣັ​ຖ​ບານ​.

ປະ​ຊາ​ຊົນ ​ຢູ່​ແຂວງ​ພາກ​ໃຕ້​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ດິນດອນ​ຕ່ອນ​ຫຍ້າ ​ເຂົາ​ເອົາ​ໃຫ້​ຈີນ​ໝົດ​ລະ​ເດ້ ປະ​ຊາ​ຊົນ​ບໍ່​ມີ​ຮອດ​ດິນ ມັນ​ບໍ່​ມີ​ລະມັນ​ບໍ່​ມີ​ຄຳ​ຊິ​ອະ​ທິ​ບາຍ ບໍ່​ມີ​ຄຳ​ຊິ​ເວົ້າ ດິນ​ຮົ້ວ​ດິນ​ສວນ ຜູ້​ໃດ​ມີ​ຫຼາຍ ແດ່​ພວກ​ເຮັດ​ມາ​ແຕ່​ກ່ອນ​ກະ​ຖືກ ຈີນ​ເຂົ້າ​ໄປ​ສັມ​ປະ​ທານ ເຂົາ​ກະ​ເອົາ​ໄປ​ໝົດ​ລະດິນດອນ​ຕ່ອນ​ຫຍ້າ​ຂອງ​ປະ​ຊາ​ຊົນ ເຂົາ​ກະ​ຍັງ​ເອົາ​ໄປ​ໝົດ.

ຣັ​ຖ​ບານເອົາແຫຼ່ງ​ທ່ອງ​ທ່ຽວທີ່​ສຳ​ຄັນ​ຂອງ​ປະ​ເທດ​ລາວ ໃຫ້​ຈີນ​ເຂົ້າ​ມາ​ສັມ​ປະ​ທານ ເຊັ່ນ​ແຫຼ່ງ​ທ່ອງ​ທ່ຽວ​ນ້ຳ​ຕົກ​ຕາດ​ຄອນ​ພະ​ເພັງ.

ປະ​ຊາ​ຊົນ ຢູ່ ເມືອງ​ໂຂງ ແຂວງ​​ຈຳປາ​ສັກ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

ຄື​ແຫຼ່ງ​ທ່ອງ​ທ່ຽວ​ຄອນ​ພະ​ເພງ ເຂົາ​ກະ​ປະ​ມູນ​ເອົາ​ໝົດ​ລະ​ຫັ້ນ​ລະ​ດຽວນີ້ ພວກ​ຄົນ​ຂາຍ​ເຄື່ອງ​ ປະ​ຊາ​ຊົນ​ເຮົາບາດນີ້ ກະ​ໄດ້​ຈ້າງ​ເຂົ້າ​ຫັ້ນ ຂັ້ນ​ບໍ່​ຈ້າງ​ເຂົາ​ກະ​ໄລ່​ໜີ​ຫັ້ນ​ແຫຼບາດນີ້ ຕ້ອງ​ໄດ້​ເສັຽ​ຄ່າ​ເຊົ້າ​ໃຫ້​ເຂົາ​ແຫຼ ຂອງ​ເຂົາ​ສັມປະ​ທານ​ລະ​ເດ້ ບໍ່​ເສັຽ​ເຂົາ​ກະ​ໄລ່​ໜີ​ຕີ້ ດິນດອນ​ຕ່ອນ​ຫຍ້າ ກະ​ຖືກໄຮ່​ຖືກ​ນາ ເຂົາ​ກະ​ເສັຽ​ເງິນ​ໃຫ້ ລາງເທື່ອ​ກະ​ບໍ່​ໄດ້​ເສັຽ​ກະ​ມີ​ນ່າ.

ເຖິງ​ຢ່າງ​ໃດ​ກໍ​ຕາມ ຣັ​ຖ​ບານ​ກໍ​ເຫັນ​ວ່າ ຈີນ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳກັບ​ລາວ ມີ​ການ​ລົງ​ທຶນ​ຢູ່​ປະ​ທດ​ລາວ. ທ່ານ ຢົ້ງ ຈັນ​ທະ​ລັງ​ສີ ອະ​ດີດ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ​ປະ​ເທດ​ຝ​ຣັ່ງ ໄດ້​ກ່າວ​ຕໍ່​ນັກຂ່າວ ວິ​ທະ​ຍຸ​ສາ​ກົນ ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ທີ່​ເຜີຍ​ແຜ່​ທາງ​ເຟ​ສ​ບຸກຄ໌ ໃນ​ວັນ​ທີ 3 ມີ​ນາ ຕອນ​ນຶ່ງວ່າ:

ທາງ​ຣົ​ຖ​ໄຟ​ ແມ່ນ​ການ​ເຊື່ອມ​ຈອດ ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ທີ່​ສຸດ ຕ​ອບ​ໄດ້​ຄວາມ​ຝັນ​ຂອງ​ລາວ ຢາກ​ເຮັດ​ Landlocked ເປັ​ນ Landlink ເຮັດ​ໃສ່​ຫຼັງ​ຂອງ​ຈີນ ແລະ​ແມ່ນ​ພວກ​ເຮົາ​ເປັນ​ນຶ່ງ​ ໃນ​ປະ​ເທດ​ອາ​ຊຽນທີ່​ວ່າ ມາ​ຢາ​ສັກ​ວັກ​ຊີນ ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ຢາກວ່າ​ແມ່ນ ນຶ່ງ​ໃນ​ປະ​ເທດ​ອາ​ຊ້ຽນ ກັບ ກັມພູຊາ ພວກ​ເຮົາ​ໄດ້​ກ່ອນ​ໝູ່​ໝົດ​ ໃນ​ອາ​ຊ້ຽນ ຖ້າ​ວ່າ ພວກ​ເຮົາ​ບໍ່​ມີ​ເພື່ອນ​ມິດຍຸດ​ທະ​ສາດ ຄູ່​ຮ່ວມ​ມື​ຮ່ວມ​ຊາ​ຕາ​ກັມຂອງ​ພວກ​ເຮົາ ນັ້ນ​ກໍ​ຄື ສ​ປ​ຈີນ ພວກ​ເຮົາ​ອາດ​ຈະ​ບໍ່​ຢູ່​ໃນ​ຖາ​ນະ​ນັ້ນ​ໄດ້.

ທະ​ນາ​ຄານ​ໂລກ ໄດ້​ອອກ​ບົດ​ຣາຍ​ງານ​ໃນ​ປີ 2022 ທີ່​ຜ່ານ​ມາ ກ່ຽວ​ກັບ​ເລື່ອງ​ເສ​ຖ​ກິ​ຈ​ລາວ ແລະ ໄດ້​ມີ​ການ​ປະ​ເມີນ​ໄວ້​ຕອນ​ນຶ່ງວ່າ ໜີ້​ສິນ​ຂອງ​ປະ​ເທດ​ລາວ​ ຈະ​ເພີ່ມຂຶ້ນ​ເປັນ​ 100 ເປີ​ເຊັນ ຂອງລວມຍອດ​ມູນ​ຄ່າ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ລາວ.

ນັບ​ແຕ່​ປີ 2023-2026, ຣັ​ຖ​ບານ​ລາວ​ຈະ​ຕ້ອງ​ຈ່າຍ​ໜີ້ ​ຕ່າງ​ປະ​ເທດ ມູນ​ຄ່າ 1.3 ຕື້ໂດ​ລ້າ​ຣ໌ໃນ​ແຕ່​ລະ​ປີ, ເຊິ່ງ​ສ່ວນ​ຫຼາຍ ເປັນ​ເງິນ​ກູ້​ຢືມ​ມາ​ຈາກ​ຈີນ ນັ້ນ​ຄື​ເຫດ​ຜົ​ລ​ທີ່​ຈີນ​ເຂົ້າ​ມາ​ຄວາມ​ຄຸມ ​ຫຼາຍ​ຂ​ແນງ​ການ​​ທີ່​ເປັນ​ແຫຼ່ງ​ລາຍ​ຮັບ​ຫຼັກ​ ຂອງ​ປະ​ເທດ​ລາວ ອີງ​ຕາມ​ຄຳເຫັນ ຂອງ​ນັກ​ຂ່າວ​ຕ່າງ​ປະ​ເທດ ຜູ້​ທີ່​ຕິດ​ຕາມສະ​ພາບ​ເສ​ຖ​ກິ​ຈ​ລາວ.