ຊາວຈີນ ພາກັນ ຫລັ່ງໄຫລ ເຂົ້າແຂວງ ບໍ່ແກ້ວ ຈຳພວກນຶ່ງ ຫລິ້ນ ກາສິໂນ ໝົດເງິນແລ້ວ ກໍ່ການປູ້ນຈີ້ ລັກເຄື່ອງ ລັກຂອງ ຂອງ ປະຊາຊົນ ບາງກຸ່ມ ຄ້າຢາເສພຕິດ ແລະ ຄ້າມະນຸດ.
ເຈົ້າໜ້າທີ່ ຫ້ອງການ ປ້ອງກັນ ຄວາມສງົບ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເວົ້າວ່າ:
“ຄົນຈີນ ສ່ວນຫລາຍ ຄືວ່າແຫລະ ມັນມາຫລິ້ນ ຄືວ່າ ເງິນມັນໝົດ ມັນບໍ່ຮູ້ ທາງອອກ ມັນກໍໄປ ລັກເຄື່ອງ ຂອງ ພໍ່ແມ່ ປະຊາຊົນຢູ່ອ້ອມຂ້າງ ຫັ້ນ ເອົາໄປຂາຍໄດ້ ແລ້ວ ຈຳ ນວນນຶ່ງ ບາງຄັ້ງ ເຮົາກໍຈັບໄດ້ ບາງຄັ້ງເຮົາ ກໍຈັບບໍ່ໄດ້ນະ ຖືວ່າເຣື່ອງ ການປຸ້ນຈີ້ ຂີ້ລັກຖືວ່າ ຈຳນວນຫລາຍ ຈະຢູ່ທີ່ນີ້.”
ເມື່ອປີກ່ອນ ຂ່າວຣາຍງານວ່າ ພວກທີ່ໄປຫລິ້ນ ກາສິໂນ ຢູ່ເມືອງຕົ້ນເຜິ້ງ ຈຳນວນນຶ່ງ ມີສ່ວນ ພົວພັນ ກັບການ ຄ້າຢາເສພຕິດ; ໂຮງກະສິໂນ ກາຍເປັນ ສູນການຄ້າ ຢາເສບຕິດ ແລະ ການຄ້າມະນຸດ. ເຈົ້າໜ້າທີ່ ຄາດຄະເນ ວ່າ ປັດຈຸບັນ ມີຊາວຈີນ ອາໄສຢູ່ ເມືອງ ຕົ້ນເຜິ້ງ ປະມານ 2,000 ຄົນ ສ່ວນຫລາຍ ເປັນຄົນເຂົ້າມາ ຢູ່ອາໄສ ແລະ ທຳມາຫາກິນ ຢ່າງ ຜິດກົດໝາຍ ອີກຈຳນວນນຶ່ງ ມີ ເອກກະສານ ເດີນທາງ ໝົດອາຍຸ ແລ້ວ ບໍ່ຍອມກັບ. ໃນຣະຍະ ສາມເດືອນ ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງ ໄດ້ກວາດລ້າງ ຈັບສົ່ງ ຊາວຈີນ ທີ່ຜິດກົດໝາຍ ນັ້ນ ກັບຄືນ ປະເທດ ຂອງພວກເຂົາ ແຕ່ປະກົດວ່າ ມາຕການ ດັ່ງກ່າວ ບໍ່ໄດ້ຜົນ.
ຊາວຈີນ ອີກສ່ວນນຶ່ງ ເຂົ້າມາລົງທຶນ ແລະ ທຳມາຫາກິນ ຢູ່ເຂດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ປັດຈຸບັນ ໂຮງກະສິໂນ ທີ່ເມືອງຕົ້ນເຜິ້ງ ກຳລັງ ຂຍາຍຕົວ ກຳລັງສ້າງ ສນາມບິນ ຕຶກອາຄານ ແລະ ໂຮງກະສິໂນ ຕື່ມ. ເຈົ້າຂອງ ໂຮງກະນິໂນ ຊຶ່ງ ເປັນຄົນຈີນ ມີແຜນ ຈະສ້າງ ແລະ ຂຍາຍ ໂຮງກະສິໂນ ແຫ່ງນີ້ ໃຫ້ກາຍເປັນ ເມືອງໃຫຍ່ ມີຄົນຈີນ ເຂົ້າມາຢູ່ອາໄສ ຫລາຍ ແສນຄົນ.
