ຄົນຈີນ ເຂົ້າມາປູກຜັກ, ໝາກໄມ້ ຢູ່ແຂວງອຸດົມໄຊ ຫຼາຍຂຶ້ນ

ຈຳປາທອງ
2024.02.29
ຄົນຈີນ ເຂົ້າມາປູກຜັກ, ໝາກໄມ້ ຢູ່ແຂວງອຸດົມໄຊ ຫຼາຍຂຶ້ນ ພືດຜົນທາງການກະເສດ ທີ່ຊາວບ້ານນຳມາຂາຍ ທີ່ຕລາດໜອງແລ້ງ ເມືອງໄຊ ແຂວງອຸດົມໄຊ. ວັນທີ 29 ກຸມພາ 2024.
ນັກຂ່າວ ພົລເມືອງ

ປັດຈຸບັນ, ມີນັກທຸຣະກິຈຈີນ ເຂົ້າມາສຳປະທານ ປູກໝາກໄມ້ ຕາມຣະດູການ ຢູ່ແຂວງອຸດົມໄຊ ຫລາຍຂຶ້ນ ເປັນຕົ້ນໝາກໂມ ແລະໝາກຖົ່ວເບີ ເພື່ອສົ່ງອອກໄປຂາຍຢູ່ຈີນ ອັນເປັນໄປຕາມຂໍ້ຕົກລົງ ທາງການຄ້າ ລະວ່າງຣັຖບານລາວ ແລະທາງການແຂວງຢຸນນານ ຂອງຈີນ.

ໃນກາງເດືອນກຸມພານີ້, ທ່ານ ຫວັງ ໂຢໂປ, ເຈົ້າແຂວງ ແຂວງຢຸນນານ ໄດ້ເຂົ້າພົບກັບທ່ານ ມະໄລທອງ ກົມມະສິດ, ຣັຖມົນຕຣີ ກະຊວງອຸດສາຫະກຳ ແລະການຄ້າ ເພື່ອປຶກສາຫາລື ຊຸກຍູ້ວຽກງານ ການຮ່ວມມືດ້ານການຄ້າ. ໃນນັ້ນ ຝ່າຍລາວ ສເນີໃຫ້ແຂວງຢຸນນານ ເພີ່ມໂກຕ້າສິນຄ້າກະສິກຳສົ່ງອອກຂອງລາວ ເປັນຕົ້ນຢາງພາລາ, ໝາກຖົ່ວ, ໝາກສາລີ ແລະສິນຄ້າກະສິກຳອື່ນໆ.

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ທ່ານນຶ່ງ ຢູ່ແຂວງອຸດົມໄຊ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກຸມພານີ້ວ່າ ນັກລົງທຶນຈີນ ໄດ້ເຂົ້າມາລົງທຶນ ປູກຝັງ ໂດຍສະເພາະໝາກໂມ, ໝາກຖົ່ວເບີ, ໝາກຖົ່ວຂຽວ ແລະໝາກຖົ່ວເຫຼືອງ ໃນເຂດເມືອງຮຸນ ແລະໄດ້ມີການຄັດເລືອກສິນຄ້າກະສິກຳ ທີ່ມີຄຸນນະພາບດີ ເພື່ອສົ່ງໄປຂາຍໃຫ້ຈີນ. ສ່ວນສິນຄ້າ ທີ່ບໍ່ຜ່ານການຄັດເລືອກ ກໍຈະໃຫ້ຊາວບ້ານ ເອົາໄປກິນ.

“ປູກຫຼາຍຢູ່ ແຕ່ວ່າສ່ວນຫຼາຍຢູ່ທາງເມືອງຮຸນພຸ້ນນ່າ ເຂົາກະປູກຫຼາຍຢູ່. ປູກທາງອຸດົມໄຊລະມັນຊິມີໝາກໂມ ໝາກຖົ່ວເບີເນາະ ຖົ່ວເບີລະກະມີອັ່ນ ໝາກຖົ່ວຂຽວ ຫຼືວ່າຖົ່ວເຫຼືອງບໍ່ ໂຕນັ້ນຫັ້ນນ່າ. ເຂົາກະປູກໂຕນີ້. ສ່ວນຫຼາຍນີ້ມັນເປັນອັ່ນ ການລົງທຶນຂອງຈີນນ່າສ່ວນຫຼາຍ. ເຂົາເຈົ້າກໍມີການຄັດເອົາແຕ່ເກຣດເອ ເກຣດບີໃຊ້ ສົ່ງອອກໄປໃຫ້ເຂົາເຈົ້ານ່າ. ອັນໃດບໍ່ໄດ້ເຂົາກໍປະ ກະມີຢູ່.”

ປະຊາຊົນບ້ານ ນາງນຶ່ງ ຢູ່ແຂວງອຸດົມໄຊ ເວົ້າວ່າ ຊາວບ້ານ ບໍ່ມີທີ່ດິນປູກ  ໝາກໄມ້ ຫຼາຍພໍປານໃດ, ສ່ວນຫຼາຍ ຈະມີປູກແຕ່ຢູ່ເຂດນອກ, ເຮັດໃຫ້ຊາວ ບ້ານ ບໍ່ມີຜົລຜລິດຫຼາຍ ພໍທີ່ຈະສົ່ງອອກ ແລະນັກລົງທຶນຈີນ ກໍເຂົ້າມາສຳປະ ທານ ປູກໝາກໄມ້ ຫຼາຍພັນເຮັກຕາຣ໌.

“ຢູ່ບ້ານນາເລົາຫັ້ນຕີ. ປູກຢູ່ແຕ່ວ່າຢູ່ແຖວເຂດນອກໜ້ອຍນຶ່ງຈັ່ງປູກ. ອັ່ນນີ້ແມ່ນຢູ່ໃນຈຸດໃຈກາງເລີຍ ມັນບໍ່ມີດິນຈະປູກໝາກໄມ້ຫຼາຍປານນັ້ນ.”

ເຈົ້າໜ້າທີ່ບໍຣິສັດຈີນ ນາງນຶ່ງ ຢູ່ແຂວງອຸດົມໄຊ ເວົ້າວ່າ ທາງບໍຣິສັດ ໄດ້ສຳປະ ທານທີ່ດິນ ສຳລັບປູກໝາກໄມ້ຫຼາຍຊະນິດ ເປັນຕົ້ນໝາກສະຕໍເບີຣີ້, ໝາກລະແຊັງ ຫຼືໝາກອາງຸ່ນ ແລະໝາກບລູເບີຣີ້. ແຕ່ປັດຈຸບັນ ມີພຽງໝາກສະຕໍເບີຣີ້ ທີ່ພ້ອມຈະສົ່ງອອກໄປຈີນໄດ້. ລາຄາ ໝາກສະຕໍເບີຣີ້ ແມ່ນ 200,000 ກີບ ຕໍ່ກິໂລ.

“ໂດຍ, ແມ່ນແຫຼະ ພັນເອົາມາແຕ່ຈີນ. ກິໂລນຶ່ງລະ 200,000 (ກີບ). ໂດຍ, ແມ່ນແຫຼະ ກຳລັງໃຫຍ່. ອາງຸ່ນກັບບລູເບີຣີ້ຍັງບໍ່ອອກເທື່ອເດີ້ ມີແຕ່ສະຕໍເບີຣີ້.”

ເມື່ອບໍ່ດົນມານີ້, ທ່ານ ຈ່າງ ເອີ່, ປະທານບໍຣິສັດ ຊ່ວງໄຊ ພັທນາກະສິກຳ ຈຳກັດ ຊຶ່ງເປັນຜູ້ສຳປະທານດິນຂອງຣັຖ ຈາກທາງການແຂວງ ຈຳນວນ 4 ເຮັກຕາຣ໌ປາຍ ຢູ່ເຂດບ້ານດອນແກ້ວ ເມືອງໄຊ ເພື່ອປູກໝາກໄມ້ ສຳລັບສົ່ງອອກໄປຈີນ ໄດ້ເປີດເຜີຍ ຕໍ່ສື່ມວນຊົນ ຂອງທາງການແຂວງອຸດົມໄຊວ່າ ທີ່ຜ່ານມາ ທາງບໍຣິສັດ ໄດ້ເຂົ້າມາລົງທຶນຢູ່ແຂວງນີ້ ໂດຍສົ່ງເສີມໃຫ້ຊາວບ້ານ ປູກຢາງພາລາ ແລະໝາກໝ່ອນ ເພື່ອສົ່ງອອກໄປຈີນ. ແລະກໍໄດ້ເອົາໝາກໄມ້ສາຍພັນຈາກຈີນ ເຂົ້າມາປູກຕື່ມ ຕາມທີ່ຈີນມີຄວາມຕ້ອງການ. ພ້ອມກັນນັ້ນ ກໍໄດ້ເປີດພື້ນທີ່ ໃຫ້ນັກທ່ອງທ່ຽວ ເຂົ້າມາຢ້ຽມຊົມສວນໝາກໄມ້ ແລະເກັບໝາກໄມ້ ເພື່ອປະກອບສ່ວນ ໃນການສົ່ງເສີມການທ່ອງທ່ຽວ ໃນປີທ່ອງທ່ຽວລາວນີ້ ເຮັດໃຫ້ທາງບໍຣິສັດ ມີລາຍໄດ້ຈາກການຂາຍໝາກໄມ້ ພາຍໃນລາວຕຶ່ມອີກ.

“ເອົາມາແຕ່ຈີນທັງໝົດ. ແຕ່ລະມື້ບາງເທື່ອວັນເສົາ-ວັນທິດກໍຂາຍໄດ້ 10 ປາຍລ້ານນ່າ, 20 ລ້ານນ່າ ບາງເທື່ອກະຂາຍໄດ້ 30 ລ້ານ, 40-50 ລ້ານ. ມື້ນຶ່ງກໍຂາຍໄດ້ປະມານ 30-40 ກິໂລ, 50-60 ກິໂລກະມີ. ບາງເທື່ອກະ 100 ປາຍໂລ.”

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ຂແນງການອຸດສາຫະກຳ ແລະການຄ້າ ທັງຂັ້ນສູນກາງ ແລະຂັ້ນແຂວງອຸດົມໄຊ ທີ່ກ່ຽວ ຂ້ອງກັບການສົ່ງສິນຄ້າກະສິກຳອອກ ເພື່ອຂໍຮູ້ກ່ຽວກັບ ການສົ່ງສິນຄ້າກະສິກຳ ອອກຈາກລາວ ໄປແຂວງຢຸນນານຂອງຈີນ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.

ໄລຍະຜ່ານມາ, ຫຼາຍແຂວງພາກເໜືອຂອງລາວ ເປັນແຫຼ່ງປູກຝັງໝາກໄມ້ ສຳລັບສົ່ງອອກໄປປະເທດຈີນ. ນອກຈາກແຂວງອຸດົມໄຊແລ້ວ ກໍຍັງມີຮວມທັງແຂວງໄຊຍະບູຣີ ອີກ. ແຂວງໄຊຍະບູຣີ ມີສິນຄ້າກະສິກຳຫຼາຍປະເພດ ທີ່ສົ່ງອອກໄປຈີນ ເປັນຕົ້ນແມ່ນ ແປ້ງມັນຕົ້ນ, ໝາກຖົ່ວເຫຼືອງ, ໝາກໂມ, ໝາກກ້ວຍ ແລະຢາງພາລາ. ສະເພາະຢູ່ເມືອງຫົງສາ ແຂວງໄຊຍະບູຣີ ກໍມີບໍຣິສັດຈີນ ເຂົ້າມາສຳປະທານທີ່ດິນ ປູກໝາກໂມ ໝາກແຕງ ແລະໝາກຖົ່ວ ໃນເນື້ອທີ່ປະມານ 200 ປາຍເຮັກຕາຣ໌. ທີ່ຜ່ານມາ ການໃຫ້ນັກລົງທຶນຈີນ ສຳປະທານ ຫຼືເຊົ່າດິນ ກໍໄດ້ເກີດບັນຫາຫລາຍຢ່າງ ຮວມທັງເຣື່ອງການຈ່າຍເງິນຊົດເຊີຍ ຫຼືເງິນຄ່າເຊົ່າດິນ ທີ່ບໍ່ເປັນທຳ ຫຼືການບໍ່ບົວລະບັດຮັກສາດິນ ໃຫ້ກັບຄືນສູ່ສະພາບເດີມ ກ່ອນຈະສົ່ງຄືນໃຫ້ເຈົ້າຂອງດິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.