ນັກທຸລະກິດຈີນ ເຂົ້າມາລົງທຶນຜະລິດປ້າຍໂຄສະນາ ທີ່ຜິດລະບຽບຢູ່ລາວ
2024.12.02
ນັກທຸລະກິດຊາວຈີນ ຈໍານວນໜຶ່ງ ຂົນປ້າຍໂຄສະນາ ແລະອຸປະກອນຕິດຕັ້ງປ້າຍ ມາຈາກປະເທດຈີນ ເພື່ອມາຕິດຕັ້ງຢູ່ລາວ ເຮັດໃຫ້ການນໍາໃຊ້ຂໍ້ຄວາມ ແລະຕິດຕັ້ງປ້າຍ ແບບບໍ່ຖືກລະບຽບກົດໝາຍ ແມ່ນຍັງຄົງເກີດຂຶ້ນເລື້ອຍໆ, ດັ່ງພະນັກງານ ຮັບຈ້າງຂົນສົ່ງເຄື່ອງລະຫວ່າງປະເທດ ລາວ-ໄທ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ທັນວາ 2024 ນີ້ວ່າ:
“ຄົນຈີນ ກໍ່ຮັບຢູ່ເຈົ້າ ຂົນແມ່ນບໍ່ ຂົນມາໄດ້ຕິ ແຕ່ກີ້ເຮົາກະມັກໄປຕິດຕັ້ງຢູ່ ແຕ່ຂຶ້ນຢູ່ກັບເຈົ້າ ຂົນສົ່ງມາໄດ້ບໍ່ຫັ້ນນ່າ ເຮົາຕິດຕັ້ງໃຫ້ພ້ອມ ມີຢູ່ ຮັບຝາກເຄື່ອງມາຕາມຂົນສົ່ງ ເຮົາກະກໍ່ສາມາດໄປເອົາ ແລ້ວກໍ່ໄປຕິດໄດ້.”
ຜ່່ານມາ ຍ້ອນຮ້ານຮັບຈ້າງເຮັດປ້າຍໂຄສະນາ ຫຼາຍຫົວໜ່ວຍ ຢູ່ປະເທດລາວ ຍັງບໍ່ທັນມີອຸປະກອນ ໃນການຜະລິດປ້າຍຂະໜາດໃຫຍ່ ຫຼື ປ້າຍພຣາດສະຕິກ ໂຕໜາ ຈຶ່ງເຮັດໃຫ້ ນັກທຸລະກິດຊາວຈີນ ຈໍາເປັນ ຕ້ອງໄດ້ນໍາເຂົ້າປ້າຍໂຄສະນາ ແລະອຸປະກອນຕິດຕັ້ງປ້າຍ ຈາກປະເທດຈີນ, ດັ່ງພະນັກງານ ຮ້ານຮັບຈ້າງເຮັດປ້າຍໂຄສະນາ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບາງຢ່າງກໍ່ເຮັດຢູ່ລາວ ໂຕໃດທີ່ເຮັດຢູ່ລາວໄດ້ ເຂົາກໍຊິເຮັດຢູ່ລາວ ມັນຈະມີເຄື່ອງເພິ່ນ ມັນຈັ່ງພວກອາຄິລິກ ພວກເຈາະແມ່ນຫຍັງ ເຈາະແມ່ນຫຍັງ ຍິງດ້ວຍອັນນັ້ນ ພວກ... ພວກໂຕໜັງສື ພວກໂຕໜັງສື ທີ່ມັນແບບງານລະອຽດແນ່ຫັ້ນນ່າ ເພາະວ່າຢູ່ລາວ ເຄື່ອງເພິ່ນຈະມາບໍ່ຄົບປານໃດ ງານພວກລະອຽດໆ ໂຕໜັງສືແບບໜັກໆ ໂຕໜໆ ໂຕໃຫຍ່ແນ່ຈັ່ງຊີ້ ຢູ່ລາວກໍ່ຈະເຮັດບໍ່ໄດ້.”
ປັດຈຸບັນ ເລີ່ມມີຮ້ານ ຮັບເຮັດປ້າຍໂຄສະນາ ເປັນພາສາຈີນ ທີ່ເຮັດໂດຍຄົນຈີນ ເຂົ້າມາຮັບຈ້າງເຮັດປ້າຍໂຄສະນາ ຢູ່ພາຍໃນປະເທດລາວແລ້ວ ເປັນຕົ້ນ ຢູ່ຕະຫຼາດຊັ່ງຈຽງ ໃນນະຄອນຫຼວງວຽງຈັນ, ດັ່ງພະນັກງານ ຮ້ານຂາຍອຸປະກອນກໍ່ສ້າງ ຂອງນັກລົງທຶນຊາວຈີນ ຢູ່ນະຄອນຫຼວງວຽງຈັນ ນາງໜຶ່ງ ກ່າວວ່າ:
“ໂຕເຮັດນີ້ຫວາ ຢູ່ຊັ່ງຈຽງນີ້ນ່າ ມີໜ້າຮ້ານ ຂະເຈົ້າເຮັດຢູ່ຊັ່ງຈຽງ ຂ້ອຍກະເຮັດນໍາຂະເຈົ້າຢູ່ລາວ ຄົນຈີນເຮັດ ຂະເຈົ້າກໍ່ໃຊ້ພາສາແປ ເຈົ້າຂຽນພາສາຈີນໃຫ້ລາວ ແລ້ວລາວກໍ່ໃຫ້ພາສາແປລາວ ຂຽນພາສາລາວໃຫ້ ແມ່ນໆແລ້ວເຈົ້າ ຢາກໄດ້ແບບໃດ ໂລໂກ້ອີຫຍັງ ເຈົ້າກໍ່ບອກລາວເພີ່ມຕື່ມ ຄົນຈີນເຮັດ.”
ກ່ອນໜ້ານີ້ ເຈົ້າໜ້າທີ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ຜ່ານມາ ບັນຫາດ້ານການສື່ສານ ລະຫວ່າງ ນັກທຸລະກິດຊາວຈີນ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ສື່ສານນໍາກັນ ກ່ຽວກັບປ້າຍ ບໍ່ເຂົ້າໃຈກັນນັ້ນ ເຮັດໃຫ້ການປະສານງານ ກ່ຽວກັບກັບການຕິດຕັ້ງປ້າຍ ບໍ່ທັນຈະແຈ້ງ.
ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະລະບຸຢ່າງຈະແຈ້ງ ແລ້ວວ່າ ປ້າຍໂຄສະນາ ຢູ່ລາວ ຈະຕ້ອງມີພາສາລາວຢູ່ຂ້າງເທິງ ແລະມີຂະໜາດໃຫຍ່ກວ່າພາສາຕ່າງປະເທດ ແຕ່ຄວາມເຂົ້າໃຈຂອງຄົນລາວ ແລະຄົນຕ່າງປະເທດ ທີ່ກ່ຽວຂ້ອງກັບປ້າຍໂຄສະນາ ຍັງບໍ່ທັນສອດຄ່ອງກັນ, ດັ່ງເຈົ້າຂອງຮ້ານ ຮັບຈ້າງເຮັດປ້າຍໂຄສະນາ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
“ປ້າຍໜ້າຮ້ານ ຕ້ອງມີພາສາລາວ ຢອງຢູ່ເທິງໝູ່ ຄວາມໝາຍ ກະຄື Big C ເຈົ້າເຄີຍຈະພໍສັງເກີດ ໂລໂກ້ Big C ບໍ ມັນຈະມີພາສາລາວນ້ອຍໆ ຢູ່ເທິງໝູ່ສຸດ ກະຊວງວັດທະນະທໍາ ຕ້ອງໃຫ້ພາສາລາວ ຢູ່ເທິງໝູ່ສຸດ ແຕ່ວ່າ ສັ່ງ ຜະລິດແຕ່ຕ່າງປະເທດແລ້ວ ມີແຕ່ຫາ ຊ່າງມາຕິດຕັ້ງ.”
ກ່ຽວກັບເລື່ອງນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ໄດ້ກ່າວຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ວ່າ ກົດໝາຍວ່າດ້ວຍປ້າຍ ສະບັບ ປີ 2018 ກ່ຽວກັບປ້າຍໂຄສະນາ ທີ່ບໍ່ສອດຄ່ອງກັບຄວາມໝາຍ ຫຼາຍປະການ ເປັນຕົ້ນ ການນໍາເຂົ້າປ້າຍຕ່າງປະເທດ ຍັງບໍ່ໄດ້ຮັບອະນຸຍາດ ຜ່ານການກວດກາຄວາມສອດຄ່ອງ ທາງດ້ານເນື້ອໃນ, ມີການນໍາໃຊ້ຂໍ້ຄວາມບໍ່ສຸພາບ ແລະຮູບພາບ ທີ່ບໍ່ເໝາະສົມ ແລະຊາວຕ່າງປະເທດ ທີ່ເຂົ້າມາເຮັດທຸລະກິດ ກ່ຽວກັບປ້າຍ ຍັງລະເມີດກົດໝາຍ.
ທ່ານນາງ ຍັງກ່າວອີກວ່າ ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະອອກກົດໝາຍ ວ່າດ້ວຍປ້າຍແລ້ວ ແຕ່ພັດຍັງບໍ່ທັນຊັດເຈນ ເປັນຕົ້ນ ເນື້ອໃນປ້າຍໜຶ່ງ ຄວນມີຈັກພາສາ, ຄ່າທໍານຽມປ້າຍ ແລະມາດຕະການ ໃນການລົງໂທດ ຜູ້ລະເມີດກົດໝາຍ ຍັງບໍ່ທັນຮັດກຸມ, ການແບ່ງວຽກງານ ລະຫວ່າງໜ່ວຍງານ ຍັງບໍ່ຈະແຈ້ງ ແລະຍັງຂາດເຈົ້າໜ້າທີ່ ແລະຍານພະຫະນະ ໃນການລົງກວດກາ.