ໂຕແທນ ຂາຍປີເຮືອບິນ ສວຍໂອກາດ ຂຶ້ນລາຄາ

ສຸພັດຕາ
2021.11.12
ໂຕແທນ ຂາຍປີເຮືອບິນ ສວຍໂອກາດ ຂຶ້ນລາຄາ ຄົນງານລາວ ເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ພຶສຈິກາ 2021
ນັກຂ່າວ ພົລເມືອງ

ກຸ່ມ​ນັກ​ສຶ​ກ​ສາລາວ ທີ່​ກໍ​າ​ລັງ​ຈະ​ເດີນ​ທາງ​ໄປ​ຮ​ຽ​ນ​ຕໍ່​ທີ່​ປະ​ເທດ​ຈີນ ເມື່ອ​ວັນ​ທີ່ 10 ພຶ​ສ​ຈິ​ກາ ທີ່​ຜ່ານ​ມານີ້ ຕ້ອງ​ພົບ​ກັບ​ບັນ​ຫາ ລາ​ຄາ​ປີ້​ເຮືອ​ບິນ​ແພງຫຼາຍ ຈົນ​ບໍ່​ສາ​ມາດຊື້​ໄດ້ ​ເປັນຍ້ອນ ​ບໍ​ຣິ​ສັດໂຕ​ແທນ​ຈຳ​ໜ່າຍ​ປີ້​ເຮືອ​ບິນນັ້ນ ສວຍ​ໂອ​ກາດ​ປັບ​ຂຶ້ນ​ລາ​ຄ​າປີ້​ເຮືອ​ບິນ ຈາກ​ນະ​ຄອນຫຼວງວຽງ​ຈັນ ໄປ​ເມືອງ​ຄຸນ​ໝິງ​ ປະ​ເທດ​ຈີນ ຂຶ້ນ​ເປັນ 3,500 ໂດ​ລາຣ໌ສະ​ຫະ​ຣັດ ​ຕໍ່​ບ່ອນ​ນັ່ງ ຈາກ​ແຕ່​ກ່ອນ​ທີ່​ມີ​ລາ​ຄາ​ຢູ່​ທີ່​ປະ​ມານ 481 ໂດ​ລາ​ຣ໌ສະ​ຫະ​ຣັດ ຕໍ່​ບ່ອນ​ນັ່ງ, ດັ່ງນັກ​ວິ​ຊາ​ການ ດ້ານ​ການ​ບິນ ທ່ານ​ນຶ່ງ ກ່າວຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ່ 11 ພຶ​ສ​ຈິ​ກາ 2021 ນີ້​ວ່າ:

“ສ່ວນຫຼັ​ກໆ​ ກໍ​ຊິ​ເປັນ​ຍ້ອນ​ໂຕ​ແທນ​ຈຳ​ໜ່າຍ ທີ່​ເພິ່​ນ​ປັບ​ລາ​ຄາ​ຂຶ້ນຫຼາຍ​ໂພດ​ຫັ່ນ​ນ່າ ແຕ່​ວ່າ​ສາຍ​ການ​ບິນຂະ​ເຈົ້າ ກໍ​ຈະ​ມີ​ຫັ້ນ​ນ່າ​ເພດ​ານ​ລາ​ຄາ​ໃຫ້​ເນາະ ແຕ່​ວ່າ​ກໍ​ຈະ​ເອົາ​ໄປ​ຂາຍ​ຢູ່ນອກ ອາ​ຈ​ແບບ​ວ່າ ລາ​ຄາ​ອາ​ຈ​ບໍ່​ຕົງ​ ສຳ​ລັບ​ກຸ່ມ​ນັກ​ສຶກ​ສາ ທີ່​ຕ້ອງ​ການ​ຢາກ​ຈະ​ໄປ​ຮຽນ​ຕໍ່​ຢູ່​ຈີນ​ເນາະ ແລ້ວ​ບາດ​ນີ້​ຂ​ະ​ເຈົ້າ​ກໍ​ບໍ່​ສາ​ມາດ​ຈ່າຍ​ໄດ້​ເນາະ ມັນ​ທົບ​ເຄິ່ງ​ຫັ້ນ​ນ່າ.”

ນັກ​ສຶ​ກ​ສາ​ລາວ​ຈຳ​ນວນ​ນຶ່ງ ທີ່​ຕ້ອງ​ການ​ເດີນ​ທາງ​ໄປ​ຮຽນ​ຕໍ່​ທີ່​ປະ​ເທດ​ຈີນ ໃນ​ໄລ​ຍະ​ເປີດ​ສົກ​ການ​ສຶກ​ສາ​ໃໝ່​ດັ່ງ​ກ່າວ​ນີ້ ບໍ່​ສາ​ມາດ​ເດີນ​ທາງ​ໄປ​ໄດ້ ຍ້ອນ​ພວກ​ເຂົາ​ເຈົ້າ​ບໍ່​ມີ​ເງິນ​ພຽງ​ພໍ ທີ່​ຈະ​ຊື້​ປີ້​ເຮືອ​ບິນ​ ເນື່ອງ​ຈາກ ​ປີ້​ເຮືອ​ບິນມີ​ລາ​ຄາ​ແພງ​ຂຶ້ນຫຼາຍໂພດ, ດັ່ງ​ນັກ​ສຶກ​ສາ ນາງ​ນຶ່ງ ກ່າວ​ໃນ​ມື້​ດຽວ​ກັນ​ນີ້​ວ່າ:

“ກໍ​ວ່າ​ແກ້​ໄຂ​ໄດ້​ຊິ​ນ່າ ກໍ​ຢາກ​ໃຫ້​ເພິ່ນ​ຜ່ອນ​ຄ່າ​ປີ້​ຍົນ​ລົງ​ແນ່​ຫັ້ນ​ນ່າ ສົມ​ມຸດ​ວ່າ ເຮົາ​ກໍ​ເຮັດ​ເງິນ​ເດືອນ​ເນາະ 5 ລ້ານ​ກີບ ແຕ່​ວ່າ​ປີ້​ຍົນ​ຫັ້ນ​ນ່າ ໄປ​ເທື່ອ​ນຶ່ງ​ຫັ້​ນ່າ 10 ປາຍ​ລ້ານ​ກີບ ຄົນ​ແບບ​ເຮັດ​ວຽກ​ດ້ວຍ​ເຫື່ອ​ແຮງ​ຊີ້​ນ່າ ບາງ​ຄົນ​ກໍ​ມີ​ແຕ່ 1 ລ້ານ​ກີບ​ບໍ 2 ລ້ານ​ກີບ​ຊີ້​ນ່າ ເຮັດ​ວຽກ​ຈັກ​ປີ ກວ່າ​ຊິ​ໄດ້​ເງິນ​ຄ່າ​ປີ້​ຍົນ.”

ສາ​ເຫດ​ທີ່​ເຮັດ​ໃຫ້​ບໍ​ຣິ​ສັດ​ເອກ​ຊົນ ທີ່​ດຳ​ເນີນ​ກິ​ຈ​ການ​ຂາຍ​ປີ້​ເຮືອ​ບິນ ຢູ່​ພາຍ​ໃນ​ປະ​ເທດ​ລາວ​ ສາ​ມາດ​ປັບ​ຂຶ້ນ​ລາ​ຄາ​ປີ້​ເຮືອ​ບິນ​ໄດ້​ສູງນັ້ນເປັນ​ຍ້ອນ​ວ່າ ທາງ​ຣັ​ຖວິ​ສາ​ຫະ​ກິ​ຈ​ການ​ບິນ​ລາວ ໄດ້​ຂາຍ​ປີ້​ເຮືອ​ບິນ​ໃນ​ເສັ້ນ​ທາງ​ການ​ບິນ ຈາກ​ນະ​ຄອນຫຼວ​ງວຽງ​ຈັນ ໄປ​ຍັງ​ເມືອງ​ຄຸນ​ໝິງ ປະ​ເທດ​ຈີນ ໃຫ້​ກັ​ບ​ບໍ​ຣິ​ສັດ​ໂຕ​ແທນ​ຈຳ​ໜ່າຍປີ້​​ນັ້ນ ທັງໝົດ​ແລ້ວ, ດັ່ງ​ເຈົ້າ​ຂອງບໍ​ຣິ​ສັດ​ຈຳ​ໜ່າຍ​ປີ້​ເຮືອບິນ ນາງ​ນຶ່ງ ກ່າ​ວ​ວ່າ:

“ເພາະ​ວ່າ ຮູ້​ສຶກ​ວ່າ ການ​ບິນ​ລາວ ຂະ​ເຈົ້າ​ເອົາ​ບ່ອນ​ນັ່ງ​ໃຫ້ເອ​ເຈັ້ນ​ນ່າ ແບບ​ວ່າ ການ​ບິນ​ລາວ ຂະ​ເຈົ້າ​ຊື້​ເອົາ​ໂຄ​ຕ້​າ​ໃຫ້​ເອ​ເຈັ້ນ​ຂາຍນ່າ ການ​ບິນ​ລາວ​ວ່າ​ຊັ້ນ​ຫັ້ນ​ນ່າ ສົມ​ມຸດ​ວ່າ​ເຫັນ​ຂາຍ​ເກີນ ການ​ບິນ​ລາວ​ຊິ​ຕັດ​ອອກ ບໍ່​ສົ່ງ​ປີ້​ຍົນ​ໃຫ້.”

ແນວ​ໃດ​ກໍ​ຕາມ ເຖິ​ງ​ແມ່ນ​ວ່າ​ຣັ​ຖວິ​ສາ​ຫະ​ກິ​ຈ​ການ​ບິນ​ລາວ ຈະ​ອອກ​ຂໍ້​ກຳ​ນົດ ບໍ່​ໃຫ້​ບໍ​ຣິ​ສັດ​ໂຕ​ແທນ​ຈຳ​ໜ່າຍ ຂາຍ​ປີ້​ເຮືອ​ບິນ​ເກີນ​ລາ​ຄາ 20% ຈາກ​ລາ​ຄາ​ຂາຍ​ປີ້​ປົກ​ກະຕິ​ກໍ​ຕາມ ແຕ່​ທີ່​ຜ່າ​ນ​ມາ ກໍ​ຍັງ​ພົບ​ວ່າ ມີບໍ​ຣິ​ສັດ​ໂຕ​ແທນ​ຈຳ​ໜ່າຍ​ຈຳ​ນວນ​ນຶ່ງ ພ​ຍາ​ຍາມ​ຊື້​ປີ້​ເຮືອ​ບິນ​ໄວ້ ເພື່ອ​ນຳ​ມາ​ຂາຍ​ຕໍ່ໃນ​ລາ​ຄາ​ທີ່​ແພງກວ່າ ​ຣັ​ຖວິ​ສ​າ​ຫະ​ກິ​ຈ​ການ​ບິນ​ລາວ​ກຳ​ນົດ, ດັ່ງ​ເຈົ້າ​ຂອງ​ບໍ​ຣິ​ສັດ ຈຳ​ໜ່າຍ​ປີ້​ເຮືອ​ບິນ ​ອີກ​ນາງ​ນຶ່ງ ກ່າວ​ວ່າ:

“ຖ້າ​ເປັນ​ວຽງ​ຈັນ ຫາ​ຄຸນ​ໝິງ ແມ່ນ​ຂອງ​ເຮົາ​ໂດຍ​ສະ​ເພາະ ເຮົາ​ບໍ່​ໄດ້​ເອົາ​ຕໍ່​ ຂາຍ​ລາ​ຄາ​ມັນ​ກໍ​ຈະ​ຖືກ ມີ​ໂຕ​ແທນ​ເນາະ ໄປ​ເອົາ​ກັບ​ສູນ​ການ​ບິນ​ເລີຍ ໂດຍ​ຕົງ​ເລີຍຈະ​ໄດ້​ຖືກ ຂຶ້ນ​ກັບ​ໂຕ​ແທນ​ຫັ້ນ ແຕ່​ລະ​ບ່ອນ​ກໍ​ບໍ່​ໄດ້​ຄື​ກັນ​ນ່າ ໂຕ​ແທນບາງ​ທີ່​ຂະ​ເຈົ້າ​ຊື້​ໄວ້ ຂາຍ​ຕໍ່​ລາຄາມັນ​ກໍ​​ເລີຍສູງ​.”

ກ່ຽວ​ກັບ​ເຣື່ອງ​ນີ້ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປ​ຍັງ​ຣັ​ຖວິ​ສາ​ຫະ​ກິ​ຈ​ການ​ບິນ​ລາວ ແລະ​ກົມ​ການ​ບິນ​ພົ​ລ​ເຮືອນ ກະ​ຊວງ​ໂຍ​ທາ​ທິ​ການແລະ​ຂົນ​ສົ່ງ ເພື່ອ​ສອບ​ຖາມ​ເຖິງ​ສາ​ເຫດ ແລະ ​ແນວ​ທາງ​ໃນ​ການ​ແກ້​ໄຂ​ບ້ານ​ຫາ​ທີ່​ເກີດ​ຂຶ້ນ ແຕ່​ເຈົ້າ​ໜ້າ​ທີ່​ປະ​ຈຳ​ໜ່ວຍ​ງານ​ດັ່ງ​ກ່າວ ບໍ່​ສະ​ດວກ​ໃຫ້​ສັມ​ພາດ.

ຢ່າ​ງ​ໃດ​ກໍ​ຕາມ ​ຣັ​ຖວິ​ສາ​ຫະ​ກິ​ຈ​ການ​ບິນ​ລາວ ໄດ້​ອອກ​ແຈ້ງ​ການ ໃນ​ວັນ​ທີ່ 11 ພຶ​ສ​ຈິ​ກາ ​ນີ້​ວ່າ ບໍ່​ອະ​ນຸ​ຍາດ​ໃຫ້​ບໍ​ຣິ​ສັດ​ໂຕ​ແທນ ຫຼື​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ຂາຍ​ປີ້​ເຮືອ​ບິນ ຂອ​ງການ​ບິນ​ລາວ ໃນ​ເສັ້ນ​ທາງນະ​ຄອນຫຼວງວຽງ​ຈັນ ຫາ​ເມືອງ​ຄຸນ​ໝິງ ຂອງ​ຈີນ ຫຼາຍກວ່າ 20% ຈາກ​ລາ​ຄາ​ປົກ​ກະ​ຕິ ຫາ​ກບໍ​ຣິ​ສັດ​ໂຕ​ແທນ​ໃດ ຂາຍ​ປີ້​ເຮືອ​ບິນເກີນ​ລາ​ຄ​າ​ທີ່​ກຳ​ນົດ ແມ່ນ​ຈະ​ບໍ່​ໄດ້​ຮັບ​ສິດ ເປັນ​ໂຕ​ແທນ​ໃນ​ການ​ຈຳ​ໜ່າຍປີ້​ເຮືອ​ບິ​ນ ຂອງ​ການ​ບິນ​ລາວ​ອີກ.

ໃນ​ຂະ​ນະ​ດຽວ​ກັນ ກໍ​ມີ​ນັກ​ສຶກ​ສາ​ລາວ​ອີກຈຳ​ນວນ​ນຶ່ງ ທີ່​ຍັງ​ບໍ່​ຕ້ອງ​ການ​ເດີນ​ທາງ​ໄປ​ປະ​ເທດ​ຈີນ ໃນ​ໄລ​ຍະ​ມໍ່ໆ​ນີ້ ຍ້ອ​ນວ່າ ​ເມື່ອ​ເດີນ​ທາງ​ໄປ​ຮອດ​ປະ​ເທດ​ຈີນ​ແລ້ວ ຈະ​ຕ້​ອງ​ໄດ້​ຈ່າຍ​ຄ່າ​ໂຮງ​ແຮມ​ສຳ​ລັບ​ກັກ​ໂຕ ຕາມ​ມາ​ຕ​ການ​ປ້ອ​ງ​ກັນ​ໂຄວິດ-19 ຂອງ​ທາງ​ການ​ຈີນ ເປັນ​ໄລ​ຍະ​ເວ​ລາ​ປະ​ມານ 21 ມື້ຕື່ມອີກ, ດັ່ງ​ນັກ​ສຶກ​ສາລາວ ນາງ​ນຶ່ງ ກ່າວ​ວ່າ:

“ບໍ່​ແນ່​ໃຈ​ເດີ້ວ່າ​ເທົ່າ​ໃດ ເພາະ​ວ່າ​ແຕ່​ລະ​ຄົນ ມັນ​ເລືອກ​ໂຮງ​ແຮ​ມ​ບໍ່​ຄື​ກັນ ເພາະ​ວ່າ​ມີ​ໝູ່​ຂ້ອຍ​ຄົນ​ຈີນ ທີ່​ກັບໄປ​ຫວ່າງ​ອາ​ທິດ​ທີ່​ຜ່ານ​ນີ້ ຂະ​ເຈົ້າ​ໄດ້​ເສັຽ​ຊື້​ປີ້​ຍົນ ແລະ​ກໍ​ໄດ້​ເສັຽ​ຄ່າ​ໂຮງ​ແຮມ ຣັ​ຖ​ບານ​ຂະ​ເຈົ້າ​ຈະ​ໃຫ້​ຈ່າຍ​ເປັນ​ຣະ​ບົບ 21 ມື້ ເພາະ​ວ່າ​ກຳ​ນົດ​ເຂົາ ແມ່ນ​ເຂົ້າ​ບ້ານ​ເຂົ້າ ແມ່ນ​ກັກ 21 ມື້.”

ສຳ​ລັບ​ແນວ​ທາງ​ໃນ​ການ​ແກ້​ໄຂ​ບັນ​ຫາ ທີ່ບໍ​ຣິ​ສັດ​ໂຕ​ແທນ ​ຂາຍ​ປີ້​ເຮືອ​ບິນ​ແພງ​ເກີນ​ລາ​ຄາທີ່​ກຳ​ນົດ​ນັ້ນ ທາງນັກ​ວິ​ຊາ​ການ​ດ້ານ​ການ​ບິນ ໄດ້​ສ​ເນີ​ໃຫ້​ກົມ​ການ​ບິນ​ພົ​ລ​ເຮືອນ ກະ​ຊວງ​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ ຄວ​ນ​ລົງ​ກວດ​ກາ ​ລາ​ຄາ​ປີ້​ເຮືອ​ບິນຕາມ​ສະ​ພ​າບ​ໂຕ​ຈິງ ຈາກ​ໂຕ​ແທນ​ຈຳ​ໜ່າຍ​ປີ້​ເຮືອບິນ ໂດຍ​ສະ​ເພາະ ບໍ​ຣິ​ສັດ​ຂອງ​ຈີນ ທີ່​ມັກ​ຂາຍ​ປີ້​ເຮືອ​ບິນ​ແພງ​ກວ່າ​ໝູ່ ແລະ​ຄວນ​ເລັ່ງ​ດຳ​ເນີນ​ການ​ແກ້​ໄຂບັນ​ຫາ​ລາ​ຄາ​ປີ້​ເຮືອ​ບິນ​ ຈາ​ກ​ນະ​ຄອນຫຼວງວຽງ​ຈັນ ຫາເມືອງ​ຄຸນ​ໝິງ ຂອງ​ຈີນແພງນີ້ ຈົນ​ເຮັດ​ໃຫ້​ຜູ້​ໂດ​ຍ​ສານ ທີ່​ຕ້ອງ​ການ​ເດີນ​ທາງ​ແທ້ໆ ບໍ່​ສາ​ມາດ​ຊື້​ປີ້​ເຮືອ​ບິນ​ໄດ້ ອີກ​ທັງ ກໍ​ຄວນ​ຕັ້ງ​ເພ​ດານລາ​ຄາ​ປີ້​ເຮືອ​ບິນ​ສູງ​ສຸດ ທີ່​ບໍ​ຣິ​ສັດ​ໂຕ​ແທນ​ສາ​ມາດ​ຂາ​ຍ​ໄດ້ ແລະ​ຫາກ​ບໍ​ຣິ​ສັດ​ໂຕ​ແທນໃດຂາຍ​ເກີນ​ລາ​ຄາ​ດັ່ງ​ກ່າວ ຈະ​ຕ້ອ​ງ​ຖືກ​ພິ​ຈາ​ຣະ​ນາ ແລະ​ຖອນ​ເອກ​ສານ​ສິດ​ໃນ​ການ​ຂາຍ​ປີ້​ເຮືອ​ບິນ​ນັ້ນເລີຍ.

ເມື່ອ​ທ້າຍ​ປີ 2020 ຜູ້​ອໍ​າ​ນວຍ​ການ​ຝ່າຍ​ການ​ຕ​ລາດ ຂອງ​ສາຍ​ການ​ບິນ​ Lao air Line ກ່າວ​ວ່າ ທາງ​ສາຍ​ການ​ບິນ ຈຳ​ເປັນ​ຕ້ອງ​ໄດ້​ຢຸດ​ໃຫ້​ບໍ​ຣິ​ການ ເສັ້ນ​ທາງ​ການ​ບິນ​ລະ​ຫວ່າງ​ປະ​ເທດ​ທຸກ​ເສັ້ນ​ທ​າງເປັນ​ການ​ຊົ່ວ​ຄາວ ນັບ​ຕັ້ງ​ແຕ່​ວັນ​ທີ່ 23 ມົກ​ກະ​ຣາ 2021 ເປັນ​ຕົ້ນ​ໄປ ເພື່ອ​ປ້ອງ​ກັນ​ການ​ແຜ່​ຣະ​ບາດ​ຂອງ​ເຊື້ອ​ໂຄວິດ-19 ຕາມ​ຄຳ​ສັ່ງ​ຂອງ​ຄະ​ນະ​ກັມ​ມະ​ການ​ຣະ​ດັບ​ຊາດ ວ່າ​ດ້ວຍ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ການ​ແຜ່​ຣະ​ບາດ​ຂອງ​ເຊື້ອ​ໂຄວິດ-19, ແຕ່​ຢ່າງ​ໃດ​ກໍ​ຕາມ ເສັ້ນ​ທາງ​ການ​ບິນ ລະ​ຫວ່າງ​ ນະ​ຄ​ອນຫຼວງວຽງ​ຈັນ ໄປ​ເມືອງ​ຄຸນ​ໝິງຂອງ​ຈີນ​ນັ້ນ ຍັງ​ເປີດ​ໃຫ້​ບໍ​ຣິ​ການ​ຕາມ​ປົກ​ກະ​ຕິ ສັ​ປ​ດາ ລະ 2 ຖ້ຽວ ຄື​ວັນ​ພະ​ຫັດ ແລະ​ວັນ​ອາ​ທິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.