ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ທີ່ປະສົບພັຍ ອັນໜັກໜ່ວງ ຍ້ອນເຂືຶ່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ບໍ່ພໍໃຈ ນຳໂຄງການ ຜລິດກະສິກັມ ແບບ 2+3 ຂອງທາງການລາວ ທີ່ຈະໃຫ້ພວກເຂົາເຈົ້າ ປູກກ້ວຍ ແລະ ໝາກໄມ້ ແທນທີ່ ຈະສນັບສນູນ ໃຫ້ພວກເຂົາເຈົ້າ ປູກເຂົ້າ ແລະ ລ້ຽງສັດ ຄືກັນ ກັບເມື່ອກ່ອນ, ອີງຕາມຄຳເວົ້າ ຂອງຊາວບ້ານ ຜູ້ປະສົບພັຍ ເຂື່ອນແຕກຄົນນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 24 ພຶສພາ 2019.
ໂຄງການ 2+3 ຂອງທາງການລາວ ແມ່ນການຮ່ວມມື ຜລິດກະສິກັມ ຣະຫວ່າງ ປະຊາຊົນ ແລະ ບໍຣິສັດ ໂດຍທີ່ທາງບໍຣິສັດ ເປັນຜູ້ສນອງ ທຶນ, ເຕັກນິກ ແລະຕລາດ ແລະຊາວບ້ານ ເປັນຜູ້ສນອງດິນ ແລະແຮງງານ. ຫຼັງຈາກ ຂາຍຜົນຜລິດແລ້ວ ຫັກຕົ້ນທຶນອອກແລ້ວ ສອງຝ່າຍ ຈຶ່ງແບ່ງປັນ ຜົນກຳໄລກັນ. ຖ້າປະຊາຊົນ ຜູ້ໃດບໍ່ສົນໃຈ ບໍ່ພ້ອມ ທີ່ຈະເຮັດ ທາງບໍຣິສັດ ກໍຈະເຊົ່າທີ່ດິນ ຂອງເຂົາເຈົ້າ ທຳການຜລິດ, ດັ່ງ ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນັ້ນວ່າ:
"ເຂົາໄປເຮັດຢູ່ຫັ້ນ ຜົນຜລິດມາ ບໍຣິສັດ ເກັບຊື້ເອົາ ແຕ່ບໍຣິສັດ ລົງທຶນໃຫ້ໝົດກ່ອນໜ້ານັ້ນ ຄັນປະຊາຊົນ ຜູ້ໃດບໍ່ເຮັດ ບໍ່ປູກ ແຕ່ວ່າ ເຂົາບໍ່ມີ ຄວາມພ້ອມ ບໍຣິສັດນີ້ ຕ້ອງລັກສະນະ ເຊົ່າດິນເຂົານໍ.”
ທາງການລາວ ບຸກເບີກເນື້ອທີ່ກະສິກັມ 2 ພັນປາຍເຮັກຕາຣ໌ ເພື່ອຈັດສັນໃຫ້ປະຊາຊົນ ຜູ້ປະສົບພັຍເຂື່ອນແຕກທັງ 6 ບ້ານໄດ້ປູກເຂົ້າ, ປູກພືດ ແລະ ລ້ຽງສັດ ໃຫ້ທັນຣະດູຝົນປີນີ້ ເພື່ອບໍ່ໃຫ້ພວກເຂົາເຈົ້າ ເພິ່ງພາການຊ່ອຍເຫຼືອ ຈາກທາງການ ໃນດ້ານເຂົ້າ ແລະ ອາຫານ.
ແຕ່ເຖິງຢ່າງໃດກໍຕາມ, ບົດຮຽນ ຊີ້ໃຫ້ເຫັນວ່າ ເມື່ອປີ 2013 ໂຄງການ 2+3 ຢູ່ ແຂວງ ສວັນນະເຂດ ທີ່ຊາວບ້ານ 400 ຄອບຄົວ ຢູ່ເມືອງ ຊົນບູລີ ຮ່ວມກັບ ບໍຣິສັດ ປູກອ້ອຍ ຂາຍໃຫ້ ໂຮງງານນ້ຳຕານ. ແຕ່ຜົລປາກົດວ່າ ຊາວບ້ານຂາດທຶນ ແລະ ແຕ່ລະຄອບຄົວ ເປັນໜີ້ ບໍຣິສັດ ຫຼາຍສິບລ້ານກີບ, ອີງຕາມຄຳເວົ້າ ຂອງຊາວກະສິກອນ ປູກອ້ອຍ.
