ກຳພູຊາຍິນດີທີ່ໂຈະເຂື່ອນ ດອນ ສະໂຮງ

0:00 / 0:00

ທ່ານ ມິດ ມຽນ ຕົວແທນ ເຄື່ອຂ່າຍ ປົກປ້ອງ ແມ່ນ້ຳ ໃນ ກຳພູຊາ ເວົ້າວ່າ ຊາວ ກຳພູຊາ ແລະ ຊາວ ວຽດນາມ ທີ່ ອາສັຍ ຢູ່ ຕາມ ແຄມ ແມ່ນ້ຳຂອງ ຍິນດີ ເປັນຢ່າງຍິ່ງ ທີ່ ລາວ ຈະໂຈະ ການ ກໍ່ສ້າງ ເຂື່ອນ ດອນສະໂຮງ ເພື່ອ ທົບທວນ ຄືນໃຫມ່ ແລະ ປຶກສາ ຫາຣື ກັບ ປະເທດ ເພື່ອນບ້ານ ແລະ ຄວາມຄິດ ເຫັນ ຂອງ ປະຊາຊົນ ກ່ອນ ຈະສ້າງ.

"ຫມູ່ເຮົາ ຄົນ ກຳພູຊາ ຢາກໃຫ້ ຢຸດກ່ອນ ກໍເອົາການ ປືກສາ ໃຫມ່ ການສຶກສາ ຜົລກະທົບ ຂ້າມແດນ ກ່ອນນະ ຢາກໃຫ້ ດອນສະໂຮງ ມີການ ໃສ່ ໂຕະ ເຈຣະຈາ ກ່ອນ ຫາວິທີ ໃດ ຈະເຮັດ ຢ່າງໃດ ຫລື ອາດຈະສ້າງ ບໍ່ໄດ້ ນະ".

ທ່ານກ່າວ ຕຶ່ມວ່າ ຊາວ ກຳພູຊາ ມີ ຄວາມກັງວົນ ວ່າ ໂຄງການ ເຂື່ອນ ດອນສະໂຮງ ທີ່ ແຂວງ ຈຳປາສັກ ນັ້ນ ຈະສົ່ງ ຜົລກະທົບ ໂດຍກົງ ຕໍ່ ຝຸງປາ ໃນ ແມ່ນ້ຳຂອງ ລຸ່ມເຂື່ອນ ລົງໄປ ແລະ ຈະສ້າງ ຄວາມເສັຽຫາຍ ຢ່າງໃຫຍ່ ຕໍ່ ຊາວ ກຳພູຊາ ແລະ ວຽດນາມ ຜູ້ ທີ່ອາສັຍ ຢູ່ລຸ່ມເຂື່ອນ. ນອກຈາກ ນັ້ນ ໃນກຸ່ມ ຂອງທ່ານ ຍັງມີຄວາມ ເປັນຫ່ວງ ກ່ຽວກັບ ການຢູ່ລອດ ຂອງ ຝຸງປາຂ່າ ຫລື ປາໂລມາ ນ້ຳຈືດ ທີ່ ອາສັຍ ຢູ່ໃກ້ ພື້ນທີ່ ຈະສ້າງ ເຂືື່ອນ ດອນສະໂຮງ.

ທ່ານ ຢາກໃຫ້ ສະມາຊິກ ແມ່ນ້ຳຂອງ ເຮັດວຽກ ໃຫ້ເລີກ ກວ່ານີ້ ດ້ວຍການ ສຶກສາ ຂໍ້ມູນ ຕ່າງໆ ຢ່າງ ຮອບຄອບ ເພື່ອແກ້ໄຂ ບັນຫາ ຜົລກະທົບ ຂ້າມ ແດນ ຕໍ່ ປະເທດ ເພື່ອນບ້ານ.

ໂຄງການ ເຂື່ອນ ດອນສະໂຮງ ມີຄວາມ ສຳຄັນ ຫລາຍຕໍ່ ກຳພູຊາ ຍ້ອນວ່າ ແມ່ນ້ຳຂອງ ເຊື່ອມ ກັບ ຕົງເລສາບ ຊື່ງ ເປັນແຫລ່ງ ອາຫານ ທີ່ ສຳຄັນ ຂອງ ກຳພູຊາ.