ສປປລາວ ຈະດໍາເນີນ ການ ຕາມຄວາມ ມຸ້ງໝັ້ນ ຂອງຕົນ ທີ່ ຈະເປັນໝໍ້ໄຟ ແຫ່ງ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ໂດຍມີ ແຜນການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ທີ່ເຮັດໃຫ້ ບັນດາ ປະເທດ ເພື່ອນບ້ານ ບໍ່ເຫັນ ພ້ອມນໍາ ແລະ ທ້າທາຍ ໃຫ້ຈີນ ແລະ ສະຫະຣັຖ ອະເມຣິກາ ເຂົ້າ ກ່ຽວຂ້ອງ: ຕາມຣາຍງານ ຂ່າວ Bloomberg News ວັນທີ 3 ມີຖຸນາ 2014.
4 ປະເທດ ເຂດ ແມ່ນໍ້າຂອງ ກໍານົດ ເປີດກອງ ປະຊຸມ ໃນວັນທີ 26- 27 ມີຖຸນາ ນີ້ ທີ່ ປະເທດໄທ ເພື່ອ ປຶກສາ ຫາຣື ກ່ຽວກັບ ບັນຫາ ຕ່າງໆ ຮວມທັງ ແຜນການ ສ້າງເຂື່ອນ ດອນສະໂຮງ ຂອງລາວ ນໍາດ້ວຍ. ສໍາລັບ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ຕາມໂຄງຮ່າງ ໃໝ່ ອາຈເລີ່ມຂຶ້ນ ໄວສຸດ ໃນປີນີ້ ຂະນະທີ່ ກັມພູຊາ ແລະ ວຽດນາມ ພວມຫາ ຊ່ອງທາງ ໃຫ້ເລື່ອນ ເວລາ ອອກໄປ. ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ໃຫ້ຄໍາເຫັນ ຜ່ານ ທາງ ອີແມວ ວ່າລາວ ຍັງຈະ ປະຕິບັດ ພັນທະ ສົ່ງອອກ ພລັງງານ ຈາກ ເຂື່ອນ ໄຟຟ້າ ແລະ ເປັນໝໍ້ໄຟ ເອເຊັຽ ຕາເວັນ ອອກ ສ່ຽງໃຕ້ ແລະ ວ່າ ໄຟຟ້າ ພະລັງນໍ້າ ເປັນ ທາງເລືອກ ຕາມ ທັມຊາດ ສໍາລັບ ລາວ.
ວຽດນາມ ແລະ ກັມພູຊາ ຄັດຄ້ານ ເຂື່ອນ ໄຊຍະບູຣີ ແລະ ຕ້ອງການໃຫ້ ລາວ ເລື່ອນ ການ ສ້າງເຂື່ອນ ດອນສະໂຮງ ໄປຈົນຮອດ ທ້າຍປີ 2015 ເປັນ ຢ່າງໜ້ອຍ.
ທ່ານ Milton Osborne ຈາກ ສະຖາບັນ Lowy ເພື່ອ ນະໂຍບາຍ ນາໆຊາດ ທີ່ ນະຄອນ Sydney ກ່າວວ່າ ລາວ ເຊື່ອວ່າ ຕົນມີ ທາງເລືອກ ໜ້ອຍ ໃນ ການ ເພີ້ມເງິນຕຣາ ຕ່າງປະເທດ ນອກຈາກ ການສ້າງ ເຂື່ອນ ແລະ ສົ່ງໄຟຟ້າ ອອກຂາຍ ຕ່າງ ປະເທດ.
