ເຂື່ອນນໍ້າອູ-1 ຈະຈ່າຍຄ່າ ຊົດເຊີຍ

ສົມເນ
2017.09.10
F-nam-ou-dam ບ້ານເຮືອນຂອງປະຊາຊົນ ທີ່ຖືກຜົນກະທົບ ຈາກໂຄງການເຂື່ອນນໍ້າອູ
RFA/NY

ໂຄງການເຂື່ອນນໍ້າອູ-1 ວ່າຈະຈ່າຍເງິນ ຄ່າຊົດເຊີຍ ດິນໄຮ່ດິນນາ ແລະພື້ນທີ່ ການຜລິດອື່ນໆ ຢູ່ເຂດເມືອງງອຍ ແລະ ເມືອງປາກອູ ແຂວງ ຫລວງພຣະບາງ ທີ່ຖືກນໍ້າຖ້ວມ ຈາກການສ້າງເຂື່ອນ ຕັນແມ່ນໍ້າ ດັ່ງກ່າວ.

ທາງໂຄງການໄດ້ລົງເກັບກໍາຂໍ້ມູນ ພື້ນທີ່ໆໄດ້ຮັບຜົລກະທົບ ແລະວັດແທກທີ່ດິນ ຂອງປະຊາຊົນ ເພື່ອປະເມີນ ແລະຕີຣາຄາ ຜົລເສັຽຫາຍ ພ້ອມນັ້ນ ທາງໂຄງການ ໄດ້ແນະນໍາ ໃຫ້ປະຊາຊົນ ຜູ້ເສັຽຫາຍ ເປີດບັນຊີ ທະນາຄານ ໃຫ້ແລ້ວພາຍໃນ ເດືອນກັນຍານີ້ ເພື່ອໂອນເງິນ ຄ່າຊົດເຊີຍໃຫ້ ຊຶ່ງຄາດວ່າ ພາຍໃນກາງປີນີ້. ດັ່ງ ຊາວເມືອງງອຍ ທ່ານນຶ່ງ ໄດ້ກ່າວວ່າ:

"ເຂົາເຈົ້າໃຫ້ປະຊາຊົນ ເປີດບັນຊີໝົດແລ້ວນະ ບໍ່ທັນວ່າໃຫ້ມື້ໃດ ເວົ້າແຕ່ວ່ານັດວ່າ ເດືອນເກົ້ານີ້ ເວົ້າກັນເດືອນເກົ້ານີ້ ເມື່ອປະຊຸມກັນ ຢູ່ ເມືອງເວົ້າກັນ ເດືອນ 9 ນີ້ ບໍໃຫ້ກາຍເດືອນ 9 ກໍຢາກໃຫ້ເລັ່ງລັດ ໃຫ້ພໍ່ແມ່ ປະຊາຊົນແດ່ນະ".

ທ່ານວ່າ ຕາມທີ່ໄດ້ຟັງຄໍາປະຊຸມນັ້ນ ທາງໂຄງການ ຈະຊົດເຊີຽຄ່າ ພື້ນທີ່ ການຜລິດທີ່ຖືກນໍ້າຖ້ວມ ຕຣາງແມດນຶ່ງ 2 ພັນກີບ. ສ່ວນທີ່ດິນ ຂອງປະຊາຊົນ ທີ່ເປັນ ປ່າຮົກຮ້າງ ນັ້ນຈະບໍ່ໄດ້ຮັບ ຄ່າຊົດເຊີຽ.

ສໍາລັບຕົ້ນໄມ້ມີຄ່າ ທີ່ຢູ່ໃນພື້ນທີ່ການຜລິດ ກໍຈະໄດ້ຮັບ ຄ່າຊົດເຊີຽ ເຊັ່ນກັນ.ໃນເຂດເມືອງງອຍ ມີປະຊາຊົນ 4 ບ້ານ 30 ຄອບຄົວ ຈະ ໄດ້ຮັບ ຄ່າຊົດເຊີຽນີ້. ປັດຈຸບັນ ປະຊາຊົນ ທີ່ໄດ້ຮັບຜົລທົບ ຈາກໂຄງການ ເຂື່ອນ ບໍ່ໄດ້ທໍາການຜລິດ ໃນພື້ນທີ່ເກົ່າ ອີກແລ້ວ, ບໍ່ມີຣາຍ ໄດ້ຄືແຕ່ກ່ອນ, ທັງບໍ່ມີອາຊີບອື່ນ ຈຶ່ງຢາກໃຫ້ທາງ ພາກຣັຖ ຊ່ວຍເຫລືອ ຝຶກອາຊີບ ໃຫ້:

"ຢາກໃຫ້ທາງຂັ້ນເທິງ ທາງພາກຣັຖເຮົາ ຈັດສັນອາຊີບ ໃຫ້ເຂົາເຈົ້າ ປະຊາຊົນ ໃຫ້ໄດ້ມີຢູ່ມີກິນ ດິນດອນຕອນຫຍ້າ ຄືວ່າບາງຄອບຄົວ ມີສອງຕອນ ຫລືວ່າຕອນນຶ່ງ ກໍຖ້ວມໄປແລ້ວ ກໍບໍ່ມີ ອັນເຮັດກິນນະ ຮຽກຮ້ອງໃຫ້ ຂັ້ນເທິງເພີ່ນ ຈັດສັນອາຊີບໃຫ້ ເຂົາເຈົ້າແດ່ ບໍ່ໃຫ້ ປະຊາຊົນລາວທຸກ ດ້ອຍໂອກາດ".

ໂຄງການເຂື່ອນນໍ້າອູ-1 ເປັນນຶ່ງໃນໂຄງການເຂື່ອນ ໃນແມ່ນໍ້າອູ 7 ເຂື່ອນ, ມີກໍາລັງການ ຜລິດໄຟຟ້າ 180 ເມກາວັດ ສັມປະທານສ້າງ ແລະພັທນາ ໂດຍບໍຣິສັດ ຊາຍໂນຮາຍໂດຣ ຂອງຈີນ.

ຕາມຣາຍງານ ຜົລກະທົບສິ່ງແວດລ້ອມ EIA ນັ້ນວ່າຈະມີປະຊາຊົນ 95 ຫລັງຄາເຮືອນໃນ 5 ບ້ານຈະຕ້ອງ ຖືກໂຍກຍ້າຍ. ເຂື່ອນນໍ້າອູ ທີ່ສ້າງສໍາເຣັດ ໄປໃນເຟສ 1 ນັ້ນກໍມີ ນໍ່າອູ-2, 5, 6. ສໍາລັບເຂື່ອນ ໃນເຟສທີ່ສອງ ທີ່ກໍາລັງສ້າງ ຢູ່ນີ້ກໍມີ ນໍ້າອູ-1, 3, 4, ແລະ 7.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.