ເຂື່ອນປາກລາຍຈະກະທົບ 20 ໝູ່ບ້ານ

ໄມຊູລີ
2018.06.18
F-MK ແມ່ນໍ້າຂອງໃນເຂດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກົງກັນຂ້າມກັບ ແຂວງ ຊຽງຮາຍ ປະເທດໄທ
RFA/OK

ໂຄງການ ເຂື່ອນປາກລາຍ ແຂວງໄຊຍະບູຣີ ຊຶ່ງເປັນໂຄງການ ເຂື່ອນແມ່ນໍ້າຂອງ ແຫ່ງທີ 4 ຈະສົ່ງຜົນກະທົບ ຕໍ່ປະຊາຊົນ 20 ໝູ່ບ້ານ. ດັ່ງເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:

“ໂຄງການເຂື່ອນນໍ້າຂອງ ຈຸດປາກລາຍເຂົາເຈົ້າ ສໍາຣວດມາຫລາຍປີແລ້ວ ຍັງບໍ່ມີການດໍາເນີນງານຫຍັງເທື່ອ ກໍາລັງຈະສໍາຣວດພື້ນຖານ ໂຄງຮ່າງ ສໍາຣວດຄວາມເປັນໄປໄດ້ ກໍເຮັດໝົດແລ້ວ ລົງກັບປະຊາຊົນເວົ້າເຣື້ອງ ອັນປະມວນຜົນກະທົບ ແລະ ສິ່ງແວດລ້ອມ ນະຄັນຖ້າວ່າ ໂຄງການເກິດຂຶ້ນແທ້ ເຂດຕົວລຸ່ມ ນີ້ມັນຈະຖຶກ ຢູ່ 10 ປາຍບ້ານ ຕົວເທິງຈະບໍ່ຫລາຍ ມີແຕ່ 5-6 ໝູ່ບ້ານ.”

ທ່ານ ອະທິບາຍວ່າ ສໍາລັບເຂື່ອນ ປາກລາຍນັ້ນ ພາກສ່ວນກ່ຽວຂ້ອງ ຂັ້ນເມືອງແລະແຂວງ ໄດ້ສຶກສາ ຄວາມເປັນໄປໄດ້ ມາໄດ້ຣະຍະນຶ່ງ ແລ້ວ ແລະເມື່ອ ບໍ່ດົນມານີ້ ກໍໄດ້ມີການລົງພື້ນທີ່ ສໍາຣວດຜົນກະທົບ ດ້ານສິ່ງແວດລ້ອມ ແລະຜົນກະທົບຕໍ່ ປະຊາຊົນ ຊຶ່ງພົບວ່າ ຈະມີຢູ່ ປະມານ 20 ບ້ານ, ໃນນັ້ນມີບ້ານທີ່ຢູ່ໃຕ້ເຂື່ອນ 10 ປາຍບ້ານ ເປັນຕົ້ນ ບ້ານດອນລຶງ ແລະ ບ້ານມ່ວງ ສ່ວນບ້ານເໜືອເຂື່ອນ ທີ່ໄດ້ຮັບ ຜົນກະທົບມີຢູ່ 5-6 ບ້ານ ເປັນຕົ້ນ ບ້ານທ່າລຽບ ບ້ານປາກຕຸງ ບ້ານໜອງໄຄ້ ແລະ ບ້ານຮຸນງາມ.

ທ່ານກ່າວອີກວ່າຈາກການສໍາຣວດ ປະຊາຊົນແລ້ວ ສ່ວນໃຫຍ່ເຂົາເຈົ້າ ບໍ່ເຫັນດີນໍາ ຫາກມີການສ້າງເຂື່ອນ ຍ້ອນວ່າຕ້ອງມີການ ໂຍກຍ້າຍ ປະຊາຊົນໄປ ຢູ່ບ່ອນອື່ນ ແລະເຂົາເຈົ້າບໍ່ຢາກຍ້າຍ ເນື່ອງຈາກບ້ານເດິມ ທຸກມື້ນີ້ ມີດິນທໍາມາຫາກິນ ແລະມີ ເຮືອນຖາວອນຢູ່.

ສ່ວນຈໍານວນ ຜູ້ທີ່ໄດ້ຮັບຜົນກະທົບ ທັງໝົດຫາກສ້າງເຂື່ອນ ນີ້ຂື້ນນັ້ນ, ເຈົ້າໜ້າທີ່ເວົ້າວ່າ ຍັງບໍ່ສາມາດ ເກັບກໍາຂໍ້ມູນ ຢ່າງລະອຽດເທື່ອ ວ່າມີຈັກຄອບຄົວແທ້  ແຕ່ສະພາະ 2 ບ້ານໃນ 20 ບ້ານ ທີ່ຈະໄດ້ຮັບຜົນກະທົບ ນີ້ມີຢູ່ 400 ປາຍ ຄອບຄົວ ແລ້ວ:

“ກັບປະຊາຊົນ ເວົ້າເຣືອງຜົນກະທົບ ເຂົາເຈົ້າກໍບໍ່ຢາກ ເຫັນດີຫັ້ນແຫລະ ອັນນື່ງກໍເຂດບ້ານເຂົາເຈົ້າ ຖາວອນແລ້ວບ້ານມັນ ກໍຢູ່ໃກ້ຄຽງກັນ ເນາະ ມັນຫລາຍໝູ່ບ້ານ ຜົນກະທົບລຸ່ມນີ້ຫລາຍ ແຕ່ວ່າຕົວເທິງນີ້ກັບບໍ່ຫລາຍດອກ ຄັນສະເລັ່ຍແຕ່ສະເພາະ 2 ບ້ານ ກໍມັນຖຶກຢູ່ 400 ປາຍແລ້ວ.”

ກ່ຽວກັບເຣື້ອງນີ້ ທ່ານ ພຽນພອນ ດີເທກ ຜູ້ປະສານງານ ອົງການແມ່ນໍ້າສາກົນ ປະຈໍາໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່ານາງເປັນຫ່ວງເຣື້ອງ ຜົນກະທົບ ຂ້າມພົມແດນ:

“ເຂື່ອນປາກລາຍ ຕັ້ງຢູ່ເທີງແມ່ນໍ້າຂອງ ສາຍຫລັກ ທາງໃຕ້ເຂື່ອນ ໄຊຍະບູຣີ ແລະຫ່າງຈາກ ຊາຍແດນໄທ ໄປບໍ່ຮອດ 100 ກິໂລແມັດ ໃກ້ ພົມແດນຫລາຍກວ່າ ເຂື່ອນໄຊຍະບູຣີ ແລະ ທີ່ສໍາຄັນກໍຄື ເຮົາຍັງບໍ່ເຫັນວ່າ ຈະມີຂະບວນການໃດ ທີ່ສຶກສາ ຫຼືຢຽວຢາ ຜົນກະທົບ ຂ້າມພົມແດນ ທີ່ຈະເກິດຂຶ້ນ ຈາກການກໍ່ສ້າງ ເຂື່ອນ ໃສ່ແມ່ນໍ້າຂອງ ສິ່ງເຫລົ່ານີ້ ຍັງບໍ່ຮວມຜົນກະທົບ ດ້ານຣະບົບນິເວສອື່ນໆ ທີ່ຈະສົ່ງ ຜົນກະທົບ ໄປຕລອດໃນລໍານໍ້າຂອງ ໄປຈົນເຖິງພົມແດນ ໄທ ລາວ ວຽງຈັນ ໄປຈົນຮອດ ກັມພູຊາ ວຽດນາມ ປາກແມ່ນໍ້າດ້ວຍ ເຊັ່ນດຽວກັນ.”

ເມື່ອສັປດາຜ່ານມາ ຣັຖບານລາວ ໄດ້ ສົ່ງຈົດໝາຍ ແຈ້ງໃຫ້ຄນະກັມມາທິການ ແມ່ນໍ້າຂອງສາກົນ ຫຼື MRC ຮູ້ວ່ ຣັຖບານລາວມີແຜນ ຈະສ້າງເຂື່ອນປາກລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.