ປະເທດລຸ່ມແມ່ນໍ້າຂອງຄວນ ຢຸດແຜນ ສ້າງເຂື່ອນ

ສົມເນ
2014-04-24
ອີແມວລ໌
ຄໍາເຫັນ
Share
ພິມ
ອົງການ ຄນະກັມມາທິການ ແມ່ນໍ້າຂອງ
ອົງການ ຄນະກັມມາທິການ ແມ່ນໍ້າຂອງ
MRC

 

ເນື່ອງ ໃນໂອກາດ ກອງ ປະຊຸມ ສຸດຍອດ ກັມມາທິການ ແມ່ນໍ້າ ຂອງ ຄັ້ງທີ 2 ເມື່ອ ວັນທີ 5 ເມສາ ຢູ່ ນະຄອນ ໂຮ່ຈີມິນ ໃນ ວຽດນາມ, ອົງການ ຮ່ວມ ອະນຸຮັກ ແມ່ນໍ້າຂອງ Save the Mekong coalition ໄດ້ຂຽນ ໜັງສືໄປ ຫາ ຣັຖບານ ປະເທດ ລຸ່ມ ແມ່ນໍ້າຂອງ ອັນມີ ລາວ ກໍາພູຊາ ວຽດນາມ ແລະ ປະເທດ ໄທ ຮຽກຮ້ອງ ໃຫ້ ເລີກລົ້ມ ແຜນການ ຈະ ສ້າງເຂື່ອນ ໃສ່ ແມ່ ນໍ້າຂອງ ທັງໝົດ 11 ໂຄງການ ເພາະຢ້ານ ວ່າ ມັນຈະສົ່ງ ຜົນ ກະທົບ ຕໍ່ ສິ່ງແວດລ້ອມ, ຊັພຍາກອນ ທັມມະຊາດ, ສັຕທີ່ມີ ຊີວິດ ຢູ່ ໃນແມ່ນໍ້າ, ແລະ ຄວາມ ອຸດົມ ສົມບູນ ຂອງ ຣະບົບ ນິເວດ ໃນອ່າງ ແມ່ນໍ້າຂອງ.

ໃນຈົດໝາຍ ດັ່ງກ່າວ ອົງການ ຮ່ວມ ອະນຸຮັກ ທີ່ ປະກອບ ດ້ວຍ 55 ອົງການ ປົກປ້ອງ ສິ່ງແວດລ້ອມ ແລະ ແຫລ່ງນໍ້າ ທັມມະຊາຕ ໃນ ທົ່ວໂລກ ໄດ້ ສະແດງ ຄວາມ ເປັນ ຫ່ວງນໍາ ສະພາບການ ປັດຈຸບັນ ຂອງ ແມ່ນໍ້າຂອງ ຍ້ອນຜົນ ກະທົບ ທີ່ມີຢູ່ ໃນ ປັດຈຸບັນ ແລະ ຜົນກະທົບ ຈາກ ແຜນການ ສ້າງເຂື່ອນ ໃນ ອະນາຄົດ, ພ້ອມນັ້ນ ກໍເປັນຫ່ວງ ນໍາການ ຂາດຄວາມ ຮ່ວມມືກັນ ໃນ ພູມີ ພາກ ໃນການ ຕັດສີນໃຈ ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ. ຂໍ້ຄວາມ ໃນຈົດໝາຍ ຕອນນຶ່ງ ເວົ້າວ່າ:

"ພວກຕົນເຊື່ອວ່າ ເສັ້ນທາງ ໃນການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນ ປັດຈຸບັນ ນີ້ ເປັນການ ທໍາລາຍ ພາລະ ໜ້າທີ່ ແລະ ຈິດໃຈ ສັນຍາ ຂໍ້ຕົກລົງ ແມ່ນໍ້າຂອງ ປີ 1995, ທີ່ຮ້າຍແຮງ ທີ່ສຸດ ແມ່ນຫລັກ ການ ຂອງ ຄວາມຮ່ວມມື ໃນນັ້ນ ທຸກຝ່າຍ ຕົກລົງວ່າ ຈະປົກປັກ ຮັກສາ ສິ່ງແວດລ້ອມ ຊັພຍາກອນ ທັມມະຊາດ, ສັຕທີ່ມີ ຊີວິດ ຢູ່ ໃນແມ່ນໍ້າ, ແລະ ຄວາມສົມດູນ ຂອງ ຣະບົບ ນິເວດ ໃນອ່າງ ແມ່ນໍ້າຂອງ".

ຕໍ່ບັນຫາ ດັ່ງກ່າວ ນີ້ ຂ້າພະເຈົ້າ ໄດ້ຖາມ ໄປຍັງ ນັກຊ່ຽວຊານ ຝ່າຍນໍ້າ ທີ່ ນະຄອນ ຫລວງ ວຽງຈັນ ທີ່ ບໍ່ປະສົງ ອອກຊື່ ແລະ ອອກສຽງ,  ທ່ານໄດ້ ອະທິບາຍ ວ່າ:

"ມັນຕ້ອງ ມີການ ສຶກສາ ຄັກແນ່ວ່າ ຜົນກະທົບ ມັນຫນ້ອຍຫລາຍ ປານໃດ. ການປ່ຽນແປງ ມັນເປັນ ແນວໃດ, ບາງເທື່ອມັນ ປ່ຽນແປງໄປ ໃນທາງດີ ກໍມີ ບໍ່ແມ່ນວ່າ ຈະປ່ຽນແປງ ໄປໃນທາງ ເສັຽຫາຍ ຕໍ່ ສິ່ງແວດ ລ້ອມ ເພາະວ່າ ແຕ່ລະເຂື່ອນ ໃຫ້ຜົນກະທົບ ແຕກຕ່າງກັນ ແລະຕ້ອງ ສຶກສາ ຄວາມ ເປັນໄປໄດ້ ຢ່າງຄັກແນ່. ນອກນັ້ນ ກໍຕ້ອງເວົ້າ ການພັທນາ ເພາະວ່າ ການພັທນາ ມັນມີການ ເສັຽຫາຍ ແກ່ ຊັພຍາກອນ ທັມມະຊາດ ແດ່ ແລະການ ເສັຍຫາຍນີ້ ມັນເອົາຄືນ ມາໄດ້ບໍ່ ຫລືບໍ່ໄດ້ ຖ້າວ່າ ເອົາຄືນໄດ້ ກໍຄວນ ນໍາມາໃຊ້ ໃຫ້ ເປັນປໂຍດ ແກ່ ສັງຄົມ".

ຈົດໝາຍ ມີຂໍ້ຄວາມ ຕໍ່ໄປວ່າ ການສ້າງ ເຂື່ອນໃສ່ ແມ່ນໍ້າຂອງ ອາດທໍາລາຍ ຄວາມ ອຸດົມ ສົມບູນ ການຜລິດ ເຂົ້າ ແລະ ປູປາ ນານາ ຊີວະພັນ ຍ້ອນວ່າ ເຂື່ອນນີ້ ປິດຕັນ ທາງຂຶ້ນລົງ ຂອງປາ ອັນນໍາພາ ໄປສູ່ ການສູນເສັຽ ພັນປາ ຢ່າງ ໃຫ່ຽຫລວງ.

ອົງການ ຮ່ວມ ອະນຸຮັກ ແມ່ນໍ້າຂອງ ວ່າ ຖ້າຫາກວ່າ ເຂື່ອນທັງ 11 ເຂື່ອນນີ້ ຖືກສ້າງຂຶ້ນ ຄາດວ່າ ຈະສູນເສັຽ ຊັພຍາກອນ ໃນນໍ້າ ປູປາ ປະມານ 5 ແສນ ຫາ 8 ແສນ ຕັນ ຫລື 26 ຫາ 42 ສ່ວນຮ້ອຍ ຂອງ ແຫລ່ງ ຊັພຍາກອນ ປູປາ ທັງໝົດ. ນັກ ຊ່ຽວຊານ ການປະມົງ ຂອງ ອົງການ ດັ່ງກ່າວ ເວົ້າວ່າ ປັດຈຸບັນ ນີ້ ບໍ່ທັນມີ ເທັກໂນໂລຈີ ສໍາລັບ ຫລຸດຜ່ອນ ຜົນກະທົບ ຈາກເຂື່ອນ ຕໍ່ການ ປະມົງ ເທື່ອ, ແຕ່ວ່າ ການສູນເສັຽ ຊັພຍາກອນ ປູປາ ນີ້ ຄົງຈະ ເຮັດໃຫ້ ການ ຮັບປະກັນ ດ້ານອາຫານ ທີ່ໄດ້ຈາກ ອ່າງນໍ້າຂອງ ນີ້ ມີຫນ້ອຍລົງ.

ອົງການ ຮ່ວມ ອະນຸຮັກ ແມ່ນໍ້າຂອງ ຍັງເຊື່ອວ່າ ການ ປ່ຽນແປງ ທາງ ອຸທົກວິທຍາ ທີ່ ເກີດຈາກ ເຂື່ອນນັ້ນ ຈະປ່ຽນແປງ ຣະບົບ ນິເວດ ທີ່ມີຄວາມ ສລັບສັບຊ້ອນ ຂອງ ແມ່ນໍ້າຂອງ ໂດຍທີ່ ເອົາຄືນ ບໍ່ໄດ້, ເຮັດໃຫ້ ຄວາມ ຫລາກຫລາຍ ຂອງ ຊີວະພັນ ສູນເສັຽ ໄປເລີຽ ແລະ ເຂື່ອນ ຈະ ປິດຕັນ ການໄຫລ ຂອງ ຕະກອນ ຫລືວ່າ ຂີ້ຕົມ ຝຸ່ນ ລ້ຽງພືດພັນ ໄປຍັງເຂດ ສາມຫລ່ຽມ ແມ່ນໍ້າຂອງ. ຍັງບໍ່ ເທົ່ານັ້ນ ອົງການ ຮ່ວມ ອະນຸຮັກ ແມ່ນໍ້າຂອງ ຍັງເວົ້າວ່າ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ນີ້ ມີ ຜົນກະທົບ ໃສ່ ຊຸມຊົນ ຕາມແຄມ ແມ່ນໍ້າຂອງ ທໍາລາຍ ວິຖີ ຊີວິດ ວັທນະທັມ ແລະ ຄວາມ ໝັ້ນຄົງ ດ້ານ ອາຫານ. ໃນຂະນະ ດຽວກັນ ພົລເມືອງ ປະມານ 40 ລ້ານ ຄົນ ຢູ່ລຸ່ມ ແມ່ນໍ້າຂອງ ຈະໄດ້ຮັບ ຜົນກະທົບ ແລະ ປະຊາຊົນ ປະມານ 1 ແສນ ກວ່າຄົນ ຈະໄດ້ຮັບ ຜົນກະທົບ ໂດຍກົງ ຈາກເຂື່ອນ ຈໍານວນນີ້.

ຢູ່ກອງ ປະຊຸມ ສຸດຍອດ ກັມມາທິການ ແມ່ນໍ້າຂອງ ຄັ້ງທີ ສອງ ນີ້ ນາຍົກ ຣັຖມົນຕຣີ ວຽດນາມ ທ່ານ Nguyen Tan Dung  ກ່າວວ່າ ອ່າງ ແມ່ນໍ້າຂອງ ບໍ່ເຄີຽ ປະສົບ ກັບ ສິ່ງທ້າທາຍ ຫລາຍຢ່າງ ດັ່ງທີ່ ເປັນຢູ່ ໃນ ທຸກມື້ນີ້. ທ່ານວ່າ ຄວາມ ຕ້ອງການ ອັນຮີບດ່ວນ ດ້ານ ພະລັງງານ ແລະ ອາຫານ ໄດ້ສ້າງຄວາມ ກົດດັນ ແກ່ ແຫ່ລງ ຊັພຍາກອນ ນໍ້າ ແລະ ຊີວະພັນ ສິ່ງ ແວດລ້ອມ ໃນ ແມ່ນໍ້າຂອງ. ແມ່ນໍ້າຂອງ ມີບົດບາດ ສໍາຄັນ ທີ່ສຸດ ໃນການ ພັທນາ ເສຖກິດ ໃນ ວຽດນາມ ແລະ ການຜລິດ ອາຫານ ໃນ ພູມີພາກ.

ຢູ່ ວຽດນາມ ເຂດ ສາມຫລ່ຽມ ແມ່ນໍ້າຂອງ ກວມເອົາ ພື້ນທີ່ ທັງໝົດ 40,000 ກິໂລແມັດ ມົນທົນ, ມີຄົນ ອາໄສຢູ່ 20 ລ້ານຄົນ ແລະ ປະກອບສ່ວນ ແກ່ ເສຖກິດ ເຖິງ 27 ສ່ວນຮ້ອຍ ຂອງ ຜົນຜລິດ ຮວມຍອດ ຫລື ຈີດີປີ ຂອງ ປະເທດ ວຽດນາມ. 90 ສ່ວນຮ້ອຍ ຂອງເຂົ້າ ທີ່ ສົ່ງອອກ ນອກປະເທດ ແມ່ນຈາກ ເຂດ ສາມຫລ່ຽມ, ແລະ 60 ສ່ວນຮ້ອຍ ຂອງ ການສົ່ງ ອາຫານ ອອກທະເລ ໃນແຕ່ລະ ປີ. ທ່ານ ດຶງ ໄດ້ຮຽກ ຮ້ອງ ຕໍ່ ປະເທດ ສະມາຊິກ ອ່າງ ແມ່ນໍ້າຂອງ ຮັກສາ ຣະບຽບ ວິໄນ ຂອງ ສັນຍາ ຂໍ້ຕົກລົງ ກັມມາທິການ ແມ່ນໍ້າຂອງ ປີ 1995 ກ່ຽວກັບ ການໃຊ້ນໍ້າ ແລະ ຊັພຍາກອນ ທັມມະຊາດ.

ທ່ານກ່າວ ເນັ້ນວ່າ ປະເທດ ທີ່ມີສ່ວນ ຮ່ວມນໍາ ຜົນ ປະໂຍດ ນີ້ ຄວນຮີບເຮັ່ງ ສຶກສາ ຜົນກະທົບ ຕໍ່ສິ່ງ ແວດລ້ອມ ຈາກໂຄງການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ສາຍຫລັກ ໃຫ້ໄວ.  ທ່ານ ດຶງ ວ່າ ວຽດນາມ ຈະ ປະກາດ ຜົນຂອງ ການສຶກສາ ຜົນກະທົບ ຈາກການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນ ທ້າຍປີ 2015.

ໃນຂະນະ ດຽວກັນ ນາຍົກ ຣັຖມົນຕຣີ ຮຸນເຊນ ຂອງ ກໍາພູຊາ ກໍຂື້ນກ່າວ ວ່າ ທັງ 4 ປະເທດ ອ່າງ ແມ່ນໍ້າຂອງ ຄວນສຸມໃສ່ ການໃຊ້ ຣະບຽບ ຫລັກການ ຂອງການໃຊ້ ນໍ້າ ຮ່ວມກັນ ຕາມທີ່ໄດ້ ໃຫ້ຄວາມ ມຸ້ງໝັ້ນ ໄປແລ້ວ.

ຈົດໝາຍ ຂອງ ອົງການ ຮ່ວມ ອານຸຮັກ ແມ່ນໍ້າຂອງ ບໍ່ໄດ້ ເວົ້າເຖິງວ່າ ຜູ້ຕາງໜ້າ ຝ່າຍໄທ ແລະ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທັມມະວົງ ເວົ້າແນວ ໃດແດ່ ແຕ່ກໍເປັນ ທີ່ ເຂົ້າໃຈວ່າ ການກ່າວ ໃຫ້ຂໍ້ ສັງເກດ ຂອງສອງ ຜູ້ນໍານີ້ ສ່ວນນຶ່ງ ຄົງເຈາະຈົງ ໃສ່ ລາວ ຊຶ່ງ ເປັນປະທດ ເລີ້ມສ້າງ ເຂື່ອນ ແຫ່ງ ທໍາອິດ ໃສ່ ແມ່ນໍ້າຂອງ ຕອນລຸ່ມ ຢູ່ແຂວງ ໄຊຍະບູຣີ ແລະ ຈະລົງມື ສ້າງເຂື່ອນ ແຫ່ງທີ່ 2 ໃສ່ ຮູສະໂຮງ ພາກໃຕ້ ສຸດ ຂອງລາວ ໃນທ້າຍ ປີນີ້ ແລະ ມີແຜນສ້າງ ຕື່ມອີກ 7 ເຂື່ອນ. ການສ້າງເຂື່ອນ ຂອງລາວ ນີ້ ກໍາພູຊາ ແລະ ວຽດນາມ ມີຄວາມ ເປັນຫ່ວງ ຫລາຍ ກ່ຽວກັບ ຜົນປໂຍດ ຂອງຕົນ.

ຕໍ່ການກ່າວ ໃຫ້ຂໍ້ ສັງເກດ ຂອງ ຜູ້ນໍາ ວຽດນາມ ແລະ ກໍາພູຊາ ນີ້ ເຮົາບໍ່ທັນ ສາມາດ ຖາມ ຄວາມເຫັນ ຂອງ ທາງການລາວ ໂດຍກົງໄດ້ ແຕ່ໄດ້ມີ ໂອກາດ ຖາມ ໄປຍັງ ນັກຊ່ຽວຊານ ລາວ ທີ່ເຄີຽເຮັດ ວຽກເຣື້ອງ ນີ້ ທ່ານ ກໍໃຫ້ ຄໍາ ອະທິບາຍ ວ່າ:

"ໃຜໆກໍໄດ້ ລົງນາມ ປະຕິບັດ ສັນຍາ ແລ້ວ ກໍຕ້ອງໄດ້ ປະຕິບັດ ຕາມຫັ້ນແລ້ວ, ແຕ່ວ່າ ປະຕິບັດ ຕາມນີ້ ມັນກໍຂຶ້ນ ຢູ່ກັບ ເງື່ອນໄຂ ຂອງ ແຕ່ລະ ປະເທດ ວ່າ ໂຕນີ້ຊິ ປະຕິບັດ ໄດ້ຫນ້ອຍ ຫລາຍ ປານໃດ ມັນ ກໍຂຶ້ນ ກັບ ສະພາບ ເສຖກິດ ສັງຄົມ ຂອງ ປະເທດນັ້ນ ຈະເວົ້າ ຄືກັນ ບໍ່ໄດ້ ເພາະວ່າ ປະເທດ ຢູ່ເທິງ ກັບ ປະເທດ ຢູ່ລຸ່ມ ມີຜົນ ປໂຍດ ແຕກຕ່າງ ກັນ ຈະເຫັນແຕ່ ປໂຍດ ຂອງຕົນເອງ ໂດຍບໍ່ເຫັນ ປໂຍດ ຂອງ
ຜູ້ອື່ນ ແດ່ນັ້ນ ມັນກໍຍາກ ຢູ່".

ນັກຊ່ຽວຊານ ລາວ ວ່າ ຜົນປໂຍດ ຂອງ ວຽດນາມ ແລະ ກໍາພູຊາ ແມ່ນການ ຫາປາ ແລະ ການປູກເຂົ້າ. ສໍາລັບ ລາວແລ້ວ ບໍ່ມີທົ່ງພຽງ ຄື ສອງປະເທດ ນີ້ ສ່ວນນຶ່ງ ຕ້ອງໄດ້ ອາໄສ ຊັພຍາກອນ ນໍ້າ ໃນແມ່ນໍ້າ ຂອງ ທີ່ລາວ ມີຢູ່ ເປັນທ່າແຮງ ໃນການ ພັທນາ ປະເທດ.

ການຮ່ວມມື ໃນການ ໃຊ້ ຊັພຍາກອນ ທັມມະຊາຕ ໃນ ແມ່ນໍ້າຂອງ ນີ້ແມ່ນ ຢູ່ ບົນ ພື້ນຖານ ການ ແບ່ງປັນ ຜົນປໂຍດ ຮ່ວມກັນ ໃຫ້ ເໝາະສົມ ແກ່ ທຸກຝ່າຍ.

ເຕັມຫນ້າ