ການໂຍກຍ້າຍຊາວບ້ານຈາກ ເຂື່ອນ ນໍ້າອູ

0:00 / 0:00

ໂຄງການ ເຂື່ອນ ນໍ້າອູ5 ຢູ່ ແຂວງ ຜົ້ງສາລີ ໄດ້ ໂຍກຍ້າຍ ແລະ ສ້າງ ບ້ານຈັດສັນ ໃຫ້ ປະຊາຊົນ ສໍາເຣັດໄປ ແລ້ວ 5 ບ້ານ ຍັງເຫລືອ ອີກ 2 ບ້ານ, ມີການ ຈັດສັນ ພື້ນທີ່ ໃຫ້ແລ້ວ ແຕ່ ຍັງບໍ່ທັນ ສ້າງ ບ້ານເຮືອນ ເທື່ອ, ຄາດວ່າ ທາງການ ຈະສ້າງບ້ານ ຈັດສັນ ໃຫ້ ປະຊາຊົນ ແລະ ໂຄງຮ່າງ ພື້ນຖານ ໃຫ້ ສໍາເຣັດ ພາຍໃນ ປີ 2016 ນີ້. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂະແໜງ ພລັງານ ແລະ ບໍ່ແຮ່ ທ່ານນຶ່ງ:

“ແຕ່ວ່າ ຍັງ ອີກ 2-3 ບ້ານຈັດສັນ ແລ້ວ ແຕ່ ບໍ່ທັນໄດ້ ສ້າງເຮືອນ ສ້າງອາຄານ ໃຫ້ເຂົາ ແຕ່ວ່າຢູ່ຫັ້ນ 5 ບ້ານ ເຂົາຈັດການ ໃຫ້ແລ້ວ”.

ໂຄງການ ເຂື່ອນ ນໍ້າອູ5 ມີ ປະຊາຊົນ ຕ້ອງໄດ້ ໂຍກຍ້າຍ 371 ຫລັງ, ໃນ 7 ບ້ານ, ປະຊາຊົນ ທັງໝົດ ຖືກຍ້າຍ ໄປຢູ່ພື້ນທີ່ ດຽວກັນ, ແລະ ບ້ານຈັດສັນ ທີ່ ທາງການ ຈັດໃຫ້ນັ້ນ ຢູ່ຫ່າງຈາກ ບ້ານເກົ່າ ປະມານ 30 ຫາ 40 ຫລັກ. ສໍາລັບ ໂຄງລ່າງ ພື້ນຖານ ເຊັ່ນ, ໂຮງຮຽນ ໂຮງໝໍ ແລະ ຖນົນ ຫົນທາງ ນັ້ນ ຍັງສ້າງ ບໍ່ແລ້ວເທື່ອ, ຄາດວ່າ ຈະສ້າງ ໃຫ້ແລ້ວ ໃນ ປີ 2016.

ສໍາລັບ ການປະກອບ ອາຊີພ ທໍາມາ ຫາກິນ ຂອງ ປະຊາຊົນ ທີ່ຖືກ ໂຍກຍ້າຍ ໃນໂຄງການ ສ້າງ ເຂື່ອນ ນໍ້າອູ5 ເທື່ອນີ້ ທາງການ ໄດ້ຈັດສັນ ອາຊີບໃໝ່ ໃຫ້ ປະຊາຊົນ ດ້ວຍການ ປູກ ກາເຟ ໂດຍ ພວກ ເຂົາເຈົ້າ ຈະໄດ້ຮັບ ເງິນ ຈາກ ເຈົ້າຂອງ ບໍຣິສັດ ຕົ້ນກາເຟ ແຕ່ລະ ເດືອນ, ແຕ່ ເຖິງຢ່າງໃດ ກໍຕາມ ທາງ ເຈົ້າໜ້າທີ່ ລາວ ກໍ ບໍ່ສາມາດ ເປິດເຜີຍ ໄດ້ວ່າ ຈະໄດ້ຮັບ ເງິນ ຕອບແທນ ຫຼາຍໜ້ອຍ ປານໃດ ທ່ານວ່າ:

“ມີ ເງິນເດືອນ ໃຫ້ ເພິ່ນແລ້ວ ແຕ່ວ່າ ປະຊາຊົນ ຕ້ອງປູກ ກາເຟ ປູກ ແຕ່ດົນແລ້ວ ປູກໄດ້ ປີປາຍ ແລ້ວ ແຕ່ວ່າ ຕົວຂອງ ບໍຣິສັດ ເພິ່ນ ຈ່າຍເງິນໃຫ້ ແບບອັນນັ້ນ ເລີຍ ເອົາເງິນໃຫ້ ເຂົາເລີຍ ໃຫ້ເຂົາ ໄປປູກ ແລ້ວ ທາງ ບໍຣິສັດ ຈະມາເກັບ ເອົາ”.

ໂຄງການ ເຂື່ອນ ນໍ້າອູ5 ຕັ້ງຢູ່ ເມືອງ ສັມພັນ ແຂວງ ຜົ້ງສາລີ, ຊຶ່ງ ບໍຣິສັດ ຊີໂນ-ໄຮໂດຣ ຂອງຈີນ ເປັນ ເຈົ້າຂອງ ໂຄງການ ມີ ກໍາລັງ ຕິດຕັ້ງ 240 mega watt ສາມາດ ຜລິດ ພລັງງານ ໄຟຟ້າ ໄດ້ 1,049 ກິໂລວັຕ ຕໍ່ຊົ່ວໂມງ ເວັບໄຊ ຂອງ ທາງການ ຣະບຸວ່າ ໃນທ້າຍ ເດືອນ ມິຖຸນາ ນີ້ ເຂື່ອນ ນໍ້າອູ5 ສ້າງ ໄປແລ້ວ ປະມານ 89 ສ່ວນຮ້ອຍ.