ອັດຕາແລກປ່ຽນເງິນຕາ, ລາຄາ ຄໍາ ແລະ ນໍ້າມັນເຊື້ອໄຟ (13 ກຸມພາ 2025)
2025.02.13
ອັດຕາການແລກປ່ຽນເງິນຕາຕ່າງປະເທດ ປະຈໍາວັນທີ 13 ເດືອນກຸມພາ 2025 ອີງຕາມຂໍ້ມູນ ຈາກທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ມີດັ່ງນີ້:
ເງິນໂດລ້າສະຫະລັດ: ອັດຕາຊື້ 1 ໂດລ້າ ເທົ່າກັບ 21,425 ກີບ, ອັດຕາຂາຍ ເທົ່າກັບ 21,781 ກີບ.
ເງິນບາດໄທ: ອັດຕາຊື້ 1 ບາດ ເທົ່າກັບ 631.27 ກີບ, ອັດຕາຂາຍ ເທົ່າກັບ 643.89 ກີບ.
ເງິນຢວນຈີນ: ອັດຕາຊື້ 1 ຢວນ ເທົ່າກັບ 2,895 ກີບ, ອັດຕາຂາຍ ເທົ່າກັບ 2,952 ກີບ.
ເງິນດົງຫວຽດນາມ: ອັດຕາຊື້ 1 ດົງ ເທົ່າກັບ 0.8719 ກີບ, ອັດຕາຂາຍ ເທົ່າກັບ 0.8893 ກີບ.
ລາຄາຊື້-ຂາຍຄໍາ ປະຈໍາວັນທີ 13 ກຸມພາ 2025 ອີງຕາມຂໍ້ມູນ ຈາກຮ້ານຄໍາພູວົງ.
ຄໍາຮູບປະພັນ 1 ບາດ ລາຄາຂາຍ 30,259,000 ກີບ, ລາຄາຊື້ 29,350,000 ກີບ.
ຄໍາຮູບປະພັນ 1 ສະຫຼຶງ ລາຄາຂາຍ 7,569,000 ກີບ, ລາຄາຊື້ 7,315,000 ກີບ
ຄໍາແທ່ງ 1 ບາດ ລາຄາຂາຍ 30,150,000 ກີບ, ລາຄາຊື້ 29,620,000 ກີບ.
ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ອີງຕາມການປັບລາຄາ ປະຈໍາຄັ້ງວັນທີ 12 ກຸມພາ 2025 ຈາກກະຊວງອຸດສາຫະກໍາ ແລະການຄ້າ ປະກອບດ້ວຍ:
- ແອັດຊັງພິເສດ 95 ລາຄາ 29,830 ກີບຕໍ່ລິດ.
- ແອັດຊັງທໍາມະດາ 91 ລາຄາ 23,450 ກີບຕໍ່ລິດ.
- ກາຊວນ ລາຄາ 19,560 ກີບຕໍ່ລິດ.