ຊາວເມືອງໂຂງດີໃຈໃນການ ໂຍກຍ້າຍ

0:00 / 0:00

ຊາວເມືອງໂຂງ ແຂວງ ຈໍາປະສັກ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການ ສ້າງຂົວ ໄດ້ຮັບເງິນ ຊົດເຊີຍ ຄວາມເສັຍຫາຍ ແລ້ວ.

ຊາວເມືອງໂຂງ ແຂວງຈໍາປາສັກ ຈໍານວນ 37 ຄອບຄົວ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ສ້າງຂົວຂ້າມ ນໍ້າຂອງ ນັ້ນ ໄດ້ຮັບເງິນ ຊົດເຊີຍ ຄ່າເສັຍຫາຍ ຈາກທາງການແລ້ວ ຮວມທັງໝົດ ເປັນເງິນ 2 ພັນ 7 ຮ້ອຍ ກວ່າລ້ານກີບ ແລະ ໄດ້ທີ່ດິນ ແຫ່ງໃໝ່ນໍາດ້ວຍ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ແຂວງຈໍາປາສັກ ໃນວັນທີ 7 ສິງຫາ 2013 ນີ້:

"ຖືກຈໍານວນນຶ່ງ ສ່ວນຫຼາຍ ເປັນເຂດດິນ ປຸກສ້າງ ສ່ວນຫລາຍ ເພີ່ນກະຊົດເຊີຍ ກະສິປະມານ ສອງຕື້ນີ້ຕີ໊ ແຕ່ວ່າ ທາງຣັຖບາລ ພາກຣັຖ ກໍຈັດສັນ ທີ່ດິນໃຫ້ ຮວມທັງເງິນ ຊົດເຊີຍ ໂຍກຍ້າຍເຮືອນຊານ ແມ່ນ ຫຍັງຫັ້ນນະ".

ທ່ານເວົ້າ ຕໍ່ໄປວ່າ ຊາວບ້ານ ຈໍານວນດັ່ງກ່າວ ຢູ່ 6 ບ້ານ ຮວມທັງບ້ານ ຫາດ, ບ້ານແຫລມ ແລະ ບ້ານຫົວຍາງ ແລະວ່າ ຊາວບ້ານ ເອົາຄ່າຊົດເຊີຍນັ້ນ ໄປປຸກສ້າງເຮືອນໃໝ່ ແລະ ທາງເມືອງ ຈະໄປສອບຖາມ ພວກເຂົາເຈົ້າ ຕື່ມອີກວ່າ ຕ້ອງການຄວາມ ຊ່ວຍເຫລືອ ຫຍັງອີກ ຫຼືບໍ່ ຫາກຕ້ອງການ ກໍຈະສເນີ ໄປຫາທາງ ແຂວງເພີ່ນ.

ມາຮອດ ປັດຈຸບັນ ການສ້າງຂົວ ທີ່ມີຄວາມຍາວ 600 ແມັດ ແລະກວ້າງ 9 ແມັດ ແຫ່ງນີ້ ສໍາເຣັດໄປແລ້ວ 60 ກວ່າ ສ່ວນຮ້ອຍ. ບໍຣິສັດຈີນ ທີ່ເປັນຜູ້ຮັບເໝົາກໍ່ສ້າງ ວ່າຈະສ້າງໃຫ້ແລ້ວ ໃນເດືອນ ຕຸລາ ປີ 2014 ທີ່ ຈະມາເຖິງນີ້. ຂົວແຫ່ງນີ້ ເປັນຂົວຂ້າມນໍ້າຂອງ ທີ່ເຊື່ອມຕໍ່ ຈາກທາງເລກທີ 13 ໄປຫາ ດອນໂຂງ ທີ່ເປັນແຫຼ່ງ ທ່ອງທ່ຽວ ສໍາຄັນແຫ່ງນຶ່ງ ຂອງແຂວງ. ເມື່ອສ້າງແລ້ວ ກໍຈະເຮັດໃຫ້ ນັກທ່ອງທ່ຽວ ແລະ ການຂົນສົ່ງ ຕ່າງໆ ສະດວກຂຶ້ນ.