ຣັຖບານລາວ ແລະ ທະນາຄານ ໂລກ ລົງນາມ ໃນ ຂໍ້ຕົກລົງ ດ້ານການເງິນ ເພື່ອໂຄງການ ພັທນາ ອໍານວຍ ຄວາມສະດວກ ໃນການຄ້າ ຂັ້ນ 2 ຫລື TDF-2 ໃນວັນທີ 2 ເມສາ 2013 ນີ້ ໂດຍ ທ່ານ ສັນຕິພາບ ພົມວິຫານ ຮອງ ຣັຖມົນຕຣີ ການເງິນ ແລະ ມາດາມ Keiko Miwa ຜູ້ຈັດການ ທະນາຄານໂລກ ປະຈໍາ ສປປລາວ.
ນີ້ເປັນໂຄງການ ເພື່ອ ສນັບສນູນ ການປະຕິບັດ ບຸຣິມະສິດ ທາງການຄ້າ ຂອງ ຣັຖບານລາວ ໃນພາກຕົວຈິງ ໂດຍສະເພາະ ເພື່ອ ຊ່ວຍປັບປຸງ ລັກສນະແຂ່ງຂັນ ແລະ ຄວາມຫລາກຫລາຍ ໂດຍເລັ່ງໃສ່ ຂແນງການ ທີ່ຢູ່ນອກແຫລ່ງ ຊັພຍາກອນ ທັມຊາດ. ໂຄງການ ມູນຄ່າ 14 ລ້ານ ໂດລາ ສະຫະຣັຖ ດັ່ງກ່າວ ຊຶ່ງໃຫ້ລ້າ ຜ່ານຫລາຍຄູ່ຮ່ວມ ພັທນາ ອັນມີທັງ ສະມາຄົມ ການພັທນາ ຣະຫວ່າງ ປະເທດ IDA ໃຫ້ 4 ລ້ານ ໂດລາ ສະຫະຣັຖ, ກອງທຶນ ຜູ້ບໍຣິຈາກ ຫລາຍຝ່າຍ 10 ລ້ານ ໂດລາ ໂດຍມີການ ບໍຣິຈາກ ຂອງ ອົງການ ອອສເຕຣເລັຽ ເພື່ອການ ພັທນາ ສາກົລ ຫລື AusAID ແລະ ສະຫະພາບ ຢູໂຣບ ຮວມຢູ່ດ້ວຍ. ໃນພິທີ ລົງນາມນີ້ ມີການມອບ ໃຫ້ 7 ລ້ານ 5 ແສນໂດລາ ສ່ວນທີ່ເຫລືອ ອີກ 6 ລ້ານ 5 ແສນ ໂດລາ ຈະໃຫ້ຕອນ ທີ່ໂຄງການ ຄືບໜ້າໄປ.
ການປັບປຸງ ໃຫ້ມີການ ແຂ່ງຂັນ ໄດ້ ແລະ ຕາໜ່າງ ການຕິດຕໍ່ ເຊື່ອມໂຍງ ເປັນສິ່ງສໍາຄັນ ຍິ່ງ ສໍາລັບ ການເຕີບໂຕ ຢ່າງຍືນຍົງ ຂອງ ເສຖກິດລາວ ຊຶ່ງການຄ້າ ແມ່ນມີ ບົດບາດ ທີ່ສໍາຄັນ. ນີ້ຄືເປົ້າໝາຍ ຕົ້ນຕໍ ຂອງຍຸທສາດ ເປັນຄູ່ຮ່ວມ ພັທນາ ຂອງ ທະນາຄານ ໂລກ ປີ 2012 ຫາປີ 2016. ມາດາມ Keiko Miwa ກ່າວວ່າ ທາງ ທະນາຄານ ໂລກ ໃຫ້ຄວາມສໍາຄັນ ເຣື່ອງການ ຮ່ວມມື ຢ່າງເສີມສ້າງ ກັບຄູ່ຮ່ວມ ພັທນາ ຂອງຕົນ ໃນການອໍານວຍ ຄວາມສະດວກ ທາງດ້ານ ການຄ້າ.