ບາງບໍລິສັດຂຸດຄົ້ນຖ່ານຫີນ ຂອງຈີນ ຢູ່ພາກໃຕ້ຂອງລາວ ຫຼຸດຄົນງານລົງຫຼາຍ

ຈຳປາທອງ
2025.02.07
ບາງບໍລິສັດຂຸດຄົ້ນຖ່ານຫີນ ຂອງຈີນ ຢູ່ພາກໃຕ້ຂອງລາວ ຫຼຸດຄົນງານລົງຫຼາຍ ຮູບພາບປະກອບ: ໂຕຢ່າງ ໂຄງການຂຸດຄົ້ນຖ່ານຫີນ ຂອງບໍລິສັດ JV SCC-MHC JV SCC-MHC ຂອງຈີນ ຢູ່ເມືອງກະລຶມ ແຂວງເຊກອງ. ເດືອນກັນຍາ ປີ 2024.
Facebook Fan page Joint Venture SCC -MHC

ບໍລິສັດຂຸດຄົ້ນຖ່ານຫີນ ບາງແຫ່ງ ຂອງຈີນ ຢູ່ເມືອງກະລຶມ ແຂວງເຊກອງ ໄດ້ຫຼຸດຈໍານວນ ພະນັກງານ ແລະ ຄົນງານລາວ ລົງຫຼາຍ ຍ້ອນວຽກງານຂຸດຄົ້ນຖ່ານຫີນ ມີໜ້ອຍລົງ ພາຍຫຼັງໄດ້ ຂຸດຄົ້ນ ແລະ ສົ່ງໄປຂາຍ ຢ່າງຫຼວງຫຼາຍແລ້ວ ແລະທັງຈະຫຼຸດການຂຸດຄົ້ນຖ່ານຫີນ ລົງ ດັ່ງຜູ້ຮັບເໝົາເຮັດວຽກ ຂອງໂຄງການຂຸດຄົ້ນຖ່ານຫີນ ຂອງຈີນແຫ່ງໜຶ່ງ ຢູ່ເມືອງກະລຶມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກຸມພານີ້ວ່າ:

“ແມ່ນແລ້ວ ແມ່ນແລ້ວ ບໍລິສັດແມ່ເພິ່ນ ໃຫ້ຫຼຸດການຂຸດຄົ້ນ ລົງ ບໍ່ໆ ເດີ ເຮົາບໍ່ໄດ້ຮັບເດີ.”

ໃນຂະນະດຽວກັນ ຄົນງານລາວຜູ້ໜຶ່ງ ທີ່ເຮັດວຽກນໍາໂຄງການຂຸດຄົ້ນຖ່ານຫີນ ຂອງບໍລິສັດຈີນ ອີກແຫ່ງໜຶ່ງ ຢູ່ເມືອງກະລຶມຄືກັນນັ້ນ ກໍເວົ້າວ່າ ສໍາລັບບໍລິສັດ ທີ່ຕົນເຮັດວຽກນໍາ ກໍໄດ້ຫຼຸດຈໍານວນ ພະນັກງານ ແລະ ຄົນງານລາວ ລົງຫຼາຍ ເຊັ່ນດຽວກັນ ຍ້ອນວ່າ ດຽວນີ້ ໄດ້ຂຸດຄົ້ນຖ່ານຫີນ ໜ້ອຍດຽວ, ເພິ່ນຫຼຸດຈໍານວນ ຄົນເຮັດວຽກລົງຫຼາຍ ແຕ່ສ່ວນລາຍລະອຽດ ວ່າເປັນຫຍັງ ເພິ່ນຈຶ່ງຫຼຸດຈໍານວນ ພະນັກງານ ແລະ ຄົນງານ ລົງ ນັ້ນ, ຕົນກໍບໍ່ຮູ້ ດັ່ງທີ່ລາວເວົ້າວ່າ:

“ແມ່ນໆ ໄດ້ຫຼຸດພະນັກງານຫຼາຍຢູ່ດຽວນີ້. ເພິ່ນບໍ່ຮັບເດີເຈົ້າ ດຽວນີ້. ແມ່ນແຫຼະ. ດຽວນີ້ ຂຸດຄົ້ນໜ້ອຍດຽວນ່າ ປະມານຢູ່ 7 ແສນແມັດກ້ອນນີ້ແຫຼະ ຢູ່ພະແນກໃດກະຫຼຸດຄືກັນ ເຮັດນໍາຈີນ ເປັນຍ້ອນຫຍັງ ບໍ່ຮູ້ນໍາເພິ່ນເດີ ໂຕນີ້ເດີ.”

ເມື່ອເດືອນມັງກອນ ທີ່ຫາກໍຜ່ານມານີ້ ບໍລິສັດ JV SCC – MHC ຂອງນັກລົງທຶນຈີນ ທີ່ເປັນເຈົ້າຂອງໂຄງການຂຸດຄົ້ນຖ່ານຫີນ ຢູ່ເມືອງກະລຶມ ກໍໄດ້ອອກແຈ້ງການ ກ່ຽວກັບການຫຼຸດຈໍານວນ ພະນັກງານ ແລະ ຄົນງານ ລົງ ຍ້ອນທາງບໍລິສັດແມ່ ໃຫ້ຫຼຸດການຂຸດຄົ້ນຖ່ານຫີນ ຈາກ 1,700,000 ແມັດກ້ອນ ລົງມາເປັນ 700,000 ແມັດກ້ອນ. ດັ່ງນັ້ນ ຈຶ່ງບໍ່ຈໍາເປັນ ທີ່ຈະຕ້ອງໄດ້ໃຊ້ຄົນເຮັດວຽກ ຫຼາຍຄືເກົ່າອີກ ແຕ່ບໍ່ຮູ້ວ່າ ຈະມີການຫຼຸດຈໍານວນ ພະນັກງານ ແລະ ຄົນງານ ລົງເທົ່າໃດກັນແທ້ ດັ່ງພະນັກງານ ຂອງບໍລິສັດດັ່ງກ່າວ ເວົ້າໃນມື້ດຽວກັນ ນັ້ນ ວ່າ:

“ມື້ນັ້ນ ຫົວໜ້າງານ ກໍແຈ້ງແນວນັ້ນ ຈຸດປະສົງຂອງເຂົາ ກໍຄືວ່າວຽກໜ້ອຍລົງແລ້ວ ນ່າ.  ທາງເຈົ້າຂອງໂຄງການ ເຂົາແຈ້ງມາວ່າ ຈະມີການຫຼຸດເປົ້າ, ອາດຈະໄດ້ປົດສ່ວນໃດສ່ວນໜຶ່ງ ຄົນທີ່ມາລາຍຊື່ ເມື່ອພັກໃຫ້ໄປຫາບຸກຄະລາກອນ ນໍ ເພື່ອເຄຍເງິນ.”

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່າ ນັ້ນ, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ພະແນກແຮງງານ ແລະສະຫວັດດິການສັງຄົມ ແຂວງເຊກອງ ແຕ່ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານໜຶ່ງ ພຽງແຕ່ວ່າ ເລື່ອງຈໍານວນຄົນງານ ທີ່ເຮັດວຽກໃນໂຄງການຂຸດຄົ້ນຖ່ານຫີນ ຢູ່ແຂວງເຊກອງ ນີ້, ຍັງບໍ່ທັນໄດ້ລົງໄປຕິດຕາມຄັກແນ່ ວ່າ ມີຈັກຄົນກັນແທ້ ແລະ ແຕ່ລະບໍລິສັດ ໄດ້ຫຼຸດຄົນງານ ລົງຈັກຄົນ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ຫ້ອງການແຮງງານ ແລະ ສະຫວັດດິການສັງຄົມ ເມືອງກະລຶມ ທ່ານໜຶ່ງ ກໍເວົ້າກ່ຽວກັບເລື່ອງການຫຼຸດຈໍານວນ ພະນັກງານ ແລະ ຄົນງານ ນັ້ນ ວ່າ ເມື່ອທ້າຍເດືອນມັງກອນ ທີ່ຫາກໍຜ່ານມານີ້ ຫຼາຍໂຄງການຂຸດຄົ້ນຖ່ານຫີນຂອງບໍລິສັດຈີນ ເປັນຕົ້ນບໍລິສັດ JV SCC – MHC ມີນະໂຍ ບາຍ ທີ່ຈະຫຼຸດຈໍານວນຄົນງານລົງ ໃຫ້ຍັງເຫຼືອພຽງ 40% ຂອງຈໍານວນຄົນງານທີ່ເຮັດວຽກ ເປັນກໍາມະກອນຂຸດຄົ້ນຖ່ານຫີນ ຊຶ່ງປັດຈຸບັນ ມີທັງໝົດ 150 ປາຍຄົນ, ແຕ່ກໍຍັງບໍ່ທັນຮູ້ລາຍລະອຽດວ່າ ເພິ່ນຈະເອົາຄົນງານອອກຈັກຄົນກັນແທ້, ດັ່ງທີ່ທ່ານກ່າວວ່າ:

“ບໍລິສັດແມ່ນີ້ ເພິ່ນຫຼຸດໜ້າວຽກ ກະຊັ້ນແລ້ວ ກໍາມະກອນບາງຄົນ ອາດຈະໄດ້ພັກເລີຍ ກໍາມະກອນຂຸດຄົ້ນນີ້ແຫຼະ 150 ກວ່າຄົນ ໂຕນີ້ ບໍ່ທັນລະອຽດ ວ່າ ເພິ່ນໃຫ້ພັກຈັກຄົນ.”

ເມື່ອເດືອນກໍລະກົດ ປີ 2023 ບໍລິສັດຂຸດຄົ້ນຖ່ານຫີນ JV SCC - MHC ຂອງຈີນ ຢູ່ເມືອງກະລຶມ ແຂວງເຊກອງ ກໍເຄີຍຕິດຄ້າງ ການຈ່າຍເງິນເດືອນ ໃຫ້ຄົນງານ ມາແລ້ວ ເທື່ອໜຶ່ງ, ຄົນງານປະມານ 20 ຄົນ ທີ່ເຮັດວຽກນໍາບໍລິສັດດັ່ງກ່າວ ບໍ່ພໍໃຈ ທີ່ ບໍ່ໄດ້ຮັບເງິນເດືອນ ແລະ ຖືກຕັດເງິນ ຫຼາຍແນວ ຈາກເງິນເດືອນ ນັ້ນ, ໄດ້ພາກັນໄປທວງເອົາເງິນ ຢູ່ຫ້ອງການຂອງບໍລິສັດ ກ່ອນທີ່ຈະພາກັນເດີນທາງກັບບ້ານ. ໄດ້ມີການຖົກຖຽງກັນ ລະຫວ່າງ ຄົນງານ ແລະ ນາຍຈ້າງ ແຕ່ບໍ່ເຖິງຂັ້ນປະທະກັນ ບໍ່ມີເຫດຮຸນແຮງແນວໃດ.

ຫຼັງຈາກນັ້ນ ທາງບໍລິສັດຂຸດຄົ້ນຖ່ານຫີນ ຂອງຈີນ ດັ່ງກ່າວ ກໍໄດ້ອອກມາຊີ້ແຈງ ວ່າ ສາເຫດທີ່ພາໃຫ້ທາງບໍລິສັດ ຕັດເງິນເດືອນ ແລະ ບໍ່ໃຫ້ເງິນເດືອນຄົນງານລາວ ນັ້ນ ແມ່ນເປັນຍ້ອນພວກເຂົາເຈົ້າ ເຮັດຜິດລະບຽບຂອງບໍລິສັດ ກ່ຽວກັບການຂໍລາອອກຈາກບໍລິສັດ ຄືກ່ອນຈະອອກ ຕ້ອງໄດ້ແຈ້ງໃຫ້ທາງບໍລິສັດ ຮູ້ລ່ວງໜ້າ 30 ມື້. ແຕ່ກໍມີການໄກ່ເກ່ຍກັນໄດ້.

ປັດຈຸບັນ ຢູ່ເມືອງກະລຶມ ມີໂຄງການຂຸດຄົ້ນຖ່ານຫີນ ຫຼາຍໂຄງການ ທັງຂອງບໍລິສັດຈີນ, ບໍລິສັດລາວ ແລະ ບໍລິສັດຈາກປະເທດອື່ນໆ ເປັນຕົ້ນ ໂຄງການບໍ່ຖ່ານຫີນ ຂອງບໍລິສັດ ຫໍຈ້ຽນ, ໂຄງການໄຟຟ້າ ພະລັງງານຖ່ານຫີນ ເມືອງກະລຶມ ຂອງກຸ່ມບໍລິສັດພອນສັກ, ໂຄງການຂຸດຄົ້ນຖ່ານຫີນແຂວງເຊກອງ ຂອງບໍລິສັດ JV SCC - MHC ຂອງຈີນ, ໂຄງການເໝືອງຖ່ານຫີນ ຂອງບໍລິສັດ ThaiDrill Lao.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.