ອັດຕາແລກປ່ຽນ ຜັນຜວນ ກະທົບທຸກລະດັບ
2024.07.05
ສະພາບເສດຖະກິດ ປະຈຸບັນ ປະຊາຊົນລາວທຸກລະດັບຕ່າງກໍ່ອອກມາຈົ່ມວ່າ ຫາກິນຍາກລຳບາກ. ໂດຍການຜັນຜວນຂອງອັດຕາແລກປ່ຽນ ສົ່ງຜົນກະທົບຈົນຮັບບໍ່ໄຫວ. ທັງເລື່ອງຄ່າຄອງຊີບທີ່ຖີບຕົວສູງຂຶ້ນ, ເງິນເຟີ້-ເງິນກີບອ່ອນຄ່າ, ໜີ້ສິນສາທາລະນະຂອງລັດຖະບານແລະເງິນຕາຕ່າງປະເທດ ສຳຮອງຕໍ່າບໍ່ສາມາດນໍາໃຊ້ເຂົ້າມາແຊກແຊງການຊື້-ຂາຍເງິນຕາຕ່າງປະເທດໄດ້.
ສະເພາະໃນປີນີ້ອັດຕາແລກປ່ຽນ ຜັນຜວນແຮງຫຼາຍຜ່ານມາເຖິງວ່າຜູ້ວ່າ ການຈະໃຊ້ມາດຕະການປິດຮ້ານແລກປ່ຽນເງິນຕາ ຈຳນວນຫຼາຍ, ກຳນົດອັດຕາແລກປ່ຽນກາງແຕ່ຍັງປະກົດເຫັນວ່າ ຕະຫຼາດມືດຍັງປັ່ນອັດຕາແລກປ່ຽນຂຶ້ນໄປຈົນເຖິງ 1 ບາດຕໍ່ 750 ກີບ 1 ໂດລ້າສະຫະລັດຕໍ່ 25,000 ກີບ.
ຕໍ່ກັບບັນຫາດັ່ງກ່າວ ລັດຖະບານຕ້ອງຕັດສິນໃຈປົດ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ອອກຈາກຕຳແໜ່ງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ຢູ່ແຂວງຫຼວງພຣະບາງ ແລະ ແຕ່ງຕັ້ງ ທ່ານ ນາງ ວັດທະນາ ດາລາລອຍ ຂຶ້ນເປັນຮັກສາການຜູ້ວ່າ ການທະນາຄານແທນຕາມການສະເໜີ ຂອງ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ . ດັ່ງ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດກ່າວໃນກອງປະຊຸມ ສະພາລາຍງານການປັບປຸງຕໍາແໜ່ງ ຂອງຄະນະລັດຖະບານບາງຕອນກ່າວວ່າ:
“ອີງຕາມການຕົກລົງຂອງກອງປະຊຸມ ຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນຄັ້ງໃນວັນທີ 28 ມິຖຸນາ 2024 ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນໃນວັນທີ 28 ມິຖຸນາ 2024 ໄດ້ພິຈາລະນາຄຳສະເໜີ ຂອງທ່ານ ນາຍົກລັດຖະມົນຕີກ່ຽວກັບ ປະລິນຍາເອກ ບຸນເຫຼືອ ສິນໄຊ ວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງພຣະບາງ ນອກນັ້ນຍັງໄດ້ມີການແຕ່ງຕັ້ງຜູ້ຮັກສາການ ຂອງທະນາຄານແຫ່ງ ສປປ ລາວ ເຊິ່ງແມ່ນ ນາງ ວັດທະນາ ດາລາລອຍ ເປັນຮອງຜູ້ວ່າການທະນາຄານ ເປັນຜູ້ຮັກສາການແທນ.”
ກ່ຽວກັບການຍົກຍ້າຍ ທ່ານຜູ້ວ່າການທະນາຄານກາງ ນັກວິຊາການດ້ານການເງິນ ໄດ້ໃຫ້ຄໍາເຫັນຕໍ່ກັບວິທຍຸເອເຊັຽເສຣີ ວ່າ ຕົ້ນຕໍມາຈາກບັນຫາການຄວບຄຸມອັດຕາແລກປ່ຽນ ທີ່ມີຄວາມຜັນຜວນມາຕະຫຼອດໄລຍະສອງສາມປີຜ່ານມາ. ໂດຍສະເພາະໃນປີນີ້ທະນາຄານ ແຫ່ງ ສປປ ລາວ ບໍ່ສາມາດຄວບຄຸມອັດຕາແລກປ່ຽນໄດ້ເລີຍ ເຮັດໃຫ້ພາກທຸລະກິດ ແລະ ຊີວິການເປັນຢູ່ຂອງປະຊາຊົນ ທຸກລະດັບລໍາບາກ.
ຕໍ່ກັບການຜັນຜວນ ຂອງອັດຕາແລກປ່ຽນ ແມ່ຄ້າຂາຍເຄື່ອງອ໋ອນລາຍຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ມິຖຸນາ 2024 ວ່າ. ແມ່ຄ້າຈຳນວນຫຼາຍໄດ້ຮັບຜົນກະທົບ ແຕ່ກໍ່ເຮັດຫຍັງບໍ່ໄດ້, ກໍ່ຫວັງເພີ່ງທາງພາກລັດຊ່ວຍແກ້ໄຂ ເພາະສັງເກດວ່າມັນຜິດປົກກະຕິນີ້ ແມ່ນການປັ່ນອັດຕາແລກປ່ຽນເພື່ອຫວັງຜົນກຳໄລ ຂອງຄົນບາງກຸ່ມແນ່ນອນ.
“ຄົນປັ່ນແນ່ນອນເພາະວ່າ ຂະໜາດເຣດທີ່ມັນເປັນເຣດສາກົນ ບໍ່ທີວ່າມັນຢູ່ໃນອັດຕາແລກປ່ຽນ ທະນາຄານເຂົາເຈົ້າກໍ່ຍັງບໍ່ໄດ້ສະວິງ ໂຫດປານນັ້ນເນາະ. ມັນສະວີງຕອນນັ້ນແມ່ນ 6 ປາຍໆ 6,5 ປາຍຈົນວ່າມັນປັ່ນມາຮອດ 730 ຫຼື 740 ບາງຮ້ານກໍ່ 750 ແລ້ວມັນມີການປັ່ນຂຶ້ນແນ່ນອນ ບໍ່ຮູ້ດອກວ່າແມ່ນຜູ້ໃດແຕ່ມັນຊິປັ່ນຂຶ້ນ ໄປເຮັດຫຍັງຜູ້ປັ່ນໄດ້ມັນກໍ່ຕ້ອງເປັນຜູ້ທີ່ມີເງິນຫຼາຍ.”
ຜູ້ປະກອບການ ຜະລິດສິນຄ້າບໍລິໂພກ ພາຍໃນທີ່ມີໂຮງງານຕັ້ງຢູ່ນະຄອນຫຼວງວຽງຈັນ ຂໍສະຫງວນຊື່ແລະສຽງ ໃຫ້ຄວາມເຫັນກ່ຽວກັບເລື່ອງນີ້ວ່າ ວິກິດຕອນນີ້ແມ່ນເລື່ອງອັດຕາເງິນເຟີ້ ປະຊາຊົນຈຳນວນຫຼາຍກໍ່ກັງວົນວ່າ ຈະໄປແບບໃດຈຶ່ງຈະເອົາໂຕລອດໄດ້.
“ວິກິດຕອນນີ້ ເຂົາຮ້ອງເສດຖະກິດວິກິດອັດຕາເງິນຕາ ເງິນເຟີ້ ເຟີ້ຫຼາຍຊ່ວງເຂົ້າຍາກໝາກແພງ ຫຼາຍໆ ຄົນກໍ່ກັງວົນ ຊິເຮັດແບບໃດຊິໄປແບບໃດ. ເພາະວ່າເຮົາໃຊ້ເງິນຕາຕ່າງປະເທດ, ເປັນຜູ້ກຳນົດໃນການສັ່ງຊື້ສິນຄ້າ, ເປັນຜູ້ໃນການກຳນົດໃນການຜະລິດສິນຄ້າ, ນໍາສິນຄ້າຕ່າງປະເທດເຂົ້າມາຈຳໜ່າຍ ໃນບ້ານເຮົາ.”
ຜູ້ປະກອບການ ກ່ຽວກັບນໍາເຂົ້າ-ສົ່ງອອກສິນຄ້າ ອຸປະໂພກ-ບໍລິໂພກໄດ້ກ່າວເຖິງຜົນກະທົບ ທີ່ໄດ້ຮັບກ່ຽວກັບການຜັນຜວນ ຂອງອັດຕາແລກປ່ຽນໃນປະຈຸບັນວ່າ ຍ້ອນອັດຕາແລກປ່ຽນສູງຂຶ້ນ ເຮັດໃຫ້ຂາດທຶນໃນອັດຕາແລກປ່ຽນຈຶ່ງຍອມຕັດສິນໃຈ ເທເງິນກີບເກັບເງິນບາດໄວ້ ເພື່ອບໍ່ໃຫ້ຂາດທຶນຫຼາຍກ່ວານີ້.
“ເງິນກີບຂ້ອຍເອົາມາຝາກໄວ້ໃນລາວ 25 ຕື້ ມາໄລ່ເປັນເງິນບາດ ຢູ່ບໍ່ສື່ຂ້ອຍເສຍເງິນໄປຖີ້ມໆ ລ້າໆ 30 ປາຍລ້ານບາດຂ້ອຍຕັດສິນໃຈ ເທເງິນກີບອອກໝົດມາເປັນເງິນບາດໝົດເລີຍ ແລະເອົາອອກມາຊື້ຊັບສິນເອົາອອກມາສ້າງໝົດ ຄັນແມ່ນຮອດມື້ນີ້ຂ້ອຍຍັງຖືເງິນກີບໄວ້ ຢູ່ແມ່ນໝົດເລີຍ.”
ນັກທຸລະກິດແລກປ່ຽນເງິນ ທີ່ຂໍສະຫງວນຊື່ ແລະສຽງ ໃຫ້ຄໍາເຫັນວ່າເລື່ອງອັດຕາແລກປ່ຽນ ໄລຍະສັ້ນເປັນໄປໄດ້ຍາກທີ່ຈະແກ້ໄຂໄດ້ ເພາະມັນມີຫຼາຍປັດໄຈກະທົບ ທັງເລື່ອງລັດຖະບານຂາດເງິນຕາຕ່າງປະເທດສຳຮອງ, ລາຍຮັບເປັນເງິນຕາຕ່າງປະເທດຍັງໜ້ອຍ ກ່ວາລາຍຈ່າຍ. ໃນນີ້ຍັງມີບັນຫາໜີ້ສິນສາທາລະນະ ຂອງລັດຖະບານ ທີ່ຈະຕ້ອງສຳລະເປັນສະກຸນເງິນບາດ, ເງິນໂດລ້າ, ເງິນຢວນ ສະຫຼຸບວ່າ ລັດຖະບານ ໃຊ້ທຸກກຳລັງທີ່ມີຢູ່ແຕ່ຍັງບໍ່ສາມາດແກ້ໄຂໄດ້ຢ່າງເປັນຮູບປະທຳ.
ທ່ານ ສຸລິວັດ ສຸຸວັນນະຈອມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ແລະ ທ່ານ ເອັມມາ ວີຟ ຮອງຜູ້ອຳນວຍການທົ່ວໄປຂອງ ທະນາຄານພັດທະນາເອເຊຍ ໄດ້ກ່າວຜ່ານສື່ນິເກອິຂອງຢີ່ ປຸ່ນເມື່ອວັນທີ 15 ມັງກອນ 2024 ຜ່ານມາ ສະທ້ອນໃຫ້ເຫັນເຖິງຄວາມຄືບໜ້າ ສຳຄັນໃນການຮັບມືກັບຄວາມທ້າທາຍລະດັບ ວິກິດຄັ້ງນີ້ຂອງລາວເລີ່ມຕົ້ນຈາກການຍອມຮັບ ແລະ ຮັບຮູ້ ໃນຄວາມຈິງ ແລະຄວາມຮ້າຍແຮງຂອງເລື່ອງນີ້ ແລະ ເລີ່ມຕົ້ນດຳເນີນການເພື່ອຫຼຸດຜ່ອນການກູ້ຢືມ ຂອງພາກລັດໃນໄລຍະສັ້ນລົງ ແລະໃຫ້ພາລະໜີ້ສິນທີ່ມີຢູ່ບໍ່ສົ່ງຜົນກະທົບ ຕໍ່ປະເທດ.
ເຖິງແມ່ນວ່າລັດຖະບານລາວ ບໍ່ໄດ້ລາຍງານອອກມາໂດຍກົງກ່ຽວກັບເລື່ອງໜີ້ສິນ ສາທາລະນະ ແຕ່ກໍ່ມີສຳນັກຂ່າວສາກົນໄດ້ລາຍງານວ່າ ໃນເວລານີ້ລັດຖະບານຕ້ອງໄດ້ສຳລະໜີ້ ສູງເຖິງ 1,300 ລ້ານໂດລ້າສະຫະລັດ ພາຍໃນປີ 2027, ແຕ່ມາປະເມີນກັບຄວາມເປັນຈິງ ທີ່ວ່າຈີດີພີຂອງລາວເມື່ອປີ 2023 ຜ່ານມາມີປະມານ 14,000 ລ້ານໂດລ້າສະຫະລັດເທົ່ານັ້ນ. ຕາມສະຖິຕິລະຫວ່າງປີ 2017-2022 ມູນຄ່າໜີ້ຂອງລັດຖະບານລາວ ເພີ່ມສູງຂຶ້ນຈາກ 52% ຂອງຈີດີພີກາຍມາເປັນ 112%.
ສະຖາບັນຄົ້ນຄ້ວາເສດຖະກິດ ມະຫາພາກໄດ້ອອກບົດລາຍເຖິງ ລາຄາແລະອັດຕາແລກປ່ຽນ ທີ່ອ້າງອີງເຖິງອັດຕາເງິນເຟີ້ ຂອງ ສປປ ລາວ ຍັງສືບຕໍ່ຢູ່ໃນລະດັບສູງ ແລະ ສູງກ່ວາຫຼາຍປະເທດ ໃນພາກພື້ນເຖິງແມ່ນວ່າຈະມີທ່າອ່ຽງ ຫຼຸດລົງ ນັບແຕ່ເດືອນກຸມພາ 2023 ເປັນຕົ້ນມາ. ອັດຕາແລກປ່ຽນກີບທຽບໂດລາ ແລະ ກີບທຽບບາດຍັງສືບຕໍ່ອ່ອນຄ່າ, ອັດຕາແລກປ່ຽນທະນາຄານທຸລະກິດກີບ ຕໍ່ໂດລາໃນເດືອນກຸມພາປີ 2024 ສະເລັ່ຍຢູ່ໃນລະດັບ 20,839 ກີບ/ໂດລ້າ ໂດຍລວມແມ່ນຢູ່ໃນຂອບກໍານົດ ອັດຕາແລກປ່ຽນອ້າງອີງ, ແຕ່ສ່ວນໃຫຍ່ມີທ່າອ່ຽງຕິດ ໃກ້ກັບຂອບສູງສຸດທີ່ທະນຄານກາງ ໄດ້ກຳນົດ, ສ່ວນອັດຕາແລກປ່ຽນຕະຫຼາດສະເລັ່ຍ 23,151 ກີບ/ໂດລາ ສູງກ່ວາອັດຕາແລກປ່ຽນ ທະນາຄານປະມານ 11,1% ແລະ ທັງສູງກ່ວາທະນາຄານກາງ ກໍານົດໄວ້.
ສໍາລັບອັດຕາແລກປ່ຽນ ທະນາຄານທຸລະກິດກີບຕໍ່ບາດ ສະເລັ່ຍປະມານ 646,9 ກີບ/ບາດ ແລະ ອັດຕາແລກປ່ຽນຕະຫຼາດແມ່ນ 651,5 ກີບ/ບາດ ເຊິ່ງຕ່າງກັນປະມານ 0,7% ແລະ ຄວາມແຕກຕ່າງດັ່ງກ່າວເຫັນວ່າມີທ່າອ່ຽງ ຍັບເຂົ້າຫາກັນ. ຖ້າສົມທຽບໃສ່ອັດຕາແລກປ່ຽນສະເລັ່ຍໝົດປີ 2023 ທຽບກັບປີຜ່ານມາແມ່ນເຫັນວ່າອັດຕາແລກປ່ຽນສະເລັ່ຍຢູ່ໃນ ແລະ ນອກລະບົບກີບຕໍ່ໂດລ້າເພີ່ມຂຶ້ນ 22,4% ແລະ ກີບຕໍ່ບາດເພີ່ມຂຶ້ນ 22,4% ຖ້າທຽບໃສ່ການເໜັງຕີງ ຂອງອັດຕາແລກປ່ຽນສະກຸນເງິນຕາ ຕ່າງຢູ່ໃນພາກພື້ນທຽບໃສ່ໂດລາເຫັນວ່າ ເງິນກີບຍັງອ່ອນຄ່າຫຼາຍກ່ວາ ສະກຸນເງິນຫຼາຍປະເທດ.